ການຜະລິດເຄື່ອງຫັດຖະກຳເພື່ອຂາຍໃຫ້ກັບນັກທ່ອງທ່ຽວແມ່ນອີກວິທີໜື່ງ ທີ່ປະຊາຊົນທ້ອງຖິ່ນຍັງສາມາດຫາລາຍໄດ້ເພີ່ມ ພວກເຂົາຍັງຮັກສາສິລະປະ, ສີໄມ້ລາຍມືອັນດັ່ງເດີມຂອງພວກເຂົາ, ມັນເປັນວິທີທີ່ດີກວ່າ ທີພວກເຂົາຈະຂາຍວັດຖຸໂບຮານ ແລະ ມໍລະດົກຂອງຄອບຄົວ, ເນື່ອງຈາກວ່າປະຊາຊົນທ້ອງຖິ່ນຍັງສາມາດຮັກສາ ສິລະປະຫັດຖະກຳທາງດ້ານວັດທະນະທຳ ແລະ ມໍລະດົກອັນເກົ່າແກ່ຂອງພວກເຂົາ.
ການໄປທ່ຽວຊົມໝູ່ບ້ານຊົນເຜົ່າຂະມຸ ເຊິ່ງມັນໄດ້ສະແດງໃຫ້ເຮົາຮູ້ວ່າ ໄມ້ໄຜ່ສາມາດນຳມາໃຊ້ໃນຊິວິດປະຈຳວັນຂອງຊາວບ້ານໄດ້ທຸກຢ່າງຕາມທີ່ຕ້ອງການ ເຊັ່ນວ່າ: ກະຕ່າໃສ່ເຄື່ອງ ແລະ ກະຕ່າເປ້, ບ່ວງ, ໂຕະ, ກັບດັກປາ, ຫວດເຂົ້າ ແລະ ເຮືອນຊານບ້ານຊອງຂອງພວກເຂົາເອງ! ໂດຍປົກກະຕິ ຜູ້ຍິງສ່ວນໃຫຍ່ມັກຈະມີເບື້ອງຫຼັງວຽກງານສິລະປະຫັດຖະກຳຂອງລາວເຮົາ, ແຕ່ໃນກໍລະນີຂອງການຈັກສານໄມ້ໄຜ່ຂອງຊົນເຜົ່າຂະມຸ ສ່ວນຫຼາຍແມ່ນຜູ້ຊາຍເປັນຜູ້ສຶກສາ ແລະ ຮຽນຮູ້ຂອງການຈັກສານຂອງໄມ້ໄຜ່.
ຊົນເຜົ່າມົ້ງ ເປັນຊົນທີ່ມີທັກສະທາງດ້ານສິລະປະ ຖັກແສ່ວແຜ່ນແພ, ລວມທັງການຜະລິດປ່ານ, ການພິມບາຕິກດ້ວຍຂີ້ເຜິງ ແລະ ການຍ້ອມສີທຳມະຊາດ. ພວກເຂົາເປັນທີ່ຮູ້ຈັກກັນດີໃນດ້ານຫັດຖະກຳ ຖັກແສ່ວ ແລະ ເຄື່ອງປະດັບຕົກແຕ່ງທີ່ປານີດ. ຕາມປະເພນີແລ້ວ, ທັກສະເຫຼົ່ານີ້ແມ່ນໃຊ້ເຂົ້າໃນການຕົບແຕ່ງຂອງເສື້ອຜ້າ ໂດຍສະເພາະແມ່ນໃຊ້ໃນໂອກາດບຸນປີໃໝ່ຂອງຊາວມົ້ງ. ເຖິງຢ່າງໃດກໍ່ຕາມ ທຸກມື້ນີ້ແມ່ຍິງຊາວມົ້ງຍັງມີແນວຄິດປະດິດສິ່ງຕ່າງໆ ຂອງເຂົາເຈົ້າເຂົ້າໃນການເຮັດກະເປົາ, ເຄື່ອງຫຼິ້ນ, ເຄື່ອງປະດັບ ແລະ ສິນຄ້າອື່ນໆ.
