ໂຄງການ Legacies of War ແມ່ນຫຍັງ? ຊ່ວຍເຫຼືອການເກັບກູ້ລະເບີດທີ່ຍັງບໍ່ແຕກ, ເພີ່ມຄວາມຫວັງ ແລະ ປີນປົວບາດແຜ ຕັ້ງແຕ່ 2004.
ໂຄງການ Legacies of War ແມ່ນຫຍັງ? ຊ່ວຍເຫຼືອການເກັບກູ້ລະເບີດທີ່ຍັງບໍ່ແຕກ, ເພີ່ມຄວາມຫວັງ ແລະ ປີນປົວບາດແຜ ຕັ້ງແຕ່ 2004.

ໂພສ

ໂຄງການ Legacies of War ແມ່ນຫຍັງ? ຊ່ວຍເຫຼືອການເກັບກູ້ລະເບີດທີ່ຍັງບໍ່ແຕກ, ເພີ່ມຄວາມຫວັງ ແລະ ປີນປົວບາດແຜ ຕັ້ງແຕ່ 2004.

 

ໂຄງການ Legacies of War ແມ່ນໂຄງການສາກົນເພື່ອການສຶກສາ ແລະ ການສະໜັບສະໜູນໂດຍອີງຕາມໂຄງການໃນສະຫະລັດອາເມລິກາທີ່ເຮັດວຽກເພື່ອແກ້ໄຂຜົນກະທົບຂອງຂໍ້ຂັດແຍ່ງໃນປະເທດລາວໃນສະໄໝສົງຄາມຫວຽດນາມ, ລວມທັງການເກັບກູ້ລະເບີດທີ່ຍັງບໍ່ແຕກ ແລະ ການຊ່ວຍເຫຼືອຜູ້ທີ່ລອດຊີວິດ.

ພວກເຮົາກຳລັງດຳເນີນໂຄງການເພື່ອຊ່ວຍເຫຼືອ ແລະ ມອບຄວາມຫວັງໃຫ້ກັບປະຊາຊົນໃນປະເທດລາວໃນເວລາທີ່ມີຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບຈາກລະເບີດທີ່ຍັງບໍ່ແຕກ ແລະ ເພື່ອຊ່ວຍໃຫ້ຜູ້ລອດຊີວິດໄດ້ຮັບຄວາມຊ່ວຍເຫຼືອຕາມທີ່ພວກເຂົາຕ້ອງການ. ໂຄງການນີ້ຈະຊ່ວຍໃຫ້ປະຊາຊົນສາມາດເຮັດໄຮ່ເຮັດນາ, ສ້າງບ້ານເຮືອນ ແລະ ຢູ່ກັບຄອບຄົວຢ່າງມີຄວາມສຸກ ໂດຍບໍ່ມີຄວາມກັງວົນໃດໆອີກ. 

ຈາກ Washington, D.C., ພວກເຮົາໄດ້ມີສ່ວນຮ່ວມ ແລະ ສ້າງຄວາມສຳພັນກັບລັດຖະບານພາກປະຊາສັງຄົມ ແລະ ບຸກຄົນໂດຍສະເພາະຄົນລາວທີ່ຢູ່ອາເມລິກາເພື່ອປູກຈິດສຳນຶກ ແລະ ເພີ່ມການສະໜັບສະໜູນທາງດ້ານການເງິນເພື່ອເກັບກູ້ລະເບີດທີ່ຍັງບໍ່ແຕກ ແລະ ຍັງຫຼົງເຫຼືອຢູ່ໃນປະເທດລາວ. ພວກເຮົາເຮັດວຽກໂດຍກົງກັບຜູ້ທີ່ມີອຳນາດສູງສຸດໃນການຕັດສິນໃຈທີ່ຢູ່ໃນລັດຖະບານສະຫະລັດອາເມລິກາ— ລວມທັງຝ່າຍບໍລິຫານ ແລະ ພາກເອກະຊົນ ແລະ ສື່ມວນຊົນເພື່ອໃຫ້ກຸ່ມຜູ້ມີອິດທິພົນເຫຼົ່ານີ້ໄດ້ຮັບຂໍ້ມູນ ແລະ ການວິເຄາະທີ່ໜ້າສົນໃຈ. ພວກເຮົາມີໜ້າທີ່ເປັນຜູ້ຈັດສປະຊຸມ ແລະ ຜູ້ຈັດງານຂອງອົງກອນພັນທະມິດ ແລະ ບຸກຄົນທີ່ຕ້ອງການແກ້ໄຂບັນຫາກ່ຽວກັບລະເບີດທີ່ຍັງຫຼົງເຫຼືອຢູ່ໃນປະເທດລາວ.

