ການເປີດຕົວຢ່າງເປັນທາງກາງຂອງແຄມເປນລາວທ່ຽວລາວເພື່ອສະໜັບສະໜູນການທ່ອງທ່ຽວພາຍໃນປະເທດ
ການເປີດຕົວຢ່າງເປັນທາງກາງຂອງແຄມເປນລາວທ່ຽວລາວເພື່ອສະໜັບສະໜູນການທ່ອງທ່ຽວພາຍໃນປະເທດ

ໂພສ

ການເປີດຕົວຢ່າງເປັນທາງກາງຂອງແຄມເປນລາວທ່ຽວລາວເພື່ອສະໜັບສະໜູນການທ່ອງທ່ຽວພາຍໃນປະເທດ

 

 

ເພຈນີ້ເປັນເພຈທີ່ສ້າງຕັ້ງຂຶ້ນມາເພື່ອສະໜັບສະໜູນການທ່ອງທ່ຽວພາຍໃນປະເທດ. ທ່ານຈະໄດ້ພົບກັບສະຖານທີ່ທ່ອງທ່ຽວຕ່າງໆທົ່ວທຸກພາກ ແລະ ວັດທະນະທຳທາງດ້ານອາຫານ, ການນຸ່ງຖື, ການໃຊ້ຊີວິດ ພາຍໃນລາວ ແລະ ກິດຈະກຳແບບອັດແໜ້ນໃຫ້ໄດ້ ລອງ! ລຸຍ! ເລາະ! ຢ່າງຈຸໃຈ.

ນອກຈາກທ່ານຈະໄດ້ທ່ອງທ່ຽວເຫັນຄວາມງາມພາຍໃນປະເທດເຮົາແລ້ວ, ທ່ານກໍຍັງໄດ້ຊ່ວຍສົ່ງເສີມເສດຖະກິດພາຍໃນປະເທດ ທັງເປັນການສະໜັບສະໜູນກິດຈະການພາຍໃນທ້ອງຖິ່ນ ແລະ ຮັກສາອະນຸລັກ ວັດທະນະທຳລາວອີກດ້ວຍ.

ບໍ່ຕ້ອງຖ້າໃຫ້ແຕ່ຄົນຕ່າງຊາດມາທ່ຽວ, ເຖິງເວລາແລ້ວ ທີ່ຄົນລາວຈະທ່ຽວລາວໃຫ້ຄົບທຸກບ່ອນ!

ແຄມເປນ ລາວທ່ຽວລາວ ໃນຄັ້ງນີ້ໄດ້ຈັດຕັ້ງປະຕິບັດໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍການສະໜັບສະໜູນຈາກອົງການທັກສະເພື່ອການທ່ອງທ່ຽວ ລາວ/029 ພາຍໃຕ້ ກະຊວງ ສຶກສາທິການ ແລະ ກີລາ ແລະ ອົງການອື່ນໆທີ່ກ່ຽວຂ້ອງ. ຮ່ວມກັບຄູ່ຮ່ວມໂຄສະນາ  ໂທລະໂຄ່ງ THOLAKHONG, Una Studio - ຢູ່ນາສະຕູດິໂອ, The Laotian Times, Mahason Magazine, muan.la, Lao youth radio Fm90.0mhz ແລະ Discover Laos Today.

ກວດເບິ່ງໂປໂມຊັ່ນລ່າສຸດສໍາລັບລາວທ່ຽວ- ກົດທີ່ນີ້!

ພວກເຮົາ, ດິສໂຄເວີລາວມີຄວາມພາກພູມໃຈຫຼາຍທີ່ໄດ້ເປັນຄູ່ຮ່ວມສໍາລັບການຈອງອອນລາຍໃຫ້ກັບແຄມເປນລາວທ່ຽວລາວ. ເພື່ອສົ່ງເສີມແຄມເປນນີ້ ພວກເຮົາຈະແບ່ງປັນວິດີໂອທີ່ເຮົາມີ ແລະ ຊ່ວຍໃນການສ້າງເນື້ອຫາທີ່ດຶງດູດ ແລະ ກະຕຸ້ນຊຸກຍູ້ໃຫ້ເກີດມີການທ່ອງທ່ຽວພາຍໃນຫຼາຍຂື້ນ.

ດິສໂຄເວີລາວທູເດ, ແຫຼ່ງຂໍ້ມູນການທ່ອງທ່ຽວແບບອອນໄລແຫ່ງດຽວ ທີ່ຈະເຊື່ອມຕໍ່ທ່ານກັບການທ່ອງທ່ຽວລາວ

 
POSTED BY

Sitpasert Lattanavong

A young, enthusiastic social media and content creator, Voy researches and promotes Lao companies' products and services through innovative and exciting contents to engage audiences on the website and multiple social media platforms.