ນໍ້າຕົກຕາດ ແລະ ຍ່າງປ່າເຮືອນຮັງນົກ
ນໍ້າຕົກຕາດ ແລະ ຍ່າງປ່າເຮືອນຮັງນົກ

ກາງແຈ້ງ

ນໍ້າຕົກຕາດ ແລະ ຍ່າງປ່າເຮືອນຮັງນົກ

 

ໄລຍະເວລາ

3 Days

ລາຄາເລີ່ມຕົ້ນ

 

ລະຫັດ

HO-3D2N-NEPL-03

ໄລຍະເວລາໃນການຈອງ

Always

ລະດັບຄວາມຍາກ-ງ່າຍຂອງກິດຈະກຳ

Moderate to Difficult

ໄປຮັບ

Exclude

ຈຸດເລີ່ມຕົ້ນ

Hotel

ໄປຮັບ/ເວລາເລີ່ມຕົ້ນ

8.30AM

ໄປສົ່ງ

Exclude

ຈຸດສິ້ນສຸດ

Muang Hiem

ໄປສົ່ງ/End Time

3 PM

ນັກທ່ອງທ່ຽວ

Family Without Young Children , Friends , Solo , couple

ຈຸດໝາຍປາຍທາງ

ສິ່ງທີ່ຕ້ອງເຮັດ

ອຸທິຍານແຫ່ງຊາດນໍ້າ​ແອດ-​ພູ​ເລີຍ

 

Day Tour Type Type


 

Booking Date


 

ລະຫັດການຈອງ (join)
Join


 
Adult
 

1

 
 
Lao Resident
 

0

 
 
ລາຄາລວມ
 
 

ວັນ 1

ພາບລວມ

ມື້ທີ 1 ຍ່າງເຂົ້າໄປໃນອຸທິຍານແຫ່ງຊາດ ແລະ ເພີດເພີນໄປກັບນໍ້າຕົກຕາດຕາມເສັ້ນທາງ ແລະ ຄ້າງຄືນໃນແຄ້ມ. (ຍ່າງ 6 ກິໂລແມັດ.4 ຊົ່ວໂມງ. ຄວາມສູງ. ສູງ / ຕຳ: + 1225 / -550m. ສະເລ່ຍ ປະມານຄ້ອຍຊັນ: +11% / - 7.5)

ຕ່ອນເຊົ້າ:

 ພະນັກງານນຳທ່ຽວຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຈະພົບກັບທ່ານໃນເວລາ 8:00 ໂມງເຊົ້າ ທີ່ເຮືອນພັກໃນເມືອງ ຮ້ຽມ

ກ່ອນອື່ນໝົດ,ໄປຫ້ອງການອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ແລະ ສູນຂໍ້ມູນນັກທ່ອງທ່ຽວໃນເມືອງ ຮ້ຽມ. ພະນັກງານນຳທ່ຽວຈະນຳສະເໜີ ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ແລະ ແນະນຳຄວາມພະຍາຍາມໃນການອະນຸລັກສັດປ່າ

ຫຼັງຈາກຂີ່ລົດປະມານ 45 ນາທີ ຕາມເສັ້ນທາງທີ່ສະຫງົບຜ່ານພູຜາປ່າດົງທີ່ສວຍງາມ ແລະ ຜ່ານເຂດເຊື່ອມຕໍ່ຂອງອຸທິຍານ ທ່ານຈະໄປຮອດບ້ານ ສາກົກ, ເປັນບ້ານຊົນເຜົ່າ ຂະມຸ ຕັ້ງຢູ່ໃກ້ກັບເຂດອຸທິຍານແຫ່ງຊາດ.

ພະນັກງານນຳທ່ຽວບ້ານ, ຜູ້ເປ້ເຄື່ອງ ແລະ ຜູ້ແຕ່ງອາຫານຈະລໍຖ້າຕ້ອນຮັບທ່ານທີ່ສູນຂໍ້ມູນທ່ອງທ່ຽວບ້ານ, ເຊິ່ງມີທິວທັດທີ່ສວຍງາມຂອງໝູ່ບ້ານ ແລະ ພູຜາປ່າດົງທີ່ຢູ່ອ້ອມຮອບ ແລ້ວ ພະນັກງານນຳທ່ຽວຈະຊີ້ບອກກ່ຽວກັບເສັ້ນທາງຂອງການທ່ອງທ່ຽວທີ່ກຳລັ່ງຈະມາເຖີ່ງ.

