The Nests
The Nests
ລາຍການຍ່າງປ່າ, ໄຕ້ເບີ່ງສັດປ່າ ແລະ ນອນເຮືອນຮັງນົກ

ກາງແຈ້ງ

ລາຍການຍ່າງປ່າ, ໄຕ້ເບີ່ງສັດປ່າ ແລະ ນອນເຮືອນຮັງນົກ

 

ໄລຍະເວລາ

2ມື້

ລາຄາເລີ່ມຕົ້ນ

 

ລະຫັດ

HO-2D1N-NEPL-02

ໄລຍະເວລາໃນການຈອງ

ຕະຫລອດເວລາ

ລະດັບຄວາມຍາກ-ງ່າຍຂອງກິດຈະກຳ

ຫຍຸ້ງຍາກປານກາງ

ໄປຮັບ

Exclude

ຈຸດເລີ່ມຕົ້ນ

ເມືອງຮ້ຽມ

ໄປຮັບ/ເວລາເລີ່ມຕົ້ນ

8.30AM

ໄປສົ່ງ

Exclude

ຈຸດສິ້ນສຸດ

ເມືອງຮ້ຽມ

ໄປສົ່ງ/End Time

14:00

ນັກທ່ອງທ່ຽວ

Family Without Young Children , Friends , Solo , couple

ຈຸດໝາຍປາຍທາງ

ສິ່ງທີ່ຕ້ອງເຮັດ

ອຸທິຍານແຫ່ງຊາດນໍ້າ​ແອດ-​ພູ​ເລີຍ

 

Day Tour Type Type


 

Booking Date


 

ລະຫັດການຈອງ (join)
Join


 
Adult
 

1

 
 
Child
 

0

 
 
Lao Resident
 

0

 
 
ລາຄາລວມ
 
 

ວັນ 1

ພາບລວມ

ເຂົ້າໄປເຂດອຸທິຍານແຫ່ງຊາດ. ສັງເກດການເບິ່ງສັດປ່າຈາກຫໍຄອຍ ແລະ ຄ້າງຄືນໃນເຮືອນຮັງນົກ.

ຂີ່ລົດຊິ້ງ ( 5ກິໂລແມັດໃຊ້ເວລາ 1ຊົ່ວໂມງ ແລະ ບວກເສັ້ນທາງຍ່າງ 7ກິໂລແມັດ ໃຊ້ເວລາຍ່າງ 4ຊົ່ວໂມງ.ເສັ້ນທາງຍ່າງຂຶ້ນຄ້ອຍຊັນສະເລ່ຍ +11ເປີເຊັນ ຫຼື - 10ເປີເຊັນ. ຂື້ນຄ້ອຍ + 460ແມັດ ຫຼື ລົງຄ້ອຍ -420ແມັດ.)

ຕອນເຊົ້າ

ພະນັກງານນໍາທ່ຽວຂອງອຸທິຍານ ຜູ້ທີ່ເວົ້າພາສາອັງກິດ ແລະ ໂຊເຟລົດຂອງອຸທິຍານໄປຮັບເອົານັກທ່ອງທ່ຽວຢູ່ບ້ານພັກທີ່ເມືອງຮ້ຽມ ເວລາ 8ໂມງ 00 ຕອນເຊົ້າ.

ກ່ອນອື່ນໝົດ, ນັກທ່ອງທ່ຽວຈະໄປຢ້ຽມຢາມ ຫ້ອງການສູນຂໍ້ມູນຂ່າວສານຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍຢູ່ເມືອງຮ້ຽມ. ພະນັກງານນໍາທ່ຽວສະເໜີ ແລະ ແນະນໍາຄູ່ມືການປົກປັກຮັກສາສັດປ່າຢູ່ໃນພື້ນທີ່ອຸທິຍານແຫ່ງຊາດນໍ້າແອດ - ພູເລີຍ

