A UNESCO Heritage Wat Phou at Champasak
A UNESCO Heritage Wat Phou at Champasak
Photo by : Danou

ຈຸດໝາຍປາຍທາງ

ຈຳປາສັກ / ປາກເຊ

ແຂວງຈຳປາສັກຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງປະເທດລາວ. ເມືອງປາກເຊແມ່ນເມືອງຫຼວງເຊິ່ງຕັ້ງຢູ່ຈຸດທີ່ເຊໂດນ ແລະ ແມ່ນ້ຳຂອງໄຫຼມາພົບກັນ.

ປາກເຊເປັນເມືອງມີທີ່ຕັ້ງທີ່ດີ ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນໂດຍພວກອານານິຄົມຝຣັ່ງໃນປີ ຄສ. 1905 ໃນຖານະເປັນເມືອງຫຼວງຂອງການປົກຄອງ. ມີປະຊາກອນປະມານ 90,000 ຄົນທີ່ອາໄສໃນເມືອງນີ້ ເຊິ່ງເປັນໜຶ່ງສູນກາງການເມືອງ ແລະ ເສດຖະກິດຫຼັກຂອງປະເທດລາວ. ປະຊາກອນສ່ວນໃຫຍ່ທີ່ອາໄສຢູ່ຫັ້ນແມ່ນຄົນທີ່ມີເຊື້ອຊາດຈີນ ຫຼື ຫວຽດນາມ, ແຕ່ຍັງມີປະຊາກອນສ່ວນໜຶ່ງໃນແຂວງຈຳປາສັກທີ່ມີການໃຊ້ພາສາ, ວັດທະນາທຳ ແລະ ວິຖີຊີວິດເປັນຂອງຕົນເອງ.

ທ່ານສາມາດທ່ຽວຊົມນ້ຳຕົກຕາດທີ່ໃຫຍ່ທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ໃນແຂວງຈຳປາສັກ ນັ້ນກໍ່ຄື ນ້ຳຕົກຕາດຄອນພະເພັງ, ເຊິ່ງສາມາດໄປໄດ້ທັງສອງທາງຄື ທາງເຮືອ ແລະ ທາງລົດ. ວັດຂະເໝນບູຮານບາງວັດທີ່ໄດ້ຖືກສ້າງຕັ້ງກ່ອນວັດອັງກໍໃນກຳປູເຈຍກໍ່ສາມາດພົບເຫັນໄດ້ເຊັ່ນດຽວກັນ.

ຈຸດໝາຍປາຍທາງ

ປະຫວັດຫຍໍ້

ເມືອງປາກເຊໄດ້ສ້າງຕັ້ງຂື້ນ ແລະ ເປັນບ່ອນບໍລິຫານວຽກຂອງຝຮັ່ງເສດ ໃນປີ ຄສ 1905 ແລະ ເປັນນະຄອນຫຼວງຂອງອານາຈັກຈຳປາສັກ ຈົນມາຮອດປີ 1946 ເມື່ອອານາຈັກໄດ້ຖືກສ້າງຂື້ນ.

ເມືອງປາກເຊເຄີຍເປັນທີ່ພັກອາໃສຂອງ ເຈົ້າບຸນອຸ້ມ ນະ ຈຳປາສັກ ເຊິ່ງເປັນຜູ້ມີອິດທິພົນຫຼາຍໃນສົງຄາມລາວໃນສະໄໝນັ້ນ. ໃນປີ ຄສ 1974, ວັງຈຳປາສັກນັ້ນຖືກສ້າງຂຶ້ນໂດຍເຈົ້າບຸນອຸ້ມ ແຕ່ຍັງບໍ່ທັນສຳເລັດຕາມທີ່ລາວຕ້ອງການ. ແລະ ໃນປີຕໍ່ມາວັງກໍ່ຕົກເປັນຂອງກອງກຳລັງຂອງປະເທດລາວ.