ການຍ່າງເລີ່ມປະມານ 9 ໂມງ 30 ນາທີ,ເລີ່ມຕົ້ນແມ່ນຈະຍ່າງຜ່ານໄຮ່ເຂົ້າ,ສ່ວນຢາສູບ,ແລະໄຮ່ສາລີ ຂອງໝູ່ບ້ານ ແລະ ຮຽນຮູ້ກ່ຽວກັບວິທີການປູກເຂົ້າໄຮ່ ແລະ ຊີວິດການເປັນຢູ່ໃນຊຸນຊົນນັ້ນ.

ຢູ່ຂອບເຂດຂອງທົ່ງນາ ແລະ ປ່າໄມ້, ເພີດເພີນກັບຮັບປະທານອາຫານ ແລະ ເບິ່ງທົ່ງນາ. ພະນັກງານນຳທ່ຽວຈະອະທິບາຍກ່ຽວກັບເຂດຄຸ້ມຄອງທີ່ແຕກຕ່າງກັນຂອງອຸທິຍານແຫ່ງຊາດ

ຕອນບ່າຍ

ຫຼັງຈາກອາຫານທ່ຽງ, ເລີ່ມຕົ້ນຍ່າງເຂົ້າໄປໃນເຂດອຸທິຍານແຫ່ງຊາດຕາມເສັ້ນທາງທີ່ຖືກສ້າງ ແລະ ປັບປຸງໂດຍຊາວບ້ານໄປຫາຕາດລອຍແຄ້ມ. ເສັ້ນທາງດັ່ງກ່າວແມ່ນໄດ້ຍ່າງຜ່ານປ່າປະສົມປ່ຽນໃບ. ພະນັກງານຈະອະທິບາຍໃຫ້ທ່ານຮູ້ຈັກຕົ້ນໄມ້ທີ່ເປັນຢາຕາມເສັ້ນທາງ

ມື້ທຳອິດຂອງການຍ່າງທີ່ຂ້ອນຂ້າງສັ້ນ.ຫລັງຈາກປະມານ 2-3 ຊົ່ວໂມງ, ທ່ານຈະໄປຮອດນໍ້າຕົກຕາດເລີຍ ແລະ ຕາດລອຍ. ໃຊ້ເວລາພັກຜ່ອນ, ລອຍນໍ້າຢູ່ສອງບ່ອນນັ້ນ, ມັນເປັນໜຶ່ງນໍ້າຕົກຕາດທີ່ສວຍງາມທີ່ສຸດທີ່ພົບເຫັນໃນບໍລິເວນນີ້ກ່ອນທີ່ຈະຮອດແຄ້ມ

ຕອນແລງ - ຮັບປະທານອາຫານຄຳ

ຮັບປະທານອາຫານພື້ນເມືອງຂອງຊົນເຜົ່າຂະມຸທີ່ກຽມພ້ອມໂດຍຜູ້ແຕ່ງກິນ ແລະ ເປ້ເຄື່ອງ.ຫລັງຈາກນັ້ນພັກຜ່ອນໂດຍການນັ່ງອ້ອມກ້ອງໄຟ ແລະ ປ່າດົງດິບທາງທຳມະຊາດຂອງອຸທິຍານແຫ່ງຊາດນໍ້າແອດ-ເລີຍ. ພະນັກງານນຳທ່ຽວບ້ານຈະເຫລົ່ານິທານ ຂະມຸ ກ່ຽວກັບມັງກອນ,ສັດປ່າ ແລະ ຜີ

ທາງເລືອກ: ຫຼັງຈາກຄ່ໍາ, ພະນັກງານຈະນໍາພາທ່ານຍ່າງກາງຄືນສັ້ນໆ (ປະມານ 30 ນາທີ) ໃກ້ໆແຄ້ມເພື່ອເບິ່ງແມງໄມ້ ແລະສັດຂະໜາດນ້ອຍອື່ນໆໃນກາງຄືນ.

