Mystic Mountain Coffee Plantation
Mystic Mountain Coffee Plantation

ຈຸດໝາຍປາຍທາງ

ປາກຊອງ / ພູພຽງບໍລະເວນ

ພູພຽງບໍລະເວນຢູ່ພາກໃຕ້ຂອງປະເທດລາວເປັນບ່ອນທີ່ມີຊື່ສຽງເລື່ອງທິວທັດທຳມະຊາດທີ່ສວຍງາມ, ໝູ່ບ້ານຊົນເຜົ່າ ແລະ ສວນກາເຟ. ນອກຈາກນີ້ຍັງມີບາງສ່ວນຂອງນ້ຳຕົກທີ່ສວຍງາມທີ່ສຸດໃນອາຊີຕາເວັນອອກສຽງໃຕ້ລວມທັງ ນ້ຳຕົກຕາດຟານ (ປາກຊ່ອງ), ນ້ຳຕົກຕາດຕະຍິກເສືອ (ປາກຊ່ອງ) ແລະ ນ້ຳຕົກຕາດຈຳປີ (ລະຫວ່າງປາກເຊ ແລະ ປາກຊ່ອງ).

ພູພຽງບໍລະເວນມີຄວາມສູງປະມານ 1000 ຫາ 1350 ແມັດຈາກລະດັບນ້ຳທະເລ, ດັ່ງນັ້ນສະພາບອາກາດໂດຍລວມຈະເຢັນກວ່າທຸກພາກໃນປະເທດລາວ. ອາກາດອາດຈະເຢັນໃນຕອນກາງຄືນ, ດັ່ງນັ້ນການຖືເສື້ອກັນໜາວ ຫຼື ເສື້ອຜ້າທີ່ໃຫ້ຄວາມອົບອຸ່ນຈຶ່ງເປັນຄວາມຄິດທີ່ດີທີ່ສຸດຖ້າຫາກທ່ານຈະມາທ່ຽວພູພຽງບໍລະເວນ.

ຈຸດໝາຍປາຍທາງ

ປະຫວັດຫຍໍ້

ພູພຽງບໍລະເວນໄດ້ຮັບການຕັ້ງຊື່ຕາມກຸ່ມຊົນເຜົ່າ “ລະເວນ” ທີ່ໄດ້ອາໄສຢູ່ທີ່ນັ້ນ. ໃນຊ່ວງທ້າຍສັດຕະວັດທີ່ 19, ພື້ນທີ່ນີ້ຊາວຝຮັ່ງໄດ້ສ້າງສວນກາເຟເພື່ອປູກໝາກກາເຟ. ແລະນີ້ກໍ່ແມ່ນຈຸດເລີ່ມຕົ້ນຂອງວັດທະນາທຳການປຸກກາເຟ.

ພູພຽງບໍລະເວນຖືກຖິ້ມລະເບີດຢ່າງໜັກໃນຊ່ວງສົງຄາມຫວຽດນາມເນື່ອງຈາກເປັນຈຸດຍຸດທະສາດທີ່ສຳຄັນທັງຫວຽດນາມເໜືອ ແລະ ອາເມລິກາ.

ຈຸດໝາຍປາຍທາງ

ສະພາບອາກາດໂດຍລວມ

ພູພຽງບໍລະເວນມີ 3 ລະດູຄື:

