Trailblazer
Trailblazer

ໂພສ

Trailblazer

 

Legacies of War ຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍທີ່ຈະປະກາດໃຫ້ທຸກຄົນໄດ້ຮັບຮູ້ກ່ຽວກັບການຮ່ວມມືຂອງພວກເຮົາ (Legacies of War) ກັບ Artcles 22”Trailblazer.” ເພື່ອເລີ່ມຕົ້ນການເປີດຕົວໃນວັນພຸດ ວັນທີ່19 ເດືອນ8 ເຊິ່ງພວກເຮົາຈະຈັດລາຍການ “Thip Khao Talk” ເຊັ່ນກັນ. ຜູ້ອຳນວຍການບໍລິຫານຂອງພວກເຮົາ ນາງຊາຣາ ກຸຫຼາບດາລາ ແລະ ຜູ້ກໍ່ຕັ້ງ “Article 22”, Elizabeth Suda ໄດ້ປຶກສາຫາລືກັນກ່ຽວກັບວຽກງານ ແລະ ຄວາມທ້າທາຍຕ່າງໆທີ່ໄດ້ຮັບ. ການປຶກສາຫາລືກັນນັ້ນໄດ້ຮັບຄວາມຮ່ວມມື ແລະ ພິຈາລະນາຈາກຄະນະກຳມະການ Legacies of War, ນາງ ອໍລະໄທ ພົມມາລາ (Orathai Phommala). ຈາກມຸມມອງຂອງການເປັນຜູ້ປະກອບການ ແລະ ຜູ້ຊົມມີມຸມມອງທີ່ແຕກຕ່າງກັນອອກໄປກ່ຽວກັບວິທີທີ່ຜູ້ຄົນສາມາດສ້າງຜົນກະທົບໃນການເກັບກູ້ລະເບີດໃນປະເທດລາວ.

Elizabeth ໄດ້ເລົ່າໃຫ້ຟັງກ່ຽວກັບແບຣນ “Article 22” ເຊິ່ງເປັນແບຣນເຄື່ອງປະດັບສຳລັບຜູ້ຍິງວ່າມີຄວາມເປັນມາແນວໃດ ໃນການເດີນທາງມາສຳຫຼວດປະເທດລາວ. ລາວໄດ້ຮຽນຮູ້ກ່ຽວກັບສົງຄາມລັບໃນຂະນະທີ່ມາທ່ຽວປະເທດລາວ ແລະ ໄດ້ເຫັນປະຊາຊົນໃນທ້ອງຖິ່ນນຳເອົາເສດສ່ວນຂອງລະເບີດທີ່ຕົກຄ້າງ ມາຕີເປັນບ່ວງ. ການກະທຳນີ້ສະແດງໃຫ້ລາວເຫັນວ່າການທຳລາຍລ້າງສາມາດປ່ຽນມາເປັນສິ່ງທີ່ສວຍງາມໄດ້ ດ້ວຍຄວາມທ້າທາຍຫຼາຍຢ່າງທີ່ເຂົ້າມາແບບບໍ່ຢຸດຢັ້ງໃນລະວ່າງທີ່ກໍ່ຕັ້ງແບຣນ Article 22. ຜູ້ທີ່ຊື້ສິນຄ້າຈາກ Article 22 ບໍ່ພຽງແຕ່ຈະໄດ້ຮັບຄວາມສວຍງາມເທົ່ານັ້ນ ແຕ່ຍັງໄດ້ສະໜັບສະໜູນປະຊາຊົນຊົນໃນທ້ອງຖິ່ນທີ່ມີຄວາມສາມາດໃນການຜະລິດສິນຄ້າຕ່າງໆ ທີ່ໄດ້ເຮັດເຄື່ອງປະດັບ ແລະ ຍັງຊ່ວຍສົມທົບທຶນໃນການເກັບກູ້ລະເບີດໃນປະເທດລາວອີກດ້ວຍ.

