Hiking
Hiking
ຄວາມທ້າທາຍໃນປ່ານໍ້າໝອກ ( ບໍ່ລວມໂຮມສະເຕ )

ກາງແຈ້ງ

ຄວາມທ້າທາຍໃນປ່ານໍ້າໝອກ ( ບໍ່ລວມໂຮມສະເຕ )

 

ໄລຍະເວລາ

4 Days 3 Nights

ລາຄາເລີ່ມຕົ້ນ

 

ລະຫັດ

HO-4D3N-NEPL-06

ໄລຍະເວລາໃນການຈອງ

Seasonality: DRY SEASON ONLY (Oct-June)

ລະດັບຄວາມຍາກ-ງ່າຍຂອງກິດຈະກຳ

Challenging

ໄປຮັບ

Exclude

ຈຸດເລີ່ມຕົ້ນ

Muang Hiam

ໄປຮັບ/ເວລາເລີ່ມຕົ້ນ

8 am

ໄປສົ່ງ

Exclude

ຈຸດສິ້ນສຸດ

Muang Hiam

ໄປສົ່ງ/End Time

3 PM

ນັກທ່ອງທ່ຽວ

Family Without Young Children , Friends , Solo , couple

ຈຸດໝາຍປາຍທາງ

ຫຼວງພະບາງ, ລາວ

ສິ່ງທີ່ຕ້ອງເຮັດ

ອຸທິຍານແຫ່ງຊາດນໍ້າ​ແອດ-​ພູ​ເລີຍ

 

Day Tour Type Type


 

Booking Date


 

ລະຫັດການຈອງ (join)
Join


 
Adult
 

1

 
 
Lao Resident
 

0

 
 
ລາຄາລວມ
 
 

ວັນ 1

ພາບລວມ

ມື້ທີ 1 ສົ່ງຢູ່ບ້ານເຜົ່າຂະມຸ, ຍ່າງເຂົ້າອຸທິຍານແຫ່ງຊາດ ແລະ ມ່ວນໄປກັບການທ່ຽວຊົມນໍ້າຕົກຕາດຕາມເສັ້ນທາງຍ່າງ. ນອນຄ້າງຄືນຢູ່ແຄ້ມໃນປ່າ (ຍ່າງ 10ກິໂລແມັດ. 7ຊົ່ວໂມງ ສະເລ່ຍ ສູງ/ຕໍ່າ +850ແມັດ/-275ແມັດ; ຄ້ອຍຊັນ+12ເປີເຊັນ/-8ເປີເຊັນ)

ຕອນເຊົ້າ

ຕອນເຊົ້າເວລາ 8ໂມງ 00 ພະນັກງານນໍາທ່ຽວທີ່ເວົ້າພາສາອັງກິດຂອງອຸທິຍານ ແລະ ໂຊເຟລົດຂອງອຸທິຍານໄປຮັບເອົານັກທ່ອງທ່ຽວຢູ່ບ້ານພັກທີ່ເມືອງຮ້ຽມ.

ກ່ອນອື່ນໝົດ, ນັກທ່ອງທ່ຽວຈະໄປຢ້ຽມຢາມ ຫ້ອງການສູນຂໍ້ມູນຂ່າວສານຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍຢູ່ທີເມືອງຮ້ຽມ. ພະນັກງານນໍາທ່ຽວສະເໜີ ແລະ ແນະນໍາຂໍ້ມູນການປົກປັກຮັກສາສັດປ່າຢູ່ໃນພື້ນທີ່ອຸທິຍານແຫ່ງຊາດນໍ້າແອດ - ພູເລີຍ.

ຫລັງຈາກຂີ່ລົດໄປປະມານ 1.5 ຊົ່ວໂມງຕາມເສັ້ນທາງທີ່ງຽບສະຫງົບຜ່ານພູຜາປ່າດົງ ແລະ ບ້ານຕ່າງໆທີ່ຢູ່ອ້ອມຂ້າງອຸທິຍານແຫ່ງຊາດ,ຈົນໄປຮອດບ້ານ ນໍ້າຊອຍ.

