ຄວາມຄິດເຫັນສ່ວນຕົວໃນການຟື້ນຟູການທ່ອງທ່ຽວລາວ (ຫຼັງໂຄວິດ-19)
ຄວາມຄິດເຫັນສ່ວນຕົວໃນການຟື້ນຟູການທ່ອງທ່ຽວລາວ (ຫຼັງໂຄວິດ-19)

ໂພສ

ຄວາມຄິດເຫັນສ່ວນຕົວໃນການຟື້ນຟູການທ່ອງທ່ຽວລາວ (ຫຼັງໂຄວິດ-19)

 

ສະຫຼຸບເນື້ອຫາ

  1. ເປັນຫຍັງລູກຄ້າມັກຈອງກັບຕົວແທນການທ່ອງທ່ຽວອອນລາຍ (OTAs) ແລະ ຄວາມເຂົ້າໃຈຜິດໃນເລື່ອງທີ່ວ່າ ການຈອງໂດຍກົງນັ້ນ ແພງກວ່າ ທັ້ງໆທີ່ມັນບໍ່ຄວນຈະເປັນແບບນັ້ນ
  2. Rate Parity ແມ່ນຫຍັງ?
  3. ການກໍານົດລາຄາຂອງ Agoda ແລະ Expedia, ການຍຶດຄອງຕະຫຼາດ  ທີ່ຄ່ອຍໆບີບກໍາໄລຂອງໂຮງແຮມໃຫ້ຫຼຸດລົງ ແລະ ວິທີທີ່ເຮົາຈະສາມາດແກ້ໄຂປັນຫານີ້ໄດ້
  4. ບັນດາໂຮງແຮມ ບູຕິກ/ ໂຮງແຮມທີ່ເປັນຂອງສ່ວນບຸກຄົນ ໄດ້ພາກັນແຂ່ງຂັນກັນ ໃນການໃຫ້ຄ່ານາຍໜ້າ ຫຼື ຄອມມິສເຊີນທີ່ສູງຂື້ນເລື້ອຍໆ
  5. ໂຄງການເພື່ອຊ່ວຍເຫຼືອບໍລິສັດທົວ / ບໍລິສັດຈັດການບໍລິຫານຈຸດໝາຍປາຍທາງ(DMCs) ແລະ ການເປີດຊ່ອງທາງໃຫ້ເຂົ້າເຖິງເເພັດຟອມໃໝ່ ເພື່ອການຟື້ນຟູຫລັງໂຄວິດ-19
  6. ລີ້ງແບບສອບຖາມກ່ຽວກັບໂຮງແຮມ ສໍາລັບຜູ້ທີ່ສົນໃຈເຂົ້າຮ່ວມ
  7. Asean-China Tourism Tradeshow (ການເຊີນຊວນເຂົ້າຮ່ວມຈາກປະເທດຈີນ ໃຫ້ 4 ບໍລິສັດທົວເຂົ້າຮ່ວມໂດຍຜ່ານ Discover Laos Today)
  8. ຕົວແທນການທ່ອງທ່ຽວອອນລາຍ (OTAs)  ແບບໃໝ່ຂອງປະເທດລາວ ໂດຍອີງຕາມພື້ນຖານຂໍ້ມູນທີ່ກ່າວມາ ແລະ ເປັນຫຍັງເຮົາຄວນມີແພັດຟອມນີ້?

 

ເປີດຫົວເລືອງ:

ໃນເບື້ອງຕົ້ນ, ລະບົບການຈອງອອນລາຍ Agoda/Booking.com ເລີ່ມໄດ້ຮັບຄວາມນິຍົມຢ່າງແຜ່ຫຼາຍ ໂດຍໄດ້ໂນມນ້າວໃຫ້ເກືອບທຸກໆໂຮງແຮມໃນປະເທດລາວສະໝັກ ແລະ ເຂົ້າຮ່ວມເປັນສ່ວນຫນຶ່ງໃນຕະຫຼາດພວກເຂົາ, ເຊິ່ງຊ່ວຍໃຫ້ໂຮງແຮມສາມາດດຳເນີນທຸລະກິດແບບໃໝ່ໃນຂອບເຂດການຄ້າທາງອອນລາຍ ຫຼື ແບບ E-commerce ແລະ ຍັງໃຫ້ຄວາມສະດວກສະບາຍກັບກຸ່ມລູກຄ້າ FIT, ການຈອງໂຮງແຮມຕ່າງໆທົ່ວໂລກ. ເພື່ອແລກປ່ຽນ, ພວກເຮົາຍິນດີໃຫ້ຂໍ້ຕົກລົງການລົງລາຄາ ຫຼື rate parity (our best price guarantee) ແລະ ຄ່ານາຍໜ້າເຖິງ 15-18% ທີ່ໃນການນໍາໃຊ້ເຕັກໂນໂລຢີຂອງພວກເຂົາ.

