Nam Nua waterfall, located just off the road between Xamneua and Viengxay, is approximately 80m high. The top of the waterfall is directly accessible from the road and is at its most stunning just after the rainy season.
Houaphanh
Nam Nua waterfall, located just off the road between Xamneua and Viengxay, is approximately 80m high. The top of the waterfall is directly accessible from the road and is at its most stunning just after the rainy season.
ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍແມ່ນປ່າສະຫງວນທີ່ໃຫຍ່ທີ່ສຸດແລະເປັນໜຶ່ງໃນປ່າສະຫງວນທີ່ມີຊີວະນາໆພັນຫຼາຍທີ່ສຸດໃນ ສປປລາວ. ນ້ໍາແອດ - ພູລເລີຍແມ່ນມີຄວາມເປັນເອກະລັກສະເພາະຕົວເມື່ອເວົ້າເຖິງຄວາມອຸດົມສົມບູນທາງປ່າໄມ້ ແລະ ສັດປ່າຊີວະນາໆພັນທີ່ອຸດົມສົມບູນຫຼາກຫຼາຍຊະນິດ, ເຊິ່ງຫຼາຍຊະນິດທີ່ໃກ້ຈະສູນພັນ, ລວມເຖິງ ສັດຕະກູນແມວ, ໝາໄນ, ທະນີແກ້ມຂາວ, ຄ່າງແວ່ນຖິ່ນເໜືອ, ໝີ, ນົກກົກຄຳ, ແລະ ຍັງມີຈໍາພວກເຫງັນຫາງຂໍ, ນາກນໍ້າ ແລະ ຫຼາກຫຼາຍສາຍພັນອີກຈໍານວນຫຼວງຫຼາຍ. ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຍັງມີ ນົກເກືອບ 200 ຊະນິດຖືກບັນທຶກໄວ້ຢູ່ໃນບັນຊີຂອງນົກ, ການໄດ້ຍິນສຽງຮ້ອງອັນມ່ວນຊື່ນໃນຕອນເຊົ້າຂອງສັດທີ່ໃກ້ຈະສູນພັນ ລວມທັງ ນົກເຕັນກິນປາ ແລະ ນົກປະເພດອື່ນໆ......
ກິດຈະກໍຳການທ່ອງທ່ຽວໃນອຸທິຍານແຫ່ງຊາດບໍ່ພຽງແຕ່ເປັນໂອກາດນ້ອຍໆທີ່ຈະເຫັນບ່ອນຢູ່ອາໄສຂອງສັດປ່າ ແລະ ທຳມະຊາດເທົ່ານັ້ນເຊິ່ງມັນເປັນສ່ວນນຶ່ງຂອງສປປລາວ ທີ່ຖືກອອກແບບມາເພື່ອສະໜັບສະໜູນການດຳລົງຊີວິດຂອງປະຊາຊົນຢູ່ໃນທ້ອງຖິ່ນແລະມີຈຸດປະສົງເພື່ອສ້າງຊຸມຊົນໃຫ້ມີການຮັກການອະນຸລັກສັດປ່າ. ເຊິ່ງປະຈຸບັນຢູ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍມີສອງຜະລິດຕະພັນການທ່ອງທ່ຽວຄື: ລາຍການລ່ອງເຮືອເບິ່ງສັດປ່າໃນຍາມກາງຄືນຢູ່ສາຍນໍ້າເນີນ ໄດ້ເປີດເປັນທາງການໃນປີ 2010 ແລະ ລາຍການຍ່າງປ່າຊົມທໍາມະຊາດທາງພູເລີຍ ເປີດເປັນທາງການໃນປີ 2016.
ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍຕັ້ງຢູ່ ພາກຕາເວັນອອກສ່ຽງເໜືອຂອງປະເທດລາວ ເຊິ່ງກວມເອົາ 3 ແຂວງຄື: ແຂວງຫົວພັນ, ແຂວງຊຽງຂວາງ ແລະ ແຂວງ ຫຼວງພະບາງ, ເຊິ່ງຖືໄດ້ວ່າເປັນເຂດອະນຸລັກທີ່ໃຫຍ່ທີ່ສຸດໃນປະເທດລາວ.