ຈາກບ້ານນໍ້າຊອຍ, ພວກເຮົາຈະເລີ່ມຕົ້ນຍ່າງຕາມເສັ້ນທາງ 5 ກິໂລແມັດທ່ານຈະໄດ້ເຫັນບ່ອນທໍາການຜະລິດຂອງປະຊາຊົນໄປຫາບ້ານນາແວນ, ເຊິ່ງເປັນບ້ານເຜົ່າຂະມຸ. ລົດຕັອກ ຕັອກຂອງບ້ານ (ລົດໄຖນາທີ່ຊາວນາໃຊ້ໃນການໄຖນາປູກເຂົ້າ ສາມາດປ່ຽນເປັນພາຫະນະຂົນສົ່ງ)ໄດ້ມີສ່ວນຮ່ວມກັບພວກເຮົາ ແລະ ໄດ້ໃຊ້ຕ່າງເຄື່ອງ (ຂື້ນກັບຄວາມພ້ອມ). ເມື່ອໄປຮອດບ້ານນາແວນ, ທ່ານພົບກັບທີມງານ ແລະ ຜູ້ນໍາທ່ຽວຂອງບ້ານໃຫ້ຄໍາແນະນໍາ. ຮັບປະທານອາຫານທ່ຽງຢູ່ບ້ານນາແວນ, ທີ່ຈັດໂດຍກຸ່ມປຸງແຕ່ງອາຫານຢູ່ທີ່ສູນຂໍ້ມູນການທ່ອງທ່ຽວຂອງບ້ານ.

ຕອນທ່ຽງ

ຫລັງຈາກຍ່າງເຂົ້າສູ່ເຂດອຸທະຍານແຫ່ງຊາດປະມານ 2 ຊົ່ວໂມງ,ຈົນກ່ວາມາຮອດນ້ໍາຕົກຕາດ,ນ້ໍາຕົກຕາດທີ່ໜ້າຕື່ນຕາຕື່ນໃຈ. ຍ່າງເຂົ້າໄປປ່າອີກປະມານ 2 ຊົ່ວໂມງໄປຜ່ານປ້ອມຍາເກົ່າຂອງໜ່ວຍງານລາດຕະເວນຈົນມາຮອດສະຖານທີ່ນໍ້າຕົກຕາດອ່າງເກີທີ່ຄ້າຍຄືກັບຖ້ວຍ. ມ່ວນຊື່ນກັບການລອຍນໍ້າໃນຂະນະທີ່ພໍ່ຄົວຈະກຽມອາຫານທ່ຽງ.

ຫຼັງຈາກອາຫານທ່ຽງ, ເສັ້ນທາງດັ່ງກ່າວຍັງສືບຕໍ່ຂື້ນພູເທື່ອລະກ້າວຈົນສຸດທ້າຍໄດ້ໄປຮອດແຄ້ມທຳອິດບ່ອນທີ່ທ່ານຈະຢຸດພັກຜ່ອນໃນຕອນກາງຄືນຢູ່ແຄ້ມຫ້ວຍກະເນງ. ແຄ້ມຕັ້ງຢູ່ໃກ້ໆກັບນໍ້າຕົກຕາດທີ່ທ່ານສາມາດພັກຜ່ອນແລະ ຜ່ອນຄາຍ. ຍ່າງຢ່າງງຽບໆເຂົ້າໄປບ່ອນທີ່ມີນ້ໍາຕົກທີ່ທ່ານອາດຈະເຫັນສັດບາງຢ່າງຖ້າທ່ານໂຊກດີ.