Booking Holdings (ບໍລິສັດທີ່ເປັນເຈົ້າຂອງ Booking.com ແລະ Agoda) ໄດ້ໂນມນ້າວລູກຄ້າໃຫ້ເຊື່ອວ່າທັງສອງເວັບໄຊນີ້ກຳລັງແຂ່ງຂັນກັນເພື່ອໃຫ້ລູກຄ້າຈອງໃນລາຄາທີ່ດີທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ພວກເຂົາເຮັດໃຫ້ລູກຄ້າເຂົ້າໃຈຜິດວ່າ ລູກຄ້າຕ້ອງເລືອກຈອງລະຫວ່າງສອງເວັບໄຊນີ້ເທົ່ານັ້ນ. ແຕ່ຄວາມເປັນຈິງຄື ເຖິງລູກຄ້າຈະຈອງໃນເວັບໄຊໃດ ທາງບໍລະສັດກໍ່ຈະໄດ້ກໍາໄລຄືກັນ. ໃນໂລກທຸລະກິດ, ນີ້ເອີ້ນວ່າ "ການແຂ່ງຂັນກັບຕົນເອງ ", "ພາບລວງຕາຂອງທາງເລືອກ", "ການຕ້ານການແຂ່ງຂັນ  ຫຼື Anti-Competition Collusion"

ການກະທໍານີ້ໄດ້ດຳເນີນໄປເປັນເວລາໃດໜຶ່ງ ແລະຄົນສ່ວນຫຼາຍກໍ່ພໍໃຈຈົນກວ່າຄູ່ແຂ່ງໃໝ່ ໄດ້ເລີ່ມຕົ້ນປັ່ນປ່ວນຕະຫຼາດ; ການເຂົ້າ Expedia ແລະ OTAs ອື່ນໆ (ຕົວແທນການທ່ອງທ່ຽວອອນລາຍ), ເພື່ອພະຍາຍາມສ້າງສ່ວນແບ່ງຕະຫຼາດ. ວິທີທີ່ງ່າຍທີ່ສຸດທີ່ຈະສ້າງສ່ວນແບ່ງຕະຫລາດໃຫ້ຫຼາຍຂື້ນແມ່ນການກຳນົດລາຄາ (ຫຼືເອີ້ນວ່າ "ການປັບລາຄາ" ໂດຍ OTAs). ຈາກນີ້ ກໍ່ເລີ່ມຕົ້ນມີເລື່ອງທີ່ບໍ່ດີກັບອຸດສາຫະກຳຂອງພວກເຮົາ ແຕ່ເປັນສິ່ງທີ່ດີສຳລັບຜູ້ບໍລິໂພກ.

ເປັນຫຍັງການຈອງໂດຍກົງຈຶ່ງແພງກວ່າ ການຈອງກັບຕົວແທນການທ່ອງທ່ຽວອອນລາຍ ຫຼື OTAs?

ເຫດຜົນ & ຄໍາອະທິບາຍແບບກະທັດຮັດກໍ່ຄື:

1. ການປັບການຫຼຸດລາຄາທີ່ບໍ່ຖືກຕ້ອງ (ໃຊ້ຄອມມິສເຊີນທີ່ໄດ້ຈາກໂຮງແຮມເພື່ອຫຼຸດລາຄາໃຫ້ລູກຄ້າສູງເຖິງ 10% ຈາກຂໍ້ຕົກລົງການລົງລາຄາແທ້ລະຫວ່າງ 2 ຝ່າຍ)

2. ການແຂ່ງຂັນທີ່ສູງເກີນໄປລະຫວ່າງ ຕົວແທນການທ່ອງທ່ຽວອອນລາຍຕ່າງໆ ເພື່ອຍາດຊິງເອົາສ່ວນແບ່ງຕະຫຼາດ ເຊິ່ງພາໃຫ້ເກີດການຫຼຸດລາຄາເພີ່ມອີກຫຼາຍກວ່າເກົ່າທີ່ໂຮງແຮມບໍ່ສາມາດປະຄອງໄດ້ ເຊິ່ງກໍ່ຕ້ອງຍອມຂາດທຶນ

3. ການຂາດການຮ່ວມມືກັນລະຫວ່າງບັນດາຜູ້ປະກອບການໂຮງແຮມ ໃນການສະໜັບສະໜູນຕະຫຼາດການຈອງໂດຍກົງ ແລະ ສະມາຄົມໂຮງແຮມ / ລັດຖະບານທີ່ຂາດຄວາມເຂົ້າໃຈເຊິ່ງກັນແລະກັນ ເພາະມັນຈໍາເປັນໃນການຮັບມືກັບ OTAs.