ນັບຕັ້ງແຕ່ການສ້າງຕັ້ງ Legacies ໃນປີ 2004 ໂດຍ ຈັນນະພາ ຄຳວົງສາ, ພວກເຮົາໄດ້ລະດົມທຶນເພື່ອເກັບກູ້ລະເບີດໃນລາວ ແລະ ຊ່ວຍເຫຼືອຜູ້ລອດຊີວິດເພີ່ມອີກ 20ຄົນ - ຈາກ 1,3 ລ້ານໂດລາໃນປີ 2004 ມາເປັນ 37,5 ລ້ານໂດລາໃນປີ 2020, ເຊິ່ງໄດ້ເຮັດໃຫ້:

  • ດຳເນີນການສຳຫຼວດລະດັບຊາດ ແລະ ເກັບກູ້ລະເບີດ. ທີມງານ 60ທີມກຳລັງດຳເນີນການສຳຫຼວດລະດັບຊາດເປັນຄັ້ງທຳອິດ ໂດຍມີເປົ້າໝາຍເພື່ອເພີ່ມປະສິດທິພາບ ແລະ ປະສິດທິຜົນໃນການສຳຫຼວດທີ່ດິນເພື່ອເກັບກູ້ລະເບີດ. ມີລະເບີດທີ່ຍັງບໍ່ແຕກຫຼາຍກວ່າ 1,3ລ້ານໜ່ວຍໄດ້ຖືກເກັບກູ້ຢູ່ພື້ນທີ່ເຮັດກະສິກຳ ແລະ ໝູ່ບ້ານຕ່າງໆ, ເພື່ອໃຫ້ປະຊາຊົນມີພື້ນທີ່ທຳມາຫາກິນ ແລະ ເພື່ອໃຫ້ປູກຝັງໄດ້.
  • ຮັກສາຊີວິດ. ການເສຍຊີວິດ ແລະ ບາດເຈັບຈາກລະເບີດບໍ່ທັນແຕກ, ໃນປີ2008ມີຄົນບາດເຈັບ ແລະ ເສຍຊີວິດ ສູງເຖິງ 302 ຄົນຕໍ່ປີ ແລະ ໃນປີ 2019 ຫຼຸດລົງຕຳກ່ວາ 50ຄົນລົງມາ ເຊິ່ງຫຼຸດລົງ 86 ເປີເຊັນ. ແຕ່ລະເບີດທີ່ຖືກເກັບກູ້ນັ້ນມີບໍ່ຮອດ 1ເປີເຊັນ, ເຊິ່ງມັນໄດ້ສົ່ງຜົນກະທົບໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ ຄວາມກ້າວໜ້າໃນການພັດທະນາຊຸມຊົນ. ເປົ້າໝາຍຂອງພວກເຮົາໃນອີກ 10ປີຂ້າງໜ້າແມ່ນບໍ່ໃຫ້ມີຄົນເສຍຊີວິດ ແລະ ບາດເຈັບຈາກລະເບີດອີກ.
  • ສະໜັບສະໜູນຜູ້ລອດຊີວິດ. ຜູ້ທີ່ພິການ ຫຼື ໄດ້ຮັບບາດເຈັບຈະໄດ້ຮັບການຮັກສາ ແລະ ຊ່ວຍເຫຼືອຜ່ານໂຄງການລະຫວ່າງໜ່ວຍງານ ເພື່ອໃຫ້ກຳລັງໃຈ ແລະ ຊ່ວຍເຫຼືອຄົນພິການ. ມີຜູ້ເຄາະຮ້າຍໄດ້ຮັບບາດເຈັບຈາກລະເບີດຢ່າງໜ້ອຍ 12,000ຄົນ ແລະ ຄອບຄົວຂອງພວກເຂົາຕ້ອງການຄວາມຊ່ວຍເຫຼືອ.
  • ການບັນລຸເປົ້າ ໝາຍ ການພັດທະນາ. ລະເບີດທີ່ຍັງບໍ່ໄດ້ຮັບການເກັບກູ້ຍັງຕົກຄ້າງຢູ່ໃນພື້ນທີ່ໜຶ່ງສ່ວນສາມຂອງເນື້ອທີ່ດິນໃນປະເທດລາວ ເຮັດໃຫ້ບໍ່ສາມາດເຂົ້າເຖິງການກະສິກຳ ແລະ ພັດທະນາຊຸມຊົນໄດ້. ການສະໜັບສະໜູນຂອງສະຫະລັດອາເມລິກາສຳລັບການເກັບກູ້ລະເບີດ ແລະ ການສະໜັບສະໜູນເປົ້າໝາຍການພັດທະນາແບບຍືນຍົງໂດຍການເກັບກູ້ລະເບີດເພື່ອເປີດເສັ້ນທາງສູ່ສັນຕິພາບ, ຄວາມປອດໄພ,  ການຮ່ວມມືກັນເພື່ອພັດທະນາ ແລະ ສ້າງພັນທະມິດທີ່ດີໃນອາຊີ.
  • ເພີ່ມທະວີການພົວພັນສອງຝ່າຍ. ຄວາມມຸ່ງໝັ້ນໃນການເກັບກູ້ລະເບີດໃນປະເທດລາວເຮັດໃຫ້ໝັ້ນໃຈວ່າອາເມລິກາມີສະຖານະທີ່ເຂັ້ມແຂງໃນອາຊີຕາເວັນອອກສ່ຽງໃຕ້ເຊິ່ງເປັນພື້ນທີ່ຂອງຕະຫຼາດທີ່ກຳລັງເຕີບໂຕ ແລະ ຄວາມຈະເລີນກ້າວໜ້າດ້ານເສດຖະກິດທີ່ສຳຄັນສຳລັບຜົນປະໂຫຍດດ້ານ ການຄ້າໃນໄລຍະຍາວຂອງສະຫະລັດອາເມລິກາ.

