Cloud Forest
Cloud Forest
ຄວາມທ້າທາຍໃນປ່ານໍ້າໝອກ ( ບໍ່ລວມເຮືອນຮັງນົກ )

ກາງແຈ້ງ

ຄວາມທ້າທາຍໃນປ່ານໍ້າໝອກ ( ບໍ່ລວມເຮືອນຮັງນົກ )

 

ໄລຍະເວລາ

4 Days

ລາຄາເລີ່ມຕົ້ນ

 

ລະຫັດ

HO-4D3N-NEPL-04

ໄລຍະເວລາໃນການຈອງ

Always

ລະດັບຄວາມຍາກ-ງ່າຍຂອງກິດຈະກຳ

Challenging

ໄປຮັບ

Exclude

ຈຸດເລີ່ມຕົ້ນ

Hotel

ໄປຮັບ/ເວລາເລີ່ມຕົ້ນ

8AM

ໄປສົ່ງ

Exclude

ຈຸດສິ້ນສຸດ

Muang Hiem

ໄປສົ່ງ/End Time

3 PM

ນັກທ່ອງທ່ຽວ

Family Without Young Children , Friends , Solo , couple

ຈຸດໝາຍປາຍທາງ

ຫຼວງພະບາງ, ລາວ

ສິ່ງທີ່ຕ້ອງເຮັດ

ອຸທິຍານແຫ່ງຊາດນໍ້າ​ແອດ-​ພູ​ເລີຍ

 

Day Tour Type Type


 

Booking Date


 

ລະຫັດການຈອງ (join)
Join


 
Adult
 

1

 
 
Lao Resident
 

0

 
 
ລາຄາລວມ
 
 

ວັນ 1

ພາບລວມ

ມື້ທີ 1 ສົ່ງຢູ່ບ້ານເຜົ່າຂະມຸ, ຍ່າງເລາະບ້ານເພື່ອຮຽນຮູ້ກ່ຽວກັບວິຖີຊີວິດ. ນອນຄ້າງຄືນຢູ່ບ້ານ (ໃຊ້ເວລາໄປສົ່ງ 1,5ຊົ່ວໂມງ ແລະ ໃຊ້ເວລາຍ່າງ 5 ກິໂລແມັດ. ສະເລ່ຍ ພູສູງ/ຕໍ່າ +380ແມັດ/-240ແມັດ; ສະເລ່ຍ ຄ້ອຍຊັນ+13ເປີເຊັນ/-9ເປີເຊັນ)

ຕອນເຊົ້າ

ພະນັກງານນໍາທ່ຽວຂອງອຸທິຍານ ທີ່ເວົ້າພາສາອັງກິດ ແລະ ໂຊເຟລົດຂອງອຸທິຍານໄປຮັບເອົານັກທ່ອງທ່ຽວຢູ່ບ້ານພັກທີ່ເມືອງຮ້ຽມ ເວລາ 8ໂມງ 00 ຕອນເຊົ້າ.

ກ່ອນອື່ນໝົດ, ນັກທ່ອງທ່ຽວຈະໄປຢ້ຽມຢາມ ຫ້ອງການສູນຂໍ້ມູນຂ່າວສານຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍຢູ່ທີເມືອງຮ້ຽມ. ພະນັກງານນໍາທ່ຽວສະເໜີ ແລະ ແນະນໍາຄູ່ມືການປົກປັກຮັກສາສັດປ່າຢູ່ໃນພື້ນທີ່ອຸທິຍານແຫ່ງຊາດນໍ້າແອດ - ພູເລີຍ.

ຫລັງຈາກຂີ່ລົດໄປປະມານ 1.5 ຊົ່ວໂມງຕາມເສັ້ນທາງທີ່ງຽບສະຫງົບຜ່ານພູຜາປ່າດົງ ແລະ ບ້ານຕ່າງໆທີ່ຢູ່ອ້ອມຂ້າງອຸທິຍານແຫ່ງຊາດ, ທ່ານຈະໄປຮອດບ້ານ ນໍ້າຊອຍ.

