ພາບລວມ
ກ່ອນອື່ນໝົດເຮົາຈະພາທ່ານເດີນທາງຂຶ້ນໄປທາງທິດເໜືອຂອງວັງວຽງປະມານ 12 ກມ.ໄປທີ່ໝູ່ບ້ານມົ້ງ (ບ້ານຜາເທົາ).
ຫຼັງຈາກທ່ຽວຊົມໝູ່ບ້ານແລ້ວເຮົາຈະໃຊ້ເວລາເດີນທາງ 30 ນາທີຜ່ານທົ່ງນາ ແລະ ພູເຂົາທີ່ສວຍງາມ. ຈາກນັ້ນເຮົາຈະແວ່ໝູ່ບ້ານຖ້ຳຊ້າງເພື່ອໄປທ່ຽວຖ້ຳນ້ຳ ແລະ ຮັບປະທານອາຫານທ່ຽງ.
ຖ້ຳນ້ຳເປັນຈຸດເດັ່ງຂອງກຸ່ມຖ້ຳທີ່ຢູ່ໃກ້ກັບວັງວຽງ. ຖ້ຳແຫ່ງນີ້ມີຄວາມຍາວປະມານ 500 ແມັດ. ຈາກນັ້ນເຮົາຈະໄດ້ລ່ອງກົງເບັງລອດຜ່ານຖ້ຳ. ພາຍໃນຖ້ຳມີຫີນຍ້ອຍທີ່ສວຍງາມ ແລະ ກະແສນ້ຳແຮງໃນຊ່ວງລະດູຝົນ (ພຶດສະພາຫາກັນຍາ) ດັ່ງນັ້ນຈຶ່ງກຽມພ້ອມສຳລັບການຜະຈົນໄພທີ່ແທ້ຈິງ.
ຫຼັງຈາກຮັບປະທານອາຫານທ່ຽງແລ້ວເຮົາຈະຍ່າງໄປອີກ 2 ຖ້ຳ ເຊິ່ງຫ່າງການບໍ່ຫຼາຍນັ້ນກໍ່ຄື ຖ້ຳຫອຍ ແລະ ຖ້ຳລຸບ.
ຖ້ຳຫອຍເປັນຖ້ຳເລິກປະມານ 3 ກມ. ເຊິ່ງມີພຮະພຸດທະຮູບອົງໃຫຍ່ຕັ້ງຢູ່ປາກທາງເຂົ້າຖ້ຳ. ນອກຈາກນັ້ນຍັງມີນ້ຳອອກບໍ່ໃຕ້ດິນໃຕ້ຖ້ຳອີກດ້ວຍ. ຖ້ຳລຸບເປັນຖ້ຳຂະໜາດໃຫຍ່ ແລະ ສວຍງາມຫລາຍ, ມີຫີນປູນຫີນຍ້ອຍທີ່ໜ້າອັດສະຈັນ ແລະ ມີພຮະພຸດທະຮູບອົງນ້ອຍໆຢູ່ຂ້າງໃນຫັ້ນ. ເຮົາຈະໃຊ້ເວລາປະມານ 1 ຊົ່ວໂມງເພື່ອໃຫ້ທ່ານໄດ້ໄປສຳຫຼວດຖ້ຳແຫ່ງນີ້.
ຫຼັງຈາກຍ່າງປ່າມາໝົດມື້ທ່ານຈະມີເວລາພັກຜ່ອນ ແລະ ລອຍນ້ຳທີ່ບລູລາກູນ 4 ກ່ອນທີ່ພວກເຮົາຈະມຸ່ງໜ້າສູ່ຕົວເມືອງວັງວຽງ.
ຈຸດເດັ່ນຂອງການທ່ອງທ່ຽວ
- ແວ່ຊົມຖ້ຳຊ້າງເຊິ່ງເປັນຖ້ຳທີ່ມີຊື່ສຽງໃນເລື່ອງຂອງຫີນປູນຮູບຊ້າງທີ່ເກີດຈາກທຳມະຊາດ
- ສຳພັດກັບການລ່ອງກົງເບັງຜ່ານຖ້ຳນ້ຳ ແລະ ຊົມຫີນປູນໃນຖ້ຳ
- ຊົມເບິ່ງພຮະພຸດທະຮູບອົງໃຫຍ່ທີ່ທາງເຂົ້າຖ້ຳຫອຍ, ຊາວບ້ານແຖວນັ້ນບອກວ່າຖ້ຳນີ້ຍັງຄົງເລິກເຂົ້າໄປອີກ 3 ກິໂລແມັດ. ໃນຖ້ຳມີຫີນປູນຍ້ອຍງາມ.
- ຖ້ຳລຸບເປັນຖ້ຳຂະໜາດໃຫຍ່ ແລະ ສວຍງາມຫລາຍ, ມີຫີນປູນຫີນຍ້ອຍທີ່ໜ້າອັດສະຈັນ
- ຜ່ອນຄາຍໄປກັບການລອຍນ້ຳ, ແຊ່ນ້ຳເຢັນໆ ຊິວໆຢູ່ບລູລາກູນ 4
ສິ່ງທີ່ລວມຢູ່ໃນທົວ
- ປະກັນໄພ
- ນ້ຳດື່ມ
- ອາຫານທ່ຽງ
- ອຸປະກອນໃນການເຮັດກິດຈະກຳ
- ໄກ້
ການແນະນຳໃນການນຸ່ງຖື
- ເສື້ອຜ້າສະບາຍໆ
- ເກີບຍ່າງປ່າ
ສິ່ງທີ່ຄວນເອົາມາ
- ຊຸດລອຍນ້ຳ (ຖ້າທ່ານຕ້ອງການຈະລອຍນ້ຳ)
- ຄີມກັນແດດ
- ໝວກແກັບ
- ແວ່ນຕາກັນແດດ
- ຍາກັນຍຸງ
- ຜ້າຂົນໜູ