ການໄດ້ຮັບຄວາມໃສ່ໃຈ ແລະ ຄວາມຊ່ວຍເຫຼືອທີ່ເພີ່ມຂຶ້ນນັ້ນ ພວກເຮົາໄດ້ຊ່ວຍສ້າງຜົນກະທົບໃນທາງທີ່ດີໃນປະເທດລາວ. ທີ່ດິນຫຼາຍແຫ່ງໄດ້ຖືກເກັບກູ້ລະເບີດ, ປະຊາຊົນຮູ້ສຶກປອດໄພຂຶ້ນ. ມີການດູແລ ແລະ ຊ່ວຍເຫຼືອເພີ່ມເຕີມສຳລັບຄົນທີ່ໄດ້ຮັບຜົນກະທົບຈາກລະເບີດທີ່ຍັງບໍ່ແຕກ ເຊິ່ງມີປະມານ 20,000ຄົນທີ່ອາໄສຢູ່ໃນລາວ. ດ້ວຍເຫດນີ້ Legacies of War ຈຶ່ງໄດ້ຮວບຮວມຜູ້ຄົນເພື່ອມາຊ່ວຍເຫຼືອ, ຊ່ວຍພັດທະນາ ແລະ ສົ່ງເສີມໃຫ້ສິ່ງທີ່ເຄີຍພັງພິນາດຍ້ອນສົງຄາມ ດີຂື້ນກວ່າເກົ່າ.

 
POSTED BY

Legacies of War

Legacies of War is the leading international U.S.-based educational and advocacy organization working to address the impact of conflict in Laos during the Vietnam War era, including removal of unexploded ordnance (UXO) and survivor assistance. 

We are working toward a future of healing and hope in Laos when there are zero deaths and injuries from unexploded bombs, when all survivors receive the support that they need, and when people can farm and build on their land in safety and peace.