ກາງຄືນ:

ນອນຢູ່ອູ່ (ນຶ່ງຄົນຕໍ່ອູ່)

ວັນ 2

ພາບລວມ

ທີ່ 2 ຍ່າງຜ່ານພູພາໄຫມ,ເບິ່ງສັດປ່າທີ່ຫໍຄອຍ ແລະ ຄ້າງຄືນໃນເຮືອນຮັ່ງນົກ. (12 ກິໂລແມັດ. 7 ຊົ່ວໂມງ.ຄວາມສູງ ສູງ /ຕຳ + 895m / - 660m. ສະເລ່ຍ. ຄ້ອຍຊັນ +11% / - 11%)

ຕອນເຊົ້າ

ຕື່ນແຕ່ເຊົ້າ ແລະ ກ່ອນອາຫານເຊົ້າຍ່າງຂື່ນພູທີ່ຢູ່ໃກ້ໆແຄ້ມເພື່ອເບິ່ງສັດປ່າຈາກກ້ອງດັກຖ່າຍທີ່ຕິດຕັ້ງໄວ້,ເບິ່ງນົກ, ແລະ ຖ້າທາ່ນໂຊກດີຈະໄດ້ຍິນສ່ຽງທະນີແກ້ມຂາວຮ້ອງ ທີ່ມີຊື່ວ່າ ທະນີແກ້ມຂາວພາກເໜືອ ທີ່ຫາຍາກ.

ຫລັງຈາກນັ້ນກັບມາແຄ້ມ,ຮັບປະທານອາຫານເຊົ້າ. ມື້ນີ້ທ່ານຈະເດີນທາງຈາກພູເລີຍຜ່ານປ່າດົງ ແລະ ຂື້ນພູເຂົາໄປຫາເຮືອນຮັ່ງນົກຕັ້ງຢູ່ໃກ້ໆກັບ ປູ່ງນຽດ ແລະ ເບິ່ງສັດປ່າທີ່ຫໍຄອຍ

ເສັ້ນທາງດັ່ງກ່າວຜ່ານປ່າໄມ້ ແລະ ພູມສັນຖານທີສວຍງາມ,ຂຸມຄອງທີ່ຍັງເຫລືອຈາກສົງຄາມ ການເດີນທາງແມ່ນ 12 km ແລະໃຊ້ເວລາປະມານ 7 ຊົ່ວໂມງ ຜ່ານຈອມພູພາໄຫມ (ຄວາມສູງ 1500 m) ແລ້ວຍ່າງຕາມເສັ້ນທາງລົງໄປຫາແຄ້ມ

ຈອມພູພາໄຫມມີທີວທັດທີ່ດີເລີດໃນເຂດອຸທິຍານແຫ່ງຊາດ ແລະ ສາມາດເບິ່ງເຫັນບ້ານ ສາກົກ ຈາກບ່ອນທີ່ເລີ່ມຕົ້ນຍ່າງ ແລ້ວ ທ່ານຈະຮັບປະທານອາຫານທ່ຽງຢູ່ທີ່ນັ້ນ ແລະ ຮັບຊົມທີວທັດທຳມະຊາດພ້ອມ

ຕອນບ່າຍ

ເມື່ອມາຮອດແຄ້ມຮັ່ງນົກໃນຕອນທ່ຽງ ແລະ ພະນັກງານນຳທ່ຽວຈະຊີ້ໃຫ້ທເຫັນເຖິງທີ່ພັກຂອງທ່ານ - ເຮືອນຮັ່ງນົກທີ່ແຂວນຢູ່ຕົ້ນໄມ້ ແລ້ວມາເພີດເພີນໄປກັບເວລາຫວ່າງຕໍ່ການພັກຜ່ອນ, ອາບນໍ້າໃນແມ່ນໍ້າທີ່ໃກ້ຄຽງ ແລະ ສົດຊື່ນກັບທຳມະຊາດ

ຕອນແລງ

ຮັບປະທານອາຫານຄໍາໂດຍແມ່ນອາຫານພື້ນເມືອງຂອງຊົນເຜົ່າຂະມຸທີ່ແຕ່ງຈາກກຸ່ມແຕ່ງອາຫານໃນເວລາປະມານ 6-7 ໂມງແລງ. ອາຫານຄໍາແມ່ນກິນຢູ່ແຄ້ມ ແລະ ບໍ່ໄດ້ຮັບອະນຸຍາດໃຫ້ເອົາອາຫານໄປກິນທີ່ຫໍຄອຍ

ຫຼັງຈາກຮັບປະທານອາຫານຄຳແລ້ວທ່ານຈະໄດ້ຮັບຄຳເນາະນຳໂດຍຫຍໍ້ກ່ຽວກັບການເບິ່ງສັດປ່າທີ່ມາກິນປຸ່ງ ເຊີ່ງມັນເປັນປຸ່ງທີ່ໃຫຍ່ທີ່ສຸດໃນເຂດອຸທິຍານແຫ່ງຊາດ ແລະ ພະນັກງານນຳທ່ຽວຈະຊີ້ແຈ້ງໃຫ້ຮູ້ກ່ຽວກັບຊະນິດສັດປ່າທີ່ມັກພົບເຫັນ ແລະ ອະທິບາຍກ່ຽວກັບກົດລະບຽບ ແລະ ຄວາມຄາດຫວັງຕໍ່ການເບິ່ງສັດປ່າ

