ພາບລວມ
ເພີດເພີນໄປກັບປະສົບການທີ່ໜ້າຕື່ນເຕັ້ນໃນການພາຍເຮືອກາຍັກໄປຕາມແມ່ນ້ຳ! ສຳຫຼວດປະເທດລາວດ້ວຍການພາຍເຮືອກາຍັກໃນຂະນະທີ່ທ່ານພາຍໄປຕາມກະແສນ້ຳນັ້ນລະຫວ່າງທາງຈະເຫັນພູເຂົາຫີນປູນ ແລະ ໝູ່ບ້ານທີ່ຢູ່ຫ່າງໄກສອກຫຼີກ ເຊິ່ງສາມາດເຂົ້າເຖິງໄດ້ດ້ວຍການຂົນສົ່ງທາງນ້ຳເທົ່ານັ້ນ.
ນີ້ແມ່ນປະສົບການມື້ໜຶ່ງໃນການຍ່າງປ່າ ແລະ ພາຍເຮືອກາຍັກທີ່ທ້າທາຍທັງຂຶ້ນ ແລະ ລົງເນີນທີ່ສູງຊັນ. ທ່ານຈະຕ້ອງມີຄວາມພ້ອມທາງດ້ານຮ່າງກາຍຫຼາຍ.
ຈຸດເດັ່ນຂອງການທ່ອງທ່ຽວ
- ຄົ້ນພົບວິຖີຊີວິດແຄມນ້ຳເມື່ອທ່ານຜ່ານໝູ່ບ້ານແຫ່ງໜຶ່ງທີ່ຢູ່ຫ່າງໄກສອກຫຼີກ ເຊິ່ງເຂົ້າເຖິງໄດ້ດ້ວຍການຂົນສົ່ງທາງນ້ຳເທົ່ານັ້ນ.
- ພາຍເຮືອຜ່ານທິວທັດໜ້າອັດສະຈັນໃຈລວມເຖິງພູເຂົາຫີນປູນທີ່ຕັ້ງສະຫງ່າງາມຢູ່ເໜືອທ່ານຂຶ້ນໄປຫຼາຍຮ້ອຍແມັດ
- ເພີດເພີນໄປກັບການປິກນິກອາຫານລາວໃນທ້ອງຖິ່ນແຄມຝັ່ງແມ່ນ້ຳທີ່ສວຍງາມທ່າມກາງທຳມະຊາດ
ສິ່ງທີ່ລວມຢູ່ໃນທົວ
- ໄກ້ພາສາອັງກິດ
- ນ້ຳດື່ມ
- ບໍລິການຮັບ-ສົ່ງ ຈາກທ່າແຂກ
- ພາສີລັດຖະບານ
- ຄ່າເຂົ້າຊົມຕ່າງໆ
ການແນະນຳໃນການນຸ່ງຖື
- ເສື້ອຜ້າທີ່ທ່ານບໍ່ຕ້ອງກັງວົງວ່າຈະຕ້ອງປຽກ
- ເກີບທີ່ໃສ່ແລ້ວສະບາຍ
ສິ່ງທີ່ຄວນເອົາມາ
- ໝວກ
- ຄີມກັນແດດ
- ເສື້ອຜ້າ ແລະ ເກີບທີ່ບໍ່ຢ້ານປຽກ
- ຢາກັນຍຸງ
ສິ່ງທີ່ຄວນຮູ້
ນະໂຍບາຍການຍົກເລີກ
ຕ່ຳກ່ວາ 30 ມື້ກ່ອນອອກການເດີນທາງ:
- ຈະປັບໄໝ 50% ຂອງຄືນທຳອິດຈາກທຸກໆຄືນທີໃຊ້ບລິການ.
- ຈະປັບໄໝ 30% ຂອງການຂົນສົ່ງທັງໝົດ.
ຕ່ຳກ່ວາ 15 ມື້ ກ່ອນອອກເດີນທາງ:
- ຈະປັບໄໝລາຄາເຕັມຂອງຄືນທຳອິດ ຈາກທຸກໆຄືນທີ່ໃຊ້ບໍລິການ.
- ຈະປັບໄໝ 50% ຂອງການຂົນສົ່ງທັງໝົດ.
