Pha Deng Viewpoint, Nong Khiaw
Pha Deng Viewpoint, Nong Khiaw
Photo by : Danou
ໜອງຂຽວ

ຈຸດໝາຍປາຍທາງ

ໜອງຂຽວ

ຖ້າຫາກທ່ານກຳລັງຊອກຫາວິຖີຊີວິດຂອງຊາວລາວແບບທຳມະຊາດ ແລະ ດັ່ງເດີມໃນປະເທດລາວ, ໜອງຂຽວຄຳຕອບຂອງທ່ານ.

ໜອງຂຽວເປັນເມືອງນ້ອຍໆໃນຊົນນະບົດທີ່ສວຍງາມທີ່ຕັ້ງຢູ່ແຄມຝັ່ງຂອງແມ່ນ້ຳອູ. ເຊິ່ງນອນໃນແຂວງຫຼວງພະບາງພາກເໜືອຂອງປະເທດລາວ. ມີເຮືອທ່ອງທ່ຽວ ແລະ ເຮືອກາຍັກແລ່ນຜ່ານຕະຫຼອດ. ບໍລິເວນໃກ້ຄຽງມີທາງຍ່າງແຄບໆຜ່ານປ່າ ແລະ ຂຶ້ນໄປເທິງຜາຫີນປູນທີ່ສູງຊັນເພື່ອຊົມທິວທັດທີ່ສວຍງາມ. ຖ້ຳຜາໂຕກເປັນຖ້ຳພູຫີນປູນທີ່ເພິ່ນໃຊ້ໄວ້ລີ້ໄພສົງຄາມອິນໂດຈີນໃນເມື່ອກ່ອນ. ມີບັນດາໝູ່ບ້ານນ້ອຍໆທີ່ອ້ອມຮອບດ້ວຍພູເຂົາ ແລະ ທົ່ງນາ.

ຈຸດໝາຍປາຍທາງ

ປະຫວັດຫຍໍ້

ເບື້ອງຫຼັງເມືອງທີ່ສວຍງາມຂອງໜອງຂຽວ ແລະ ຊີວິດທີ່ສະຫງົບສຸກມີປະຫວັດສາດອັນແສນເຈັບປວດຝັງຢູ່. ໜອງຂຽວໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກສົງຄາມລັບເຊິ່ງເລີ່ມຈາກປີ 1964 ແລະ ສິ້ນສຸດລົງໃນປີ 1973. ໃນລະຫວ່າງການເກີດສົງຄາມຄັ້ງນີ້, ສະຫະລັດອາເມລິກາໄດ້ຖິ້ມລະເບີດໃສ່ພາກເໜືອຂອງປະເທດລາວເປັນຈຳນວນມະຫາສານ. ການສຳຫຼວດໜອງຂຽວໂດຍບໍ່ມີໄກ້ທ້ອງຖິ່ນເປັນເລື່ອງທີ່ອັນຕະລາຍຫຼາຍເພາະວ່າຍັງລະເບີດບໍ່ທັນແຕກແຈກຢາຍກັນຢູ່ພາກເໜືອຂອງປະເທດລາວ ເຊິ່ງນັບເປັນ 1/3 ຂອງ 2 ລ້ານໂຕນ. ຈົນເຖິງທຸກມື້ນີ້, ຊາວບ້ານ ແລະ ນັກທ່ອງທ່ຽວບາງຈຳນວນຍັງໄດ້ຮັບຜົນກະທົບຈາກຈາກລະເບີດທີ່ບໍ່ທັນແຕກ.

