ຈຸດເດັ່ນຂອງການທ່ອງທ່ຽວ
ອອກເດີນທາງອອກຈາກສູນຂໍ້ມູນທົວເວລາ 14:00. ພວກເຮົາຈະຂີ່ລົດໄປນ້ຳຕົກຕາດ ນ້ຳກັດ ປະມານ 5ກິໂລແມັດ ແລະ ຍ່າງປ່າອີກ 1 ກິໂລແມັດ. ເຮົາຈະຍ່າງຜ່ານປ່າ ຂ້າມຂົວອູ່ 13 ແຫ່ງ ມີໄລຍະທາງປະມານ 1 ກິໂລແມັດ. ພັກຜ່ອນກິນອາຫານທ່ຽງຢູ່ນໍ້າຕົກ. ຫຼັງຈາກນັ້ນ ພວກເຮົາກໍ່ຈະເລີ້ມຂີ່ສະລິງໄປຕາມປ່າຈອດຮອດບ່ອນທາງເຂົ້ານ້ຳຕົກແລ້ວເດີນທາງກັບສູນຂໍ້ມູນທົວ.
ສິ່ງທີ່ລວມຢູ່ໃນທົວ
- ຜູ້ນຳທ່ຽວ
- ອຸປະກອນຄວາມປອດໄພ
- ລົດຮັບສົ່ງ
ການແນະນຳໃນການນຸ່ງຖື
- ເຄື່ອງນຸ່ງທີ່ສະດວກສະບາຍ
- ເກີບຫຸ້ມ
ສິ່ງທີ່ຄວນເອົາມາ
- ສະເປກັນຍຸງ
- ຄີມກັນແດດ
- ນໍ້າດື່ມ
- ໝວກ
- ແວ່ນກັນແດດ