ຈາກບ້ານນໍ້າຊອຍ, ພວກເຮົາຈະເລີ່ມຕົ້ນຍ່າງຕາມເສັ້ນທາງ 5 ກິໂລແມັດທ່ານຈະໄດ້ເຫັນການກະສິກຳຂອງປະຊາຊົນໄປຫາບ້ານນາແວນ, ເຊິ່ງເປັນບ້ານເຜົ່າຂະມຸ. ລົດ ຕັອກ ຕັອກບ້ານ (ລົດໄຖນາທີຊາວນາໃຊ້ໃນການໄຖນາປູກເຂົ້າ ແລະ ປ່ຽນເປັນພາຫະນະຂົນສົ່ງ) ກໍ່ໄດ້ມີສ່ວນຮ່ວມກັບພວກເຮົາ ແລະ ໄດ້ໃຊ້ຕ່າງເຄື່ອງ (ຂື້ນກັບຄວາມພ້ອມ). ເວລາໄປຮອດບ້ານ ນາແວນ, ທ່ານພົບກັບທີມງານ ແລະ ການແນະນຳຂອງໄກ້ນໍາທ່ຽວຂອງບ້ານ.ຮັບປະທານອາຫານທ່ຽງ ຢູ່ບ້ານນາແວນ, ທີ່ຈັດໂດຍກຸ່ມປຸງແຕ່ງອາຫານຢູ່ທີ່ສຸນຂໍ້ມຸນຂອງບ້ານທ່ອງທ່ຽວ.

ຕອນທ່ຽງ

ຫຼັງຈາກອາຫານທ່ຽງ, ພະນັກງານນໍາທ່ຽວຈະພາທ່ານຍ່າງເລາະບ້ານເພື່ອໃຫ້ທ່ານເຫັນທົ່ວບ້ານ ແລະ ທ່ານຈະໄດ້ຮັບການແນະນຳ ກ່ຽວກັບຄອບຄົວ ໂຮມສະເຕ ທີ່ທ່ານຈະໄປພັກ/ ທ່ານຈະໄດ້ກິນເຂົ້າແລງຮ່ວມກັບຄອບຄົວໂຮມສະເຕ. ຕອນບ່າຍເພີດເພີນໄປກັບການຜັກພ່ອນນໍາຊາວບ້ານ.

ຕອນແລງ - ກາງຄືນ

ຕອນແລງທ່ານຈະໄດ້ໃຊ້ເວລາຢູ່ໃນບ້ານ ແລະ ຮຽນຮູ້ປະສົບກັບຄວາມສະຫງົບສຸກຂອງຊີວິດຢູ່ໃນບ້ານທີ່ຫ່າງໄກ, ທີ່ບໍ່ມີຕາຂ່າຍໄຟຟ້າໄປເຖິງ ໃຊ້ແຕ່ໄຟຟ້ານ້ອຍໆທີ່ຈຳກັດ. ກິນເຂົ້າຮ່ວມກັບຄອບຄົວໃນທ້ອງຖິ່ນ. ທາງເລືອກ: ນຳ ເອົາຮູບພາບ ແລະ ແຜນທີ່ຈາກເຮືອນ ແລະ ການເດີນທາງຂອງທ່ານມາໃຫ້ຄອບຄົວ ໂຮມສະເຕ ຂອງທ່ານເບິ່ງ.

ໝາຍເຫດ ນອນຄ້າງຄືນ: ສາມາດເປັນແຂກໃນຄອບຄົວທ່ານທີ່ພັກອາໄສ, ຫຼືເພີດເພີນກັບຄວາມເປັນສ່ວນຕົວຫລາຍກວ່າເກົ່າ ແລະ ນອນຄ້າງຄືນໃນສູນຂໍ້ມູນນັກທ່ອງທ່ຽວໃນບ້ານ. ກະລຸນາບອກພະນັກງານນໍາທ່ຽວກ່ຽວກັບຄວາມຕ້ອງການຂອງທ່ານ.