ມັນເປັນສິ່ງສຳຄັນທີ່ຈະຕ້ອງປະຕິບັດຕາມກົດລະບຽບທີ່ແນະນຳໄວ້ເຊັ່ນ: ບໍ່ສົນທະນາກັນ, ບໍ່ກິນອາຫານໃນຫໍຄອຍ. ພວກເຮົາຈະຢູ່ທີ່ຫໍຄອຍເປັນເວລາ 2-3 ຊົ່ວໂມງ (ຂື້ນກັບທ່ານ) ຈົນກ່ວາ 11 ໂມງ 30 ນາທີ

ສັດທີ່ມັກພົບເຫັນເລື້ອຍທີ່ອາດຈະເຫັນລວມມີ ກວາງ,ຟານ ແລະ ເຫງັນຊະນິດຕ່າງໆ ຖ້າທ່ານໂຊກດີອາດຈະເຫັນສັດທີ່ຫວງຫ້າມອື່ນໆເຊັ່ນ: ໝີ,ໜາໄນ,ແມວປ່າຫຼາຍຊະນິດ ແລະ ອື່ນໆ.

ກະລຸນາໃສ່ເຄື່ອງນຸ່ງອຸ່ນເພາະມັນເຢັນຫລາຍໃນເວລາກາງຄືນ.

ຄືນ

ຄ້າງຄືນໃນເຮືອນຮັ່ງນົກ ແລະ ສອງຄົນຕໍ່ໜຶ່ງເຮືອນຮັ່ງນົກເພື່ອຄວາມປອດໄພ ແລະ ຄວາມສະບາຍຂອງທ່ານ

ວັນ 3

ພາບລວມ

ມື້ທີ່ 3. ມື້ສຸດທ້າຍ ຟັ່ງສ່ຽງທະນີຮ້ອງຕອນເຊົ້າ ແລະ ເບິ່ງນົກ ຫຼັງຈາກນັ້ນຍ່າງອອກຈາກອຸທິຍານ ( 7 Km ຍ່າງຕາມປ່າ + 5 Km ຂີ່ລົດ ຕ໋ອກ ຕ໋ອກ. 4 ຊົ່ວໂມງຍ່າງປ່າ + 1 ຊົ່ວໂມງຂີ່ລົດ ຕ໋ອກ ຕ໋ອກ. ລະດັບຄວາມສູງ. ສູງ/ຕຳ + 420m/-460m. ໂດຍສະເລ່ຍເປີ້ນພູ +10%/-11%)

ຕອນເຊົ້າ

ກ່ອນຮັບປະທານອາຫານເຊົ້າ,ພະນັກງານນຳທ່ຽວຈະໃຫ້ທາງເລືອກສອງທາງ:

ທາງເລືອກທີ່ໜື່ງ: ຕື່ນນອນ 6 ໂມງເຊົ້າ ຍ່າງກັບໄປປຸ່ງເພື່ອເບີ່ງຮອຍຕີນສັດປ່າ ແລະ ໃຊ້ເວລາປະມານ 1 ຊົ່ວໂມງໃນຫໍຄອຍ,ເຊີ່ງມັນເປັນເວລາທີ່ດີສຳລັບການເບີ່ງນົກ ຫຼັ່ງຈາກນັ້ນໄປນຳພະນັກງານນຳທ່ຽວເພື່ອໄປເບີ່ງສັດປ່າຖືກກ້ອງດັກຖ່າຍ.

