ນະຄອນຫຼວງວຽງຈັນເປັນເມືອງຫຼວງຂອງປະເທດລາວ, ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງແມ່ນ້ຳຂອງ.

ດ້ວຍຈຳນວນປະຊາກອນທີ່ມີຈຳນວນໜ້ອຍ, ນະຄອນຫຼວງວຽງຈັນຈຶ່ງເປັນເມືອງຫຼວງທີ່ນ້ອຍທີ່ສຸດເປັນອັນດັບສອງໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ມີບັນຍາກາດທີ່ສະບາຍໆບໍ່ຄືກັບເມືອງຫຼວງຢູ່ປະເທດອື່ນໆ. ເຮົາຈະພົບເຫັນນັກທ່ອງທ່ຽວນັ່ງພັກຜ່ອນແຄມນ້ຳເບິ່ງຕາເວັນຕົກດິນພ້ອມກັບເບຍເຢັນໆໃນມື. ສິ່ງທິ່ນິຍົມອີກຢ່າງໜຶ່ງຄືການໃຫ້ທານແກ່ພະສົງຈາກຜູ້ມີສັດທາເພື່ອຮັບພອນ ແລະ ໃຫ້ສິ່ງດີເຂົ້າມາ.

ສະຖາປັດຕະຍາກຳໃນນະຄອນຫຼວງວຽງຈັນສາມາດກຳນົດອິດທິພົນທາງປະຫວັດສາດຂອງຝຣັ່ງ ແລະ ສະຍາມ. ເຊິ່ງສະແດງອອກໃຫ້ເຫັນໃນແບບຂອງເຮືອນວິລລ່າທີ່ສ້າງໃນຍຸກເປັນຫົວເມືອງຂຶ້ນ ແລະ ອາຄານທີ່ໄດ້ຮັບແຮງບັນດານໃຈຈາກສະຍາມທີ່ແຈກຢາຍກັນຢູ່ທົວເມືອງ. ນອກຈາກນັ້ນຍັງມີເສດຊາກປະຫວັດສາດໃນກ່ອນຍຸກເປັນຫົວເມືອງຂຶ້ນຂອງເມືອງວຽງຈັນນັ້ນກໍ່ຄືວັດທີ່ສຳຄັນສອງແຫ່ງ: ວັດພຮະທາດຫຼວງ ແລະ ວັດຫໍພຮະແກ້ວ. ຖືກສ້າງຂຶ້ນຕັ້ງແຕ່ສັດຕະວັດທີ່ 16 ຖືກສ້າງເມື່ອພຮະເຈົ້າໄຊຍະເສດທິລາດສະຖາປະນາເມືອງວຽງຈັນໃຫ້ເປັນນະຄອນຫຼວງຂອງອານາຈັກລ້ານຊ້າງ.