ວັນ 2

ພາບລວມ

ມື້ທີ 2 ເຂົ້າໄປໃນປ່າອຸທິຍານແຫ່ງຊາດ ແລະ ເພີດເພີນໄປກັບນໍ້າຕົກຕາດຕາມເສັ້ນທາງ. ນອນຄ້າງຄືນຢູ່ແຄ້ມນອນໃນປ່າ. (ຍ່າງ10 ກິໂລແມັດ.7 ຊົ່ວໂມງ. ຄວາມສູງ/ຕໍ່າ+850ແມັດ/-275ແມັດ. ສະເລ່ຍ. ຄ້ອຍຊັນ+12ເປີເຊັນ/-8ເປີເຊັນ)

ຕອນເຊົ້າ

ຫລັງຈາກກິນອາຫານເຊົ້າ ແລະ ທ່ານກ່າວຄໍາອໍາລາກັບຄອບຄົວໂຮມສະເຕຂອງທ່ານ, ຄັ້ງທຳອິດພວກເຮົາອອກເດີນທາງໃຊ້ເວລາສອງມື້ເພື່ອຂຶ້ນໃຫ້ຮອດຈຸດສູງສຸດຂອງພູເລີຍ.

ເສັ້ນທາງມື້ທຳອິດຍ່າງ 5 ກິໂລແມັດ ຂຶ້ນໄປໂດຍຜ່ານບ່ອນທໍາການຜະລິດຂອງປະຊາຊົນ. ພະນັກງານນໍາທ່ຽວຈະອະທິບາຍກ່ຽວກັບການທໍາການຜະລິດໃນທ້ອງຖິ່ນ, ເຊິ່ງຊາວບ້ານໃຊ້ເປັນແຫຼ່ງອາຫານ ແລະ ສ້າງລາຍໄດ້ໃຫ້ກັບຄອບຄົວ.

ຕອນທ່ຽງ

ຫລັງຈາກຍ່າງເຂົ້າສູ່ເສັ້ນທາງອຸທະຍານແຫ່ງຊາດປະມານ 2 ຊົ່ວໂມງ,ຈົນມາຮອດນ້ໍາຕົກຕາດ, ເຊິ່ງເປັນນ້ໍາຕົກຕາດທີ່ໜ້າຕື່ນຕາຕື່ນໃຈ. ຍ່າງເຂົ້າໄປອີກປະມານ 2 ຊົ່ວໂມງຈະໄດ້ຍ່າງຜ່ານປ້ອມຍາເກົ່າຂອງໜ່ວຍງານລາດຕະເວນຈົນມາຮອດສະຖານທີ່ນໍ້າຕົກຕາດອ່າງ ທີ່ຄ້າຍຄືກັບຖ້ວຍ. ມ່ວນຊື່ນກັບການລອຍນໍ້າໃນຂະນະທີ່ພໍ່ຄົວກຽມອາຫານທ່ຽງ.

ຫຼັງຈາກອາຫານທ່ຽງ, ເສັ້ນທາງດັ່ງກ່າວຍັງສືບຕໍ່ຍ່າງຂື້ນເທື່ອລະກ້າວຈົນສຸດທ້າຍໄດ້ໄປຮອດແຄ້ມທຳອິດບ່ອນທີ່ທ່ານຈະຢຸດພັກຜ່ອນໃນຕອນກາງຄືນ, ແຄ້ມຫ້ວຍ ກະເນງ. ແຄ້ມຕັ້ງຢູ່ໃກ້ໆກັບນໍ້າຕົກຕາດທີ່ທ່ານສາມາດພັກຜ່ອນແລະ ຜ່ອນຄາຍ. ຍ່າງຢ່າງງຽບໆເຂົ້າໄປບ່ອນທີ່ມີນ້ໍາຕົກຕາດທີ່ຢູ່ໃກ້ໆທ່ານອາດຈະເຫັນສັດບາງຊະນິດຖ້າທ່ານໂຊກດີ.