ຕອນແລງ

ພະນັກງານນໍາທ່ຽວຈະພາທ່ານໄປເບິ່ງກ້ອງດັກຖ່າຍຮູບສັດປ່າທ່ານຈະໄດ້ຢູ່ໃກ້ໆກັບພະນັກງານນໍາທ່ຽວເພື່ອຟັງຄຳແນະນຳວິທີການໃຊ້ກ້ອງດັກຖ່າຍ ແລະ ວິທີປ່ຽນຫນ່ວຍຄວາມຈຳ. ເມື່ອກັບມາຮອດແຄ້ມທີ່ພັກເພື່ອຮັບປະທານອາຫານພື້ນບ້ານອ້ອມກອງໄຟທີ່ກຽມພ້ອມໂດຍພໍ່ຄົວຊາວບ້ານ( ເຜົ່າຂະມຸ ).

ຕອນກາງຄືນ

ກາງຄືນນອນຢູ່ອູ່ທີ່ມັດແຂວນຕິດກັບຕົ້ນໄມ້.

ວັນ 2

ພາບລວມ

ມື້ທີ 2. ເປັນມື້ທີ່ທ້າທາຍທີ່ສຸດ. ທີ່ຈະຕ້ອງຍ່າງຂື້ນຍອດພູເລີຍໃຫ້ໄດ້. (ຍ່າງ 12ກິໂລແມັດ. 10+ ຊົ່ວໂມງ. ຄວາມສູງ/ຕໍ່າ +1270ແມັດ/ -1250ແມັດ. ສະເລ່ຍ. ຄ້ອຍຊັນ +18ເປີເຊັນ / - 17ເປີເຊັນ)

ຕອນເຊົ້າ

ຕື່ນນອນພ້ອມກັບແສງອາທິດ ແລະ ເພີດເພີນໄປກັບອາຫານເຊົ້າກັບສຽງຮ້ອງຂອງນົກຍາມເຊົ້າ.

ມື້ນີ້ກະລູນາຕື່ນແຕ່ເຊົ້າກຽມຕົວພົບກັບສິ່ງທ້າທາຍ. ເປັນມື້ສຸດທ້າຍໃນການປີນຂື້ນຈອມພູສູງປະມານ 5-6 ຊົ່ວໂມງຂຶ້ນຮອດຈຸດສູງສຸດຈອມພູເລີຍ (ເປີ້ນພູສະເລ່ຍ + 18%), ຖັດມາຈາກບ່ອນທີ່ມີຄວາມສູງ 4,5 ຊົ່ວໂມງ (ເປີ້ນພູສະເລ່ຍ -17%). ການເດີນທາງໄລຍະສັ້ນ 12 ກິໂລແມັດຂອງມື້ນີ້ສາມາດໃຊ້ເວລາ 10 ຊົ່ວໂມງຫລືດົນກວ່ານັ້ນ!

ພູເລີຍແມ່ນປ່າພູໝອກເຊິ່ງມີເມກໝອກປົກຄຸ້ມຕະຫລອດ, ເຖີງຢ່າງໃດກໍ່ຕາມຖ້າທ່ານໂຊກດີ ທ່ານອາດຈະໄດ້ພົບກັບບັນຍາກາດທີ່ດີອາກາດປອດໂປ່ງທ້ອງຟ້າແຈ່ມໃສເປັນສີຄາມ, ທ່ານອາດຈະເຫັນທິວທັດທໍາມະຊາດທີ່ໜ້າ ຕື່ນເຕັ້ນແລະປ່າໄມ້ທີ່ໜາທີ່ປົກຫຸ້ມໄປດ້ວຍພູເຂົາ ຕະຫຼອດໄປ ທ່ານສາມາດເບິ່ງເຫັນໄດ້ດ້ວຍຕາທ່ານ. ກະລຸນາຢ່າເອົາຕົ້ນໄມ້ທຸກຊະນິດອອກຈາກພື້ນທີ່ຂອງຈອມພູເລີຍ ແລະ ກະລຸນາຢູ່ຕາມເສັ້ນທາງຍ່າງຂອງຊາວບ້ານຕະຫລອດເພື່ອບໍ່ໃຫ້ພິກຫຼົງກັນໃນຂົງເຂດຕົ້ນໄມ້ທີ່ຫາຍາກນີ້.

