Bird Watching
Bird Watching
ລ່ອງເຮືອເບິ່ງສັດປ່າຕາມສາຍນໍ້າເນີນ
ເບິ່ງ ແລະ ແບ່ງປັນວິດີໂອຂອງພວກເຮົາ

ກາງແຈ້ງ

ລ່ອງເຮືອເບິ່ງສັດປ່າຕາມສາຍນໍ້າເນີນ

 

ໄລຍະເວລາ

24 hours

ລາຄາເລີ່ມຕົ້ນ

 

ລະຫັດ

HO-2D1N-NEPL-01

ໄລຍະເວລາໃນການຈອງ

Always

ລະດັບຄວາມຍາກ-ງ່າຍຂອງກິດຈະກຳ

Easy

ໄປຮັບ

Exclude

ຈຸດເລີ່ມຕົ້ນ

Muang Hiam

ໄປຮັບ/ເວລາເລີ່ມຕົ້ນ

8AM

ໄປສົ່ງ

Exclude

ຈຸດສິ້ນສຸດ

Ban Son Koua

ໄປສົ່ງ/End Time

10.30AM

ນັກທ່ອງທ່ຽວ

Family With Young Children , Friends , Solo , couple

ຈຸດໝາຍປາຍທາງ

ຫຼວງພະບາງ, ລາວ

ສິ່ງທີ່ຕ້ອງເຮັດ

ອຸທິຍານແຫ່ງຊາດນໍ້າ​ແອດ-​ພູ​ເລີຍ

 

Day Tour Type Type


 

Booking Date


 

ລະຫັດການຈອງ (join)
Join


 
Adult
 

1

 
 
Child
 

0

 
 
Lao Resident
 

0

 
 
ລາຄາລວມ
 
 

ວັນ 1

ພາບລວມ

ລ່ອງເຮືອມື້ທີ່ 1

ມື້ທີ່ 1

ຕອນເຊົ້າ.

ອອກເດີນທາງຈາກ  ເມືອງຮ້ຽມ (ຊື່ເກົ່າ ເມືອງວຽງທອງ) ດ້ວຍການຂີ່ລົດໂດຍສານ ຫຼື ລົດສ່ວນຕົວ ເຊິ່ງລົດໂດຍສານຈະອອກປະມານ 8:00 ເຊົ້າ ແລະ ຈະໃຊ້ເວລາເດີນທາງປະມານ 1.5 ຊົ່ວໂມງ ໄປຕາມເສັ້ນທາງທີ່ຄົດໂຄ້ງ, ເຕັມໄປດ້ວຍປ່າໄມ້ ແລະ ພູສັນຖານອັນສວຍງາມ ແລ້ວທ່ານຈະມາຮອດ ບ້ານສົ້ນຂົວ (ບ້ານ ເຜົ່າຂະມຸ) ເຊີ່ງເປັນຈຸດເລີ່ມຕົ້ນຂອງການທ່ອງທ່ຽວ. ຖ້າຫາກທ່ານເດີນທາງມາຈາກ ໂພນສະຫວັນ (ຊຽງຂວາງ) ຫຼື ຊໍາເໜືອ, ທ່ານສາມາດເດີນທາງໂດຍກົງມາຍັງຫາບ້ານສົ້ນຂົວ (ອ່ານລາຍລະອຽດເພີ່ມເຕີມກ່ຽວກັບການເດີນ "Getting to the Night Safari start"). ນັກທ່ອງທ່ຽວທຸກຄົນຄວນຈະຕ້ອງເດີນທາງໃຫ້ຮອດ ບ້ານ ສົ້ນຂົວ ໃນເວລາ 9:30 ຕອນເຊົ້າ ເພື່ອເລີ່ມກິດຈະກຳທ່ອງທ່ຽວ.

ຢູ່ທີ່ບ້ານສົ້ນຂົວ, ນັກທ່ອງທ່ຽວຈະໄດ້ພົບກັບພະນັກງານນໍາທ່ຽວຂອງອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ເຊິ່ງຈະເປັນຜູ້ໃຈກາງໃນການແບ່ງປັນຂໍ້ມູນຕ່າງໆກ່ຽວກັບອຸທິຍານແຫ່ງຊາດ ແລະ ແປພາສາຊົນເຜົ່າທ້ອງຖິ່ນ (ລາວ, ມົ້ງ, ຂະມຸ) ທີ່ມາຈາກການນຳສະເໜີຂອງຜູ້ນໍາທ່ຽວຂອງບ້ານ ເຊິ່ງໃນອະດີດເຂົາເຈົ້າເຄີຍມີອາຊີບເປັນນັກລ່າສັດປ່າມາກ່ອນ.

