ການອະນຸລັກຊ້າງ ຖືເປັນວຽກທີ່ສຳຄັນຢ່າງໃຫຍ່ຫຼວງ.
ບໍລິເວນແຄມແມ່ນໍ້າຕຽນ, ໃນເຂດຫ່າງໄກສອກຫຼີກ ທາງພາກເໜືອຂອງປະເທດ ມີສະຖານທີ່ ທີ່ຖືໄດ້ວ່າເປັນສະຫວັນຂອງຊ້າງ, ຊ້າງສ່ວນໃຫຍ່ແມ່ນໄດ້ຮັບການກູ້ໄພມາຈາກວຽກງານລາກແກ່ໄມ້ທີ່ໜັກໜາສາຫັດ. ຢູ່ທີ່ນີ້, ພວກມັນບໍ່ຕ້ອງເຮັດວຽກໜັກ ໄດ້ກິນ, ໄດ້ຍ່າງຫຼິ້ນ, ໄດ້ອາບນໍ້າ ໄດ້ເຮັດທຸກຢ່າງດັ່ງທີ່ສັດທົ່ວໄປຄວນຈະໄດ້ເຮັດ. ສູນແຫ່ງນີ້ມີຊ້າງຢູ່ 34 ໂຕ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງ ແລະ ດູແລຈາກຊ່ຽວຊານ ແລະ ນັກວິທະຍາສາດຢ່າງໃກ້ຊິດ.
ສູນອະນຸລັກຊ້າງ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2010, ແຕ່ທີມງານຂອງສູນແຫ່ງນີ້ ແມ່ນໄດ້ດຳເນີນພາລະກິດປົກປັກຮັກສາ ແລະ ອະນຸລັກພັນຊ້າງອາຊີມາຕັ້ງແຕ່ປີ 2001. ສູນແຫ່ງນີ້ ຫາກໍໄດ້ຮັບລາງວັນທອງຄໍາໃນດ້ານພິທັກ, ປົກປ້ອງ ແລະ ອະນຸລັກພັນຊ້າງ (Conservation Gold Award) ຈາກໜ່ວຍງານ Asian Captive Elephant Standards, ເຊິ່ງເປັນໜ່ວຍງານອິດສະຫຼະທີ່ເຮັດໜ້າທີ່ກວດສອບທຸລະກິດການທ່ອງທ່ຽວທີ່ຕິດພັນກັບຊ້າງ.
ຂ້ອຍໄດ້ລົງທະບຽນເຂົ້າຮ່ວມທ່ອງທ່ຽວເປັນເວລາ 3 ມື້ ເພື່ອເຮັດກິດຈະກຳຕ່າງໆຮ່ວມກັບຊ້າງທີ່ສູນແຫ່ງນີ້ ກໍຄື: ຍ່າງນຳຊ້າງ, ສັງເກດພຶດຕິກຳ, ກະກຽມອາຫານໃຫ້ແກ່ພວກມັນ ແລະ ຮຽນຮູ້ຫຼາຍໆສິ່ງ ຫຼາຍໆຢ່າງກ່ຽວກັບສັດມະຫັດສະຈັນຊະນິດນີ້.
ສປປ ລາວ ຄັ້ງໜຶ່ງ ເຄີຍຖືກເອີ້ນວ່າເປັນ ດິນແດນລ້ານຊ້າງ, ແຕ່ສະຖານະການໃນປັດຈຸບັນ ເຫັນວ່າມີຄວາມໜ້າເປັນຫ່ວງຢ່າງຍິ່ງ, ທົ່ວປະເທດມີຊ້າງລ້ຽງປະມານ 400 ໂຕ ແລະ ຊ້າງປ່າປະມານ 300 ໂຕ.