ຕ່ຳກ່ວາ 72 ຊົ່ວໂມງ ( 3 ວັນ ) ກ່ອນເຖິງວັນອອກເດີນທາງການເດີນທາງ:
- ຈະປັບໄໝເຕັມລາຄາຂອງຄ່າບລິການທັງໝົດ.
Green Discovery Laos ຂໍສະຫງວນລິຂະສິດໃນການຍົກເລິກການເດີນທາງຕ່າງໆຍ້ອນເຫດຜົນທີ່ເກີນຄວາມສາມາດທີ່ຄວບຄຸມໄດ້ເຊັ່ນວ່າ (ໄພພິບັດທາງທຳມະຊາດ ຫຼື ຄວາມບໍ່ສະຖຽນລະພາບທາງການເມືອງ) ໃນກໍລະນີ້, Green Discovery Laos ຈະທົດແທນເງິນຄືນໃຫ້ກັບລູກເຕັມຕາມຈຳນວນທີ່ໄດ້ຮັບມາ.
ຂໍ້ ກຳ ນົດແລະເງື່ອນໄຂ
ປະກັນໄພ
Green Discovery Laos ໄດ້ຮັບປະກັນວ່າລົດເມ, ລົດບັນທຸກແລະລົດຈັກທັງໝົດແລະປະກັນໄພທີບໍລິສັດ green discovery ທີ່ໃຊ້ແມ່ນຖືກຕ້ອງເປັນປະກັນໄພໂດຍສານ. ປະກັນໄພນີ້ຈະບໍ່ຮັບພິຊອບພາຍຫຼັງຜູ້ໂດຍສານ ໄດ້ອອອກຈາກລົດແລ້ວ.
ການປະກັນໄພໃນການເດີນທາງແບບສ່ວນຕົວເປັນຂໍ້ບັງຄັບສຳລັບໝົດທຸກຄົນທີ່ເດີນທາງກັບ ບໍລິສັດ. ປະກັນໄພການເດີນທາງຕ້ອງໃຫ້ມີການຄຸ້ມຄອງຕໍ່ອຸປະຕິເຫດສ່ວນບຸກຄົນ, ມີຄ່າໃຊ້ຈ່າຍໃນການປິ່ນປົວ,ໃນການສົ່ງກັບປະເທດແບບສຸກເສີນ ແລະ ຄວາມຮັບຜິດຊອບແບບສ່ວນຕົວ. ນອກຈາກນີ້ພວກເຮົາແນະນຳໃຫ້ເຮັດສັນຍາປະກັນໄພຄຸ້ມຄອງໃນການຍົກເລີກ, ການຫຼຸດຜ່ອນ, ການສູນຫາຍຂອງກະເປົາເດີນທາງ ແລະ ຜົນກະທົບສ່ວນຕົວຕ່າງໆ.
ຜູ້ເຂົ້າຮ່ວມຕ້ອງຮູ້ໄລຍະເສັ້ນທາງໃນລະຫວ່າງການເດີນທາງ. ຄວາມສ່ຽງແລະສິ່ງອັນຕະລາຍທີ່ອາດຈະເກີດຂື້ນ,ລວມທັງແຕ່ບໍ່ຈຳກັດ ຄວາມອັນຕະລາຍຂອງການເດີນທາງ ການເດີນທາງລົດຖີບວິບາກ, ລ່ອງແພ, ລ່ອງເຮືອ ຄາຍກ, ປີນຜາ, ຂີ່ສາຍສະລິງ ຫຼືຂັບລົດບັກກີ. ນອກຈາກນີ້ມັນຍັງອາດຈະກ່ຽວຂ້ອງກັບການເກີດອຸປະຕິເຫດຫຼືການເຈັບປ່ວຍ ໃນສະຖານທີສອກຫຼິກໂດຍບໍ່ມີສີ່ງອຳນວຍຄວາມສະດວກທີ່ເໝາະສົມຫຼືເກີດຈາກໄພທຳມະຊາດ.