ຕອນທ່ຽງ

ຫຼັງຈາກປີນພູ 6,5 ກມ (5-6 ຊົ່ວໂມງ), ມ່ວນໄປກັບການພັກຜ່ອນກິນເຂົ້າທ່ຽງໃກ້ໆກັບຈອມພູເລີຍ. ໃນນັ້ນພະນັກງານນໍາທ່ຽວຈະເປັນອະທິບາຍກ່ຽວກັບການຕິດກ້ອງແລະການປ່ຽນໜ່ວຍຄວາມຈໍາ. ພູເລີຍເປັນບ່ອນທີເຮົາຮູ້ຈັກກັນດີວ່າມັນເປັນປ່າທີ່ອຸດົມສົມບຸນ ແລະ ເປັນເຮືອນຮັງທີຢູ່ອາໄສຂອງສັດປ່າ ເຊິ່ງມັນເປັນໂອກາດທີ່ດີ ທີ່ຈະໄດ້ເຫັນຮູບສັດປ່າຫຼາຍຊະນິດຈາກກ້ອງດັກຖ່າຍ ແລະ ທ່ານຈະໄດ້ເຫັນຮູບພາບດີໆຂອງບັນດາຊະນິດສັດທີ່ແຕກຕ່າງກັນ.

ຫລັງຈາກເພີດເພີນໄປກັບສິ່ງມະຫັດສະຈັນຂອງປ່າໄມ້ທະໝອກແລ້ວ, ເສັ້ນທາງລົງມາຫາແຄ້ມຕາດລອຍ, ເຊິ່ງຫ່າງຈາກຈອມພູເລີຍ 5,5 ກມ (4-5 ຊົ່ວໂມງ).

ມາຮອດແຄ້ມໃນຕອນທ່ຽງ. ເພີດເພີນໄປກັບເວລາຫວ່າງເພື່ອພັກຜ່ອນ ແລະ ອາບນ້ໍາໃນແມ່ນໍ້າທີ່ໃກ້ຄຽງ.

ຕອນແລງ-ຄໍ່າ

ຮັບປະທານອາຫານພື້ນເມືອງຂອງຊົນເຜົ່າຂະມຸທີ່ກຽມພ້ອມໂດຍຜູ້ແຕ່ງກິນ ແລະ ຜູ້ເປ້ເຄື່ອງ. ຫລັງຈາກນັ້ນພັກຜ່ອນໂດຍການນັ່ງອ້ອມກ້ອງໄຟ ແລະ ປ່າດົງດິບທາງທຳມະຊາດຂອງອຸທິຍານແຫ່ງຊາດນໍ້າແອດ-ເລີຍ. ພະນັກງານນຳທ່ຽວບ້ານຈະເລົ່ານິທານ ຂະມຸ ກ່ຽວກັບມັງກອນ,ສັດປ່າ ແລະ ຜີ

ກາງຄືນ:

ນອນຢູ່ໃນອູ່ (ນຶ່ງຄົນຕໍ່ ອູ່)

ວັນ 3

ພາບລວມ

ມື້ທີ່3 ຍ່າງຜ່ານຈອມພູຜາໃໝ່. ນອນແຮມຄືນຢູ່ເຮືອນຮັງນົກ ແລະ ເບິ່ງສັດປ່າຢູ່ທີ່ຫໍຄອຍ.(ຍ່າງ12ກິໂລແມັດ. 7ຊົ່ວໂມງ. ສະເລ່ຍ. ສູງ/ຕໍ່າ +895ແມັດ/-660ແມັດ. ສະເລ່ຍ. ຄ້ອຍຊັນ +11%/-11%)

ຕອນເຊົ້າ

ກ່ອນຮັບປະທານອາຫານເຊົ້າ ຍ່າງຂື້ນພູເພື່ອໄປກວດເບິ່ງຮູບຈາກກ້ອງດັກຖ່າຍສັດປ່າທີ່ຕິດຢູ່ໃກ້ໆສະຖານທີ່ນັ້ນ, ເບິ່ງນົກ ແລະ ມີໂອກາດໄດ້ຍິນສຽງຮ້ອງຂອງທະນີແກ້ມຂາວຖິ່ນເໜືອອີກດ້ວຍ.