ຕອນແລງ

ພະນັກງານນໍາທ່ຽວຈະພາທ່ານໄປເບິ່ງກ້ອງດັກຖ່າຍຮູບສັດປ່າທ່ານຈະໄດ້ຢູ່ໃກ້ໆກັບພະນັກງານນໍາທ່ຽວເພື່ອຟັງຄຳແນະນຳວິທີການໃຊ້ກ້ອງດັກຖ່າຍ ແລະ ວິທີປ່ຽນກາດຫນ່ວຍຄວາມຈຳ. ເມື່ອກັບມາຮອດແຄ້ມພັກຄືນເພື່ອຮັບປະທານອາຫານພື້ນບ້ານທີ່ກຽມພ້ອມໂດຍພໍ່ຄົວຊາວບ້ານ( ເຜົ່າຂະມຸ )ອ້ອມກອງໄຟ.

ຕອນກາງຄືນ

ກາງຄືນ ທ່ານຈະໄດ້ນອນໃນອູ່.

ວັນ 3

ພາບລວມ

ມື້ທີ 3. ເປັນມື້ທີ່ທ້າທາຍທີ່ສຸດ. ທີ່ຈະຕ້ອງຍ່າງຂື້ນໄປຍອດພູເລີຍໃຫ້ໄດ້. (ຍ່າງ 12ກິໂລແມັດ. 10+ ຊົ່ວໂມງ. ຄວາມສູງ/ຕໍ່າ +1270ແມັດ/ -1250ແມັດ. ສະເລ່ຍ. ຄ້ອຍຊັນ +18ເປີເຊັນ / - 17ເປີເຊັນ)

ຕອນເຊົ້າ

ຕື່ນນອນພ້ອມກັບແສງອາທິດ ແລະ ເພີດເພີນໄປກັບອາຫານເຊົ້າກັບສຽງຮ້ອງຂອງນົກຍາມເຊົ້າ.

ມື້ນີ້ກະລູນາຕື່ນແຕ່ເຊົ້າກຽມຕົວພົບກັບສິ່ງທ້າທາຍ. ເປັນມື້ສຸດທ້າຍໃນການປີນຂື້ນຈອມພູສູງປະມານ 5-6 ຊົ່ວໂມງຂຶ້ນຮອດຈຸດສູງສຸດຂອງຈອມພູເລີຍ (ເປີ້ນພູສະເລ່ຍ + 18%), ຖັດມາຈາກບ່ອນທີ່ມີຄວາມສູງ 4,5 ຊົ່ວໂມງ (ເປີ້ນພູສະເລ່ຍ -17%). ການເດີນທາງໄລຍະສັ້ນ 12 ກິໂລແມັດຂອງມື້ນີ້ສາມາດໃຊ້ເວລາ 10 ຊົ່ວໂມງຫລືດົນກວ່ານັ້ນ!

ພູເລີຍແມ່ນປ່າພູໝອກເຊິ່ງມີເມກໝອກປົກຄຸ້ມຕະຫລອດເວລາ, ເຖີງຢ່າງໃດກໍ່ຕາມຖ້າທ່ານໂຊກດີ ທ່ານອາດຈະໄດ້ພົບກັບບັນຍາກາດທີ່ດີ, ອາກາດປອດໂປ່ງທ້ອງຟ້າແຈ່ມໃສເປັນສີຄາມ, ທ່ານອາດຈະເຫັນທິວທັດທໍາມະຊາດທີ່ໜ້າ ຕື່ນເຕັ້ນແລະປ່າໄມ້ທີ່ໜາແລະປົກຫຸ້ມໄປດ້ວຍພູເຂົາ ຕະຫຼອດໄປ ທ່ານສາມາດເບິ່ງເຫັນໄດ້ດ້ວຍຕາຂອງທ່ານ. ກະລຸນາຢ່າເອົາຕົ້ນໄມ້ທຸກຊະນິດອອກຈາກພື້ນທີ່ຂອງຈອມພູເລີຍແລະ ກະລຸນາຢູ່ຕາມເສັ້ນທາງຂອງຊາວບ້ານຕະຫລອດເພື່ອບໍ່ໃຫ້ພິກຫຼົງກັນຕ້ອງຢູ່ໃນຂົງເຂດຕົ້ນໄມ້ທີ່ຫາຍາກນີ້.