ກິດຈະກຳການທ່ອງທ່ຽວ ເລີ່ມຕົ້ນດ້ວຍຜູ້ນຳທ່ຽວຂອງບ້ານພາທ່ານຍ່າງອ້ອມບ້ານ ເພື່ອແນະນຳວິທີການດຳລົງຊີວິດ, ຮີດຄອງປະເພນີ ແລະ ຄວາມເຊື່ອຖືທາງສາດສະໜາຂອງປະຊາຊົນພາຍໃນບ້ານ.

ເວລາ 11 ໂມງເຊົ້າ ນັກທ່ອງທ່ຽວຈະໄດ້ເດີນທາງດ້ວຍເຮືອຫາງຍາວຂື້ນຕາມສາຍນ້ຳເນີນເຂົ້າໄປໃນເຂດຫວງຫ້າມເດັດຂາດຂອງອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ແລະ ແຄັມພັກເຊົາທີ່ຕັ້ງຢູ່ໃກ້ກັບປ້ອມຍາມປ່າ ໂດຍໃຊ້ເດີນທາງທັງໝົດເວລາປະມານ 1.5 ຫາ 2 ຊົ່ວໂມງ. ໃນຂະນະເດີນທາງ ທ່ານຈະເຂດທຳການຜະລິດກະສິກຳ ແລະ ການເຮັດໄຮ່ແບບເລືອນລອຍຂອງປະຊາຊົນ ແລະ ເມື່ອເດີນທາງເຂົ້າໄປໃກ້ເຂດຂອງອຸທິຍານແຫ່ງຊາດ ທ່ານຈະມີໂອກາດໃນການເຫັນນົກຊະນິດຕ່າງໆຫຼາຍຂື້ນ.

 

ຕອນສວຍ

ເມື່ອໄປຮອດແຄ້ມພັກເຊົ່າທ່ອງທ່ຽວແລ້ວ ເຊີນທ່ານຮັບປະທານອາຫານທ່ຽງແບບພື້ນບ້ານ ທີກະກຽມດ້ວຍກຸ່ມບໍລິການແຕ່ງກິນຂອງບ້ານ. ຫຼັງຈາກຮັບປະທານອາຫານທ່ຽງ ຜູ້ນໍາທ່ຽວຂອງອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ຈະນໍາສະເໜີຂໍ້ມູນທົ່ວໄປກ່ຽວກັບອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ແລະ ວຽກງານການອະນຸລັກສັດປ່າ ຢູ່ໃນພື້ນທີ່.

ຈາກນັ້ນຜູ້ນໍາທ່ຽວຈະພາທ່ານໄປຫາທີ່ພັກເຊົາ ເຊິ່ງເປັນຕູບບັງກາໂລທີ່ເຮັດດ້ວຍໄມ້ຕັ້ງຢູ່ໃກ້ກັບແຄມນໍ້າ ແລະ ເປັນຈຸດທີ່ທ່ານຈະໄດ້ນອນຄ້າງຄືນ.

ທາງເລືອກກິດຈະກຳ: ຜູ້ນໍາທ່ຽວຂອງບ້ານ ແລະ ອຸທິຍານຈະນໍາພາທ່ານຍ່າງປ່າດ້ວຍໄລຍະທາງສັ້ນໆໃນບໍລິເວນແຄ້ມພັກເຊົາ ເພື່ອຮຽນຮູ້ກ່ຽວກັບພືດເປັນຢາພື້ນເມືອງ ແລະ ຮ່ອງຮອຍປະຫວັດໃນບໍລິເວນດັ່ງກ່າວ ທີ່ເຄີຍເປັນທີ່ຕັ້ງຂອງບ້ານໜື່ງມາກ່ອນ. ນອກຈາກນັ້ນແລ້ວ, ທ່ານກໍ່ສາມາດເຂົ້າໄປຢ້ຽມຢາມພະນັກງານລາດຕາເວນປະຈໍາປ້ອມຍາມປ່າ ເພື່ອຮຽນຮູ້ກ່ຽວກັບວຽກງານບັງຄັບໃຊ້ກົດໝາຍ.

ຕອນແລງ, ສືບຕໍ່ຂີ່ເຮືອຂື້ນຕາມສາຍນ້ຳເຂົ້າໄປໃນປ່າເລິກຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ. ໃນຂະນະທີ່ຂີ່ເຮືອຂື້ນໄປນັ້ນ ທ່ານຈະມີໂອກາດໃນການຊົມເບິ່ງນົກຊະນິດຕ່າງໆ ແລະ ຜູ້ນໍາທ່ຽວບ້ານ/ນາຍເຮືອຈະຊີ້ໃຫ້ເບິ່ງບັນດາຮ່ອງຮອຍຂອງສັດປ່າ ທີ່ຢູ່ຕາມສອງຝາກຝັ່ງຂອງສາຍນໍ້າ.

