ພາບລວມ
ການເຊົ່າໜ້າຈະເປັນກິດຈະກຳທີ່ດີທີ່ສຸດໃນການເລີ່ມຕົ້ນການເດີນທາງໃນວັງວຽງ. ບໍ່ແມ່ນພຽງແຕ່ຂັບໄປມ່ວນໆເທົ່ານັ້ນ ແຕ່ທ່ານຍັງເຫັນທິວທັດງາມສຸດໆອ້ອມເມືອງວັງວຽງ. ມີບັກກີ້ 2 ປະເພດທີ່ທ່າສາມາດເຊົ່າໄດ້, ມີແຕ່ຂະໜາດເທົ່ານັ້ນທີ່ແຕກຕ່າງກັນ. ລົດບັກກີ້ຄັນນ້ອຍສາມາດຮອງຮັບໄດ້ 2 ຄົນ. ລົດບັກກີ້ຄັນໃຫຍ່ສາມາດຮອງຮັບໄດ້ 4 ຄົນ. ການຂັບບັກກີ້ແມ່ນກິດຈະກຳທີ່ມ່ວນຫຼາຍ ແລະ ບໍ່ເປັນອັນຕະລາຍ. ເຖິງຢ່າງໃດກໍ່ຕາມບາງເທື່ອຫົນທາງມັນອາດຈະເພເປັນຂຸມເລັກນ້ອຍ. ດັ່ງນັ້ນລະວັງ ແລະ ຢ່າປະມາດເວລາຂັບລົດບັກກີ້. ບໍ່ຄ່ອຍມີອຸບັດຕິເຫດທີ່ເກີດຂຶ້ນຈາກລົດບັກກີ້. ແຕ່ກໍ່ຍັງມີຢູ່ ເພາະສ່ວນຫຼາຍແມ່ນນັກທ່ອງທ່ຽວຂັບລົດໄວເກີນໄປ.ທ່ານສາມາດຂັບໄວໄດ້ ແຕ່ບໍ່ໃຫ້ໄວເກີນໄປ. ຢ່າປ່ອຍໃຫ້ອຸບັດຕິເຫດນັ້ນເຮັດໃຫ້ທ່ານໝົດມ່ວນ. ດັ່ງນັ້ນ, ໃຫ້ເຊົ່າລົດບັກກີ້ອອກໄປສຳຫຼວງເມືອງທີ່ສວຍງາມ ແລະ ໃຊ້ຊີວິດແບບຜະຈົນໄພກັນເທາະ!!
ຈຸດເດັ່ນຂອງການທ່ອງທ່ຽວ
ບັກກີ້ເປັນລົດທີ່ເໝາະກັບຫົນທາງເປັນຂຸມ ໂດຍສະເພາະເມື່ອຕອນຝົນຕົກຍິ່ງມ່ວນ. ການຂີ່ຜ່ານຂີ້ຕົມເປັນປະສົບການທີ່ຄັກແທ້ໆ ທັງເປື້ອນ ທັງມ່ວນ. ແຕ່ທ່ານຄວນເບິ່ງແຍງດວງຕາຂອງທ່ານດີໆເພື່ອບໍ່ໃຫ້ສິ່ງສົກກະປົກເຂົ້າໄປ, ເວົ້າຈາກປະສົບການຈິງ. ເຖິງຢ່າງໃດກໍ່ຕາມ, ເຮົາສາມາດແນະນຳທົວແບບບັກກີ້ໃນວັງວຽງໃຫ້ໄດ້. ມັນເປັນສິ່ງທີ່ເຮົາຕ້ອງເຮັດຫຼັງຈາກທີ່ມາຮອດວັງວຽງ ແລະ ເຮົາຈະຫຼົງຮັກເມືອງທຳມະຊາດທີ່ສວຍງາມແຫ່ງນີ້ທັນທີ.
ສິ່ງທີ່ລວມຢູ່ໃນທົວ
- ນ້ຳມັນ
- ລົດບັກກີ້
ການແນະນຳໃນການນຸ່ງຖື
- ເສື້ອຜ້າບາງເບົາທີ່ພ້ອມຈະເປື້ອນ
ສິ່ງທີ່ຄວນເອົາມາ
- ຄີມກັນແດດ
- ແວ່ນຕາກັນແດດ
- ຜ້າປີດປາກ
ສິ່ງທີ່ຄວນຮູ້
**ເລືອກລາຄາຜູ້ໃຫຍ່ 1 ຄົນ = ລົດບັກກີ້ 1 ຄັນ
ຂໍ້ ກຳ ນົດແລະເງື່ອນໄຂ
ຫມາຍເຫດ