- ຮ້ອນແຫ້ງ (ຕັ້ງແຕ່ເດືອນກຸມພາ ຫາ ເດືອນພຶດສະພາ): ໃນຊ່ວງນີ້ອຸນຫະພູມສະເລ່ຍປະມານ 34 ຫາ 39 ອົງສາ, ແລະ ຫຼຸດລົງຕ່ຳສຸດທີ່ 23 ອົງສາ. ທ່ານອາດຈະໄດ້ເຈິຝົນຝອຍໃນຊ່ວງລະດູນີ້ໂດຍສະເພາະເມື່ອໃກ້ຈະຮອດລະດູຝົນ.ອຸນຫະພູມອາດຈະຫຼຸດລົງເມື່ອທ່ານຂຶ້ນໄປທີ່ພູພຽງທີ່ມີລະດັບຄວາມສູງຈາກລະດັບນ້ຳທະເລປະມານ 800 -1350 ແມັດ. ນ້ຳຕົກຕາດສ່ວນໃຫຍ່ຍັງມີນ້ຳໄຫຼແຮງໃນຊ່ວງລລະດູນີ້, ແຕ່ຈະດີຂຶ້ນໃນຊ່ວງລະດູຝົນ.

- ລະດູຝົນ (ຕັ້ງແຕ່ເດືອນມິຖຸນາ ຫາ ເດືອນຕຸລາ): ເມື່ອລະດູຝົນເລີ່ມຂຶ້ນອຸນຫະພູມສະເລ່ຍປະມານ 25 ອົງສາ, ເຊິ່ງຂະເພີ່ມຂຶ້ນເປັນ 31 ອົງສາໃນຊ່ວງລະດູແລ້ງ. ອຸນຫະພູມຈະສູງເຖິງ 34 ອົງສາ ແລະ ຫຼຸດລົງເຖິງ 22 ອົງສາ. ຄາດວ່າຈະມີຝົນຕົກຫຼາຍໃນຊ່ວງລະດູນີ້ໂດຍສະເພາະໃນຊ່ວງເດືອນກໍລະກົດ ແລະ ເດືອນສິງຫາ. ຂໍແນະນຳໃຫ້ທ່ານມີຄວາມລະມັດລະວັງເປັນພິເສດໃນການເດີນທາງບ່ອນທີ່ເປັນຂຸມເນື່ອງຈາກອາດຈະປຽກ ແລະ ມື່ນເພາະຝົນຕົກ. ເຖິງຢ່າງໃດກໍ່ຕາມຄາດວ່າຈະມີນ້ຳຕົກທີ່ມີນ້ຳຫຼາຍ, ໄຫຼແຮງ ແລະ ສວຍງາມເພາະໃນຊ່ວງລະດູຝົນຈະຊ່ວຍຕື່ມເຕັມແຫຼ່ງທີ່ມາຂອງນ້ຳຕົກ.

- ລະດູໜາວ (ເດືອນພະຈິກ ຫາ ເດືອນມັງກອນ): ໃນຊ່ວງລະດູນີ້ອຸນຫະພູມສະເລ່ຍປະມານ 30 – 35 ອົງສາ ແລະ ອຸນຫະພູມຕ່ຳສຸດແມ່ນ 21 ອົງສາ. ເດືອນທີ່ໜາວທີ່ສຸດແມ່ນເດືອນມັງກອນ. ຊ່ວງນີ້ເປັນເວລາທີ່ດີທີ່ສຸດໃນການທ່ອງທ່ຽວພູພຽງບໍລະເວນເນື່ອງຈາກມີອຸນຫະພູມທີ່ເຢັນສະບາຍ. ເຖິງຢ່າງໃດກໍ່ຕາມຢ່າລືມວ່າອາກາດເຢັນຫຼັງຈາກຕາເວັນຕົກດິນດັ່ງນັ້ນຢ່າລືມເອົາເສື້ອຜ້າທີ່ນຳເຮັດໃຫ້ຮ່າງກາຍອົບອຸ່ນໄປນຳ.