ອາຫານແລງ

ເມືອຂີ່ເຮືອຂື້ນໄປຈົນຮອດສະຖານທີ່ກິນເຂົ້າແລງ ບ່ອນທີ່ເປັນດອນຊາຍພຽງ ແລະ ກ້ວາງ, ບໍລິເວນນີ້ທ່ານສາມາດລົງລອຍນໍ້າ ແລະ ນັ່ງພັກຜ່ອນອ້ອມຕາມເຕົາໄຟ ເຊິ່ງກຸ່ມບໍລິການກໍ່ຈະກະກຽມອາຫານສຳລັບຕອນຄໍ່າ. ຫຼັງຈາກຮັບປະທານອາຫານຄໍ່າແລ້ວ ທ່ານກໍ່ຈະມີໂອກາດໃນການສົນທະນາກັບຜູ້ນໍາທ່ຽວຂອງອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ແລະ ຊາວບ້ານຜູ້ທີ່ເປັນນັກລ່າມາກ່ອນ ແລະ ທ່ານສາມາດສອບຖາມສິ່ງຕ່າງໆທີ່ທ່ານສົນໃຈ. ຈາກນັ້ນ, ຜູ້ນໍາທ່ຽວບ້ານຈະໄດ້ອະທິບາຍກ່ຽວກັບປະເພດສັດປ່າຕ່າງໆທີ່ອາດຈະພົບເຫັນໃນຂະນະທີ່ໄຕ້ລ່ອງ (ລ່ອງເຮືອລົງພ້ອມຊອກເບິ່ງສັດປ່າ) ແລະ ວິທີໃນການເບີ່ງສັດປ່າໃນຍາມກາງຄືນ.

ຕອນຄໍ່າ

ທ່ານຈະໄດ້ເລີ່ມລ່ອງເຮືອລົງຕາມສາຍນ້ຳເພື່ອເບີ່ງສັດປ່າ ທັນທີເມື່ອທ້ອງຟ້າມືດສະໜິດ ເຊິ່ງເຮືອຈະລ່ອງລົງແບບງຽບໆໂດຍບໍ່ໄດ້ຕິດຈັກເຮືອ. ຜູ້ນໍາທ່ຽວບ້ານ ທີ່ຢູ່ຫົວເຮືອຈະໃຊ້ໄຟສາຍທີ່ຄາດໃສ່ຫົວໃນການໄຕ້ຊອກຫາສັດປ່າ. ເມື່ອຜູ້ນໍາທ່ຽວພົບເຫັນສັດປ່າໃດໜຶ່ງ ລາວຈະໃຫ້ສັນຍານພ້ອມຊີ້ບອກຈຸດທີ່ພົບເຫັນ ແລະ ຈາກນັ້ນທ່ານສາມາດເປີດໃຊ້ໄຟສາຍຂອງຕົວເອງເຍືອງໄປຫາສັດປ່າຕາມຈຸດທີ່ຜູ້ນໍາທ່ຽວໄດ້ສັນຍານຊີ້ບອກ. ດັ່ງນັ້ນ, ໝາຍຄວາມວ່ານັກທ່ອງທ່ຽວທຸກຄົນຕ້ອງໄດ້ປິດໄຟສາຍຂອງຕົນເອງຕະຫຼອດເວລາ ຫາກຍັງບໍ່ທັນເຫັນສັດປ່າໃດໆ. ຜູ້ນໍາທ່ຽວ (ຫົວເຮືອ) ແລະ ນາຍເຮືອ (ທ້າຍເຮືອ) ຈະໃຊ້ພາສາມືໃນການສື່ສານກັນ ເພື່ອບໍ່ໃຫ້ເປັນການລົບກວນສັດປ່າ. ສັດປ່າທີ່ອາດຈະພົບເຫັນລວມມີຄື: ກວາງ, ຟານ, ເຫງັນຊະນິດຕ່າງໆ,  ນາກນໍ້າ, ລີງລົມ, ເໝັ້ນ, ນົກເຄົ້າ ແລະ ອື່ນໆ. ການທີ່ຈະພົບເຫັນສັດປ່າຈຳພວກຕະກູນແມວ ແລະ ໝີ ແມ່ນມີໂອກາດໜ້ອຍສຸດທີ່ ແຕ່ກໍ່ມີຄວາມເປັນໄປໄດ້ຢູ່! ນັກທ່ອງທ່ຽວໄດ້ພົບເຫັນສັດປ່າຈຳພວກຕະກຸນແມວໃນແຫຼ່ງທ່ອງທ່ຽວນໍ້າເນີນ ຄັ້ງລ່າສຸດຄື: ເສືອແມວ ພົບເຫັນໃນເດືອນ ທັນວາ ປີ 2019 ແລະ ເສືອໄຟ ພົບເຫັນໃນເດືອນ ເມສາ 2019.

