
ເນື່ອງຈາກບັນຫາທີ່ເກີດຂຶ້ນໃນປັດຈຸບັນ ບໍ່ວ່າຈະເປັນບັນຫານ້ຳມັນແພງ ແລະ ຂາດແຄນນ້ຳມັນໃນປະເທດລາວ, ໂຮງແຮມ ມາຍລາວໂຮມ ແລະ ບໍລິສັດ ດິສໂຄເວີລາວ ທູເດ ຈຶ່ງໄດ້ອອກມາດຕະການຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານໃນໂຮງແຮມ ແລະ ບໍລິສັດດັ່ງຕໍ່ໄປນີ້:
I. ໄດ້ມີການຈັດລົດໄຟຟ້າສຳລັບ ຮັບ-ສົ່ງ ອຳນວຍຄວາມສະດວກໃຫ້ແກ່ພະນັກງານຕອນມາເຮັດວຽກ ແລະ ສົ່ງພະນັກງານເຖິງບ້ານຫລັງຈາກເລີກວຽກ.

II. ອະນຸຍາດໃຫ້ພະນັກງານທີ່ມີຄວາມຈໍາເປັນ ສາມາດໝູນໃຊ້ສະກຸດເຕີໄຟຟ້າທີ່ມີຢູ່ໃນບໍລິສັດເພື່ອຄວາມສະດວກໃນການສັນຈອນໄປ-ມາ ແລະ ເພື່ອເປັນການປະຢັດເວລາບໍ່ຕ້ອງໄປຕໍ່ແຖວເພື່ອເຕີມນໍ້າມັນ ແລະ ຍັງຫລຸດຜ່ອນຄ່າໃຊ້ຈ່າຍສຳລັບຄ່ານ້ຳມັນລົດໄດ້ອີກດ້ວຍ.

III. ສຳລັບພະນັກງານຄົນໃດທີ່ຕ້ອງການຊື້ລົດຈັກໄຟຟ້າເປັນຂອງຕົນເອງ ກໍສາມາດຈ່າຍຜ່ອນ ຫຼື ຈ່າຍລາຄາເຕັມໃນລາຄາພະນັກງານກັບບໍລິສັດ ດີສໂຄເວີລາວ ທູເດ ໄດ້ ແລະ ສາມາດສາກແບັດລົດຈັກໄຟຟ້າທີ່ໂຮງແຮມໄດ້ຟຣີ.
ຈາກເຫດການດັ່ງກ່າວພວກເຮົາໄດ້ຮັບຮູ້ເຖິງຜົນກະທົບໃນການດຳລົງຊີວິດ ແລະ ການສັນຈອນໄປມາຂອງທຸກຄົນແມ່ນມີຄວາມຫຍຸ້ງຍາກ, ສະນັ້ນ ໂຮງແຮມ ມາຍລາວໂຮມ ແລະ ບໍລິສັດ ດິສໂຄເວີລາວ ທູເດ ຈະສືບຕໍ່ຊ່ວຍເຫຼືອ ອໍານວຍຄວາມສະດວກໃຫ້ແກ່ພະນັກງານຂອງເຮົາໃຫ້ດີທີ່ສຸດ.