ຕັ້ງແຕ່ນັ້ນມາເສດຖະກິດປາກເຊກໍ່ຂະຫຍາຍຕົວເພີ່ມໃນປະເທດລາວ. ຂົວມິດຕະພາບທີ່ເຊື່ອມຕໍ່ລະຫວ່າງປະເທດໄທ ແລະ ເມືອງປາກເຊກໍ່ຊ່ວຍໃຫ້ເມືອງສາມາດເຊື່ອມໂຍງເຂົ້າກັບປະເທດອ້ອມຂ້າງໃຫ້ດີກວ່າເກົ່າ.

ຈຸດໝາຍປາຍທາງ

ສະພາບອາກາດໂດຍລວມ

ປາກເຊມີ 3 ລະດູຄື:

- ອາກາດເຢັນແຫ້ງ (ເດືອນພະຈິກ ຫາ ເດືອນມັງກອນ): ໃນຊ່ວງນີ້ອຸນຫະພູມສະເລ່ຍປະມານ 20 - 33 ອົງສາ. ເດືອນທີ່ໜາວທີ່ສຸດແມ່ນເດືອນມັງກອນ. ລະດູການນີ້ເປັນເວລາທີ່ດີທີ່ສຸດໃນການທ່ຽວຊົມເມືອງປາກເຊເນື່ອງຈາກມີອາກາດທີ່ເຢັນສະບາຍ. ເຖິງຢ່າງໃດກໍ່ຕາມອຸນຫະພູມຈະຫຼຸດລົງເມື່ອຕາເວັນຕົກດິນ, ໃຫ້ທ່ານເສື້ອຜ້າ - ເຄື່ອງນຸ່ງທີ່ໃຫ້ຄວາມອົບອຸ່ນມານຳ.

- ອາກາດຮ້ອນແຫ້ງ (ເດືອນກຸມພາ ຫາ ເດືອນເມສາ): ໃນຊ່ວງນີ້ອຸນຫະພູມສະເລ່ຍປະມານ 22 – 38 ອົງສາ. ກະລຸນານຳຄີມກັນແດດ ແລະ ຄັນຮົ່ມມານຳ ເພື່ອປ້ອງກັນການຖືກແດດເຜົາ. ນອກຈາກນີ້່ຍັງແນະນຳໃຫ້ຮັກສາຄວາມຊຸ່ມຊື່ນຢູ່ສະເໝີ.

- ລະດູຝົນ (ເດືອນພຶດສະພາ ຫາ ເດືອນຕຸລາ): ໃນຊ່ວງນີ້ອຸນຫະພູມສະເລ່ຍປະມານ 28 – 38 ອົງສາໃນຊ່ວງຕົ້ນລະດູການ. ແລະ ມີອຸນຫະພູມຕ່ຳສຸດແມ່ນ 20 ອົງສາເມື່ອເຂົ້າສູ່ລະດູໜາວ. ຝົນຈະໜັກສຸດໃນເດືອນສິງຫາ ແລະ ເດືອນກັນຍາ. ທາງທີ່ດີເຮົາແນະນຳໃຫ້ທ່ານນຳຄັນຮົ່ມຕິດໂຕມານຳໃນລະດູການນີ້.

ຈຸດໝາຍປາຍທາງ

ຖ້ຽວບິນໄປປາກເຊ

ດ້ວຍຍົນ

ສະໜາມບິນແຫ່ງຊາດປາກເຊເປັນສະໜາມບິນແຫ່ງຊາດແຫ່ງທີ່ສາມໃນປະເທດລາວ. ບໍ່ໄດ້ມີຖ້ຽວບິນໄປປາກເຊທຸກມື້ຄືນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ. ແຕ່ຍັງມີຕົວເລືອກຈາກໂຮຈີມິນ ແລະ ບາງກອກ, ປະເທດໄທ.

ນີ້ຄືພາບລວມຂອງການເຊື່ອມຕໍ່ຖ້ຽວບິນທີ່ເປັນໄປໄດ້ສຳລັບທ່ານ.