ຈຸດໝາຍປາຍທາງ

ສະພາບອາກາດໂດຍລວມ

ໜອງຂຽວມີ 3 ລະດູຄື:

- ເຢັນແຫ້ງ (ຕັ້ງແດ່ເດືອນພະຈິກ ຫາ ເດືອນກຸມພາ): ໃນຊ່ວງນີ້ອຸນຫະພູມສະເລ່ຍປະມານ 23 ອົງສາ ແລະເພີ່ມຂຶ້ນຈົນເຖິງທ້າຍລະດູໜາວ. ແຕ່ອຸນຫະພູມອາດຈະຫຼຸດລົງເຖິງ 14 ອົງສາ ແລະ ສູງເຖິງ 31 ອົງສາ. ຢ່າລືມວ່າອຸນຫະພູມຈະຫຼຸດລົງຢ່າງໄວວາຫຼັງຈາກຕາເວັນຕົກດິນ ດັ່ງນັ້ນຄວນໃສ່ເສື້ອຜ້າທີ່ໃຫ້ຄວາມອົບອຸ່ນແກ່ຮ່າງກາຍ. ຊ່ວງເວລານີ້ ເປັນເວລາທີ່ດີທີ່ສຸດທີ່ຈະໄປທ່ຽວຊົມໜອງຂຽວເນື່ອງຈາກສະພາບອາກາດທີ່ເຢັນສະບາຍ.

- ຮ້ອນແຫ້ງ (ຕັ້ງແດ່ເດືອນມີນາ ຫາ ເດືອນເມສາ): ໃນຊ່ວງນີ້ອຸນຫະພູມສະເລ່ຍປະມານ 30.5 ອົງສາ. ອຸນຫຫະພູມອາດຈະສູງເຖິງ 36 ອົງສາ ໂດຍສະເພາະໃນເດືອນເມສາ ແລະ ອຸນຫະພູມຈະຫຼຸດລົງຕ່ຳສຸດແມ່ນ 17 ອົງສາ. ເຮັດໃຫ້ເປັນລະດູສົມບູນແບບທີ່ສຸດໃນການໄປທ່ຽວນ້ຳຕົກທີ່ສົດຊື່ນ ແລະ ສວຍງາມໃນລະຫວ່າງທີ່ທ່ານຍ່າງປ່າໄປຕາມນ້ຳຕົກຕາດຮ້ອຍ.

- ລະດູຝົນ (ຕັ້ງແດ່ເດືອນພຶດສະພາ ຫາ ເດືອນຕຸລາ): ໃນຊ່ວງນີ້ອຸນຫະພູມສະເລ່ຍປະມານ 27 ອົງສາ. ອຸນຫະພູມອາດຈະສູງເຖິງ 35 ອົງສາໃນຊ່ວງຕົ້ນລະດູ ແຕ່ອາກາດຈະເຢັນລົງເມື່ອເຂົ້າໃກ້ລະດູໜາວ.ອຸນຫະພູມອາດຈະຫຼຸດລົງເຖິງ 16 ອົງສາ ຄາດວ່າຈະມີຝົນຕົດຕະຫຼອດລະດູ ແລະ ຝົນຈະຕົກໜັກຫຼາຍທີ່ສຸດໃນເດືອນກໍລະກົດ ຫາ ເດືອນສິງຫາ. ແນະນຳໃຫ້ທ່ານພົກຄັນຮົ່ມ ຫຼື ເສື້ອກັນຝົນໄປນຳ ແລະ ລະມັດລະວັງເປັນພິເສດເມື່ອທ່ານຍ່າງປ່າ ເພາະເສັ້ນທາງອາດຈະເປັນຕົມ - ບວກ ແລະ ມື່ນ.

 

ຈຸດໝາຍປາຍທາງ

ລົດໂດຍສານສາທາລະນະໃນໜອງຂຽວ

ການຂົນສົ່ງຈາກແຂວງອື່ນໆໄປໜອງຂຽວ

ອອກເດີນທາງຈາກ

ຈຸດໝາຍປາຍທາງ

ປະເພດລົດເມ

ໄລຍະທາງ

ເວລາອອກເດີນທາງ

ລາຄາ*

ໝາຍເຫດ

ຫຼວງພະບາງ

ໜອງຂຽວ

Local bus

152 ກມ.

09:00 ໂມງ

11:00 ໂມງ

12:00 ໂມງ

40,000 ກີບ

 

ລົດຕູ້

08:30 ໂມງ

10:30 ໂມງ

13:00 ໂມງ

50,000 ກີບ

ເມືອງຮ້ຽມ 

(ວຽງທອງ)

ລົດເມ

 

12:30-13:30 ໂມງ

130,000 ກີບ

ສົ່ງທ່ານລົງທີ່ຂົວໜອງຂຽວ, ຕ້ອງຊື້ປີ້ລົດສານອີກຄັນໜຶ່ງເພື່ອເຂົ້າໄປເມືອງໜອງຂຽວສາມາດຊື້ປີ້ໄດ້ທີ່ບໍລິສັດທ່ອງທ່ຽວແຖວນັ້ນ.

