ດິສໂຄເວີລາວທຸເດ ໄດ້ຮ່ວມມືກັບ ວາລະສານຈຳປາເມືອງລາວ (Champa Meuanglao ) ແລະ ກຸ່ມບໍລິສັດ RDK ເພື່່ອສ້າງຄັງຂໍ້ມູນແບບດິຈິຕອນ ທີ່ລວມເນື້ອຫາ ແລະ ບົດຄວາມທີ່ກ່ຽວກັບການທ່ອງທ່ຽວ
ດິສໂຄເວີລາວທຸເດ ໄດ້ຮ່ວມມືກັບ ວາລະສານຈຳປາເມືອງລາວ (Champa Meuanglao ) ແລະ ກຸ່ມບໍລິສັດ RDK ເພື່່ອສ້າງຄັງຂໍ້ມູນແບບດິຈິຕອນ ທີ່ລວມເນື້ອຫາ ແລະ ບົດຄວາມທີ່ກ່ຽວກັບການທ່ອງທ່ຽວ

ໂພສ

ດິສໂຄເວີລາວທຸເດ ໄດ້ຮ່ວມມືກັບ ວາລະສານຈຳປາເມືອງລາວ (Champa Meuanglao ) ແລະ ກຸ່ມບໍລິສັດ RDK ເພື່່ອສ້າງຄັງຂໍ້ມູນແບບດິຈິຕອນ ທີ່ລວມເນື້ອຫາ ແລະ ບົດຄວາມທີ່ກ່ຽວກັບການທ່ອງທ່ຽວ

 

Champa Meuanglao ( CML) ເປັນວາລະສານທີ່ຢູ່ໃນເຄື່ອງບິນຂອງ ບໍລິສັດວິສາຫະກິດການບີນລາວ, ເຊິ່ງເປັນສາຍການບິນແຫ່ງຊາດລາວທີ່ໄດ້ຮັບຄວາມນິຍົມ. ວາລະສານດັ່ງກ່າວເປັນວາລະສານໃນປະເທດລາວ ທີ່ໄດ້ມາດຕະຖານໃນການສ້າງເນື້ອຫາ ຫຼື ບົດຄວາມທີ່ໜ້າສົນໃຈ, ເພື່ອສົ່ງເສີມທັງພາກທຸລະກິດການທ່ອງທ່ຽວ ແລະ ທຸລະກິດທີ່ບໍ່ກ່ຽວຂອງກັບການທ່ອງທ່ຽວໃຫ້ແກ່ກຸ່ມເປົ້າໝາຍທີ່ເປັນນັກເດີນທາງເພື່ອທຸລະກິດ ແລະ ນັກທ່ອງທ່ຽວພາຍໃນ. ປັດຈຸບັນນິ້ ວາລະສານ ຈຳປາເມືອງລາວກຳລັງໄດ້ຮັບການເຜີຍແຜ່ ໂດຍກຸ່ມບໍລິສັດ RDK ທີ່ເປັນບໍລິສັດທີ່ປຶກສາ ໂດຍສະເພາະແມ່ນມີສົ່ງເສີມໃນການປະຊາສຳພັນທາງສາທາລະນະ, ທ້ອງຖິນ, ການຕະຫຼາດ ແລະ ການສື່ສານມວນຊົນ ເຊິ່ງເລີ່ມໃນປີ 2017 ແລະ ໄດ້ສູມໃສ່ວຽກງານຢ່າງໜັກເພື່ອເຮັດໃຫ້ ວາລະສານຈຳປາເມືອງລາວ ໄດ້ກາຍເປັນວາລະສານທີ່ມີຄວາມສຳຄັນທີ່ສຸດຂອງການພີມເຜີຍແຜ່ໃນປະຈຸບັນນີ້.

 ທ່ານ ເຈສັນ ໂຣລັນ, ເຊິ່ງເປັນຄູ່ຮ່ວມງານລະດັບສູງຂອງກຸ່ມບໍລິສັດ RDK ໄດ້ກ່າວວ່າ: “ກຸ່ມບໍລິສັດ RDK ມີຄວາມຍິນດີຫຼາຍທີ່ໄດ້ຮ່ວມງານກັບ DiscoverLaosToday ທີ່ມີວິໄສທັດ ແລະ ຄວາມເຊື່ອສອດຄອງກັບພວກເຮົາໃນການຮັບຮູ້ເຖິງທ່າແຮງຂອງການທ່ອງທ່ຽວລາວ”

ວາລະສານ ຈຳປາເມືອງລາວ ເມືອງລາວ (CML) ມີຍອດການຂາຍຂອງທຸກໆສອງເດືອນມີປະມານ 10,000 ຄັ້ງ ແລະ ມີຜູ້ອ່ານສະເລ່ຍຕໍ່ປີຢູ່ປະມານ 900,000 ຄົນ ແລະ ຍັງຈະຂະຫຍາຍຕົວຢ່າງຕໍ່ເນື່ອງ ເນື່ອງຈາກສາຍການບິນລາວໄດ້ຂະຫຍາຍຕົວສູ່ຕະຫຼາດໃນພາກພື້ນອາຊຽນອີກ.