ຕອນກາງຄືນ

ນອນພັກຄ້າງຄືນໃນຕູບບັງກາໂລ

ກ່ອນທີ່ຈະເຂົ້ານອນ ຢ່າລືມຊ່ອງໄຟສາຍອ້ອມຮອບບໍລິເວນທີ່ພັກຂອງທ່ານ ເພາະທ່ານອາດຈະພົບເຫັນລີງລົມ, ເຫງັນ ຫຼື ກວາງ ຢູ່ບໍລິເວນດັ່ງກ່າວກໍ່ເປັນໄດ້.

ວັນ 2

ພາບລວມ

ລ່ອງເຮືອມື້ທີ່ 2

ມື້ທີ່ 2

ຕອນເຊົ້າ

ຕື່ນແຕ່ເຊົ້າ, ຖ້າໂຊກດີ, ທ່ານອາດຈະເຫັນ ກວາງ ຢູ່ຕາມແຄມນໍ້າຝາກກົງກັນຂ້າມກັບແຄ້ມພັກຂອງທ່ານ.

ຮັບປະທານອາຫານເຊົ້າເມນູພື້ນບ້ານ, ນໍ້າຊາ, ກາເຟ. ຫຼັງຈາກນັ້ນ ທ່ານຈະໄດ້ຂີ່ເຮືອລ່ອງກັບຄືນຫາບ້ານສົ້ນຂົວ ໂດຍຊ່ວງທຳອິດຈະບໍ່ໄດ້ຕິດຈັກເຮືອ ເຊິ່ງມີໂອກາດທີ່ຈະພົບເຫັນສັດປ່າບາງຊະນິດເຊັ່ນວ່າ: ນາກນໍ້າ, ກວາງ ແລະ ນົກ.

ທາງເລືອກກິດຈະກຳ: ຖ້າຫາກບໍ່ທັນໄດ້ຍ່າງອ້ອມແຄ້ມໃນມື້ທີ່ 1 ທ່ານກໍ່ສາມາດຍ່າງໃນມື້ທີ່ 2 ໄດ້ ເຊິ່ງກິດຈະກຳຍ່າງປ່ານີ້ແມ່ນຂື້ນກັບການຕັດສິນໃຈຂອງພະນັກງານນໍາທ່ຽວອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ໂດຍອີງໃສ່ເວລາທີ່ມີໃນມື້ທີ່ 1.

ການເດີນທາງກັບ

ເມື່ອກັບມາຮອດບ້ານໃນເວລາປະມານ 9:30 ເຊົ້າ, ພວກເຮົາຈະມີແບບຟອມຕິດຕາມສັດປ່າ ໂດຍຂໍໃຫ້ທ່ານຊ່ວຍຕື່ມຂໍ້ມູນວ່າມີສັດປ່າຊະນິດໃດທີ່ທ່ານໄດ້ພົບເຫັນໃນຂະນະທ່ອງທ່ຽວ ເຊີ່ງຂໍ້ມູນດັ່ງກ່າວຈະເປັນການຕິດຕາມປະຊາກອນສັດປ່າ ແລະ ເປັນຂໍ້ມູນຄິດໄລ່ເງີນກອງທືນບ້ານໃຫ້ແກ່ 14 ບ້ານທີ່ຢູ່ອອ້ມຂ້າງແຫຼ່ງທ່ອງທ່ຽວ (ທ່ານຈະບໍ່ໄດ້ຈ່າຍເງິນເພີ່ມໃດໆສໍາລັບສັດປ່າທີ່ທ່ານໄດ້ພົບເຫັນ).

ຫຼັງຈາກສຳເລັດກິດຈະກຳທ່ອງທ່ຽວ ທ່ານສາມາດຈະເດີນທາງຕໍ່ໄປ ເມືອງວຽງໄຊ (ແຂວງຫົວພັນ, ໄລຍະທາງ 100 km, ໃຊ້ເວລາປະມານ 3.5 ຊົ່ວໂມງ) ຫຼື ໂພນສະຫວັນ (ຊຽງຂວາງ ດ້ວຍໄລຍະທາງ 100 km, ໃຊ້ເວລາປະມານ 3.5 ຊົ່ວໂມງ) ຫຼື ເດີນທາງກັບຄືນຫາ ເມືອງຮ້ຽມ (ໄລຍະທາງ 50 km, ໃຊ້ເວລາປະມານ 1.5 ຊົ່ວໂມງ), ຫຼື ເດີນທາງໄປໜອງຂຽວ (ໄລຍະທາງ 230 km, ໃຊ້ເວລາປະມານ 6 ຊົ່ວໂມງ) ຫຼື ເດີນທາງໄປຫຼວງພະບາງ (ໄລຍະທາງ 350 km, ໃຊ້ເວລາປະມານ 10 ຊົ່ວໂມງ).