ກິດຈະກຳເຮືອນຕົ້ນໄມ້ (3 ມື້/2 ຄືນ)
ກິດຈະກຳເຮືອນຕົ້ນໄມ້ (3 ມື້/2 ຄືນ)
ເບິ່ງ ແລະ ແບ່ງປັນວິດີໂອຂອງພວກເຮົາ

ກາງແຈ້ງ

ກິດຈະກຳເຮືອນຕົ້ນໄມ້ (3 ມື້/2 ຄືນ)

 

ບໍລິສັດ

Green Discovery

ໄລຍະເວລາ

3 ມື້

ລາຄາເລີ່ມຕົ້ນ

 

ລະຫັດ

GD-TTE-03

ໄລຍະເວລາໃນການຈອງ

ມີຕະຫຼອດ

ລະດັບຄວາມຍາກ-ງ່າຍຂອງກິດຈະກຳ

ປານກາງ

ໄປຮັບ

Include

ຈຸດເລີ່ມຕົ້ນ

ໂຮງແຮມ

ໄປຮັບ/ເວລາເລີ່ມຕົ້ນ

08.00

ໄປສົ່ງ

Include

ຈຸດສິ້ນສຸດ

ໂຮງແຮມ

ໄປສົ່ງ/End Time

18.00

ນັກທ່ອງທ່ຽວ

Big Group , Family Without Young Children , Friends , Solo , couple

ຈຸດໝາຍປາຍທາງ

ປາກຊອງ / ພູພຽງບໍລະເວນ

ສິ່ງທີ່ຕ້ອງເຮັດ

 

Day Tour Type Type


 

Booking Date


 

ລະຫັດການຈອງ (join)
Join


 
Adult
 

2

 
 
Lao Resident
 

0

 
 
ລາຄາລວມ
 
 

ວັນ 1

ພາບລວມ

ທ່ຽວຊົມນ້ຳຕົກຕາດ, ຂີ່ສະລິງ ແລະ ນອນທີ່ເຮືອນຕົ້ນໄມ້

ເມື່ອເຮົາເຖິງບ້ານໜອງຫຼວງ. ຫຼັງຈາກໄດ້ຮັບຄຳແນະນຳດ້ານຄວາມປອດໄພຈາກໄກ້ທ້ອງຖິ່ນຂອງເຮົາແລ້ວ, ເຮົາຈະເລີ່ມຍ່າງປ່າໄປຕາມສວນຜັກ ແລະ ປ່າກາເຟຈົນກວ່າຈະຮອດປ່າດົງດິບ. ລະຫວ່າງທາງໄກ້ຈະອະທິບາຍພືດທີ່ໃຊ້ໃນຄົວເຮືອນຂອງໝູ່ບ້ານ ແລະ ຢາສະໝຸນໄພ. ຄວາມທ້າທາຍເລີ່ມຕົ້ນດ້ວຍການໄຕຂົວອູຂ້າມແມ່ນ້ຳອັນສູງຊັນ. ເພີດເພີນກັບທຳມະຊາດໃນຂະນະທີ່ທ່ານເດີນທາງຜ່ານນ້ຳຕົກທີ່ສວຍງາມທີ່ສຸດແຫ່ງໜຶ່ງໃນພູພຽງບໍລະເວນເພື່ອໄປທີ່ນ້ຳຕົກຕາດ ‘ຂະມຶບ’. ບ່ອນທີ່ພວກເຮົາເລີ່ມຂີ່ສະລິງ ແລະ ບ່ອນທີ່ຄວາມຕື່ນເຕ້ນທີ່ຈະເກີດຂຶ້ນ.

ຈາກນັ້ນເຮົາກໍ່ຈະໄດ້ເພີດເພີນໄປກັບຮັບປະທານອາຫານທ່ຽງກາງປ່າ, ເຮົາຈະໄດ້ມີໂອກາດລອຍນ້ຳໃນບໍ່ນ້ຳເຢັນໆຄາຍຮ້ອນ, ກ່ອນທີ່ຈະໄປຂີ່ສະລິງບ່ອນທີ່ເຮົາເຮັດໃຫ້ກົມກືນກັບທຳມະຊາດ. ຄວາມຮູ້ສຶກຄືຄັ້ງໜື່ງໃນຊີວິດທີ່ບິນຢູ່ເໜືອຮ່ອມພູຂອງນ້ຳຕົກທີ່ໜ້າຕື່ນຕາຕື່ນໃຈ.