4. ການລະເມີດຂໍ້ຕົກລົງການລົງລາຄາ ຫຼື Rate Parity (ກົດລະບຽບທີ່ວາງອອກໂດຍ OTAs ທີ່ບັງຄັບໃຫ້ໂຮງແຮມສະໜອງ ລາຄາທີ່ດີທີ່ສຸດໃຫ້ພວກເຂົາຕະຫຼອດເວລາ) ເຊິ່ງໃນຂະນະດຽວກັນ, ພວກເຂົາກໍ່ບໍ່ຂາຍໃນລາຄາທີ່ໄດ້ຕົກລົງກັນ, ເຮັດໃຫ້ພວກເຮົາຂາດທຶນຈາກທຸລະກິດຈາກແຫຼ່ງການຈອງໂດຍກົງ ແລະ ບັນດາຕົວແທນຕ່າງໆ.

ສະຫຼຸບຫຍໍ້ສໍາລັບຜູ້ປະກອບການໂຮງແຮມ: ຍິ່ງທ່ານໃຫ້ຄອມມິສເຊີນກັບ OTAs ຫຼາຍເທົ່າໃດ, ພວກເຂົາຍິ່ງໄດ້ຮັບສ່ວນແບ່ງຕະຫຼາດຈາກທ່ານ ແລະ ຕົວແທນການທ່ອງທ່ຽວຂອງທ່ານຫລາຍຂື້ນ! ຍິ່ງທ່ານໃຫ້ຄອມມິສເຊີນກັບພວກເຂົາຫຼາຍ, ພວກເຂົາກໍ່ຈະຂາຍໃນລາຄາທີ່ຖືກກວ່າອີກເຕີ່ມ.

ອີກຢ່າງໜຶ່ງ, ສໍາລັບໂຮງແຮມທີ່ສະດວກ ແລະ ພຶງພໍໃຈໃນການໃຊ້ຕົວແທນການທ່ອງທ່ຽວອອນລາຍ OTAs ເທົ່ານັ້ນ. ທາງເລືອກນີ້ຄ້ອນຂ້າງຈະດີ ແລະ ໝັ້ນຄົງ ຖ້າຫາກວ່າທ່ານມີອັດຕາກໍາໄລສູງພໍ.

ໃຫ້ທ່ານລອງຄິດເບິ່ງວ່າ: ໂຮງແຮມຕ່າງໆສາມາດກໍານົດກົດ ແລະ ຂໍ້ບັງຄັບຂອງຕົນເອງ ຕໍ່ກັບໜ່ວຍງານ/ບໍລິສັດຕ່າງໆ ໃຫ້ພວກເຂົາປະຕິບັດຕາມສັນຍາທີ່ວາງອອກໄດ້. ເຖິງຢ່າງໃດກໍ່ຕາມ, OTAs ໄດ້ກຳນົດກົດລະບຽບ / ອັດຕາຄ່ານາຍໜ້າໃຫ້ທ່ານແລ້ວ. ແຕ່ທ່ານກໍບໍ່ສາມາດເວົ້າຫຍັງຕໍ່ກັບພຶດຕິກຳທີ່ບໍຢຸດຕິທຳນີ້ໄດ້, ຢ່າງເຊັ່ນ:

1. ບັງຄັບໃຫ້ເພີ່ມອັດຕາຄ່ານາຍໜ້າ.

2. ການປຽບທຽບທີ່ບໍ່ຖືກຕ້ອງ ຫຼື ເຂົ້າໃຈຜິດ.

3. ການຫຼຸດລາຄາປອມ ໂດຍໃຊ້ ຄຳວ່າ "ຟຣີ"

4. ການນໍາສະເໜີລາຄາທີີ່ບໍ່ກົງກັບລາຄາຕົວຈິງ

 

 

ຍິ່ງ OTAs ຄວບຄຸມສ່ວນແບ່ງຕະຫລາດຢູ່ໃນປະເທດລາວ ຍິ່ງເຮັດໃຫ້ພວກເຂົາເຊື່ອວ່າພວກເຂົາມີທ່າແຮງຫຼາຍເພາະວ່າໂຮງແຮມມັກຈະຢ້ານທີ່ຈະຢືນເຈລະຈາກັບ OTAs. ເຖິງແມ່ນວ່າໃນເວລາທີ່ພວກເຮົາພະຍາຍາມເຈລະຈາ, ພວກເຂົາກໍ່ບໍ່ໄດ້ເອົາໃຈໃສ່ຢ່າງຈິງຈັງ.

