ພາບລວມ
ປີ້ຍົນໄປກັບ ນະຄອນຫຼວງວຽງຈັນ - ປາກເຊ, ລວມຄ່າທີ່ພັກ 2 ຄືນຢູ່ໂຮງແຮມທີ່ທ່ານເລືອກໃນປາກເຊ ຫຼື ຈຳປາສັກ
ສິ່ງທີ່ລວມຢູ່ໃນທົວ
- ປີ້ຍົນໄປກັບ ນະຄອນຫຼວງວຽງຈັນ - ປາກເຊ ກັບສາຍການບິນລາວສະກາຍເວ
- ທີ່ພັກ 2 ຄືນຢູ່ໂຮງແຮມທີ່ທ່ານເລືອກພ້ອມອາຫານເຊົ້າ
- ບໍລິການຮັບ - ສົ່ງ ຈາກສະໜາມບິນປາກເຊ - ໂຮງແຮມ
ການແນະນຳໃນການນຸ່ງຖື
- ເສື້ອຜ້າສະບາຍໆ
ສິ່ງທີ່ຄວນເອົາມາ
- ຄີມກັນແດດ
- ແວ່ນຕາກັນແດດ
- ເຈວລ້າງມື
- ໜ້າກາກອະນາໄມ
ສິ່ງທີ່ຄວນຮູ້
ສຳລັບລາຄາຜູ້ໃຫຍ່ແມ່ນຂຶ້ນກັບຫ້ອງຕຽງຄູ່ ແລະ ຕຽງດຽວ.
ຖ້າຫາກທ່ານມາກັນເປັນຈຳນວນຄີກ (3,5,7,...) ແລະ ຕ້ອງການນອນຫ້ອງຄົນດຽວກະລຸນາເລືອກຕົວເລືອກສຳລັບຫ້ອງເສີມ.
ຂໍ້ ກຳ ນົດແລະເງື່ອນໄຂ
1. ກະລຸນາຈອງກ່ອນລ່ວງໜ້າຢ່າງໜ້ອຍ 7 ວັນ ກ່ອນເດີນທາງ, ໂດຍສະເພາະວັນສຸກ ແລະ ວັນອາທິດ, ສຳລັບວັນອື່ນໆໃນອາທິດທ່ານສາມາດຈອງກ່ອນລ່ວງໜ້າໄດ້ 3 ວັນ.
2. ພວກເຮົາມີບ່ອນນັ່ງສຳລັບລາຄາໂປຮໂມຊັ່ນສູງສຸດແມ່ນ 15 ບ່ອນນັ່ງຕໍ່ຖ້ຽວບິນ/ວັນ ກັບສາຍການບິນລາວ. ຫາກບ່ອນນັ່ງເຕັມລູກຄ້າຈະຕ້ອງໄດ້ຈ່າຍເງິນເພີ່ມປະມານ 200.000 - 670.000 ກີບ ຂຶ້ນກັບຄວາມສະດວກຂອງສາຍການບິນ.