ຊຳເໜືອ

ລົດເມ

 

17:00-18:30 ໂມງ

160,000 ກີບ

ຫຼວງພະບາງ

ລົດເມ

 

11:00 ໂມງ

100,000 ກີບ

ອາດບໍ່ຫວ່າງ/ເຕັມ

ອຸດົມໄຊ

ລົດເມ

 

11:00 ໂມງ

50,000 ກີບ

 

 

ການຂົນສົ່ງຈາກໜອງຂຽວໄປແຂວງອື່ນໆ

ອອກເດີນທາງຈາກ

ຈຸດໝາຍປາຍທາງ

ປະເພດລົດເມ

ໄລຍະທາງ

ເວລາອອກເດີນທາງ

ລາຄາ*

ໝາຍເຫດ

ໜອງຂຽວ

ຫຼວງພະບາງ

ລົດເມ

353 ກມ.

09:00 ໂມງ

11:00 ໂມງ

40,000 ກີບ

ທຸກມື້

ຫຼວງພະບາງ

ລົດຕູ້ບໍ່ມີແອ

 

08:30 ໂມງ

10:00 ໂມງ

11:00 ໂມງ

37,000 ກີບ

 

ລົດຕູ້ມີແອ

 

13:30 ໂມງ

50,000 ກີບ

 

ລົດຕູ້ສ່ວນຕົວ

 

 

500,000 ກີບ

 

ອຸດົມໄຊ

ລົດເມ

 

09:00 ໂມງ

11:00 ໂມງ

45,000 ກີບ

 

 

ຈຸດໝາຍປາຍທາງ

ການຂົນສົ່ງທາງເຮືອໃນໜອງຂຽວ

ຕາຕະລາງການເດີນເຮືອ (ອາດຈະມີການປ່ຽນແປງ)

ເດີນທາງຈາກ

ຈຸດໝາຍປາຍທາງ

ປະເພດເຮືອ

ເວລາອອກເດີນທາງ

ເວລາທີ່ຄາດວ່າຈະໄປເຖິງ

ລາຄາ*

ໜອງຂຽວ

ເມືອງງອຍເກົ່າ

ເເບບຮ່ວມຫຼາຍຄົນ

 

10:30 ໂມງ

14:30 ໂມງ

11:30 ໂມງ

15:30 ໂມງ

25,000 ກີບ

ເໝົາລຳ

10:30 ໂມງ

14:30 ໂມງ

11:30 ໂມງ

15:30 ໂມງ

500,000 ກີບ

ເມືອງຂວາງ

ເເບບຮ່ວມຫຼາຍຄົນ

10:30 ໂມງ

16:30-17:30 ໂມງ

150,000 ກີບ

ເໝົາລຳ

10:30 ໂມງ

16:30-17:30 ໂມງ

1,500,000 ກີບ

ຈຸດໝາຍປາຍທາງ

ການເດີນທາງອ້ອມຮອບໃນໜອງຂຽວ

ການເດີນທາງອ້ອມຮອບໜອງຂຽວ

ເຖິງແມ່ນວ່າໜອງຂຽວເປັນເມືອງນ້ອຍໆ ແລະ ສາມາດເຂົ້າເຖິງໄດ້ງ່າຍໂດຍການຍ່າງ. ລົດຖີບ ແລະ ລົດຈັກກໍ່ສາມາດເດີນທາງໄປອ້ອມຮອບເມືອງໄດ້ ແລະ ສ່ວນໃຫຍ່ສາມາດເຊົ່າໄດ້ຕາມບ້ານພັກ. ແນະນຳໃຫ້ເຊົ່າລົດຈັກຫາກທ່ານຕ້ອງການທ່ຽວຊົມເຂດນອກຂອງເມືອງ.