ຫ້ອງການອຸທິຍານແຫ່ງຊາດນໍ້າແອດ-ພູເລີຍຕັ້ງຢູ່ຕົວເມືອງ ເມືອງຮ້ຽມ ແຂວງ ຫົວພັນ.
ຖ້າທ່ານເດີນທາງມາແຕ່ຫລວງພະບາງ ຫຼື ໜອງຂຽວ ທ່ານສາມາດພົບກັບພະນັກງານນໍາທ່ຽວຂອງອຸທິຍານຢູ່ເມືອງຮ້ຽມ ແລະ ຂີ່ລົດເມໄປຫາຈຸດເລີ່ມທົວໃນຕອນເຊົ້າຂອງມື້ຕໍ່ໄປ ຫຼື ທ່ານສາມາດເດີນທາງໄປຫາບ້ານ ສົ້ນຂົວເພື່ອ ພົບພະນັກງານນໍາທ່ຽວຢູ່ບ້ານສົ້ນຂົວເລີຍ.
ຖ້າທ່ານເດີນທາງມາແຕ່ໂພນສະຫວັນ ຫຼື ຊໍາເໜືອ ທ່ານສາມາດພົບພະນັກງານນໍາທ່ຽວຂອງອຸທິຍານຢູ່ບ້ານສົ້ນຂົວເລີຍ. ເຊິ່ງລາຍການຍ່າງປ່າທັງໝົດຂອງພວກເຮົາແມ່ນເລີ່ມຢູ່ເມືອງຮ້ຽມ.
ອອກເດີນທາງຈາກຫລວງພະບາງ
ລົດເມສາທາລະນະ: ຕອນເຊົ້າ 7-8 ໂມງຂື້ນລົດເມຢູ່ຄິວລົດສາຍເໜືອຈາກຫລວງພະບາງ ແລະ ລົງຢູ່ບ້ານສົ້ນຂົວ. ລົດເມຈະມາຮອດເມືອງຮ້ຽມໃຊ້ເວລາປະມານ 10 ຊົ່ວໂມງ ແລະ ອີກ 1,5ຊົ່ວໂມງຈາກເມືອງຮ້ຽມຫາບ້ານສົ້ນຂົວ.
ລົດສ່ວນຕົວ ຫຼື ລົດຈັກ: ຈາກຫລວງພະບາງມາທາງເລກ 13 ເໜືອປະມານ 100 ກິໂລແມັດແລະລ້ຽວຂວາໄປທາງເລກ 1C ຢູ່ສາມແຍກປາກມອງ ( ຕິດຕາມເບິ່ງປ້າຍຊີ້ບອກເສັ້ນທາງໄປທາງໜອງຂຽວ ). ເດີນທາງໄປ 200 ກິໂລແມັດໄປຕາມເສັ້ນທາງເລກ 1C ທາງຕາເວັນອອກສຽງເໜືອໄປທາງ ເມືອງ ຮ້ຽມ. ຂັບລົດປະມານ 9-10 ຊົ່ວໂມງ.
ອອກເດີນທາງຈາກໜອງຂຽວ
ລົດເມສາທາລະນະ: ຂື້ນລົດເມຈາກຫລວງພະບາງຫາຊໍາເໜືອ ຈະມາຮອດໜອງຂຽວປະມານ 12 ໂມງຕອນສວາຍ ທ່ານສາມາດມາລົງຢູ່ເມືອງຮ້ຽມເຊີ່ງເປັນບ່ອນທີ່ຕັ້ງຂອງຫ້ອງການອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ແລະ ນອນຄ້າງຄືນທີ່ນີ່ ( ຂີ່ລົດເມ ຫາ ເມືອງຮ້ຽມ ແມ່ນໃຊ້ເວລາປະມານ 5-6 ຊົ່ວໂມງ ), ຫຼື ທ່ານສາມາດເດີນທາງຕໍ່ໄປບ້ານສົ້ນຂົວ ( ອີກ 1,5 ຊົ່ວໂມງອອກຈາກ ເມືອງຮ້ຽມ ) ບ່ອນທີ່ທ່ານສາມາດນອນຄ້າງຄືນຢູ່ເຮືອນປະຊາຊົນ ( ໂຮມສະເຕ ).