ລູກຄ້າເຫັນດີຕົກລົງທີ່ຈະຮັບຄວາມສ໋ຽງທີ່ຈະເກີດຂື້ນໃນລະຫວ່າງການເດີນທາງຈະບໍ່ຮັບພິຊອບສິງໃດກັບບໍລິສັດ ຫຼື ຜູ້ຮັບສົ່ງ.ພະນັກງານຫຼືຕົວແທນຈາກກຸມບໍລິສັດທົວຕ່າງໆ ບໍລິສັດ Green discovery Laos ຈະບໍ່ຮັບພິຊອບສີ່ງຕ່າງທີ່ເກີດຂື້ນເຊັ່ນວ່າ ການເສຍຊິວິດຂອງສ່ວນຕົວແລະການເຈັບປ່ວຍຫຼືການມາຊ້າຂອງຜູ້ໂດຍສານ ຫຼືການສູນເສຍຂອງສິ່ງທີ່ມີມູນຄ່າຂອງລູກຄ້າຜູ້ເຂົ້າຮ່ວມການເດີນທາງ
ຄວາມຮັບຜິດຊອບ
ເວລາຈອງທົວກັບ ບໍລິສັດ Green Discovery ລູກຄ້າຕ້ອງເຂົ້າໃຈວ່າ ບໍລິສັດ Green Discovery ເປັນທົວທີ່ຜະຈົນໄພ ໃນອາຊີຕາເວັນອອກສຽງໃຕ້. ເຊິ່ງມີມາດຕະຖານຂອງທີ່ພັກ, ຂົນສົ່ງ, ສຸຂະອານາໄມ, ລະດັບການພັດທະນາພື້ນຖານໂຄງລ່າງ ແລະ ສະຖານທີ່ຕ່າງໆທາງການແພດ ແລະ ການບໍລິການດ້ານໂທລະຄົມມະນາຄົມທີ່ແຕກຕ່າງກັບທີ່ເຄີຍໃຊ້ຢູ່ບ້ານ ຫຼື ທີ່ພັກຕ່າງໆທີ່ເຄຍເຫັນມາກ່ອນ. ແຕ່ການພັກຜ່ອນຄັ້ງນີ້ມັນແຕກຕ່າງ ແລະ ມີຄວາມຕື່ນເຕັ້ນກວ່າວັນພັກຜ່ອນທົ່ວໄປ.
Green Discovery Laos, ລັດຖະບານ ແລະ ກົມທ່ອງທ່ຽວແຫ່ງຊາດ ຈະບໍ່ຮັບຊອບຕໍ່ການເກີດອຸປະຕິເຫດ, ບາດເຈັບລົ້ມຕາຍ ແລະ ສູນຫາຍຕໍ່ສ່ວນບຸກຄົນ. ລູກຄ້າຕ້ອງເຂົ້າໃຈໃນລະຫວ່າງການເດີນທາງອາດມີສິ່ງເຫດການບໍ່ຄາດຄິດເກີດຂື້ນ, ລວມທັງຄວາມບໍ່ຈຳກັດຄວາມອັນຕະລາຍຂອງການເດີນທາງ, ການເດີນທາງລົດຖີບວິບາກ, ລ່ອງແພ, ລ່ອງເຮືອກາຍັກ, ປີນຜາ, ຂີ່ສາຍສະລິງ ຫຼື ຂັບລົດບັກກີ. ນອກຈາກນີ້ມັນຍັງອາດຈະກ່ຽວຂ້ອງກັບການເກີດອຸປະຕິເຫດ ຫຼື ການເຈັບປ່ວຍໃນສະຖານທີ່ ທີ່ຫ່າງໄກສອກຫຼີກໂດຍບໍ່ມີສິ່ງອຳນວຍຄວາມສະດວກທີ່ເໝາະສົມ ຫຼື ເກີດຈາກໄພທຳມະຊາດ. ລູກຄ້າເຫັນດີຕົກລົງທີ່ຈະຮັບຄວາມສ່ຽງທີ່ຈະເກີດຂື້ນໃນລະຫວ່າງການເດີນທາງໃນຂອບເຂດສູງສຸດທີ່ໄດ້ຮັບອະນຸຍາດຈາກກົດໝາຍ.