ນອກເໜືອຈາກການສະແດງຢູ່ໃນເວັບໄຊຂອງພວກເຂົາແລ້ວແລ້ວ, ບົດຄວາມຂອງວາລະສານເມືອງລາວ ຍັງໄດ້ຮັບການເຜີຍແຜ່ທາງເວັບໄຊຂອງບັນດາຄູ່ຮ່ວມງານທີ່ມີຊື່ສຽງຫຼາຍແຫ່ງເຊັ່ນວ່າ: Laopost.com (ມີຜູ້ເຂົ້າຊົມຫຼາຍກ່າວ 200,000 ກ່ວາຄົນ) ແລະ Laotiantimes.com (ມີຜູ້ເຂົ້າຊົມ 50,000 ຄົນຕໍ່ເດືອນ)

ດິສໂຄເວີລາວທຸເດ ມີຄວາມຍິນດີທີ່ຈະໄດ້ປະກາດຄວາມຮ່ວມມືກັບ ວາລະສານຈຳປາເມືອງລາວ ເມືອງລາວ(CML) ເພື່ອສົ່ງເສີມຜູ້ອ່ານໃຫ້ມີຄວາມສົນໃຈຂອງບົດຄວາມຫຼືເນື້ອຫາທີ່ກ່ຽວຂ້ອງກັບການທ່ອງທ່ຽວ ໂດຍນຳສະເໜີບົດຄວາມເຫຼົ່ານີ້ຢູ່ເວັບໄຊຂອງພວກເຮົາ ພາຍໃຕ້ຫົວຂໍ້ຂອງ “ສິ່ງທີ່ຫນ້າສົນໃຈ” 

ຈຸດປະສົງຂອງເພສ “ສິ່ງທີ່ຫນ້າສົນໃຈ” ໃນເວັບໄຊພວກເຮົາ ແມ່ນເພື່ອຢາກໃຫ້ຜູ້ຊົມໄດ້ຮັບຂໍ້ມູນ ແລະ ບົດຄວາມ ທີ່ຂຽນໂດຍຜູ້ຊຽວຊານໃນລາວຫຼາຍທ່ານທີ່ມີຄວາມຮູ້ແລະຄວາມເຂົ້າໃຈປະເທດທີ່ເປັນເອກະລັກນີ້ຢ່າງແທ້ຈິງ ແລະ ຕ້ອງການຈະແບ່ງບັນຂໍ້ມູນຄົບຖ້ວນໃຫ້ແກ່ຜູ້ຊົມທີ່ກຳລັງເພີ່ມຂື້ນເລືອຍໆຂອງພວກເຮົາ.

ພາຍໃຕ້ຫົວຂໍ້ ການແນະນຳໃນການເດີນທາງ(Travel Tips), ພວກເຮົາຈະນຳສະເໜີບົດຄວາມທີ່ກ່ຽວກັບຂໍ້ມູນທົ່ວໄປທີ່ເປັນເປັນປະໂຫຍດ ເຊັ່ນວ່າ: ຂໍ້ມູນກ່ຽວກັບວີຊາ, ຂໍ້ມູນຕ່າງໆ, ຄວາມປອດໄພ, ຂໍ້ມູນກ່ຽວກັບການເດີນທາງ. ພວດເຮົາມີການປັບປຸງອັບເດດເປັນປະຈຳ ເພື່ອຊ່ວຍໃຫ້ນັກເດີນທາງສາມາດເຂົ້າເຖິງຂໍ້ມູນຢ່າງວ່ອງໄວ ແລະ ງ່າຍດາຍ.