ທາງເລືອກທີ່ສອງ: ຕື່ນນອນ 5:30 Am ຍ່າງໄປຫາຈຸດຟັງທະນີປະມານ 20 ນາທີ ເພື່ອຟັງສ່ຽງທະນີຮ້ອງ,ເພີດເພີນໄປກັບການເບີ່ງນົກ ແລະ ຕາເວັນອອກ ມາຈາກຈຸດຊົ່ມວີວໃນຕົ້ນໄມ້. ປະມານ 6:30 ນາທີ ພະນັກງານນຳທ່ຽວພາໄປເບີ່ງສັດປ່າຈາກກ້ອງດັກຖ່າຍທີຕິດຕັ້ງໄວ້

ກັບມາແຄ້ມ,ຮັບປະທານອາຫານເຊົ້າ ແລະ ເບີ່ງຮູບສັດປ່າທີ່ໄດ້ມາຈາກກ້ອງດັກຖ່າຍທີ່ຕິດຕັ້ງໄວ້ຜ່ານມາ

 

12 ບ້ານອ້ອມຂ້າງມີສ່ວນຮ່ວມໃນໂຄງການນີ້ເຊີ່ງໄດ້ຮັບກອງທຶນພັດທະນາບ້ານໂດຍອີງໃສ່ຈໍານວນ ແລະ ຊະນິດຂອງສັດປ່າ,ແລະ ສັດປ່າທີ່ໄດ້ລະບຸໄວ້ ແລະ ເບິ່ງຮູບສັດປ່າໃນກ້ອງດັກຖ່າຍ (ຄ່າທຳນຽມແມ່ນລວມຢູ່ໃນລາຄາທົວ).

 

ເດີນທາງຈາກເຮືອນຮັ່ງນົກໄປຫາບ້ານນໍ້າປຸ່ງ

ມື້ສຸດທ້າຍຂອງການຍ່າງແມ່ນໄປຕາມເສັ້ນທາງປ່າໄມ້ 7,5 km.ຜ່ານປ້ອມຍາມ ແລະ ຍ່າງຜ່ານປ່າດົງດິບ, ປ່າປະສົມປ່ຽນໃບ ພະນັກງານນຳທ່ຽວຈະອະທິບາຍໃຫ້ຮູ້ພືດທີ່ເປັນຢາ ແລະ ຕິດຕາມເບິ່ງສັດປ່າຕາມເສັ້ນທາງຈາກເຮືອນຮັ່ງນົກສູ່ບ້ານ ນໍ້າປຸ່ງ

ຕອນບ່າຍ

ການເດີນທາງມີຄວາມສູງປານກາງກ່ອນທີ່ຈະລົງມາໃນຂົງເຂດທຳການຜະລິດຂອງປະຊາຊົນ. ຢູ່ບໍລິເວນມີປ່າໄມ້ ແລະ ທົ່ງນາ, ແລ້ວທ່ານຈະໄດ້ຮັບອາຫານທ່ຽງ ລັງຈາກນັ້ນໄປດ້ວຍລົດ ຕ໋ອກ ຕ໋ອກ ໂດຍຜ່ານໄຮ່ເຂົ້າ,ທົ່ງນາ ແລະ ໄຮ່ສາລີ ປະມານ 5 km ຫາບ້ານ ນໍ້າປຸ່ງ ເຊິ່ງເປັນບ້ານຊົນເຜົ່າຂະມຸ,ລາວ  ຕັ້ງຢູ່ຂອບເຂດຊາຍແດນຂອງອຸທິຍານແຫ່ງຊາດ.

ເມື່ອຮອດບ້ານກຸ່ມບໍລິການກໍຈະສັ່ງລາທ່ານໂດຍຈະມີລົດຕູ້ມາຮັບແລ້ວກັບໄປເມືອງ ຮ້ຽມ ໃນຕອນບ່າຍ

ສິນສຸດຕໍ່ການທ່ອງທ່ຽວ

ສີ່ງທີ່ຄວນກະກຽມ

ສະພາບອາກາດ: - ສະພາບອາກາດຈະຮ້ອນລະຫວ່າງຕອນກາງເວັນ ແລະ ໜາວໃນຕອນກາງຄືນ. ແນະນໍາໃຫ້ທ່ານເອົາເຄື່ອງນຸ່ງເພີ່ມ ຕື່ມ.

ນໍ້າ: - ໃຫ້ທ່ານຫມັ້ນໃຈວ່າພວກເຮົາສະໜອງນໍ້າດື້ມທີ່ຕົ້ມແລ້ວໃນການເດີນທາງທ່ອງທ່ຽວເປັນເວລາຫລາຍມື້.ໃຫ້ທ່ານເອົາຢາຂ້າເຊື້ອແບ໊ດເຕີເຣຍເພື່ອກັ່ນຕອງນໍ້າຂອງທ່ານເອງ.