ປີກາຍນີ້ຂ້າພະເຈົ້າມີປະສົບການສ່ວນຕົວກ່ຽວກັບການຮັບມືກັບ Agoda. ຂ້າພະເຈົ້າໄດ້ໃຊ້ເວລາສອງເດືອນໃນການໂທ ແລະ ສົ່ງອີເມວຫາພວກເຂົາ, ຂໍໃຫ້ຢຸດການປະຕິບັດແບບນີ້ຕໍ່ໂຮງແຮມຂອງຂ້າພະເຈົ້າ. ການກະທຳນີ້ ກຳລັງເຮັດໃຫ້ຕົວແທນເອເຈັນຂອງຂ້າພະເຈົ້າ ແລະ ທຸລະກິດການຈອງໂດຍກົງເສຍຫາຍ ຍ້ອນການປັບລາຄາຂອງພວກເຂົາ. ແຕ່ພວກເຂົາກໍປະຕິເສດທີ່ຈະຕອບອີເມວ ແລະ ຮັບໂທລະສັບ. ໃນທີ່ສຸດ, ຂ້າພະເຈົ້າກໍ່ໄດ້ເບີໂທລະສັບມືຖືຂອງຜູ້ຈັດການຂອງບໍລິສັດປະຈໍາປະເທດລາວ ແລະ ໂທຫາລາວໂດຍກົງ. ຫລັງຈາກໄດ້ອະທິບາຍເຖິງຄຳຂໍຂອງຂ້າພະເຈົ້າ, ລາວກໍ່ເລີ່ມເວົ້າແບບບໍ່ພໍໃຈ, ຂົ່ມຂູ່ດ້ວຍການຫຼຸດຈຳ ນວນການຈອງໂຮງແຮມ ຫລື ຫຼຸດອັນດັບໂຮງແຮມຂອງຂ້າພະເຈົ້າລົງຢູ່ໃນເວັບໄຊທ໌ຂອງພວກເຂົາ. ລາວບໍ່ພໍໃຈຫຼາຍທີ່ຂ້າພະເຈົ້າຮຽກຮ້ອງໃຫ້ພວກເຂົາຢຸດປະຕິບັດແບບນີ້. ບໍ່ຈໍາເປັນຕ້ອງເວົ້າ, ພວກເຂົາກໍ່ຍັງສືບຕໍ່ການປະຕິບັດແບບນີ້ໂດຍບໍ່ມີສັນຍານວ່າຈະຢຸດເລີຍ

ບັນດາບໍລິສັດທ່ອງທ່ຽວ / DMCs ໄດ້ຮັບຜົນກະທົບແນວໃດຈາກການກະທຳທີ່ບໍ່ຖືກຕ້ອງຂອງ OTAs ແລະ ເປັນຫຍັງພວກເຮົາຈຶ່ງຢາກໃຫ້ພວກເຂົາເຮັດໄດ້ດີ ແລະ ປະສົບຜົນສຳເລັດ?

ບັນດາບໍລິສັດທ່ອງທ່ຽວຕ້ອງປະເຊີນກັບການແຂ່ງຂັນທີ່ຫຍຸ້ງຍາກກວ່າເກົ່າຍ້ອນວ່າຜູ້ບໍລິໂພກສາມາດເລືອກໂຮງແຮມໄດ້ງ່າຍໂດຍຜ່ານ OTAs. ດ້ວຍການຫຼຸດລາຄາຢ່າງໜັກ, ມັກຈະມີການປຽບທຽບ ຫຼື ຮຽກຮ້ອງຈາກລູກຄ້າກ່ຽວກັບລາຄາທີ່ສູງກວ່າຂອງບໍລິສັດຕົວແທນທ່ອງທ່ຽວ. ນີ້ເຮັດໃຫ້ເກີດມີການຂາດຄວາມໄວ້ວາງໃຈຕໍ່ກັບການບໍລິການຂອງບໍລິສັດຕົວແທນທ່ອງທ່ຽວຕ່າງໆ, ແຕ່ນີ້ບໍ່ແມ່ນຄວາມຜິດຂອງພວກເຂົາຍ້ອນວ່າ OTAs ມີຄວາມໄດ້ປຽບ ແລະ ທ່າແຮງໃນການກຳນົດລາຄາ.

