MTF
MTF
MTF
ພາກລັດ ແລະ ເອກະຊົນ ຮ່ວມກັນປຶກສາຫາລື ກ່ຽວກັບການສ້າງວິດີໂອໂຄສະນາຈຸດໜາຍປາຍທາງທ່ອງທ່ຽວພາກໃຕ້

ໂພສ

ພາກລັດ ແລະ ເອກະຊົນ ຮ່ວມກັນປຶກສາຫາລື ກ່ຽວກັບການສ້າງວິດີໂອໂຄສະນາຈຸດໜາຍປາຍທາງທ່ອງທ່ຽວພາກໃຕ້

 

ພາກລັດ ແລະ ເອກະຊົນ ຮ່ວມກັນປຶກສາຫາລື ກ່ຽວກັບການສ້າງວິດີໂອໂຄສະນາຈຸດໜາຍປາຍທາງທ່ອງທ່ຽວພາກໃຕ້  

 

ໜ່ວຍງານສະເພາະກິດດ້ານການຕະຫຼາດແຂວງຈຳປາສັກ ຫຼື Marketing Taskforce ໄດ້ຈັດງານປຶກສາຫາລື ລະຫວ່າງ ພາກລັດ ແລະ ເອກະຊົນ ໂດຍການສະໜັບສະໜູນຈາກ ອົງການ Swisscontact. ຈຸດປະສົງແມ່ນ ປຶກສາ ແລະ ກຳນົດບັນດາສະຖານທີ່ທ່ອງທ່ຽວໃນພາກໃຕ້ລາວ ໃນການສ້າງວິດີໂອໃໝ່ເພື່ອໃຊ້ເຂົ້າໃນວຽກງານໂຄສະນາຈຸດໜາຍປາຍທາງທ່ອງທ່ຽວພາກໃຕ້ລາວໂດຍລວມ ແລະ ສະເພາະແຂວງ - ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື. ວິດີໂອດັ່ງກ່າວຈະນຳໃຊ້ເພື່ອສົ່ງເສີມການໂຄສະນາບັນດາແຫຼ່ງທ່ອງຕ່າງໆໃນພາກໃຕ້ລາວໃຫ້ເປັນທີ່ຮູ້ຈັກ ແລະ ປັບປຸງຮູບແບບການໂຄສະນາໃນຊ່ອງທາງອອນລາຍໃຫ້ຫຼາກຫຼາຍຂຶ້ນ.

ງານ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ກໍ​ລະ​ກົດ, ທີ່ ໂຮງ​ແຮມ ສີ​ສຸກ ເຊິ່ງ​ມີ​ຜູ້​ເຂົ້າ​ຮ່ວມຫຼາຍ​ກວ່າ 20 ທ່ານ. ​ຜູ້ເຂົ້າ​  ຮ​ວ່ມໄດ້​ລົງ​ຄະ​ແນນ​ເພື່ອຄັດ​ເລືອກ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ເໜາະ​ສົມສຳ​ລັບ​ການ​ຖ່າຍ​ທຳ​ວິ​ດີ​ໂອ​ສຳ​ລັບ​ແຕ່​ລະ​ແຂວງ​ຜ່ານ​ແບບ​ສອບ​ຖາມ​ອອນ​ລາຍຂອງ Google, ເຊິ່ງ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງຫຼາຍ​ທີ່​ສຸດ 10 – 12 ແຫຼ່ງ​ ຂອງ​ແຕ່​ລະ​ແຂວງ ຈະ​ຖືກ​ນຳ​ມາ​ເປັນ​ສະ​ຖານ​ທີ່​ໃນ​ການ​ຖ່າຍ​ທຳ​ວິ​ດີ​ໂອ. ໃນ​ນັ້ນ, Discover Laos Today ໄດ້​ມີ​ສວ່ນ​ຮ​ວ່ມ​ໃນ​ການ​ອອກ​ແບບ​, ຖ່າຍ​ທຳ​ວິ​ດີ​ໂອ ແລະ ໃຫ້​ການ​ສະ​ໝັບ​ສະ​ໜູນ​ແກ່​ໜ່ວຍ​ງານ​ສະ​ເພາະ​ກິດ​ການ​ຕະຫຼາດ​ແຂວງ​ຈຳ​ປາ​ສັກ.

 
POSTED BY

Benny Kong

A firm believer that Laos has much to offer in terms of Tourism to the world. Benny is the Programme Director and runs business development and strategic planning for Discover Laos Today. Find out more about us at https://www.discoverlaos.today/page/about-us