ຫຼັງຈາກທີ່ເຮັດກິດຈະກຳມາໝົດມື້ໃນທີ່ສຸດເຮົາກໍ່ຈະໄດ້ພັກຜ່ອນ. ຮັບປະທານອາຫານທ້ອງຖິ່ນ ແລະ ອາຫານຄ່ຳແບບບາບີຄິວ, ເຮົາຈະໄດ້ພັກຜ່ອນໃນບ້ານຕົ້ນໄມ້ທີ່ສູງຈາກພື້ນດິນເກືອບ 10 ແມັດ, ເຊິ່ງເຮົາສາມາດເຂົ້າເຖິງບ້ານຕົ້ນໄມ້ໄດ້ດ້ວຍການຂີ່ສະລິງເທົ່ານັ້ນ. ທ່ານສາມາດນອນຫຼັບໄດ້ຢ່າງສະບາຍໄດ້ເລີຍ ເພາະພື້ນທີ່ນີ້ປົກຄຸມໄປດ້ວຍຄວາມງຽບສະຫງົບຂອງປ່າ.

ວັນ 2

ພາບລວມ

ຂີ່ສະລິງຂ້າມປ່າ

ເຮົາຈະຕື່ນຂຶ້ນມາທ່າມກາງສຽງນົກຮ້ອງ ທີ່ສົ່ງສຽງມາຈຳນວນນັບບໍ່ຖ້ວນໃນປ່າດົງດິບທີ່ຢູ່ອ້ອມຕົວເຮົາ. ອາຫານເຊົ້າແບບລຽບງ່າຍສະໄຕເອີຣົບກຽມພ້ອມໃຫ້ເຮົາກ່ອນທີ່ເຮົາຈະໄດ້ຍ່າງປ່າໄປປະມານ 30 ນາທີ ກ່ອນຮອດສາຍສະລິງສາຍທຳອິດ. ກຽມຕົວໃຫ້ພ້ອມສຳລັບການຂີ່ສະລິງຜ່ານປ່າ ດ້ວຍຄວາມຍາວປະມານ 400 ແມັດ. ຄວາມໄວຂອງມັນສຳຜັດໄດ້ເຖິງຄວາມບໍ່ສິ້ນສຸດເພາະທາງໜ້າເປັນປ່າທີ່ເບິ່ງບໍ່ເຫັນ ເປັນປະສົບການທີ່ໜ້າອັດສະຈັນ ແລະ ໜ້າຈື່ຈຳ.

ມີບໍລິການອາຫານທ່ຽງແບບປິກນິກທ່າມກາງທຳມະຊາດອີກດ້ວຍ. ພວກເຮົາຈະກັບໄປທີ່ແຄ້ມໃນຊ່ວງຕອນສວາຍໂດຍຜ່ານຫ້ວຍຜາແດງ, ບ່ອນທີ່ພວກເຮົາຈະໄດ້ມີເວລາຜັກຜ່ອນ, ລອຍນ້ຳກ່ອນທີ່ຈະໄດ້ນອນໃນບ້ານຕົ້ນໄມ້ອີກຄືນ.

ວັນ 3

ພາບລວມ

ເທິງຍອດພູສູງ

ເປັນມື້ທີ່ມີຄວາມທ້າທາຍຫຼາຍຂຶ້ນ ແຕ່ກໍ່ເປັນມື້ແຫ່ງການບອກລາເຊັ່ນດຽວກັນ! ຫຼັງຈາກຮັບປະທານອາຫາເຊົ້າແລ້ວ, ພວກເຮົາຈະຍ່າງຂຶ້ນພູຢ່າງຊ້າໆ ຜ່ານສວນຂອງປ່າທີ່ມີຕົ້ນໄມ້ໃຫຍ່. ທັນໃດນັ້ນເສັ້ນທາງກໍ່ສິ້ນສຸດລົງທີ່ກຳແພງຫີນທີ່ສູງຊັນ ເຊິ່ງນັ້ນແມ່ນການດຶງດູດຄວາມທ້າທາຍຕໍ່ໄປຂອງເຮົາ! ເພີດເພີນໄປກັບເສັ້ນທາງສັ້ນໆ ແຕ່ໜ້າຕື່ນເຕັ້ນຜ່ານຂົວອູເພື່ອໄປເຖິງຍອດພູ.

ເມື່ອຢູ່ເທິງຍອດພູທີ່ສູງທີ່ສຸດແຫ່ງໜຶ່ງໃນພື້ນທີ່ສູງ ແລະ ເປີດໂລ່ງພ້ອມກັບທິວທັດທີ່ສວຍງາມຂອງນ້ຳຕົກ 3 ແຫ່ງ ແລະ ທິວທັດທາງເໜືອຂອງແມ່ນ້ຳຂອງທີ່ເລິກເຂົ້າໄປນັ້ນແມ່ນປະເທດໄທ. ພວກເຮົາຈະຮັບປະທານອາຫານທ່ຽວຢູ່ນີ້ກ່ອນເດີນທາງກັບບ້ານໜອງຫຼວງ ເຊິ່ງໃຊ້ເວລາປະມານ 1ຊົ່ວໂມງ 30ນາທີ ເຊິ່ງມີລົດມາຖ້າຮັບເຮົາໄປທີ່ເມືອງປາກເຊ.