ໃນຂະນະທີ່ໄດ້ໂອ້ລົມກັບ ຜູ້ນຳທ່ຽວຊື່ວ່າ ທ້າວ ປອງໃນຮ້ານອາຫານຂອງສູນອະນຸລັກແຫ່ງນີ້, ລາວໄດ້ເລົ່າໃຫ້ຟັງວ່າ: ຊ້າງອາຊີໄດ້ປະສົບກັບບັນຫາການສູນພັນຢ່າຮ້າຍແຮງ ເນື່ອງຈາກບ່ອນຢູ່ອາໄສຂອງພວກມັນໄດ້ຖືກທຳລາຍຈາກການຕັດໄມ້ທຳລາຍປ່າ ແລະ ການລ່າສັດປ່າ: ຊ້າງເປັນທີ່ຕ້ອງການຢ່າງສູງໃນຕະຫຼາດມືດ ທັງໜັງຊ້າງ, ກະດູກ ແລະ ງາ. ສ່ວນບັນດາຊ້າງລ້ຽງທີ່ເຄີຍຖືກໃຊ້ລາກແກ່ໄມ້ ມາຮອດປັດຈຸບັນກໍ່ບໍ່ໄດ້ມີປະໂຫຍດໃນດ້ານນັ້ນແລ້ວ ເນື່ອງຈາກ ລັດຖະບານໄດ້ອອກກົດໝາຍບໍ່ອະນຸຍາດໃຫ້ຕັດໄມ້ເພື່ອການຄ້າໃນປີ 2016 ຈຶ່ງເຮັດໃຫ້ຊ້າງດັ່ງກ່າວ ຖືກປ່ອຍປະລະເລີຍ. ແຫຼ່ງທີ່ຢູ່ອາໄສທາງທຳມະຊາດທີ່ປອດໄພສຳລັບຊ້າງ ກໍ່ບໍ່ມີຫຼາຍ ແລະ ການຂະຫຍາຍພັນຂອງຊ້າງກໍ່ຫຼຸດລົງ. ນອກນັ້ນ, ຂ້ອຍກໍ່ຍັງໄດ້ຮູ້ຂໍ້ມູນມາອີກວ່າ ຊ້າງຕົວໜຶ່ງໃຊ້ເວລາປະມານ 17 ຊົ່ວໂມງຕໍ່ມື້ໃນການກິນອາຫານ ປະມານ 200 ກີໂລ ແລະ ດືມນໍ້າປະລິມານເຖິງ 80 ຫາ 200 ລິດ.
ພວກເຮົາໄດ້ຍ່າງເຂົ້າໄປໃນປ່າ ເຂົ້າໄປໃນເຂດຂອງຊ້າງ ແລະ ເມື່ອຄ້ອຍບ່າຍ ພວກເຮົາກໍພັກກິນເຂົ້າທ່ຽງໃນຕູບບັງກາໂລກາງປ່າ ທີ່ອ້ອມຮອບໂດຍຕົ້ນໄມ້ຂຽວຂະຈີ ແລະ ແມ່ນໍ້າທີ່ໄຫຼຜ່ານດ້ານລຸ່ມ ໃຫ້ບັນຍາກາດທີ່ຮົ່ມສະບາຍ. ຫຼັງຈາກໃຊ້ເວລາໝົດມື້ໃນການດູແລ ແລະ ຮຽນຮູ້ກ່ຽວກັບຊ້າງ, ພວກເຮົາກໍໄດ້ກັບມາພັກຜ່ອນທີ່ບ້ານພັກຂອງພວກເຮົາທີ່ສູນ, ເມື່ອຍ່າງອອກໄປທີ່ລະບຽງ ຂ້ອຍໄດ້ພົບກັບ ພາບຕາເວັນຕົກດິນຕັດກັບທ້ອງຟ້າທີ່ກຳລັງປ່ຽນເປັນສີສົ້ມ ແລະ ນັກທ່ອງທ່ຽວທີ່ພາຍເຮືອລ່ອງຢູ່ແມ່ນໍ້າທາງດ້ານລຸ່ມ.
ກ່ອນຈະຮັບປະທານອາຫານຄໍ່າກັບບັນດານັກທ່ອງທ່ຽວຄົນອື່ນໆ, ນັກຊີວະວິທະຍາຄົນສະເປນຜູ້ໜຶ່ງທີ່ມີຊື່ວ່າ ນາງ ອານາເບວ ໂລເປສ ເປີເລສ ໄດ້ເວົ້າກັບພວກເຮົາກ່ຽວກັບອະນາຄົດຂອງຊ້າງອາຊີໃນດິນແດນປະເທດລາວ.