ຈຸດໝາຍປາຍທາງ

ວິທີການໄປພູພຽງບໍລະເວນ

ວິທີການໄປພູພຽງບໍລະເວນ

ວິທີທີ່ງ່າຍທີ່ສຸດໃນການໄປພູພຽງບໍລະເວນຄື ການເດີນທາງໄປເມືອງປາກເຊ. ຈາກປາກເຊໃຜໆກໍ່ສາມາດຂຶ້ນລົດປະຈຳທາງ ຫຼື ຂີ່ລົດຈັກໄປໄດ້, ເຊິ່ງໄລຍະການເດີນທາງປະມານ 38 ກມ. ເພື່ອໄປທີ່ພູພຽງບໍລະເວນ. ພວກເຂົາຍັງສາມາດຮ່ວມທິບໜຶ່ງມື້ຈາກປາກເຊໄປທ່ຽວຊົມຕາດໂລະ, ຕາດຟານ, ນ້ຳຕົກຕາດຜາສ້ວມ, ສວນກາເຟ ແລະ ໝູ່ບ້ານຊົນເຜົ່າໃນພູພຽງບໍລະເວນ ເຊິ່ງມີລາຄາປະມານ 150,000 ກີບ/ຄົນ.

ການເດີນທາງໄປຮອບໆພູພຽງບໍລະເວນ

ສ່ວນໃຫຍ່ຖະໜົນຫົນທາງຈະປິດຍົກເວັ້ນທາງຂຸມເປື້ອນທີ່ໄປສູ່ນ້ຳຕົກຕາດ. ຖະໜົນເສັ້ນນີ້ຍັງຖືວ່າຢູ່ໃນສະພາບດີ ແລະ ວິທີການທີ່ດີທີ່ສຸດໃນການເດີນທາງແມ່ນໂດຍລົດຈັກ 100cc ແລະ 110cc. ສາມາດເຊົ່າລົດຈັກໃນເມືອງປາກເຊ ຫຼື ຕາດໂລະໄດ້. ເຖິງຢ່າງໃດກໍ່ຕາມຕາດໂລະມີລົດຈັກໃຫ້ເຊົາພຽງເລັກນ້ອຍເທົ່ານັ້ນ ເຊິ່ງແຕກຕ່າງຈາກຕົວເມືອງປາກເຊຫຼາຍ.

ອີກວິທີໜຶ່ງທີ່ດີໃນການເດີນທາງຄື ຜ່ານປາກເຊ - ປາກຊ່ອງ - ຕາດໂລະ - ປາກເຊເຊິ່ງໃຊ້ເວລາໝົດມື້. ເຮົາຢາກແຈ້ງໃຫ້ທ່ານຮູ້ວ່າແຜນທີ່ສ່ວນໃຫຍ່ທີ່ໄດ້ຮັບຈາກຮ້ານເຊົ່າລົດຈັກນັ້ນຍັງມີພື້ນທີ່ທີ່ຍັງບໍ່ຖືກຕ້ອງເຊິ່ງສະແດງໄລຍະທາງທີ່ບໍ່ຖືກຕ້ອງໃນການເດີນທາງຈາກບ່ອນໜຶ່ງໄປອີກບ່ອນໜຶ່ງ.

 

ຈຸດໝາຍປາຍທາງ

ລົດເມສາທາລະນະໃນປາກເຊ

ການຂົນສົ່ງຈາກແຂວງອື່ນຫາປາກເຊ    

ເດີນທາງຈາກ

ຈຸດໝາຍປາຍທາງ

ປະເພດລົດເມ

ໄລຍະທາງ

ເວລາອອກເດີນທາງ

ລາຄາ*

ໝາຍເຫດ

ວຽງຈັນ

ປາກເຊ

Local

 

10:00 ໂມງ

12:30 ໂມງ

13:30 ໂມງ 

14:00 ໂມງ

14:30 ໂມງ

15:00 ໂມງ

15:30 ໂມງ

16:00 ໂມງ

110,000 ກີບ

13 ຊົ່ວໂມງ

ລົດເມດ່ວນ

 

07:15 ໂມງ

18:00 ໂມງ

19:00 ໂມງ

20:00 ໂມງ

140,000 ກີບ

10 ຊົ່ວໂມງ

VIP (ລົດເມນອນ)

 

20:30 ໂມງ

21:00 ໂມງ

170,000 ກີບ

8 ຊົ່ວໂມງ

ອຸຍົນ (ປະເທດໄທ)

ປາກເຊ

VIP

 

08:00 ໂມງ 

70,000 ກີບ

 

ບ້ານມ່ວງ ຈຳປາສັກ

ປາກເຊ

ລົດເມດ່ວນ

 

07:30 ໂມງ

35,000 ກີບ

 

ຄຳມ່ວນ

ປາກເຊ

VIP

322 ກມ.