ຫລັງຈາກກັບມາຮອດບ່ອນພັກ, ມ່ວນໄປກັບການຮັບປະທານອາຫານເຊົ້າ. ມື້ນີ້ທ່ານຈະໄດ້ເດີນທາງຈາກພູເຂົາຜ່ານພູຜາປ່າດົງທີ່ມີພູຜາຂອງພູເລີຍໄປຫາບ່ອນຕັ້ງແຄ້ມເຮືອນຮັງນົກທີ່ຕັ້ງຢູ່ໃກ້ໆກັບບໍ່ເກືອທໍາມະຊາດ(ປຸ່ງນຽດ) ແລະຫໍຄອຍສັງເກດເບິ່ງສັດປ່າ.

ເສັ້ນທາງດັ່ງກ່າວຜ່ານປ່າໄມ້ພູມສັນຖານທີ່ສວຍງາມ ແລະ ຂຸມຄອງທີ່ຍັງເຫລືອຈາກສົງຄາມ. ການເດີນທາງແມ່ນປະມານ 12 ກິໂລແມັດ ແລະໃຊ້ເວລາປະມານ 7ຊົ່ວ ດ້ວຍສະເລ່ຍຄວາມສູງຂອງຈອມພູຜາໃໝ່ຈາກເທີງພູລົງມາຫາທີ່ພັກແມ່ນ 1,500ແມັດ.

ຢູ່ອຸທິຍານແຫ່ງຊາດມີວິວທີຄັກທີ່ສຸດແມ່ນຢູ່ເທິງຈອມພູຜາໃໝ່. ເພິດເພີນໄປກັບການຊົມວິວ ແລະ ກິນເຂົ້າປ່າໃນຕອນທ່ຽງ.

ຕອນບ່າຍ

ທ່ານຈະມາຮອດແຄ້ມເຮືອນຮັງນົກໃນຕອນທ່ຽງແລະຈະໄດ້ເຫັນສະຖານທີ່ພັກຂອງທ່ານ-ທີ່ມີສາຍມັດຫ້ອຍ ຮັງນົກ. ເພີດເພີນໄປກັບເວລາຫວ່າງໃນການພັກຜ່ອນ, ອາບນໍ້າຢູ່ແມ່ນໍ້າທີ່ໃກ້ກັບແຄ້ມແລະມ່ວນຊື່ນກັບທຳມະຊາດ.

ອາຫານຄ່ຳ

ໃນເວລາປະມານ 6-7 ໂມງແລງຮັບປະທານອາຫານພື້ນເມືອງທີ່ແຕ່ງໂດຍກຸ່ມແຕ່ງກິນຂອງບ້ານທີ່ເປັນຊົນເຜົ່າຂະມຸ ອາຫານຄ່ຳ ແມ່ນກິນຢູ່ແຄ້ມ ແລະ ບໍ່ໄດ້ຮັບອະນຸຍາດກິນຢູ່ຫໍຄອຍສັງເກດສັດປ່າ.

ຕອນຄໍ່າຫຼັງຈາກກິນເຂົ້າແລງແລ້ວທ່ານຈະໄດ້ຟັງຄໍາອະທິບາຍຫຍໍ້ກ່ຽວກັບສັດປ່າທີ່ມາເລຍເກືອຢູ່ປຸ່ງນຽດ ເຊິ່ງເປັນປຸ່ງທີ່ໃຫຍ່ທີ່ສຸດຢູ່ໃນອູທິຍານແຫ່ງຊາດ. ພະນັກງານນໍາທ່ຽວຈະແຈ້ງໃຫ້ທ່ານຮູ້ກ່ຽວກັບຊະນິດສັດທີ່ພວກເຂົາອາດຈະໄດ້ເຫັນ ແລະ ອະທິບາຍກົດລະບຽບແລະຄວາມຄາດຫວັງໃນການສົນທະນາ.