ຈາກໂຮຈີມິນ - ປະເທດຫວຽດນາມ

12:00 ໂມງ

13:35 ໂມງ  

  Lao Airlines 516               

 - 

T

 - 

T

S

   SGN-PKZ

ຈາກບາງກອກ - ປະເທດໄທ

12:50 ໂມງ

14:20 ໂມງ 

  Lao Airlines 224               

S

M

W

F

  BKK-PKZ

ຖ້ຽວບິນພາຍໃນປະເທດຈາກນະຄອນຫຼວງວຽງຈັນ

8:00 ໂມງ

9:15 ໂມງ

  Lao Airlines 305               

S

M

-

W

-

F

-

  VTE-PKZ

14:50 ໂມງ

16:20 ໂມງ

  Lao Skyway 216

S

M

T

W

T

F

S

  VTE-PKZ

18:00 ໂມງ  

17:15 ໂມງ  

  Lao Airlines 303

S

M

T

 -

T

F

S

  VTE-PKZ

ຖ້ຽວບິນພາຍໃນປະເທດຈາກຫຼວງພະບາງ

10:40 ໂມງ 

12:20 ໂມງ

  Lao Airlines 513               

M

W

F

  LPQ-PKZ

ຈຸດໝາຍປາຍທາງ

ລົດໂດຍສານສາທາລະນະໃນປາກເຊ

ການຂົນສົ່ງຈາກແຂວງອື່ນໄປຫາປາກເຊ         

ເດີນທາງຈາກ

ຈຸດໝາຍປາຍທາງ

ປະເພດລົດເມ

ໄລຍະທາງ

ເວລາອອກເດີນທາງ

ລາຄາ*

ໝາຍເຫດ

ນະຄອນຫຼວງວຽງຈັນ

ປາກເຊ

Local

 

10:00 ໂມງ

12:30 ໂມງ

13:30 ໂມງ

14:00 ໂມງ

14:30 ໂມງ

15:00 ໂມງ

15:30 ໂມງ

16:00 ໂມງ

110,000 ກີບ

13 ຊົ່ວໂມງ

ລົດເມດ່ວນ

 

07:15 ໂມງ

18:00 ໂມງ

19:00 ໂມງ

20:00 ໂມງ

140,000 ກີບ

10 ຊົ່ວໂມງ

VIP (ລົດເມນອນ)

 

20:30 ໂມງ

21:00 ໂມງ

170,000 ກີບ

8 ຊົ່ວໂມງ

ອຸບົນ  (ປະເທດໄທ)

ປາກເຊ

VIP

 

08:00 ໂມງ

70,000 ກີບ

 

ບ້ານມ່ວງ

ຈຳປາສັກ

ປາກເຊ

ລົດເມດ່ວນ

 

07:30 ໂມງ

35,000 ກີບ

 

ຄຳມ່ວນ

ປາກເຊ

VIP

322 Km

Every hour from 08:30​ ໂມງ

70,000 ກີບ

 

ລົດເມດ່ວນ

60,000 ກີບ

 

ຊຽງຂວາງ, ຄິວລົດເມສາຍໃຕ້ບຸນມີໄຊ 

ປາກເຊ

 

 

07:15 ໂມງ

120,000 ກີບ

16 ຊົ່ວໂມງ

 

 

 

ການຂົນສົ່ງຈາກປາກເຊໄປຫາແຂວງອື່ນ

ເດີນທາງຈາກ

ຈຸດໝາຍປາຍທາງ ປະເພດລົດເມ ໄລຍະທາງ ເວລາອອກເດີນທາງ ລາຄາ* ໝາຍເຫດ

ປາກເຊ

ດອນໂຂງ

ລົດເມດ່ວນ

 

07:30 ໂມງ

55,000 ກີບ

 

ດອນໂຂງ/ ເມືອງໂຂງ

ສອງແຖວ

 

09:15 ໂມງ

15:30 ໂມງ

50,000 ກີບ

ສະຖານີຂົນສົ່ງສາຍໃຕ້

ດອນຄອນ

 

