ການອະນຸລັກໝີ
ການອະນຸລັກໝີ

ໂພສ

ການອະນຸລັກໝີ

 

ການຊ່ວຍເຫຼືອໝີ ທີ່ບໍ່ແມ່ນເລື່ອງນ້ອຍໆ.

ສູນຊ່ວຍເຫຼືອໝີ Free the Bears (FTB) ທີ່ຕາດກວາງຊີ, ຫຼວງພະບາງໄດ້ຖືກສ້າງຂຶ້ນໃນປີ 2003. ປັດຈຸບັນມີໝີດຳ ຫຼື moon bear ຫຼາຍກວ່າ 30 ໂຕ, ນັບແຕ່ໝີອາຍຸນ້ອຍ ຈົນເຖິງ ໝີທີ່ໃຫຍ່ເຕັມໄວ. ໃນປະເທດລາວ, ຈຳນວນໝີຫຼຸດລົງຢ່າງໄວວາ ຈາກການເພີ່ມຂຶ້ນຂອງຟາມໝີ ທີ່ລ້ຽງເພື່ອເອົາບີຂອງມັນໄປຂາຍ ແລະ ການຄ້າຂາຍສັດປ່າທີ່ຜິດກົດໝາຍ. ໝີຖືກລ່າເພື່ອເອົາໄປເຮັດເປັນຢາພື້ນເມືອງ, ເປັນເຄື່ອງປະດັບໃນເຮືອນ, ເປັນສັດລ້ຽງຫາຍາກ ທັງຍັງໃຊ້ເປັນສິ່ງດຶງດູດແຂກໃນຮ້ານອາຫານ.

ໝີທຸກໂຕທີ່ຢູ່ສູນອະນຸລັກສັດປ່າ ແມ່ນຖືກຊ່ວຍເຫຼືອມາຈາກການຄ້າຂາຍສັດປ່າຜິດກົດໝາຍ. ພະນັກງານສູນ ເວົ້າໃຫ້ຟັງວ່າປັດຈຸບັນຢູ່ປະເທດລາວ ຍັງມີໝີປະມານ 120 ໂຕ ທີ່ຖືກລ້ຽງໄວ້ໃນຟາມເພື່ອຜະລິດບີໄປຂາຍ ຫຼື ເກັບເປັນສັດລ້ຽງກົມກວດກາປ່າໄມ້ ໃນລາວ ແລະ ສູນ FTB ພວມເຮັດວຽກຮ່ວມກັນໃນການຍຸດຕິບັນຫາ ແລະ ການກະທຳດັ່ງກ່າວ. ບີໝີຖືກນຳມາໃຊ້ເປັນຢາພື້ນເມືອງ ເຊິ່ງເວົ້າກັນວ່າມັນຊ່ວຍບັນເທົາຄວາມເຈັບປ່ວຍ, ແກ້ປວດ, ເຈັບຫົວ, ເປັນໄຂ້, ອາການອັກເສບ, ພະຍາດຕັບ ແລະ ລະລາຍກ້ອນນິ້ວໃນຖົງບີ, ເຖິງແມ່ນວ່າຈະຍັງບໍ່ມີການພິສູດທາງວິທະຍາສາດກໍ່ຕາມ. ຄົນເກົາຫຼີ, ຫວຽດນາມ ແລະ ຈີນ ເປັນລູກຄ້າຫຼັກໃນການຊື້ບີໝີ, ທາງສູນອະນຸລັກຈຶ່ງໄດ້ເພີ່ມພາສາດັ່ງກ່າວ ໃສ່ປ້າຍຂໍ້ມູນຕ່າງໆທີ່ຕາດກວາງຊີ ເພື່ອໃຫ້ນັກທ່ອງທ່ຽວຈາກປະເທດນັ້ນ ເຂົ້າໃຈເຖິງບັນຫາ. ມາຮອດເດືອນພະຈິກ 2019, ສູນ FTB ສາມາດຊ່ວຍເຫຼືອໝີໄດ້ເພີ່ມອີກ 17 ໂຕໃນປີນີ້, ຖືເປັນສະຖິຕິທີ່ສູງສຸດຂອງສູນອະນຸລັກ.

ດ້ວຍຈຳນວນການກອບກູ້ໝີທີ່ເພີ່ມຂື້ນ, ສູນ  FTB  ກໍ່ມີຄວາມຈຳເປັນທີ່ຕ້ອງຂະຫຍາຍ. ໃນປີ 2017 ໄດ້ມີການເປີດ Luang Prabang Wildlife Sanctuary (LPWS) ຫຼື ສູນທີ່ພັກອາໄສສຳລັບສັດປ່າ ທີ່ສາມາດຮອງຮັບໝີໄດ້ເຖິງ 150 ໂຕ, ລວມເຖິງສັດສະຫງວນທີ່ຊ່ວຍເຫຼືອມາໄດ້ ຈາກການລັກລອບຂົນສົ່ງມາຈາກປະເທດຈີນ ເຊັ່ນ: ຄ່າງ, ແມວດາວ, ນົກ, ຊະມົດ ແລະ ໝີແພນດາແດງ.

ຕອນທີ່ຂ້ອຍໄດ້ເຂົ້າຮ່ວມທົວອະນຸລັກໝີ, ຂ້ອຍເຮັດວຽກກັບນິກກີ້ ແລະ ທີມງານ ເພື່ອກະກຽມ ແລະ ເຊື່ອງອາຫານໃຫ້ໝີມາຊອກ. ພວກເຮົາຢືນເບິ່ງມັນຢູ່ທີ່ຊານ ທີ່ແນມເຫັນບໍລິເວນອ້ອມຮອບທີ່ຢູ່ອາໄສຂອງມັນ ແລະ ພາກັນຫົວຂວັນເວລາມັນມາຊອກຫາອາຫານ. 

ທົວອະນຸລັກໝີ ເປັນປະສົບການອັນໜຶ່ງທີ່ຂ້ອຍຢາກແນະນຳ ເວລາມາທ່ຽວຫຼວງພະບາງ. ລາຍໄດ້ທັງໝົດຈະຖືກນຳໃຊ້ ເຂົ້າໃນການຊ່ວຍເຫຼືອໝີ ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ຈາກຟາມຜະລິດບີໝີ ແລະ ຈາກການລ່າສັດທີ່ຜິດກົດໝາຍ ຕະຫຼອດເຖິງການເບິ່ງແຍງຄວາມເປັນຢູ່ຂອງໝີ ທີ່ຢູ່ໃນການຄຸ້ມຄອງຂອງສູນອະນຸລັກ ໃນປັດຈຸບັນ.

ຂໍ້ມູນເພີ່ມເຕີມ 

ສຳລັບຂໍ້ມູນເພີ່ມເຕີມ ຫຼື ການຈອງທົວອະນຸລັກໝີ ທ່ານສາມາດຕິດຕໍ່ໄດ້ທີ່ freethebears.org/pages/bear-care-tour-lao

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ

ຮູບໂດຍ Free the Bears

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.