ມັນເປັນສິ່ງສຳຄັນທີ່ຈະຕ້ອງປະຕິບັດຕາມກົດລະບຽບທີ່ແນະນຳໄວ້ເຊັ່ນ: ບໍ່ເວົ້າ,ບໍ່ກິນເຂົ້າຢູ່ຫໍຄອຍສັງເກດປຸ່ງເກືອ. ພວກເຮົາຈະພັກຢູ່ຫໍສັງເກດເປັນເວລາສອງສາມຊົ່ວໂມງ (ຂື້ນກັບຄວາມຢາກຮູ້ ແລະ ຄວາມອົດທົນຂອງທ່ານ)ຈົນກ່ວາ 11 ໂມງ 30 ນາທີ.

ສັດປ່າທີ່ທ່ານອາດຈະພົບເລື້ອຍໆກໍ່ຄື: ກວາງເຫຼົ່າ (AKA muntjak) ແລະ ປະເພດສັດປ່າຊະນິດຕ່າງໆ, ຖ້າທ່ານໂຊກດີ, ທ່ານອາດຈະເຫັນສັດຄຸ້ມຄອງອື່ນໆເຊັ່ນ: ໝີ, ໝາໄນ, ແມວປ່າຫຼາຍຊະນິດແລະອື່ນໆ.

ກະລູນານຸ່ງເຄື່ອງອຸ່ນເພາະຈະໜາວໃນເວລາຕອນແລງ ແລະ ຕອນກາງຄືນ.

ຕອນກາງຄືນ
ນອນຄ້ງຄືນຢູ່ເຮືອນຮັງນົກ ( ສອງຄົນຕໍ່ຮັງ ).

ວັນ 4

ພາບລວມ

ມື້ທີ 4. ເປັນມື້ສຸດທ້າຍ. ຕອນເຊົ້າໄປຟັງສຽງຮ້ອງຂອງທະນີ ແລະ ເບິ່ງນົກ. ແລ້ວອອກຈາກອຸທະຍານແຫ່ງຊາດ. (ຍ່າງປ່າ 7.5ກິໂລແມັດ. ຂີ່ລົດແທັກເຕີ້+ 5ກິໂລແມັດ. ຍ່າງ4 ຊົ່ວໂມງ + 1ຊົ່ວໂມງຂີ່ລົດແທັກເຕີ້. ສະເລ່ຍ. ສູງ/ຕໍ່າ +420ແມັດ/-460ແມັດ. ສະເລ່ຍ. ຄ້ອຍຊັນ +10%/-11%)

ຕອນເຊົ້າ

ກິນເຂົ້າເຊົ້າແລ້ວ ພະນັກງານນໍາທ່ຽວຈະສະເໜີທາງເລືອກໃຫ້ທ່ານສອງທາງເລືອກ:

ທາງເລືອກທຳອິດ, ຕື່ນນອນເວລາ 6:00 ໂມງເຊົ້າຍ່າງກັບໄປເບີ່ງປຸ່ງເກືອທີ່ຢູ່ໃກ້ໆເພື່ອສັງເກດການຕິດຕາມສັດປ່າທີ່ແຕກຕ່າງກັນ. ໃຊ້ເວລາປະມານໜຶ່ງຊົ່ວໂມງຢູ່ທີ່ຫໍຄອຍ, ເພາະວ່າຕອນເຊົ້າແມ່ນເວລາທີ່ດີສຳລັບການເບິ່ງນົກ. ຫລັງຈາກນັ້ນ, ຟັງຄຳແນະນຳຂອງພະນັກງານນໍາທ່ຽວເພື່ອກວດເບິ່ງກ້ອງດັກຖ່າຍສັດປ່າ.

