ສຳຜັດບັນຍາກາດສົດຊື່ນ ກັບສະຖາທີ່ພັກຜ່ອນ ແຫ່ງໃຫມ່ ເທິງພູ ເມືອງເຟືອງ, ແຂວງ ວຽງຈັນ. ນອນເຕັ້ນທ່າມກາງວິວພູຜາ ແມ່ນ້ຳ ດອກໄມ້, ທຳມະຊາດອັນສວຍງາມ ຍາມຄໍ່ານອນເບິ່ງດາວ ຕື່ນເຊົ້າມານັ່ງຈິບກາເຟພ້ອມສາຍຫມອກສຸດຟິນ. ມີທັງສະຕໍເບີຣີຫວານແຊບ ສົດຈາກສວນຂາຍທີ່ເຟືອງດາວ ທຸກສຸກ, ເສົາ ແລະ ອາທິດ.

ເຟືອງດາວເປີດໃຫ້ບໍລິການແລ້ວ 2 ໂຊນ

ມີໂຊນເຕັ້ນສ່ວນຕົວ ແລະ ເຕັ້ນລວມ

  • ໂຊນເຕັ້ນສ່ວນຕົວ ລາຄາ 550.000 ກີບ/ເຕັ້ນ ມີອາຫານເຊົ້າ ແລະ ເຊັດກາເຟສົດ
  • ໂຊນເຕັ້ນລວມ ລາຄາ 300.000 ກີບ/ເຕັ້ນ ມີອາຫານເຊົ້າ ແລະ ໂຊນກາເຟຍາມເຊົ້າໄວ້ບໍລິການ

ທຸກເຕັ້ນພັກໄດ້ 2-4 ທ່ານ ຫຼື ສາມາດເອົາເຕັ້ນມາກາງເພີ່ມຕື່ມໄດ້ (ຟຣີ 1 ເຕັ້ນນ້ອຍ)

ສະຖານທີ່ງາມໆ: ເຟືອງດາວເມົ້າເທິ້ນຣີສອດ, ເມືອງເຟືອງ, ແຂວງວຽງຈັນ