ຫລັງຈາກນັ້ນຂີ່ລົດໄປປະມານ 30 ນາທີ ທ່ານຈະມາຮອດບ້ານນໍ້າປຸ່ງ, ບ້ານເຜົ່າຂະມຸ, ເຊິ່ງຕັ້ງຢູ່ແຄມຊາຍແດນຂອງອຸທິຍານແຫ່ງຊາດ. ຕາມເສັ້ນທາງທີ່ງຽບສະຫງົບຜ່ານພູຜາປ່າດົງທີ່ສວຍງາມ ແລະ ຜ່ານແລວທາງເຂດຫວງຫ້າມຂອງອຸທິຍານແຫ່ງຊາດ

ກຸ່ມນໍາທ່ຽວບ້ານ, ກຸ່ມເປ້ເຄື່ອງ ແລະ ກຸ່ມແຕ່ງກິນ ລໍຖ້າທ່ານຢູ່ບ້ານເພື່ອແນະນໍາຕົວ. ພະນັກງານນໍາທ່ຽວຈະແຈ້ງໃຫ້ທ່ານຮູ້ກ່ຽວກັບລາຍການທົວທີ່ຈະເລີ່ມຂື້ນ.

ເວລາປະມານ 9 ໂມງ 30 ນັກທ່ອງທ່ຽວຈະຂີ່ລົດໄຖນາ (ຕັອກ ຕັອກ) - ລົດໄຖນາສາມາດປ່ຽນເປັນພາຫະນະຂົນສົ່ງ ແລະຂ້າມຜ່ານບ້ານເຊົາເຜົ່າຂະມຸ. ນີ້ແມ່ນໂອກາດດີທີ່ທ່ານຈະເຫັນວິຖີຊີວິດຂອງໝູ່ບ້ານ ແລະ ຮຽນຮູ້ກ່ຽວກັບວັດທະນະທຳຂອງເຜົ່າຂະມຸ. ຂີ່ລົດ ຕັອກ ຕັອກໄປຕາມເສັ້ນທາງ ປະມານ 5 ກິໂລແມັດ ຈາກນັ້ນຈະສືບຕໍ່ຜ່ານທົ່ງນາ,ໄຮ່ເຂົ້າ ແລະ ໄຮ່ສາລີຂອງຊາວບ້ານຕາມເນີນພູ, ແລະ ຮຽນຮູ້ກ່ຽວກັບການດໍາລົງຊີວິດ,ເປັນຕົ້ນແມ່ນການປູກເຂົ້າໄຮ່ຢູ່ ເຂດຊົນນະບົດ.

ເມື່ອກ່ອນຢູ່ແຄມທົ່ງນາ ແລະ ປ່າໄມ້ຈະເປັນເຂດບໍລິຫານທີ່ແຕກຕ່າງກັນກ່ອນຈະເປັນອຸທິຍານແຫ່ງຊາດ. ພວກເຮົາຈະເລີ່ມຍ່າງເຂົ້າໄປໃນເຂດອຸທິຍານແຫ່ງຊາດ. ເດີນທາງ 7 ກິໂລແມັດ ແລະ ເສັ້ນທາງນີ້ຈະຍ່າງຜ່ານປ່າດົງດິບ ແລະ ຜ່ານປ່າປະສົມ. ເປັນເຂດທີ່ຊາວບ້ານຮັກສາໄວ້ເພື່ອທໍາການຜະລິດ. ເວລາປະມານ 12 ໂມງ ຮັບປະທານອາຫານທ່ຽງ ກິນເຂົ້າປ່າຢູ່ໃນອຸທິຍານແຫ່ງຊາດ.

ຕອນທ່ຽງ

ຫຼັງຈາກກິນເຂົ້າທ່ຽງແລ້ວ, ສືບຕໍ່ຍ່າງ ຜູ້ນໍາທ່ຽວບ້ານຈະສະແດງໃຫ້ທ່ານເຫັນຄຸນປະໂຫຍດຂອງພືດທີ່ເປັນຢາ, ການຕິດຕາມສັດ ແລະ ນົກຕາມແຄມທາງ. ຫລັງຈາກເດີນທາງປະມານ 4 ຊົ່ວໂມງພາຍໃນເຂດອຸທິຍານແຫ່ງຊາດ, ທ່ານຈະມາຮອດແຄ້ມນອນເຮືອນຮັງນົກ ແລະ ຈະໄດ້ເຫັນທີ່ພັກຂອງທ່ານ - ເຮືອນຮັງນົກທີ່ມີສາຍຫ້ອຍລົງມາ. ເພີດເພີນໄປກັບເວລາຫວ່າງເພື່ອພັກຜ່ອນ ແລະ ອາບນໍ້າໃນແມ່ນໍ້າ ທີ່ໃກ້ກັບແຄ້ມນອນ.