ລົດສ່ວນຕົວ ຫຼື ລົດຈັກ: ເດີນທາງຈາກໜອງຂຽວ 175 ກິໂລແມັດໄປຕາມເສັ້ນທາງເລກ 1C ທາງຕາເວັນອອກສຽງເໜືອ ຫາ ເມືອງຮ້ຽມ. ໃຊ້ເວລາ 5 ຊົ່ວໂມງ.
ເດີນທາງຈາກຊໍາເໜືອ
ລົດເມສາທາລະນະ: ມີລົດເມນ້ອຍອອກຈາກຄິວລົດເມຊໍາເໜືອຫາເມືອງຮ້ຽມທຸກໆມື້ອອກ 7-8 ໂມງເຊົ້າ.ເດີນທາງໃຊ້ເວລາປະມານ 3,5 – 4ຊົ່ວໂມງ.
ລົດສ່ວນຕົວ ຫຼື ລົດຈັກ: ໄປຕາມເສັ້ນທາງເລກ 6 ໄປທາງທິດຕາເວັນຕົກສຽງໃຕ້ ຫາເມືອງຄໍາ ຫຼື ໂພນສະຫວັນໄປທາງຂວາ ຜ່ານສາມແຍກບ້ານກໍຮິ້ງແລະໄປຕາມເສັ້ນທາງເລກ 1C ອີກ 7 ກິໂລແມັດ.
ອອກເດີນທາງຈາກໂພນສະຫວັນ
ລົດເມສາທາລະນະ: ມີລົດເມອອກຈາກໂພນສະຫວັນ 8.30 ຕອນເຊົ້າໃນທຸກໆມື້ ຢູ່ທີ່ “ຄິວລົດເມ ແຂວງ ຊຽງຂວາງ” ມາຈອດຢູ່ສາມແຍກກໍຮິ້ງ ແລະ ມີຊາວບ້ານຈະໄປຮັບທ່ານໄປບ້ານສົ້ນຂົວ ຫຼື ຖ້າທ່ານມີມື້ພັກຍາວທ່ານສາມາດເດີນທາງໄປຊໍາເໜືອເພື່ອໄປຢ້ຽມຢາມທ່ຽວຊົມເບິ່ງຖໍ້າຢູ່ວຽງໄຊ ແລະ ຫຼັງຈາກນັ້ນຂີ່ລົດເມຈາກວຽງໄຊຫາຄິວມົດເມຊໍາເໜືອ ແລະ ຂີ່ລົດເມຈາກຊໍາເໜືອຫາບ້ານສົ້ນຂົວໃນມື້ຕໍ່ໄປເພື່ອເລີ່ມເຮັດກິດຈະກໍາ.
ລົດສ່ວນຕົວ ຫຼື ລົດຈັກ: ໄປຕາມເສັ້ນທາງເລກ 6 ໄປທິດຕາເວັນຕົກສຽງໃຕ້ ຫາ ຊໍາເໜືອເສັ້ນທາງຜ່ານເມືອງຄໍາ ຜ່ານສາມແຍກ ບ້ານ ກໍຮິ້ງແລະໄປຕາມເສັ້ນທາງເລກ 1C ໄປອີກ 7 ກິໂລແມັດ.
ອອກເດີນທາງຈາກຈຸດທ່ອງທ່ຽວລ່ອງເຮືອເບິ່ງສັດປ່າໃນຍາມກາງຄືນ ບ້ານ ສົ້ນຂົວ
ລົດເມສາທາລະນະ: ລົດເມໄປຫລວງພະບາງ, ໜອງຂຽວ, ຊໍາເໜືອ ແລະ ໂພນສະຫວັນ ຜ່ານບ້ານສົ້ນຂົວທຸກໆມື້ໃນເວລາປະມານ 9:30-12 ໂມງຕອນທ່ຽງ. ກະລູນາແຈ້ງພະນັກງານນໍາທ່ຽວຂອງພວກເຮົາກ່ຽວກັບແຜນການເດີນທາງຂອງທ່ານໃນມື້ຕໍ່ໄປ ກ່ອນເລີ່ມທົວ ເພື່ອພະນັກງານນໍາທ່ຽວຈະໄດ້ລັດລົດເມໃຫ້ທ່ານຖືກເວລາ.