ພາຍໃຕ້ຫົວຂໍ້ ປະສົບການດ້ານການທ່ອງທ່ຽວ (Tourism Experience), ພວກເຮົານຳສະເໜີບົດຄວາມໃໝ່ທີ່ກ່ຽວຂ້ອງກັບ MICE, ການທ່ອງທ່ຽວແບບຫຼູຫຼາ, ອາຫານ ແລະ ເຄືອງດື່ມ, ການເປີດຕົວຜະລິດຕະພັນ, ການເດີນທາງກັບຄອບຄົວ, ປະສົບການດ້ານສຸຂະພາບ ແລະ ສາປາ, ການທ່ອງທ່ຽວແບບຢືນຍົງ ແລະ ອື່ນໆອີກຫຼາຍຢ່າງຢູ່ໃນລາວ. ນອກຈາກການຂຽນບົດຄວາມໃໝ່ໆ ແລ້ວ, ບົດຄວາມຈາກວາລະສານຈຳປາເມືອງລາວທີ່ມີຢູ່ແລ້ວຈະໄດ້ເລີ້ມເປີດໃຫ້ອ່ານ ເຊິ່ງຄວາມ ໃນເບື້ອງຕົ້ນຈະມີ 20 ບົດຄວາມດ້ວຍກັນ.

ໃນເມນູຫົວຂໍ້ຫຼັກ “ເລື່ອງເລົ່າຜົນສຳເລັດ” ຂອງພວກເຮົາ (Success Stories), ທ່ານຈະພົບເຫັນຂໍ້ມູນກ່ຽວກັບການປັບປຸງລ່າສຸດຂອງເວັບໄຊຂອງພວກເຮົາ ດ້ວຍມີລັກສະນະໃໝ່ເລືອຍໆ, ແລະການສ້າງຄວາມແຕກຕ່າງໃຫ້ແກ່ສັງຄົມ ແລະ ການບໍລິການສ້າງແບຣນ(Brand Building)

ບໍ່ວ່າຈະເປັນຄວາມປະສົບຜົນສຳເລັດໃນຊິວິດ ຫຼື ດ້ານທຸລະກິດ, ມັນຈຳເປັນທີ່ສຸດທີ່ມີການຮ່ວມມື. ໃນເສດຖະກິດຫຼັງໂຄວິດ, ຄໍາເວົ້ານີ້ຖືກຕ້ອງທີ່ສຸດ. ຍັງມີໂອກາດຫຼາຍສຳລັບການຮ່ວມມືໃນດ້ານອຸດສາຫະກຳການທ່ອງທ່ຽວ ແຕ່ພວກເຮົາຍັງຕ້ອງ ການວາງແຜນ ແລະ ການເຮັດວຽກທີ່ມີປະສິດທິພາບ. ພວກເຮົາຫັວງວ່າທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວທັງໝົດຈະໄດ້ຮັບຜົນສຳເລັດໄດ້ ໂດຍການເຮັດວຽກຮ່ວມກັນ ແລະ ມີເປົ້າໝາຍ ແລະ ວິໄສທັດຄືກັນ ເພື່່ອຊ່ວຍເຫຼືອເຊິ່ງກັນ ແລະກັນໃຫ້ລອດພົ້ນສິ່ງທ້າທ່າຍແລະຫຍຸ້ງຍາກນີ້ ແລະ ກຳລັງຈະເກີດຂື້ນໃນອະນາຄົດ. ທາງບໍລິສັດ DLT ແລະ RDK ມີຄວາມພາກພູມໃຈຫຼາຍທີ່ໄດ້ຮ່ວມມືເປັນແບບຢ່າງວ່າ ການຮ່ວມມືທີດີຈະສາມາດສະໝັບສະໜູນເຊິ່ງກັນແລະກັນ ແລະ ສ່ວນລວມດ້ວຍ.

ອ່ານບາງບົດຄວາມ ຈາກວາລະສານຈໍາປາເມືອງລາວທີ່ຢູ່ໃນເວັບໄຊພວກເຮົາໄດ້ດ້ານລຸ່ມ!

ອ່ານບົດຄວາມນີ້ໃນເວັບໄຊພວກເຮົາເລີຍ
ອ່ານບົດຄວາມນີ້ໃນເວັບໄຊພວກເຮົາເລີຍ
ອ່ານບົດຄວາມນີ້ໃນເວັບໄຊພວກເຮົາເລີຍ
ອ່ານບົດຄວາມນີ້ໃນເວັບໄຊພວກເຮົາເລີຍ
 
POSTED BY

Benny Kong

A firm believer that Laos has much to offer in terms of Tourism to the world. Benny is the Programme Director and runs business development and strategic planning for Discover Laos Today. Find out more about us at https://www.discoverlaos.today/page/about-us