ບໍລິສັດການທ່ອງທ່ຽວມັກຈະໃຫ້ຄຸນຄ່າເພີ່ມໂດຍການໃຫ້ບໍລິການແລະການຈັດແຈງຕາມຄວາມເໝາະສົມສຳລັບລູກຄ້າຂອງພວກເຂົາ ແຕ່ກໍ່ຍັງໄດ້ຮັບຜົນຕອບແທນທີ່ຫຼຸດລົງ ເຊິ່ງນີ້ເຮັດໃຫ້ບໍລິສັດຕົວແທນທ່ອງທ່ຽວ ແລະ ຜູ້ໃຫ້ບໍລິການທີ່ມີຄຸນນະພາບຕ່າງໆໄດ້ລາອອກຈາກຂະແໜງການທ່ອງທ່ຽວ, ໃນຂະນະດຽວກັນສ່ວນແບ່ງຕະຫຼາດຂອງ OTAs ກໍ່ເພີ່ມຂື້ນເລື້ອຍໆ. ນອກຈາກນັ້ນ, ການແຜ່ລະບາດຂອງໂຄວິດ 19 ໄດ້ບັງຄັບໃຫ້ຜູ້ປະກອບການທ່ອງທ່ຽວຫຼາຍຄົນຢຸດກິດຈະການຊົ່ວຄາວ, ເຊິ່ງຈະເຮັດໃຫ້ສ່ວນແບ່ງຕະຫຼາດຂອງ OTAs ເພີ່ມຂື້ນອີກ. ເພື່ອໃຫ້ອຸດສາຫະກຳຟື້ນຕົວຂ້າພະເຈົ້າຂໍແນະນຳຕໍ່ໄປນີ້:

ໂຄງການທີ 1:

ທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວເຊັ່ນ: ໂຮງແຮມ, ຮ້ານອາຫານ, ສະປາ ແລະ ຜູ້ໃຫ້ບໍລິການທົວດ້ານກິດຈະກຳຈຳເປັນຕ້ອງມາຮ່ວມກັນອັບໂຫລດຂໍ້ມູນຜະລິດຕະພັນ, ລາຄາ, ຮູບພາບ, ວີດີໂອ ແລະ ສັນຍາໃຫ້ກັບຜູ້ປະກອບການທ່ອງທ່ຽວໃນແພດຟອມທີ່ເປັນສູນກາງທີ່ບໍລິຫານໂດຍ LUTA ຫຼື LNCCI. ການເຂົ້າເຖິງຂໍ້ມູນນີ້ແມ່ນຈະສະໜອງໃຫ້ແກ່ບໍລິສັດທ່ອງທ່ຽວທີ່ຈົດທະບຽນໃນປະເທດລາວເທົ່ານັ້ນ ເພື່ອນຳໃຊ້ເຂົ້າໃນການໂຄສະນາ ແລະ ການຕະຫລາດຂອງພວກເຂົາ.

ເຫດຜົນ: ນີ້ຈະຊ່ວຍໃຫ້ບັນດາບໍລິສັດທ່ອງທ່ຽວ ແລະທຸລະກິດສາມາດເລີ່ມຕົ້ນດໍາເນີນງານການຕະຫຼາດແລະສ້າງຍອດຂາຍໄດ້ຢ່າງໄວວາ, ສະໜອງເນື້ອຫາທີ່ສາມາດເຂົ້າເຖິງໄດ້ງ່າຍຫຼັງຈາກ COVID ແລະ ເຂົ້າສູ່ຕະຫຼາດສາກົນ. ບັນດາບໍລິສັດທີ່ມີພະນັກງານຫຼຸດລົງກໍ່ຈະສາມາດດໍາເນີນທຸລະກິດຂອງພວກເຂົາຄືນໃໝ່ໄດ້ຍ່າງວ່່ອງໄວແລະມີປະສິດຕິຜົນໂດຍບໍ່ຕ້ອງເພິ່ງພາເຄືອຂ່າຍໃນອຸດສາຫະກໍາຢ່າງດຽວ.

ໂຄງການທີ 2:

ສະມາຄົມໂຮງແຮມຄວນເຮັດວຽກຢ່າງຫ້າວຫັນກັບສະມາຄົມທີ່ກ່ຽວຂ້ອງແລະເຮັດວຽກຮ່ວມກັບສະມາຊິກໂຮງແຮມແບບໂດດດ່ຽວເພື່ອເຈລະຈາກັບ OTAs ສຳລັບຮູບແບບຄ່ານາຍໜ້າ(Commission)  ທີ່ຕໍ່າກວ່າ. ຖ້າສະມາຄົມເປັນກຸ່ມກ້ອນ,ພວກເຮົາອາດຈະສາມາດຢຸດສະງັກຊ່ອງທາງຂອງ OTAs ຈາກກຸ່ມໂຮງແຮມເຫລົ່ານີ້ໄດ້ ໂດຍການປິດການຈອງຫລື ເພີ່ມລາຄາຂອງພວກເຮົາ 15-25% ເພື່ອຊົດເຊີຍຄ່າຄອມມິດຊັ່ນທີ່ສູງຂອງພວກເຂົາ. ນອກຈາກນັ້ນ, ພວກເຮົາຈະຮຽກຮ້ອງໃຫ້ພວກເຂົາຢຸດ “ການປັບລາຄາ” ຫຼື ການເຮັດການຕະຫຼາດທີ່ບໍ່ຍຸດຕິທຳ ດັ່ງທີ່ໄດ້ກ່າວມາຂ້າງເທິງ. ສໍາລັບ OTAs ທີ່ເຄົາລົບການຮຽກຮ້ອງຕ້ອງການຂອງພວກເຮົາສາມາດສືບຕໍ່ໄດ້ ແລະ ຮັບສັນຍາການລົງລາຄາທີ່ເທົ່າທຽມກັນ.

