Lao PDR Snapshot
Lao PDR Snapshot

ໂພສ

Lao PDR Snapshot

 

ໃນວັນທີ 16 ກຸມພາ 2022, ສຳນັກງານສະຖານທູດການາດາ, AustCham, Civitas, ສະພາການຄ້າ ແລະ ອຸດສາຫະກຳເອີຣົບ, ສະຫະພາບເອີຣົບ, LNCCI ແລະ ກຸ່ມທຸລະກິດອັງກິດປະຈຳ ສປປ ລາວ ໄດ້ຈັດພິທີເປີດຕົວງານ Lao CSR Awards ພ້ອມດ້ວຍພິທີມອບລາງວັນໂດຍ ສະຖານທູດອັງກິດ ປະຈຳຢູ່ລາວ. Lao CSR Awards ເປັນການຍົກຍ້ອງບັນດາບໍລິສັດທີ່ຖືມາດຕະຖານສູງທີ່ສຸດຂອງການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ໃນຍຸດທະສາດຂອງບໍລິສັດ, ວຽກງານປະຈໍາວັນ ແລະ ກິດຈະກໍາ CSR ຂອງບໍລິສັດດັ່ງກ່າວ ສາມາດເປັນແບບຢ່າງໃຫ້ແກ່ຊຸມຊົນທຸລະກິດລາວໃນວົງກວ້າງ. 

ອົງກອນຮັບຜິດຊອບຕໍ່ສັງຄົມ ຫລື (CSR) ເປັນຫົວຂໍ້ທີ່ມີການໂອ້ລົມກັນທົ່ວໂລກ ແລະ ທຸລະກິດຕ່າງໆມີແນວໂນ້ມທີ່ຈະເຊື່ອມໂຍງອົງກອນ CSR ເຂົ້າໃນຈຸດປະສົງຍຸດທະສາດຂອງພວກເຂົາ. ການລາຍງານຄວາມຍືນຍົງຍັງບໍ່ທັນເປັນຂໍ້ບັງຄັບຢູ່ໃນ ສປປ ລາວ ແຕ່ມີບາງບໍລິສັດລາຍງານດ້ວຍຄວາມສະໝັກໃຈໃນການປະຕິບັດດ້ານສັງຄົມ ແລະ ສິ່ງແວດລ້ອມ ຫຼື ແມ້ກະທັ້ງການລວມເອົາຂໍ້ລິເລີ່ມຂອງ CSR ເຂົ້າໃນຍຸດທະສາດ ແລະ ການເຄື່ອນໄຫວວຽກງານປະຈໍາວັນ.

ຫົວຂໍ້ຂອງ Lao CSR Awards ປີນີ້ ແມ່ນ “ຄວາມເປັນເລີດດ້ານສິ່ງແວດລ້ອມ” ແລະ ຜູ້ເຂົ້າຮອບສຸດທ້າຍໄດ້ສະທ້ອນໃຫ້ເຫັນເຖິງວິທີການປະສົມປະສານຄວາມເປັນຢູ່ທີ່ດີດ້ານສິ່ງແວດລ້ອມເຂົ້າກັບຄວາມພະຍາຍາມໃນຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນໃນອຸດສາຫະກໍາຕ່າງໆທີ່ຫຼາກຫຼາຍ.

ຜູ້ຊະນະລາງວັນ CSR Awards ເປັນຄັ້ງທຳອິດຂອງ ສປປ ລາວ ໃນ 2 ປະເພດໄດ້ແກ່: ໂຮງແຮມ Angsana Maison Souvannaphoum ຫລວງພະບາງ ໃນປະເພດທຸລະກິດຂະໜາດໃຫຍ່ ແລະ ບໍລິສັດທ່ອງທ່ຽວອອນລາຍ ດິສໂຄເວີລາວ ທູເດ ໃນປະເພດ SME.