ຊາຣາ ໄດ້ເລົ່າເຖິງປະສົບການຂອງລາວໃນການເຕີບໂຕມາເປັນຄົນລາວ - ອາເມລິກາທີ່ເກີດໃນປະເທດລາວ ແລະ ຍ້າຍໄປຢູ່ປະເທດອາເມລິກາຕັ້ງແຕ່ອາຍຸຍັງນ້ອຍ. ຄວາມທ້າທາຍໃນຊ່ວງໄວລຸ້ນຂອງລາວທີ່ໄດ້ເຕີບໂຕມາກັບ 2ວັດທະນະທຳ ແລະ ກໍຮັກທັງສອງປະເທດ. ຊາຣາ ໄດ້ຮັບແຮງບັນດານໃຈມາຈາກພໍ່ຂອງລາວທີ່ມີຄວາມຄິດຢາກຊ່ວຍເຫຼືອປະຊາຊົນໃນປະເທດລາວ, ຊາຣາ ຈຶ່ງເຂົ້າມາເປັນຜູ້ບໍລິຫານຄົນໃໝ່ຂອງ Legacies of War. ໃນຄວາມທ້າທາຍຫຼາຍຢ່າງທີ່ເກີດຂຶ້ນໃນຖານະທີ່ເປັນອົງກອນດຽວໃນສະຫະລັດອາເມລິກາ ທີ່ໃຫ້ຄວາມສຳຄັນກັບການເກັບກູ້ລະເບີດໃນປະເທດລາວ. ມີອີກຫຼາຍສິ່ງຫຼາຍຢ່າງໃຫ້ເອົາຊະນະ ແຕ່ຜົນລັບທີ່ໄດ້ມານັ້ນ ກໍຄຸ້ມຄ້າກັບສິ່ງທີ່ເສຍໄປ.

ດ້ວຍການຮ່ວມມືກັນເພື່ອກວດລ້າງ ແລະ ກັບກູ້ລະເບີດໃນປະເທດລາວ, Legacies of War ແລະ Article 22 ໄດ້ຮ່ວມມືກັນເພື່ອເອົາໂລກຂອງເຄື່ອງປະດັບມາເປັນສິ່ງສື່ຄວາມໝາຍ, “Trailblazer,” ສາຍແຂນທີ່ສະແດງເຖິງການເດີນທາງຂອງແຕ່ລະຄົນໃນການປູທາງເພື່ອສ້າງອະນາຄົດທີ່ດີ. “Trailblazer” ເກີດຂຶ້ນຈາກຄວາມຫວັງທີ່ຢາກຊ່ວຍເຫຼືອປະຊາຊົນຂອງຜູ້ກໍ່ຕັ້ງ Legacies of War, ນາງ ຈັນນະພາ ຄຳວົງສາ. ພວກເຮົາຄົງບໍ່ສາມາດຢູ່ໄດ້ ຖ້າ ນາງ ຈັນນະພາ ບໍ່ສ້າງຕັ້ງອົງກອນຂຶ້ນມາ. Article 22 ກໍຈະບໍ່ສາມາດມີມື້ນີ້ໄດ້ຖ້າ Elizabeth ບໍ່ມີໂອກາດໄດ້ມາທ່ຽວປະເທດລາວ ແລະ ຮຽນຮູ້ກ່ຽວກັບສົງຄາມລັບ. 

ຄລິກ ທີ່ນີ້ ເພື່ອເບິ່ງລາຍການ “Thip Khao Talk”

 
POSTED BY

Legacies of War

Legacies of War is the leading international U.S.-based educational and advocacy organization working to address the impact of conflict in Laos during the Vietnam War era, including removal of unexploded ordnance (UXO) and survivor assistance. 

We are working toward a future of healing and hope in Laos when there are zero deaths and injuries from unexploded bombs, when all survivors receive the support that they need, and when people can farm and build on their land in safety and peace.