ນາງ ອານາເບວ ໄດ້ເວົ້າວ່າຈາກສະພາບການທີ່ເປັນຢູ່ ຖ້າບໍ່ມີການປ່ຽນແປງໃຫ້ດີຂຶ້ນ, ອີກ 50 ປິ ຈະບໍ່ມີຊ້າງເຫຼືອຢູ່ລາວແມ່ນແຕ່ໂຕດຽວ
“ຖ້າພວກເຮົາຕ້ອງການຊ່ວຍເຫຼືອຊ້າງ, ພວກເຮົາຕ້ອງໄດ້ປົກປັກຮັກສາປ່າໄມ້ ເຊິ່ງເປັນແຫຼ່ງທີ່ຢູ່ອາໄສຂອງພວກມັນ, ການປ່ຽນແປງອາດຈະບໍ່ສາມາດເກີດຂຶ້ນໄດ້ໂດຍທັນທີ ແຕ່ພວກເຮົາຈະຕ້ອງໄດ້ເລີ່ມລົງມືເຮັດຕັ້ງແຕ່ມື້ນີ້ເປັນຕົ້ນໄປ.”
ແຜນການໃນອະນາຄົດຂອງສູນອະນຸລັກຊ້າງແຫ່ງນີ້ ແມ່ນການປ່ອຍໃຫ້ຊ້າງກັບຄືນສູ່ຜືນປ່າ; ແຕ່ກ່ອນໜ້ານັ້ນ, ຊ້າງທັງໝົດຈະຕ້ອງໄດ້ຮຽນຮູ້ການອາໄສຢູ່ຮ່ວມກັນເສຍກ່ອນ. ພວກເຮົາໄດ້ມີໂອກາດເຫັນພາບບັນຍາກາດການຢູ່ຮ່ວມກັນຂອງຝູງຊ້າງໃນຕອນເຊົ້າຂອງມື້ຕໍ່ມາ. ຫຼັງຈາກຍ່າງຂຶ້ນເທິງພູຕາມຫຼັງຝູງຊ້າງ, ພວກເຮົາກໍ່ໄດ້ເຫັນຊ້າງແມ່ມານໂຕໜຶ່ງທີ່ມີຊື່ວ່າ ແມ່ຄຳອ່ອນ ຢືນຢູ່ຂ້າງໆກັບຊ້າງອີກສອງໂຕທີ່ມີຊື່ວ່າ ແມ່ເວັນ ແລະ ແມ່ຄຽນ. ພວກມັນຢອກໄຍເຊິ່ງກັນ ແລະ ກັນ ໂດຍການເອົາງວງຂອງຕົນໄປແຕະປາກ ແລະ ເກົາຄາງຂອງອີກຝ່າຍ. ມັນເປັນພາບທີ່ສວຍງາມຫຼາຍ ແລະ ມັນຖືວ່າເປັນປະສົບການທີ່ດີທີ່ສຸດໃນການເດີນທາງຄັ້ງນີ້ທີ່ໄດ້ມີໂອກາດເຫັນພາບປະທັບໃຈຂອງຝູງຊ້າງ ທີ່ຫ່າງອອກໄປພຽງ 5 ກ້າວຍ່າງ.
ມັນຖືວ່າເປັນປະສົບການທີ່ພິເສດຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງຂອງສູນແຫ່ງນີ້ ເຖິງແມ່ນຈະເປັນພຽງແຕ່ມື້ກໍ່ຕາມ. ດັ່ງທີ່ ຜູ້ນຳທ່ຽວຂອງພວກເຮົາ ກໍຄື ທ້າວ ປອງ ໄດ້ຢໍ້າໃຫ້ພວກເຮົາຮູ້ວ່າ “ການທ່ອງທ່ຽວແບບອະນຸລັກທຳມະຊາດ ທີ່ທາງສູນອະນຸລັກຊ້າງແຫ່ງນີ້ໄດ້ເຮັດ ແມ່ນເປັນໜຶ່ງໃນທາງອອກທີ່ດີໃນການປົກປັກຮັກສາອະນາຄົດຂອງສັດປ່າ.”
ວິທີການເດີນທາງ
ສູນອະນຸລັກຊ້າງຕັ້ງຢູ່ແຂວງ ໄຊຍະບູລີ. ທ່ານສາມາດຕໍ່ລົດໂດຍສານຈາກຄິວລົດຈາກ
ແຂວງ ຫຼວງພະບາງໄດ້.ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: elephantconservation-center.com
ແປ ແລະ ຮຽບຮຽງໂດຍ ສົມໝາຍ ເຮືອນແກ້ວມະນີ
ຮູບໂດຍ ສູນອະນຸລັກຊ້າງ / Tibostudio