Angsana Maison Souvannaphoum ເປັນໂຮງແຮມບູຕິກທີ່ຫຼູຫຼາຕັ້ງຢູ່ໃຈກາງເມືອງຫຼວງພະບາງ ດ້ວຍຄຳຂວັນທາງທຸລະກິດທີ່ວ່າ “ໂອບກອດສິ່ງແວດລ້ອມ, ພ້ອມເພີ່ມພະລັງໃຫ້ຜູ້ຄົນ”. ໂຮງແຮມເຊື່ອວ່າຄວາມຍືນຍົງມີຫຼາຍກວ່າການປົກປ້ອງສິ່ງແວດລ້ອມເພື່ອສ້າງຜົນກະທົບທາງບວກໃນຊຸມຊົນ. ໂຮງແຮມມີການລິເລີ່ມຄວາມຮັບຜິດຊອບຕໍ່ສັງຄົມຫຼາຍຢ່າງລວມທັງການອະນາໄມປະຈໍາເດືອນໃນຊຸມຊົນທ້ອງຖິ່ນກັບ "Trash Idol", ການປູກຕົ້ນໄມ້, ຄວາມມຸ່ງຫມັ້ນທີ່ຈະຫຼຸດຜ່ອນການໃຊ້ພາດສະຕິກ ແລະ ບົດລາຍງານຄວາມຍືນຍົງປະຈໍາປີທີ່ມີມາດຕະຖານສະເພາະສໍາລັບປີຕໍ່ໄປ.

Discover Laos Today ເປັນບໍລິສັດທ່ອງທ່ຽວທີ່ໄດ້ຮັບອະນຸຍາດຢູ່ໃນແຂວງ ຫຼວງພະບາງ. ດ້ວຍປະສົບການຫຼາຍກວ່າ 10 ປີໃນຂະແໜງການທ່ອງທ່ຽວ. ທີມງານຢູ່ບໍລິສັດ ດິສໂຄເວີລາວ ທູເດ ແມ່ນປະກອບໄປດ້ວຍຜູ້ທີ່ມັກຮັກໃນການເດີນທາງ, ຜູ້ທີ່ສະແຫວງຫາຄວາມຕື່ນເຕັ້ນ, ຜູ້ທີ່ຫລົງໄຫລການຖ່າຍຮູບ ແລະ ຜູ້ຊ່ຽວຊານດ້ານການພັກຜ່ອນ, ການຜະຈົນໄພ ແລະ ການຄົ້ນພົບສິ່ງໃໝ່ໆ. ບໍລິສັດ ດິສໂຄເວີລາວ ທູເດ ໄດ້ມີສ່ວນຮ່ວມຢ່າງຫຼວງຫຼາຍໃນການປົກປ້ອງພັນເຕົ່າທີ່ໃກ້ຈະສູນພັນຂອງລາວ ໂດຍຜ່ານວຽກງານຂອງຕົນໃນການສ້າງ ແລະ ສະໜອງທຶນໃຫ້ແກ່ເຂດປົກປ້ອງ. ຢູ່ທີ່ນັ້ນ, ເຕົ່າແມ່ນໄດ້ຮັບການປົກປ້ອງຈາກການຄ້າສັດປ່າ ແລະ ເພາະພັນເພື່ອໃຫ້ແນ່ໃຈວ່າພວກມັນສາມາດຢູ່ລອດ.

ເຕົ່າໄດ້ຮັບການດູແລໂດຍນັກເພາະພັນສັດນ້ຳ ທີ່ມີຊື່ສຽງລະດັບໂລກ ທ່ານ Nathanael Maury, ເຊິ່ງເພາະພັນເຕົ່າໃນບ່ອນທີ່ອອກແບບມາເປັນພິເສດໃນເຂດຊານເມືອງຂອງນະຄອນຫຼວງວຽງຈັນ.

ທີ່ມາ: Vientiane Times

#laopdrsnapshot

 
POSTED BY

Aon SEELAPHONE

Having honed her skills in social work through the handicraft sector, Aon is now part of the social media and content creation team. She is skilled in researching and discovering unique strategies to reach out to larger audiences/followers on many platforms such as Facebook and Instagram.

Find more about me at DiscoverLaos.Today