ຕອນຄໍ່າ

ໃນເວລາປະມານ 6-7 ໂມງແລງ ພັກຜ່ອນນັ່ງອ້ອມກອງໄຟຢູ່ໃນເຂດອຸທິຍານແຫ່ງຊາດ ແລະ ຮັບປະທານອາຫານຄໍ່າ (ອາຫານພື້ນເມືອງຂອງເຜົ່າຂະມຸທີ່ກຽມພ້ອມໂດຍກຸ່ມແຕ່ງອາຫານ. ອາຫານຄໍ່າແມ່ນກິນຢູ່ແຄ້ມນອນ ຈະ ບໍ່ໄດ້ຮັບອະນຸຍາດກິນຢູ່ຫໍຄອຍ.

ຫຼັງຈາກກິນອາຫານຄໍ່າແລ້ວ, ທ່ານຈະໄດ້ຮັບຟັງຄໍາສະເໜີໂດຍຫຍໍ້ກ່ຽວກັບການເບິ່ງສັດປ່າທີ່ມາເລຍເກືອ ຢູ່ປຸ່ງນຽດ - ເຊິ່ງເປັນເຂດທີ່ເຄັມຄ້າຍກັບເກືອທີ່ເກີດຂື້ນໂດຍທໍາມະຊາດ ແລະ ເປັນເຂດທີ່ໃຫຍ່ທີ່ສຸດໃນອຸທິຍານແຫ່ງຊາດ. ພະນັກງານນໍາທ່ຽວຈະໃຫ້ການສົນທະນາ ແລະ ແຈ້ງໃຫ້ນັກທ່ານຮູ້ກ່ຽວກັບຊະນິດຂອງສັດທີ່ພວກເຂົາອາດຈະໄດ້ເຫັນ ແລະ ອະທິບາຍກ່ຽວກັບກົດລະບຽບແລະຄວາມຄາດຫວັງທີ່ຈະເຫັນສັດປ່າ.

ມັນເປັນສິ່ງສຳຄັນທີ່ຈະຕ້ອງປະຕິບັດຕາມກົດລະບຽບທີ່ແນະນຳໄວ້ເຊັ່ນ: ບໍ່ເວົ້າ, ບໍ່ກິນເຂົ້າຢູ່ຫໍຄອຍ ຫຼື ປຸ່ງເກືອ.

ພວກເຮົາຈະພັກຢູ່ຫໍຄອຍເປັນເວລາສອງສາມຊົ່ວໂມງ (ຂື້ນກັບຄວາມຢາກຮູ້ ແລະ ຄວາມອົດທົນຂອງທ່ານ) ຈົນກ່ວາ 11 ໂມງ 30 ນາທີ.

ສັດທີ່ມັກພົບເຫັນເລື້ອຍໆທີ່ສຸດທີ່ທ່ານອາດຈະເບິ່ງລວມມີ ກວາງ, ຟານ ແລະ ສັດຕະກຸນແມວຊະນິດຕ່າງໆ, ເຖີງຢ່າງໃດກໍຕາມ ຖ້າທ່ານໂຊກດີ, ທ່ານອາດຈະເຫັນສັດຫວງຫ້າມອື່ນໆເຊັ່ນ: ໝີ, ໝາໄນ, ແມວປ່າຫຼາຍຊະນິດ ແລະ ອື່ນໆ.

ກະລຸນາໃສ່ເຄື່ອງນຸ່ງອຸ່ນເພາະມັນອາດຈະເຢັນຫລາຍໃນຕອນເດິກ ຫຼື ຕອນກາງຄືນ.