ເຫດຜົນ: ໃນຖານະເປັນໂຮງແຮມສ່ວນບຸກຄົນພວກເຮົາບໍ່ສາມາດມີອິດທິພົນຕໍ່ຜູ້ຕັດສິນໃຈ ແລະແບບທຸລະກິດຂອງ OTAs ໄດ້. ແຕ່ຖ້າຫາກເຮົາເປັນກຸ່ມເປັນກ້ອນ, ພວກເຮົາມີແນວໂນ້ມທີ່ຈະມີອິດທິພົນຕໍ່ພື້ນຖານແບບທຸລະກິດຂອງພວກເຂົາແລະ ບັງຄັບໃຫ້ພວກເຂົາມີທັດສະນະທີ່ແຕກຕ່າງ. ບາງທີ ພວກເຮົາອາດຈະສາມາດເລີ່ມຕົ້ນການປ່ຽນແປງຄື້ນນ້ອຍໆຕໍ່ປະເທດອື່ນເພື່ອປະຕິບັດຕາມແບບຢ່າງຂອງພວກເຮົາເພື່ອເຮັດໃຫ້ OTAs ຮັບຮູ້. ຖ້າບໍ່ມີໂຮງແຮມ, OTAs ຈະບໍ່ມີຜະລິດຕະພັນ ຫລື ຍອດຂາຍເລີຍ. ເຖິງຢ່າງໃດກໍ່ຕາມ, ລູກຄ້າຍັງຄົງສາມາດຊອກຫາພວກເຮົາໄດ້ໂດຍບໍ່ຕ້ອງໃຊ້ OTAs, ໂດຍຜ່ານຊ່ອງທາງອື່ນໆເຊັ່ນ: ຕົວແທນ / ການຈອງໂດຍກົງ / google. ການຮ່ວມມືກັນຂອງພວກເຮົາໃນລັກສະນະນີ້ ຈະສາມາດເຮັດໃຫ້ເຮົາມີທ່າໄດ້ປຽບໃນການເຈລະຈາຫຼາຍຂື້ນ.

ໂຄງການທີ 3:

ຜູ້ທີ່ມີສ່ວນຮ່ວມໃນຂະແໜງການທ່ອງທ່ຽວຈຳເປັນຕ້ອງເຮັດວຽກຮ່ວມກັນເພື່ອນຳໃຊ້ກົດລະບຽບໃໝ່ ຈາກລັດຖະບານລາວທີ່ຄ້າຍຄືກັບການປະຕິບັດຂອງສາກົນກ່ຽວກັບການຄຸ້ມຄອງທາງດິຈິຕອລໃນການນຳສະເໜີຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ລົງໂທດ OTAs ທີ່ລະເມີດສິດທິພື້ນຖານຂອງຜູ້ບໍລິໂພກຂັ້ນໃດໆໂດຍຜ່ານການປັບໄໝ, ການຢຸດການບໍລິການ, ການປະຈານໃນສື່ມວນຊົນ.

ເຫດຜົນ: ລະບົບທີ່ສະໜັບສະໜູນການຄ້າທີ່ຍຸດຕິທຳສຳລັບຂະແໜງການທ່ອງທ່ຽວໂດຍສະເພາະໃນຂອບເຂດດິຈີຕອນຈະປົກປ້ອງທຸລະກິດລາວ, ປົກປ້ອງຜູ້ຊົມໃຊ້ ແລະ ສົ່ງເສີມອຸດສະຫະກຳໃຫ້ດີຂື້ນ. ລະບົບນີ້ສາມາດໄດ້ຮັບການພັດທະນາຕາມແບບການປະຕິບັດທີ່ດີຈາກສະຫະພາບເອີຣົບ ຫຼື ປະເທດໃດກໍ່ຕາມທີ່ມີອະນຸສັນຍາທີ່ດີ. ນີ້ຍັງຈະປ້ອງກັນການລ່ວງລະເມີດຕໍ່ລະບົບຂອງຄວາມບໍ່ສົມດຸນໃນປະຈຸບັນ.