ທຸກໆຊົ່ວໂມງເລີ່ມຈາກ 08:30 ໂມງ

70,000 ກີບ

 

ລົດເມດ່ວນ

60,000 ກີບ

 

ຊຽງຂວາງ, ສະຖານີຂົນສົ່ງສາຍໃຕ້ ບຸນມີໄຊ 

ປາກເຊ

 

 

07:15 ໂມງ

120,000 ກີບ

16 ຊົ່ວໂມງ

 

 

 

ການຂົນສົ່ງຈາກປາກເຊຫາແຂວງອື່ນ

ເດີນທາງຈາກ

ຈຸດໝາຍປາຍທາງ

ປະເພດລົດເມ

ໄລຍະທາງ

ເວລາອອກເດີນທາງ

ລາຄາ*

ໝາຍເຫດ

ປາກເຊ

ດອນໂຂງ

ລົດເມດ່ວນ

 

07:30 ໂມງ

55,000 ກີບ

 

ດອນໂຂງ/ ເມືອງໂຂງ

ສອງແຖວ

 

09:15 ໂມງ

15:30 ໂມງ

50,000 ກີບ

ສະຖານີຂົນສົ່ງສາຍໃຕ້

ດອນຄອນ

 

09:00 ໂມງ

15:30 ໂມງ

50,000 ກີບ

ບ້ານນາກາສັກ

 

09:00 ໂມງ

15:30 ໂມງ

50,000 ກີບ

ເມືອງຈຳປາສັກ

 

10:00 ໂມງ

11:00 ໂມງ

12:00 ໂມງ

20,000 ກີບ

ຕະຫຼາດດາວເຮືອງ

ເມືອງປາກຊ່ອງ

 

08:30 ໂມງ

09:30 ໂມງ

12:30 ໂມງ

20,000 ກີບ

ສະຖານີຂົນສົ່ງສາຍໃຕ້

ແຂວງເຊກອງ

Local

 

07:00 ໂມງ

08:00 ໂມງ

09:00 ໂມງ

11:30 ໂມງ

35,000 ກີບ

ສະຖານີຂົນສົ່ງສາຍເໜືອ

Vip

 

15:15 ໂມງ

45,000 ກີບ

ລົດເມດ່ວນ

 

07:30 ໂມງ

08:30 ໂມງ

09:30 ໂມງ

10:30 ໂມງ

11:30 ໂມງ

40,000 ກີບ

ຄິວລົດເມແສງຈະເລີນ

ແຂວງອັດຕະປື

Local

 

07:00 ໂມງ

08:00 ໂມງ

09:00 ໂມງ

11:30 ໂມງ

45,000 ກີບ

ສະຖານີຂົນສົ່ງສາຍໃຕ້

Vip

 

15:15 ໂມງ

55,000 ກີບ

ລົດເມດ່ວນ

 

07:30 ໂມງ

08:30 ໂມງ

09:30 ໂມງ

10:30 ໂມງ

11:30 ໂມງ

50,000 ກີບ

ຄິວລົດເມແສງຈະເລີນ

ແຂວງຄຳມ່ວນ

Local

 

07:30 ໂມງ

08:30 ໂມງ

09:30 ໂມງ

10:30 ໂມງ

11:30 ໂມງ

60,000 ກີບ

ແສງຈະເລີນ/ສະຖານີຂົນສົ່ງສາຍໃຕ້