ພາບລວມ
ເມືອງວັງວຽງຕັ້ງຢູ່ກາງພູເຂົາຫີນປູນ ແລະ ເນີນພູທີ່ຂຽວອຸ່ມຊຸ່ມດ້ວຍພະລັງງານບວກທີ່ໄຫຼວຽນອ້ອມເມືອງ - ແຕ່ມີວິທີດຽວທີ່ຈະຊົມທິວທັດທຳມະຊາດໂດຍຮອບແບບເຕັມທີ່ຄືຈາກເທິງອາກາດ. ລອຍຂຶ້ນໄປເໜືອວັງວຽງກັບການຜະຈົນໄພແບບພາລາມໍເຕີ້ກັບນັກບິນທີ່ມີປະສົບການຂອງພວກເຮົາ, ລອຍຂຶ້ນໄປຕາມທົ່ງນາ, ແມ່ນ້ຳຊອງ ແລະ ຊົມດວງຕາເວັນຕົກດິນ. ກັບນັກບິນຜູ້ທີ່ມີຄວາມຮູ້ດີກ່ຽວກັບສະພາບພູມີປະເທດຂອງພວກເຮົາ, ພວກເຮົາຈະພາທ່ານບິນໄປຈຸດທີ່ດີທີ່ສຸດທີ່ຈະນຳສະເໜີທິວທັດທຳມະຊາດທີ່ທ່ານຈະບໍ່ມີວັນລືມ. ບໍ່ຈຳເປັນຕ້ອງມີປະສົບການມາກ່ອນ. ພວກເຮົາຍິນດີຕ້ອນຮັບຜູ້ທີ່ຢາກຮ່ວມບິນນຳເຮົາທຸກຄົນ.
ຈຸດເດັ່ນຂອງການທ່ອງທ່ຽວ
ສຳພັດປະສົບການຄັ້ງໜຶ່ງໃນຊີວິດທີ່ຈະໄດ້ສຳພັດກັບອາກາດທີ່ໜ້າອັດສະຈັນໃຈ ແລະ ພາບພາໂນລາມາທີ່ສວຍງາມຂອງຕົວເມືອງ, ທຳມະຊາດ, ຈຸດທີ່ຊົມດວງຕາເວັນຕົກດິນ ແລະ ທິວທັດທຳມະຊາດໂດຍຮອບຈາກມຸມມອງແບບນົກບິນ. ປະສົບການທີ່ໜ້າຈື່ຈຳໃນວັງວຽງທີ່ປອດໄພ, ໜ້າຕື່ນເຕັ້ນ ແລະ ມ່ວນຊື່ນສຳລັບທຸກເພດທຸກໄວ!
ສິ່ງທີ່ລວມຢູ່ໃນທົວ
- ນ້ຳດື່ມ
- ອຸປະກອນທັງໝົດ
- ການຂົນສົ່ງ
- ຂີ່ພາລາມໍເຕີ 1 ຖ້ຽວ
ການແນະນຳໃນການນຸ່ງຖື
- ເຄື່ອງນຸ່ງທີ່ໃສ່ແລ້ວສະບາຍ
- ເກີບບັງຕຸບ (ເກີບຫຸ້ມສົ້ນ)
ສິ່ງທີ່ຄວນເອົາມາ
- ກ້ອງໂກໂປຣ
- ແວ່ນຕາກັນແດດ
- ຄີມກັນແດດ