09:00 ໂມງ

15:30 ໂມງ

50,000 ກີບ

ບ້ານນາກາສັກ

 

09:00 ໂມງ

15:30 ໂມງ

50,000 ກີບ

ຈຳປາສັກ

 

10:00 ໂມງ

11:00 ໂມງ

12:00 ໂມງ

20,000 ກີບ

ຕະຫຼາດດາວເຮືອງ

ເມືອງປາກຊ່ອງ

 

08:30 ໂມງ 

09:30 ໂມງ

12:30 ໂມງ

20,000 ກີບ

ສະຖານີຂົນສົ່ງສາຍໃຕ້

ແຂວງເຊກອງ

Local

 

07:00 ໂມງ

08:00 ໂມງ

09:00 ໂມງ

11:30 ໂມງ

35,000 ກີບ

ສະຖານີຂົນສົ່ງສາຍເໜືອ

Vip

 

15:15 ໂມງ

45,000 ກີບ

ລົດເມດ່ວນ

 

07:30 ໂມງ

08:30 ໂມງ

09:30 ໂມງ

10:30 ໂມງ

11:30 ໂມງ

40,000 ກີບ

ຄິວລົດເມແສງຈະເລີນ

ແຂວງອັດຕະປື

Local

 

07:00 ໂມງ

08:00 ໂມງ

09:00 ໂມງ

11:30 ໂມງ

45,000 ກີບ

ສະຖານີຂົນສົ່ງສາຍໃຕ້

Vip

 

15:15 ໂມງ

55,000 ກີບ

ລົດເມດ່ວນ

 

07:30 ໂມງ

08:30 ໂມງ

09:30 ໂມງ

10:30 ໂມງ

11:30 ໂມງ

50,000 ກີບ

ຄິວລົດເມແສງຈະເລີນ

ແຂວງຄຳມ່ວນ

Local

 

07:30 ໂມງ

08:30 ໂມງ

09:30 ໂມງ

10:30 ໂມງ

11:30 ໂມງ

60,000 ກີບ

ຄິວລົດເມແສງຈະເລີນ/ສະຖານີຂົນສົ່ງສາຍໃຕ້

 

ຈຸດໝາຍປາຍທາງ

ການເດີນທາງໄປອ້ອມຮອບໃນຈຳປາສັກ

ການເດີນທາງໄປອ້ອມຮອບຈຳປາສັກ

ທ່ານສາມາດຈ້າງລົດສອງແຖວ ແລະ ຕຸກໆເພື່ອທ່ຽວອ້ອມຈຳປາສັກ. ນອກຈາກນີ້ທ່ານຍັງສາມາດຕິດຕໍ່ສະຖານນີລົດເມປະຈຳທາງໃນເມືອງ, ບ້ານພັກ ຫຼື ໂຮງແຮມຂອງທ່ານເພື່ອໃຫ້ທ່ານຈັດການກະກຽມການເດີນທາງທ່ຽວອ້ອມເມືອງ, ແຂວງ.

ຖ້າຫາກທ່ານຕ້ອງການເດີນທາງດ້ວຍເຮືອທ່ານສາມາດເຂົ້າຮ່ວມການລ່ອງເຮືອສຸດຫຼູທີ່ແມ່ນ້ຳຂອງ ເຊິ່ງຈະພາທ່ານລ່ອງໄປຕາມແມ່ນ້ຳຂອງ. ນອກຈາກນີ້ຍັງມີຜູ້ໃຫ້ບໍລິການທົວອີກຫຼາຍບໍລິສັດທີ່ສາມາດຈັດທົວໃຫ້ທ່ານທ່ຽວອ້ອມຮອບຈຳປາສັກໄດ້. ສຳລັບນັກທ່ອງທ່ຽວແບັກແພັກເກີ້ ຫຼື ນັກທ່ອງທ່ຽວອິດສະຫຼະສາມາດເຊົ່າລົດຈັກ ແລະ ລົດໃຫຍ່ໄດ້ນຳຜູ້ໃຫ້ບໍລິການເຊັ່ນດຽວກັນ.