ລູກຄ້າແຕ່ລະຄົນຕ້ອງເຂົ້າໃຈກ່ຽວກັບການເດີນທາງກັບ Green Discovery Laos ການເດີນທາງທີ່ມີການປ່ຽນແປງ ແລະ ຕ້ອງມີຄວາມເຂົ້າໃຈລາຍລະອຽດຂອງແຜນທົວຢ່າງລະອຽດ, ທີ່ພັກ ແລະ ການຂົນສົ່ງອາດມີການສັບປ່ຽນໂດຍບໍມີການແຈ້ງເຕືອນລ່ວງໜ້າຍ້ອນສະພາບການຖ້ອງຖິ່ນ. ບໍລິສັດ Green Discovery Laos ຄວນຈະມີມາດຕະການປັບປຸງແຜນການທົວຍ້ອນສາເຫດໃດກໍ່ຕາມ, ມັນອາດເປັນການເດີນທີ່ສັ້ນລົງ ຫຼື ມີການປ່ຽນແປງເສັ້ນທາງຂອງການເດີນທາງໃໝ່. ການປ່ຽນແປງສິ່ງເລົ່ານີ້ມີການຜູກມັດ ແລະ ມີລາຍຈ່າຍເພີ່ມຂຶ້ນແມ່ນຈະເກັບເງິນນຳລູກຄ້າ. ຖ້າຫາກມີການປ່ຽນແປງຕ່າງໆຢູ່ນອກເໜືອຂອງລາຍຈ່າຍຂອງບໍສັດ Green Discovery Laos.
ໃນຊ່ວງເດີນທາງ ກັບ Green Discovery Laos, ລູກຄ້າຕ້ອງປະບັດຕາມກົດຂອງຜູ້ນຳທ່ຽວ ຫຼື ຜູ້ນຳທ່ຽວທ້ອງຖິ່ນຕະຫຼອດເວລາ. ພວກເຂົາຮູ້ດີວ່າໃນການເດີນທາງທີ່ມີຄົນຈຳນວນຫຼາຍອາດກ່ຽວຂ້ອງກັບ ການປະນີປະນອມເພື່ອຕອບສະໜອງຄວາມຕ້ອງການທີ່ມີຫຼາຍສິ່ງຫຼາຍຢ່າງ ແລະ ຄວາມສາມາດທາງດ້ານຮ່າງກາຍ ແລະ ກຳລັງແຮງຂອງຜູ້ເດີນທາງ. ລູກຄ້າຕ້ອງເຂົ້າໃຈວ່າ Green Discovery Laos ຂໍສະຫງວນສິດທີ່ຈະປະຕິເສດໃນການເຂົ້່າຮ່ວມຂອງບຸກຄົນໃດບຸກຄົນໜື່ງໃນສະມາຊິກຂອງກຸ່ມໄດ້ຕະຫຼອດເວລາ.
ລູກຄ້າຍອມຮັບວ່າ Green Discovery Laos ໄດ້ເຮັດສັນຍາກັບເຄື່ອຄາຍກັບບໍລິສັດ, ໜ່ວຍງານຂອງລັດຖະບານ ແລະ ບຸກຄົນທຳມະດາທົ່ວປະເທດເພື່່ອສົ່ງເສີມໃນການການທ່ອງທ່ຽວ. ເພື່ອເປັນການດີຂອງ Green Discovery Laos, ບຸກຄົນທີ່ສາມເຫຼົ່ານີ້ມີຄວາມສາມາດໃນປະຕິບັດຕາມໜ້າທີ່ຂອງພວກເຂົາເຈົ້າທີ່ເປັນຄູ່ສັນຍາ. ແນວໃດກໍ່ຕາມ Green Discovery Laos ຈະບໍ່ຮັບຜິດຊອບກັບການໄດ້ຮັບບາດເຈັບ, ລົ້ມຕາຍ, ມາຊ້າ ແລະ ເສຍຫາຍ ຫຼື ສິ່ງທີ່ບໍ່ປົກກະຕິອາດຈະເກີດຂື້ນເນື່ອງຈາກການກະທຳຂອງບຸກຄົນທີ່ສາມເຫຼົ່ານີ້.
ກຸ່ມບໍລິສັດ Green Discovery Laos ຈະບໍຮັບຜິດຊອບສິ່ງໃດຕໍ່ກັບນັກທ່ອງທ່ຽວທີ່ຝ່າຝືນກົດໝາຍ ຫຼື ລະບຽບການຂອງກົດໝາຍລັດ.
ພະນັກງານ ຫຼື ຕົວແທນຂອງກຸ່ມບໍລິສັດ Green Discovery Laos ບໍ່ສາມາດມີສິດອຳນາດໃນການປຽນແປງເງື່ອນໄຂເຫຼົ່ານີ້ໄດ້.