ຕອນທ່ຽງ

ຫຼັງຈາກປີນພູ 6,5 ກມ (5-6 ຊົ່ວໂມງ), ມ່ວນໄປກັບການພັກຜ່ອນກິນເຂົ້າທ່ຽງໃກ້ໆກັບຈອມພູເລີຍ. ໃນນັ້ນພະນັກງານນໍາທ່ຽວຈະອະທິບາຍກ່ຽວກັບການຕິດກ້ອງແລະການປ່ຽນໜ່ວຍຄວາມຈໍາ. ພູເລີຍເປັນບ່ອນທີເຮົາຮູ້ຈັກກັນດີວ່າມັນເປັນບ່ອນທີ່ອຸດົມສົມບຸນແລະເປັນເຮືອນຮັງທີຢູ່ອາໄສຂອງສັດປ່າ ເຊິ່ງມັນເປັນໂອກາດທີ່ດີ ທີ່ຈະໄດ້ເຫັນຮູບສັດປ່າຫຼາຍຊະນິດໃນກ້ອງດັກຖ່າຍ ແລະ ທ່ານຈະໄດ້ເຫັນຮູບພາບດີໆຂອງບັນດາຊະນິດສັດທີ່ແຕກຕ່າງກັນ.

ຫລັງຈາກເພີດເພີນໄປກັບສິ່ງມະຫັດສະຈັນຂອງປ່າໄມ້ທະເລໝອກແລ້ວ, ເສັ້ນທາງລົງມາຫາແຄ້ມ ຕາດລອຍ, ເຊິ່ງຫ່າງຈາກຈອມພູ 5,5 ກມ (4-5 ຊົ່ວໂມງ).

ມາຮອດແຄ້ມໃນຕອນທ່ຽງ. ເພີດເພີນໄປກັບເວລາຫວ່າງເພື່ອພັກຜ່ອນແລະອາບນ້ໍາໃນແມ່ນໍ້າທີ່ໃກ້ຄຽງ.

ຕອນແລງ-ຄໍ່າ

ຮັບປະທານອາຫານພື້ນເມືອງທີ່ກຽມພ້ອມໂດຍກຸ່ມແຕ່ງກິນທີ່ເປັນຊົນເຜົ່າຂະມຸ ແລະ ກຸ່ມເປ້ເຄື່ອງ. ຫລັງຈາກນັ້ນພັກຜ່ອນໂດຍການນັ່ງອ້ອມກອງໄຟໃນປ່າດົງດິບຕາມທຳມະຊາດຂອງອຸທິຍານແຫ່ງຊາດນໍ້າແອດ-ເລີຍ. ພະນັກງານນຳທ່ຽວບ້ານຈະເລົ່ານິທານ ຂະມຸ ກ່ຽວກັບມັງກອນສັດປ່າ ແລະ ຜີ

ກາງຄືນ:

ນອນຢູ່ໃນອູ່ (ນຶ່ງຄົນຕໍ່ ອູ່)

ວັນ 4

ພາບລວມ

ເພີດເພີນໄປກັບນໍ້າຕົກຕາດ ເຊິ່ງຢູ່ໃນເຂດອຸທະຍານແຫ່ງຊາດ. (ຍ່າງ6 ກິໂລແມັດ. 4ຊົ່ວໂມງ. ສະເລ່ຍ. ສູງ/ຕໍ່າ: +550ແມັດ/-1225ແມັດ. ສະເລ່ຍ. ຄ້ອຍຊັນ: +7.5%/-11%)

ຕອນເຊົ້າ

ຕື່ນນອນແຕ່ເຊົ້າກ່ອນກິນເຂົ້າເຊົ້າ,ຍ່າງຂື້ນພູເພື່ອໄປກວດເບິ່ງຮູບສັດປ່າຈາກກ້ອງດັກຖ່າຍທີ່ຕິດຕັ້ງໄວ້ຢູ່ໄກ້ໆເຂດນັ້ນ, ເບິ່ງນົກ ແລະ ມີໂອກາດຈະໄດ້ສັດປ່າທີ່ຫາຍາກ ແລະ ອາດຈະໄດ້ຍິນສຽງຮ້ອງຂອງທະນີແກ້ມຂາດຖິ່ນເໜືອ. ຫຼັງຈາກກັບມາຮອດແຄ້ມ, ເພີດເພີນໄປກັບການຮັບປະທານອາຫານເຊົ້າ.

