ພາບລວມ
ຮຽນຮູ້ກ່ຽວກັບໝີສາຍພັນຕ່າງໆ ແລະ ຄວາມເບີ່ງແຍ່ງເອົາໃຈໃສ່ຂອງສູນຊ່ວຍເຫຼືອ. ຈະຍ່າງປ່າຂື້ນໄປທາງເທິງຂອງນ້ຳຕົກຕາດເພື່ອວິວທິວທັດການຖ່າຍຮູບທີ່ດີທີ່ສຸດ ຫຼື ຈະຫຼິ້ນນ້ຳໃນສະລອຍນ້ຳທີ່ເຢັນໆກໍ່ໄດ້ຖ້າຫາກທ່ານລົງໄປທາງດ້ານລຸ່ມຂອງນ້ຳຕົກ. ລະຫວ່າງທາງກັບເຂົ້າເມືອງເຮົາຈະພາແວ່ ຊິມກະແລ້ມນົມຄວາຍຈາກ ຜະລິດຕະພັນຈາກນົມຄວາຍລາວ ຫຼື ຟາມຄວາຍ
ຈຸດເດັ່ນຂອງການທ່ອງທ່ຽວ
- ທ່ຽວຊົມນ້ຳຕົກຕາດທີ່ມີຊື່ສຽງທີ່ສຸດໃນປະເທດລາວ ແລະ ລອຍນ້ຳໃນຈຸດລອຍນ້ຳສີຟ້າຄາມທີ່ສວຍງາມຢູ່ດ້ານລຸ່ມ
- ສຳຫຼວດປ່ານໃນຫຼວງພະບາງເພື່ອຄົ້ນຫານ້ຳພຸເທິງພູເຂົາທີ່ຫ່າງໄກ, ແຫຼ່ງທີ່ມາຂອງນ້ຳຕົກຕາດກວາງຊີ ແລະ ນ້ຳສີຟ້າຄາມ
- ຊິມກະແລ້ມນົມຄວາມທີ່ຜະລິດຕະພັນຈາກນົມຄວາຍລາວ ຫຼື ຟາມຄວາຍ
ສິ່ງທີ່ລວມຢູ່ໃນທົວ
- ບໍລິການຮັບ - ສົ່ງ
- ກະແລ້ມນົມຄວາຍ 1 ກ້ອນ
ການແນະນຳໃນການນຸ່ງຖື
- ເສື້ອຜ້າສະບາຍໆ
- ເກີບບັງຕຸບ ຫຼື ເກີບຫຸ້ມສົ້ນ
ສິ່ງທີ່ຄວນເອົາມາ
- ກ້ອງ
- ຄີມກັນແດດ
- ແວ່ນຕາກັນແດດ
- ຊຸດລອຍນ້ຳ ຖ້າຫາກທ່ານຢາກລອຍນ້ຳທີ່ຕາດກວາງຊີ