ຫຼັກຖານບາງຢ່າງຂອງຜູ້ປະກອບການໂຮງແຮມສະແດງຄວາມຄິດເຫັນໃນການກະທຳທີ່ບໍ່ຖືກຕ້ອງຂອງ OTAs ໃນລາວ

ເຈົ້າຂອງໂຮງແຮມທີ່ກໍາລັງປະສົບກັບຄວາມຫຍຸ້ງຍາກດ້ານທຸລະກິດ ພວກເຂົາຖືກຂົ່ມຂູ່ດ້ວຍຈົດໝາຍທາງການຈາກ booking.com ຍ້ອນຈ່າຍເງີນຊ້າ 8 ໂດລາ

ນອກນີ້, ເຄີຍເກີດເຫດການທີ່ ລູກຄ້າສັ່ງຈອງຜ່ານ booking.com ແລະ ໜີໃນເວລາທ່ຽງຄືນໂດຍບໍ່ຈ່າຍເງິນແຕ່ກໍ່ບໍ່ມີຫຍັງເກີດຂື້ນ ຍ້ອນນະໂຍບາຍບຸລິມະສິດຂອງເວັບໄຊທ໌້ໃຫ້ແກ່ແຂກ ແລະເປັນທີ່ຮູ້ຈັກກັນດີໃນການອະນຸຍາດໃຫ້ໃຊ້ບັດເຄດິດສໍ້ໂກງ ແລະ "ບໍ່ສະແດງຕົວ ບໍ່ຈ່າຍເງີນ".

ລິ້ງແບບສອບຖາມໂຮງແຮມສຳລັບຄູ່ຮ່ວມງານທີ່ມີຄວາມສົນໃຈເຂົ້າຮ່ວມ

ພວກເຮົາໄດ້ກະກຽມລິ້ງແບບສອບຖາມດ້ານລຸ່ມເພື່ອໃຫ້ຜູ້ປະກອບການໂຮງແຮມເຂົ້າຮ່ວມ: 

https://docs.google.com/forms/d/1yBhLS2e0wkrWLe1eYd7taz81IAod9tdnSRWmuzRP9Jw/edit?usp=drive_web

ພວກເຮົາຂໍຮຽກຮ້ອງໃຫ້ໂຮງແຮມທຸກແຫ່ງເຮັດແບບສອບຖາມນີ້ ເພາະວ່າມັນຈະຊ່ວຍປັບປຸງແຜນການຂອງພວກເຮົາໃນການຮັບມືການປະຕິບັດທີ່ບໍ່ເປັນທຳຂອງ OTAs.

ໂຄງການທີ່ 4: ສະເໜີໂດຍ DiscoverLaosToday ຮຽນເຊີນໃຫ້ຜູ້ປະກອບການທ່ອງທ່ຽວ ແລະ ໂຮງແຮມເຂົ້າຮ່ວມງານ China-Asean Tourism Fair in Guangxi (Post COVID)

ດ້ວຍຜົນກະທົບຂອງການລະບາດໂຄວິດ 19 ສືບຕໍ່ເລື້ອຍໆ ແລະ ການຢຸດສະງັກຂອງຖ້ຽວບິນສາກົນ, ຈຸດໝາຍປາຍທາງທີ່ໃກ້ທີ່ສຸດແລະໃຫຍ່ທີ່ສຸດທີ່ພວກເຮົາສາມາດຕັ້ງເປົ້າໝາຍໃນຄັ້ງນີ້ແມ່ນ ຕະຫຼາດຈີນ. ແຕ່ໂຊກບໍ່ດີ, ຜູ້ປະກອບການທ່ອງທ່ຽວໃນປະເທດລາວສ່ວນຫຼາຍຍັງບໍ່ໄດ້ກຽມພ້ອມສຳລັບການປ່ຽນແປງຄັ້ງໃຫຍ່ນີ້, ແລະ ທາງລົດໄຟຄວາມໄວສູງທີ່ກຳລັງຈະມາ, ຄາດຄະເນວ່າ ນັກທ່ອງທ່ຽວຈີນຈະກ້າວເຂົ້າສູ່ປະເທດລາວທັນທີທີ່ອຸດສາຫະກໍາການທ່ອງທ່ຽວລາວຈະກັບມາຟື້ນຟູອີກຄັ້ງ.

DiscoverLaosToday ໄດ້ຈອງບູດໄວ້ແລ້ວໃນງານ China-Asean Tourism Fair ທີ່ ເມືອງກວາງຊີ, ປະເທດຈີນ. ຄາດວ່າຈະມີເຖິງ 400 ຕົວແທນທີ່ເປັນ B2B ເຂົ້າຮ່ວມ ແລະ ກຳລັງຊອກຫາຄູ່ຮ່ວມງານໃນອຸດສາຫະກຳດຽວກັນ, ໂດຍສຸມໃສ່ຜະລິດຕະພັນທີ່ກ່ຽວຂ້ອງກັບການທ່ອງທ່ຽວໃນຂົງເຂດອາຊຽນ. ນີ້ຈະເປັນບູດການທ່ອງທ່ຽວລາວແບບພິເສດເຊິ່ງຈະບໍ່ເສຍຄ່າທໍານຽມສໍາລັບຄູ່ຮ່ວມງານຂອງພວກເຮົາ. DiscoverLaosToday ຂໍເຊີນຊວນບັນດາບໍລິສັດທ່ອງທ່ຽວເພີ່ມຕື່ມອີກ 4 ບໍລິສັດ (ສູງສຸດ 2 ຄົນຕໍ່ບໍລິສັດ) ເພື່ອເຂົ້າຮ່ວມບູດຂອງພວກເຮົາເພື່ອນຳສະເໜີຜະລິດຕະພັນທີ່ແປເປັນພາສາຈີນແລ້ວຂອງພວກທ່ານໃຫ້ຜູ້ບໍລິໂພກຈາກປະເທດຈີນ.

