ຈຸດເດັ່ນຂອງການທ່ອງທ່ຽວ
ອອກເດີນທາງຈາກສູນຂໍ້ມູນທົວ ເວລາ 13:00. ພວກເຮົາຈະເດີນທາງໂດຍລົດຣີສອດໄປນ້ຳຕົກຕາດ ນ້ຳກັດ ມີໄລຍະທາງ 5 ກິໂລແມັດ ແລະຍ່າງປ່າອີກປະມານ 1,5 ກິໂລແມັດເພື່ອໄປຊົມຕົ້ນໄມ້ໃຫ່ຍ. ຫຼັງຈາກນັ້ນກໍ່ຍ່າງກັບຈົນຮອດບ່ອນຈອດລົດ ແລ້ວ ຂີ່ລົດຕໍ່ອີກ 500 ແມັດຈົນຮອດທາງເຂົ້ານ້ຳຕົກຕາດ ນ້ຳກັດ. ພວກເຮົາຈະຍ່າງຜ່ານປ່າແລະຍ່າງຂ້າມຂົວອູ່ 13 ແຫ່ງ ມີໄລຍະທາງ 1 ກິໂລແມັດ. ທ່ານສາມາດພັກຜ່ອນຢູ່ທີ່ນ້ຳຕົກຕາມອັຕະຍາໄສ. ຫຼັງຈາກນັ້ນ ພວກເຮົາກໍ່ຈະດຳເນີນການຂີ່ສະລິງປະມານ 9 ເສັ້ນ ຈົນໄປຮອດສະຖານທີ່ທາງເຂົ້າແລ້ວຂີ່ລົດກັບສູນຂໍ້ມູນທົວ.
ສິ່ງທີ່ລວມຢູ່ໃນທົວ
- ຜູ້ນຳທ່ຽວ
- ອຸປະກອນຄວາມປອດໄພ
ການແນະນຳໃນການນຸ່ງຖື
- ເຄື່ອງນຸ່ງທີ່ສະດວກສະບາຍ
- ເກີບຫຸ້ມ
ສິ່ງທີ່ຄວນເອົາມາ
- ສະເປກັນຍຸງ
- ຄີມກັນແດດ
- ນໍ້າດື່ມ
- ໝວກ
- ແວ່ນກັນແດດ