ຊົນເຜົ່າລາຮູຂາວ ທີ່ຢູ່ຕາມໝູ່ບ້ານຕ່າງໆ ເຊັ່ນວ່າ: ຊາວບ້ານໂຕແລ ທີ່ເປັນໝູ່ບ້ານຜະລິດຝ້າຍທຳມະຊາດທີ່ສວຍງາມ. ເຊິ່ງມັນເປັນຂະບວນການທີ່ໃຊ້ແຮງງານຄົນຫຼາຍພໍສົມຄວນ. ພວກເຂົາຕ້ອງປູກ ແລະ ກັບກ່ຽວຝ້າຍທີ່ເຮັດດ້ວຍມືຈະນຳເອົາໄປຕຳ່ຫູກເພື່ອຜະລິດເປັນເສື້ອຜ້າ.
ຊົນເຜົ່າ ແລນແຕນ ເປັນຊົນເຜົ່າທີ່ມີຄວາມສາມາດໃນການຜະລິດເຈ້ຍໄມ້ໄຜ່. ເຊິ່ງຈະນຳເອົາໄມ້ໄຜ່ໄປຕົ້ມ ແລະ ຕົ້ມໃຫ້ຈົນເປື່ອຍເປັນນຳ້, ເພື່ອຈະນຳເອົາໄປເທໃສ່ແຜ່ນຜ້າທີ່ກຽມໄວ້. ຫຼັງຈາກນັ້ນກໍ່ເອົາໄປຕາກແດດໃຫ້ແຫ້ງ. ເຈ້ຍດັ່ງກ່າວຈະນຳໄປໃຊ້ໃນພິທີກຳທາງສາສະໜາຂອງຊົນເຜົ່າແລນແຕນເປັນສ່ວນໃຫຍ່. ພວກເຂົາຍັງມີການແກະສະຫຼັກໜ້າກາກໄມ້ ແລະ ເຮັດເຈ້ຍໄມ້ໄຜ່ ພ້ອມກັນນັ້ນຍັງມີການຍ້ອມຝ້າຍສີທຳມະຊາດເພື່ອນຳໄປຜະລິດເປັນເສື້ອຜ້າ.
ຊົນເຜົ່າໄຕລື ເປັນເຜົ່າທຳອິດທີ່ມີການຕຳ່ຫູກທໍໄໝຂອງປະເທດລາວ, ມີການສ້າງແຜ່ນແພ, ຝ້າຍ ແລະ ໄໝຈາກທຳມະຊາດ ທີ່ມີຄວາມລະອຽດອ່ອນເພື່ອຈຸດປະສົງທາງສາສະໜາ ແລະ ຊິວິດປະຈຳວັນ. ຍັງເປັນທີ່ຮູ້ຈັກກັນດີ ໃນຄວາມສາມາດຂອງພວກເຂົາເຈົ້າໃນການຍ້ອມສີທຳມະຊາດ ທີ່ໄດ້ເຮັດຈາກວັດຖຸທຳມະຊາດ ເຊັ່ນວ່າ: ໃບໄມ້, ດອກໄມ້, ຈາກໄມ້ ແລະ ແມງໄມ້ ອື່ນໆ. ເຄື່ອງຫັດຖະກຳໄຕລື ຢູ່ແຂວງບໍ່ແກ້ວຈຳນວນໜຶ່ງແມ່ນໄດ້ສົ່ງເຄື່ອງຫັດຖະກຳ ທີ່ມີຄຸນະພາບສູງໄປຍັງບັນດາ ຫ້າງຮ້ານຕ່າງໆ ພາຍໃນແຂວງຫຼວງພະບາງ ແລະ ສະຖານທີ່ອື່ນໆ.
ແມ່ຍິງ ຊົນເຜົ່າອາຄາ ກໍ່ແມ່ນອີກຊົນເຜົ່າໜື່ງທີມີການຜະລິດເສັ້ນຝ້າຍທຳມະຊາດດ້ວຍມື. ທ່ານອາດຈະເຫັນພວກເຂົາປັນເສັ້ນຝ້າຍ ທີ່ມີເຄື່ອງມືແຕກຕ່າງຂອງພວກເຂົາເຈົ້າ, ມີຮູບຮ່າງຄ້າຍຄືມີການປັ່ຝ້າຍຢູ່ຈອມຂອງກົງປິ່ນ.