ຫຼັງຈາກຮັບປະທານອາຫານເຊົ້າແລ້ວ, ເລີ່ມຕົ້ນຍ່າງມື້ສຸດທ້າຍ ແລະ ຍ່າງຊົມນໍ້າຕົກຕາດເລີຍ ແລະ ນໍ້າຕົກຕາດລອຍ. ມື້ສຸດທ້າຍຂອງລາຍການຍ່າງປ່າຂອງທ່ານສ່ວນຫຼາຍແມ່ນຈະໄດ້ຍ່າງຜ່ານປ່າປະສົມຜັດປ່ຽນໃບແລະໄມ້ປ່ອງ.

ເພີດເພີນກັບການກິນເຂົ້າປ່າຢູ່ບໍລິເວນແຄມປ່າແລະທົ່ງນາທີ່ສວຍງາມແລະອຸດົມສົມບູນອ້ອມຮອບໄປດ້ວຍພູຜາປ່າໄມ້,ທົ່ງນາ (ທາງເລືອກອື່ນ, ທ່ານສາມາດຮັບປະທານອາຫານທ່ຽງຢູ່ທີ່ບ້ານ). ຖ້າສະພາບອາກາດ ແລະ ທ້ອງຟ້າແຈ່ມໃສທ່ານອາດຈະສາມາດເຫັນຈອມພູເລີຍແລະເສັ້ນທາງທີ່ທ່ານໄດ້ຍ່າງໄປມາໃນສອງ,ສາມມື້ທີ່ຜ່ານມາ. ຍ່າງຜ່ານບ່ອນທໍາການຜະລິດຂອງຊາວບ້ານ, ໄຮ່ຢາສູບ, ແລະ ໄຮ່ສາລີຈົນກ່ວາທ່ານຮອດບ້ານ ສາກົກ, ເປັນບ້ານຊົນເຜົ່າຂະມຸ, ຕັ້ງຢູ່ຂອບເຂດຊາຍແດນອຸທິຍານແຫ່ງຊາດ.

ຫຼັງຈາກກັບມາຮອດບ້ານ ພະນັກງານນໍາທ່ຽວ ແລະ ທີມງານຊາວບ້ານຈະໄດ້ກ່າວຄໍາອໍາລາ ແລະ ສົ່ງທ່ານກັບເມືອງຮ້ຽມດ້ວຍລົດຕູ້ ເພື່ອຮັບສົ່ງທ່ານກັບມາເມືອງຮ້ຽມໃນເວລາຕອນທ່ຽງ.

ຄຳແນະນຳຈາກການເດີນທາງ (ຖ້າເດີນທາງດ້ວຍການຂົນສົ່ງທ້ອງຖິ່ນ)

  • ນອນຄ້າງຄືນຢູ່ເມືອງຮ້ຽມຫຼັງຈາກຈົບທົວ.
  • ລົດເມໄປໂພນສະຫວັນແລະຊໍາເໜືອນອອກຈາກຄິວ 8ໂມງເຊົ້າທຸກໆມື້
  • ລົດເມໄປໜອງຂຽ ແລະ ຫລວງພະບາງ ຜ່ານເມືອງຮ້ຽມປະມານ 12-1ໂມງຕອນທ່ຽງ.
  • ໃນຕອນເຊົ້າ, ໄປຍ່າງເສັ້ນທາງປ່າໄມ້ໂຮງຮຽນ ຫຼື ເພີດເພີນກັບບໍ່ຮໍ້າຮ້ອນຢູ່ເມືອງຮ້ຽມກ່ອນຂືນລົດເມຢູ່ຄິວລົດຕອນທ່ຽງ.