ທາງເລືອກທີສອງ, ຕື່ນແຕ່ເຊົ້າເລີ່ມແຕ່ເວລາ 5: 30 ແລະຍ່າງປະມານ 20 ນາທີຂຶ້ນພູເພື່ອໄປຟັງສຽງຂອງທະນີຮ້ອງຖ້າທ່ານໂຊກດີອາດຈະໄດ້ຍິນ ທ່ານພະຍາຍາມຟັງແລະບອກຊື່ຂອງສັດທີ່ໄກ້ຈະສູນພັນນັ້ນວ່າແມ່ນສຽງຮ້ອງຂອງທະນີແກ້ມຂາວພາກເໜືອຫຼືບໍ່. ຕາເວັນຂຶ້ນເພີດເພີນໄປກັບການເບິ່ງນົກໃນຕົ້ນໄມ້ໃກ້ກັບຫໍຄອຍ. ເວລາ 6:30 ຟັງຄຳແນະນຳ ຂອງພະນັກງານນໍາທ່ຽວເພື່ອກວດເບິ່ງຮູບຈາກກ້ອງດັກຖ່າຍ.

ເມື່ອກັບໄປທີ່ແຄ້ມແລ້ວ, ເພີດເພີນໄປກັບອາຫານເຊົ້າແລະເບິ່ງຮູບພາບສັດປ່າທີ່ຖ່າຍໄດ້ຈາກກ້ອງດັກຖ່າຍໃນຄືນຜ່ານມາ.

ມີ 12 ບ້ານອ້ອມຂ້າງໄດ້ຮັບເງິນກອງທຶນພັດທະນາບ້ານໂດຍອີງໃສ່ຈຳນວນແລະ ຊະນິດຂອງຮູບສັດປ່າ,ທີ່ໄດ້ລະບຸ ແລະ ເບິ່ງຢູ່ໃນກ້ອງດັກກ້ອງຖ່າຍ. ໃນຮູບແບບທີ່ມີສ່ວນຮ່ວມໃນໂຄງການນີ້ (ຄ່າທໍານຽມນີ້ ລວມຢູ່ໃນລາຄາທົວ.)

ຍ່າງກັບແຕ່ເຮືອນຮັງນົກ ຫາ ບ້ານ ນໍ້າປຸ່ງ

ລາຍການຍ່າງປ່າມື້ສຸດທ້າຍຂອງທ່ານແມ່ນ 7,5 ກິໂລແມັດ. ຍ່າງຜ່ານປ້ອມຍາມຂອງໜ່ວຍລາດຕະເວນຕາມປ່າ ແລະ ຍ່າງຜ່ານປ່າດົງດິບ,ປະສົມປ່ຽນໃບ. ໄກ້ນໍາທ່ຽວບ້ານຈະອະທິບາຍແລະບອກກ່ຽວກັບພືດທີ່ເປັນຢາ ແລະ ຮ່ອງຮອຍສັດປ່າຕາມເສັ້ນທາງ.

ຕອນບ່າຍ

ການເດີນທາງມີຄວາມຫຍຸ້ງຍາກປານກາງກ່ອນທີ່ຈະລົງມາໃນຂົງເຂດທຳການຜະລິດຂອງປະຊາຊົນ. ຢູ່ບໍລິເວນມີປ່າໄມ້ ແລະ ທົ່ງນາ, ແລ້ວທ່ານຈະໄດ້ຮັບອາຫານທ່ຽງ ລັງຈາກນັ້ນເດີນທາງດ້ວຍລົດ ຕ໋ອກ ຕ໋ອກ ໂດຍຜ່ານໄຮ່ເຂົ້າ,ທົ່ງນາ ແລະ ໄຮ່ສາລີ ປະມານ 5ກິໂລແມັດ ຫາບ້ານ ນໍ້າປຸ່ງ ເຊິ່ງເປັນບ້ານຊົນເຜົ່າຂະມຸ, ລາວ  ຕັ້ງຢູ່ຂອບເຂດຊາຍແດນຂອງອຸທິຍານແຫ່ງຊາດ.

ເມື່ອຮອດບ້ານກຸ່ມບໍລິການກໍຈະສັ່ງລາທ່ານໂດຍມີລົດຕູ້ມາຮັບແລ້ວກັບໄປເມືອງຮ້ຽມໃນຕອນບ່າຍ

ສິ້ນສຸດການທ່ອງທ່ຽວ