ພວກເຮົາຂໍແນະນຳໃຫ້ທ່ານເອົາກະເປົານ້ອຍພຽງໜ່ວຍດຽວໄປນຳ ແລະ ເອົາກະເປົາໃຫຍ່ເອົາໄວ້ໃນບ້ານ ຫຼື ລົດຂອງທ່ານ

ສິ່ງທີ່ຄວນເອົາໄປນຳ:

  • ເສື້ອກັນຝົນ ຫຼື ເຄື່ອງພວນຝົນ
  • ເສື້ອກັນໜາວ (ສະເພາະເດືອນ ພະຈິກ ເຖິງ ເດືອນກຸມພາ ໜາວຫຼາຍ)
  • ໝວກກັນແດດສຳລັບກາງເວັນ ແລະ ກາງຄືນ
  • ໂສ້ງຂາຍາວສຳລັບຍ່າງປ່າ
  • ເກີບຍ່າງປ່າ ແລະ ເກີບສຳລັບອາບນໍ້າ
  • ເຄື່ອງນຸ່ງສຳລັບອາບນໍ້າ (ເສື້ອສັ້ນ ແລະ ເສື້ອຍືດ).ບໍ່ໃຫ້ທ່ານອາບນໍ້າແບບເປືອຍກາຍ ຫຼື ໃຊ້ບີກີນີ
  • ເຄື່ອງນຸ່ງອຸ່ນສຳລັບນອນ (ເດືອນພະຈິກ ເຖິງ ເດືອນກຸມພາ ໜາວຫລາຍ)
  • ອາຫານຫວ່າງ (ອາຫານສະຫນອງໃຫ້, ທ່ານສາມາດເອົາບາງສິ່ງບາງຢ່າງມາກິນໄດ້ເຊັ່ນວ່າ: ເຂົ້າໜົມ)
  • ຢ່າຂ້າເຊື້ອ (ສຳລັບການເດີນທາງທ່ອງທ່ຽວຫລາຍມື້ແມ່ນສະຫນອງນໍ້າຕົ່ມ)
  • ຜ້າເຊັດໂຕ
  • ຢາໄລ່ແມງໄມ້
  • ໄຟສາຍ
  • ກ້ອງສ່ອງທາງໄກ
  • ຂວດນໍ້າທີສາມາດໃຊ້ຍາວນານ (ເພື່ອຊ່ວຍພວກເຮົາຫຼຸດຜ່ອນສິ່ງເສດເຫລືອ)

ສິ່ງທີ່ປະກອບສ່ວນເຂົ້າມີ:

  • ຄ່າທຳນຽມເຂົ້າອຸທິຍານ
  • ກອງທຶນພັດທະນາບ້ານ
  • ຄ່າທຳນຽມຫ້ອງການຖະແຫຼ່ງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວເມືອງ
  • ພະນັກງານນຳທ່ຽວຂອງອຸທິຍານ
  • ກຸ່ມບໍລິການບ້ານ: ກຸ່ມນຳທ່ຽວບ້ານ / ກຸ່ມເຮືອ, ກຸ່ມເປເຄື່ອງ, ກຸ່ມແຕ່ງກິນກິນ, ກຸ່ມຊັກເຄື່ອງ ແລະ ກຸ່ມຫັດຖະກຳ
  • ການຂົນສົ່ງເມືອງ-ບ້ານ
  • ອາຫານ ແລະ ນໍ້າ
  • ອຸປະກອນນອນ (ເສື່ອນອນ, ມຸ້ງກັນຍຸງ, ໝອນ ແລະ ຖົງນອນ)
  • ຖົງຕີນ

 

ທາງເລືອກ:

  • ທ່ານສາມາດເອົາກະເປົານອນ ຫຼື ຜ້າປູທີ່ນອນຂອງທ່ານເອງໄປໄດ້ (ພວກເຮົາສະໜອງຖົງນອນ, ແຕ່ສາມາດໃຊ້ຂອງທ່ານເອງຖ້າມີ)
  • ກຸ່ມເປ້ເຄື່ອງຂອງພວກເຮົາຈະເປ້ເຄື່ອງນອນ, ຖ້າທ່ານຕ້ອງການໃຫ້ກຸ່ມເປ້ເຄື່ອງຂອງສ່ວນຕົວຂອງທ່ານ, ທ່ານອາດຈະຈ່າຍຄ່າພິເສດສຳລັບກຸ່ມເປ້ເຄື່ອງ. ກະລຸນາສອບຖາມພະນັກງານຂອງພວກເຮົາເພີ້ມຕື່ມ.

ສອບຖາມຂໍ້ມູນເພີ່ມຕື່ມກະລຸນາຕິດຕໍ່ info@namet.org