ຕອນກາງຄືນ

ນອນຄ້າງຄືນໃນເຮືອນຮັງນົກ ( ໜ່ວຍນຶ່ງນອນໄດ້ 2 ຄົນ )

ວັນ 2

ພາບລວມ

ເບີ່ງນົກ ແລະ ຟັງສ່ຽງທະນີແກ້ມຂາວຮ້ອງ. ອອກຈາກອຸທິຍານ

( 7 ກິໂລແມັດ ຍ່າງຕາມປ່າ + 5ກິໂລແມັດ ຂີ່ລົດ ຕ໋ອກ ຕ໋ອກ. 4 ຊົ່ວໂມງຍ່າງປ່າ + 1 ຊົ່ວໂມງຂີ່ລົດ ຕ໋ອກ ຕ໋ອກ. ລະດັບຄວາມສູງ. ເພີ່ມ/ຫຼຸດລົ່ງ + 420ແມັດ/-460ແມັດ. ໂດຍສະເລ່ຍເປີ້ນພູ +10%/-11%)

ຕອນເຊົ້າ

ກ່ອນຮັບປະທານອາຫານເຊົ້າ,ພະນັກງານນຳທ່ຽວຈະແນະນໍາທາງເລືອກສອງທາງ:

ທາງເລືອກທີ່ໜື່ງ: ຕື່ນນອນ 6 ໂມງເຊົ້າ ຍ່າງກັບໄປປຸ່ງເພື່ອເບີ່ງຮອຍຕີນສັດປ່າ ແລະ ໃຊ້ເວລາປະມານ 1 ຊົ່ວໂມງໃນຫໍຄອຍ,ເຊີ່ງມັນເປັນເວລາທີ່ດີສຳລັບການເບີ່ງນົກ ຫຼັງຈາກນັ້ນໄປນຳພະນັກງານນຳທ່ຽວເພື່ອໄປເບີ່ງສັດປ່າຖືກກ້ອງດັກຖ່າຍ.

ທາງເລືອກທີ່ສອງ: ຕື່ນນອນ 5:30 Am ຍ່າງໄປຫາຈຸດຟັງທະນີປະມານ 20 ນາທີ ເພື່ອຟັງສຽງທະນີຮ້ອງ,ເພີດເພີນໄປກັບການເບີ່ງນົກ ແລະ ຕາເວັນອອກ ມາຈາກຈຸດຊົມວິວໃນຕົ້ນໄມ້. ປະມານ 6:30 ນາທີ ພະນັກງານນຳທ່ຽວພາໄປເບີ່ງສັດປ່າຈາກກ້ອງດັກຖ່າຍທີຕິດຕັ້ງໄວ້

ກັບມາແຄ້ມ,ຮັບປະທານອາຫານເຊົ້າ ແລະ ເບີ່ງຮູບສັດປ່າທີ່ໄດ້ມາຈາກກ້ອງດັກຖ່າຍທີ່ຕິດຕັ້ງໄວ້ຜ່ານມາ

12 ບ້ານອ້ອມຂ້າງມີສ່ວນຮ່ວມໃນໂຄງການນີ້ເຊີ່ງໄດ້ຮັບກອງທຶນພັດທະນາບ້ານໂດຍອີງໃສ່ຈໍານວນຊະນິດຮູບຂອງສັດປ່າທີ່ໄດ້ລະບຸໄວ້ໃນກ້ອງດັກຖ່າຍ (ຄ່າທຳນຽມແມ່ນລວມຢູ່ໃນລາຄາທົວ).

ກັບຄືນຈາກເຮືອນຮັງນົກສູ່ບ້ານ ນໍ້າປຸ່ງ

ກັບຄືນບ້ານນໍ້າປຸ່ງໂດຍຜ່ານທົ່ງນາ ແລະ ຮັບປະທານອາຫານທ່ຽງກ່ອນທີ່ຈະຂີ່ ຕ໋ອກ ຕ໋ອກກັບໄປບ້ານ. ມາຮອດບ້ານຕອນບ່າຍ ຫຼັງຈາກນັ້ນ ເຈົ້າພາບ ຫຼື ກຸ່ມບໍລິການກໍ່ຈະສັ່ງລາທ່ານ

ທ່ານກັບໄປເມືອງຮ້ຽມໂດຍມີລົດມາຮັບ

-ສີ້ນສຸດລາຍການທ່ອງທ່ຽວ-