DiscoverLaosToday ໄດ້ກໍາລັງແປເວັບໄຊທ໌ຂອງພວກເຮົາເປັນພາສາຈີນ ແລະ ວາງແຜນຈະເປີດຕົວ ກ່ອນທີ່ຈະໄປງານວາງສະແດງສິນຄ້ານີ້ ແລະ ສະແດງຈຸດເດັ່ນຂອງປະເທດລາວ ແລະ ແຕ່ລະແຂວງ. ເວັບໄຊທ໌ DiscoverLaosToday ຈະສະແດງຜະລິດຕະພັນໂຮງແຮມ, ກິດຈະກໍາທົວຕ່າງໆ, ອາຫານ ແລະ ເຄື່ອງດື່ມທີ່ເໝາະສົມກັບຕະຫຼາດຈີນ. ພວກເຮົາຂໍຊຸກຍູ້ທຸລະກິດໃນຂະແໜງການທ່ອງທ່ຽວໃຫ້ກຽມພ້ອມສຳລັບກຸ່ມຄົນໃນຕະຫຼາດນີ້ ໂດຍທ່ານຕ້ອງໝັ້ນໃຈວ່າ ທ່ານມີສື່ການຕະຫຼາດ ແລະຜະລິດຕະພັນທີ່່ທ່ານມີຢູ່ສາມາດເປີດໃຫ້ຜູ້ບໍລິໂພກຈາກປະເທດຈີນເຂົ້າເຖິງໄດ້ງ່າຍ.

ຂໍ້ມູນເພີ່ມເຕີມກ່ຽວກັບງານ China-Asean Tourism Fair in Guangxi, ກະລຸນາຕິດຕໍ່ +8562095285811

ໂຄງການທີ 5: OTAs ພາຍໃນປະເທດແບບໃໝ່ / ແນວຄວາມຄິດເວບໄຊທ໌ຈອງໂດຍກົງເພື່ອທົດແທນຮູບແບບທຸລະກິດກ່ອນໜ້າ COVID19 ທີ່ອີງໃສ່ກົດລະບຽບ ແລະ ຄຳແນະນຳໃໝ່ ຂອງການຄ້າຍຸດຕິທຳທາງອິນເຕີເນັດ ຫລື ຄຳແນະນຳ ຂ້າງເທິງ.

ຈຸດປະສົງຂອງພວກເຮົາແມ່ນເພື່ອພັດທະນາເວັບໄຊພາຍໃນປະເທດລາວທີ່ທ້າທາຍເວັບໄຊສາກົນ. ໂດຍໄດ້ຮັບການສະໜັບສະໜູນຈາກນັກທຸລະກິດລາວ ແລະນະໂຍບາຍຂອງລັດຖະບານ, ພວກເຮົາສາມາດສ້າງເເພດຟອມທີ່ເປັນທາງເລືອກເພື່ອໃຫ້ຜູ້ປະກອບການໂຮງແຮມລາວທຸກຄົນຂາຍຜະລິດຕະພັນຂອງພວກເຂົາໃນເເພດຟອມນີ້ທີ່ເປັນເອກະພາບ ພ້ອມດ້ວຍຍຸດທະສາດໃໝ່ໆເພື່ອຕ້ານການປະພຶດທີ່ບໍ່ຖືກຕ້ອງຂອງ OTAs ສາກົນ.

ສິ່ງນີ້ຈະສ້າງວຽກເຮັດງານທຳໃໝ່ໃນປະເທດລາວໂດຍອັດຕະໂນມັດ ແລະ ເພີ່ມການເກັບພາສີຂອງລັດຖະບານລາວໂດຍການຫຼຸດຜ່ອນການຮົ່ວໄຫລຂອງລາຍຮັບເນື່ອງຈາກການຈ່າຍເງີນຜ່ານການຈອງອອນລາຍຖືກໂອນໄປຕ່າງປະເທດ.

 
POSTED BY

Benny Kong

A firm believer that Laos has much to offer in terms of Tourism to the world. Benny is the Programme Director and runs business development and strategic planning for Discover Laos Today. Find out more about us at https://www.discoverlaos.today/page/about-us