ຈຸດເດັ່ນຂອງການທ່ອງທ່ຽວ
ອອກເດີນທາງຈາກສູນຂໍ້ມູນທົວ ເວລາ 13:00. ພວກເຮົາຈະຂີ່ລົດ ATV ໄປນ້ຳຕົກຕາດ ນ້ຳກັດ ມີໄລະຍະທາງ 5 ກິໂລແມັດ ແລະຕ້ອງຍ່າງຜ່ານປ່າອີກ 1,5ກິໂລແມັດເພື່ອຈະໄປຊົມຕົ້ນໄມ້ໃຫ່ຍ. ຈາກນັ້ນກໍ່ຍ່າງກັບໄປຫາບ່ອນຈອດລົດແລ້ວຂີ່ລົດ ATV ອີກ 500 ແມັດຈົນຮອດທາງເຂົ້ານ້ຳຕົກ. ເຮົາຈະຍ່າງຜ່ານປ່າ ແລະ ຍ່າງຂົວອູ່ 13 ແຫ່ງ ມີໄລຍະທາງ 1ກິໂລແມັດ. ທ່ານສາມາດພັກຜ່ອນຢູ່ທີນ້ຳຕົກຕາມອັດຕະຍາໄສ. ຫັຼັງຈາກນັ້ນພວກເຮົາຈະຂີ່ສະລິງ 9ເສັ້ນ ຈົນຮອດບ່ອນທາງເຂົ້າແລ້ວຂີ່ລົດກັບສູນຂໍ້ມູນທົວ.
ສິ່ງທີ່ລວມຢູ່ໃນທົວ
- ຜູ້ນຳທ່ຽວ
- ອຸປະກອນຄວາມປອດໄພ
- ລົດ ATV
ການແນະນຳໃນການນຸ່ງຖື
- ເຄື່ອງນຸ່ງທີ່ສະດວກສະບາຍ
- ເກີບຫຸ້ມ
ສິ່ງທີ່ຄວນເອົາມາ
- ສະເປກັນຍຸງ
- ຄີມກັນແດດ
- ນໍ້າດື່ມ
- ໝວກ
- ແວ່ນກັນແດດ