ເປີດຕົວຜະລິດຕະພັນການທ່ອງທ່ຽວທີ່ນຳ້ພຽນຢໍລະປ່າ
ເປີດຕົວຜະລິດຕະພັນການທ່ອງທ່ຽວທີ່ນຳ້ພຽນຢໍລະປ່າ

Post

ເປີດຕົວຜະລິດຕະພັນການທ່ອງທ່ຽວທີ່ນຳ້ພຽນຢໍລະປ່າ

 

ແຫຼ່ງທ່ອງທ່ຽວແຫ່ງໃໝ່ 

ສະຖານທີ່ທ່ອງທ່ຽວແຫ່ງໃຫ່ມທີ່ຈະເປີດຢູ່ແຂວງວຽງຈັນ ເຊິງສືບຕໍ່ຜັ້ນຂະຫຍາຍຄວາມສຳເລັດຂອງ Nam Kat Yorla Pa ທີ່ຕັ້ງຢູ່ແຂວງອຸດົມໄຊ, ແຫຼ່ງທ່ອງທ່ຽວແຫ່ງໃໝ່ Nam Pien Yorla Pa ຄາດຫັວງວ່າຈະເປັນສະຖານທີ່ທ່ອງທ່ຽວທີ່ນິຍົມຫຼາຍອີກແຫ່ງສຳລັບຜູ້ສະແຫວງຫາການປະຈົນໄພໃນແຂວງວຽງຈັນ. ສະຖານທີ່ດັ່ງກ່າວແມ່ນໄດ້ເປີດທົດລອງໃຫ້ນັກທ່ອງທ່ຽວເຂົ້າຊົມແລ້ວ ໃນວັນທີ່ 16 ກໍລະກົດ 2020 ທີ່ຜ່ານມາ ໂດຍມີພະນັກງານຫ້ອງການທ່ອງທ່ຽວ ແລະແຂກສຳຄັນເຂົ້າຮ່ວມ. ການເປີດທົດລອງສະຖານທີ່ທ່ອງທ່ຽວຢູ່ທີ່ Nam Pien Yorla Pa ຄົັ້ງນີ້ແມ່ນເຮັດໃຫ້ຫຼາຍຄົນທີ່ສົນໃຈໃນອຸດສາຫະກໍາການທ່ອງທ່ຽວເກີດຄວາມຕື່ນຕັນໃຈຫຼາຍ  ເພາະໄດ້ສົ່ງເສີມການທ່ອງທ່ຽວພາຍໃນ ແລະເສີມຂະຫຍາຍອຸດສາຫະກຳການທ່ອງທ່ຽວໃຫ້ກ້ວາງຂວາງຂື້ນ.

ອີງຕາມຄຳສຳພາດຂອງ ທ່ານ ສົມເພັດ ມາວປະເສີດ ໄດ້ກ່າວວ່າ ໃນໄລຍະທີ່ແລກ  ເດືອນກໍລະກົດ ຈະເປີດເປັນທາງການ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ ເຊິ່ງຈະມີ 8 ກິດຈະກຳ ທີແຕກຕ່າງກັນໄປ ພວກເຮົາຈະໃຫ້ບໍລິການ ຂີ່ລົດ luge ແຫ່ງທຳອິດຂອງລາວ, ການຂີ່ລົດ ATV, ການຍ່າງປ່າ, ການຂີ່ສາຍສະລິງ ແລະການປະຈົນໄພແບບອານຸລັກທຳມະຊາດ, ແລະ ຈະມີການເພີ້ມກິດຈະກຳອີກ ໃນວັນທີ່ 2 ສິງຫານີ້ 

ໃນຊ່ວງໄລຍະທີ່ 2 ໃນຕົ້ນປີ 2021 ຈະມີການການກໍ່ສ້າງຣີສອດເຊິ່ງຈະມີຫ້ອງພັກ 50 ຫ້ອງ ຄາດວ່າຈະສຳເລັດ ເພື່ອຕ້ອນຮັບນັກທ່ອງທ່ຽວພາຍໃນແລະຕ່າງປະເທດ ທີ່ຈະມາທ່ຽວຊົມ ໃນໄຕມາດ ທຳອິດຂອງປີ 2022.ເພື່ອຈະໄດ້ກະກຽມຕ້ອນຮັບນັກທ່ອງທ່ອງທີ່ລັງໄຫຼເຂົ້າມາໃນເວລາເປີດເສັ້ນທາງລົດໄຟຄວາມໄວສຸງ ທີ່ຈະເຊື່ອມຕໍ່ລະຫ່ວາງ ຈີນ-ລາວ ແລະ ໄທ ພາຍໃນເດືອນທັນວາ ປີ 2021 ໃກ້ໆນີ້ 

ຂໍ້ມູນເພີ່ມເຕີມກ່ຽວກັບ ເສັ້ນທາງ ແລະ ສະຖານທີ່ຂອງນໍ້າພຽນຢໍລະປ່າ

ທ່ານສາມາດຈ່ອງລ່ວງໜ້າກັບ Discoverlaos today ສຳລັບການໄປທ່ຽຊົມ Nam pien yorala Pa

Nam Pien Yorla Pa ແມ່ນໄດ້ເລືອກເອົາ Discoverlaos Today ເປັນຄູ່ສັນຍາຮ່ວມງານຕົວແທນໂດຍສະເພາະໃນການຈ່ອງທາງອອນລາຍເພື່ອໃຫ້ມີຄວາມສະດວກກັບລູກຄ້າທີ່ຈະໄປພັກຜ່ອນຢູ່ ນຳ້ພຽນຢໍລະປ່າ. ຈະເລີ້ມໃຫ້ບໍລິການຄົນໄວໆນີ້ ນັກທ່ອງທ່ຽວທຸກຄົນ ສາມາດຈ່ອງອອນລາຍໂດຍຜ່ານ ບ່ອນໃຫ້ບໍລິການຂອງພວກເຮົາ ທີ່ມີຈຳນວນຈຳກັດເພື່ອປະຫຍັດເວລາຂອງທ່ານ. ນັກທ່ອງທ່ຽວທີ່ໄປທ່ຽວຊົມນຳ້ພຽນຢໍລະປ່າ ທີ່ບໍ່ໄດ້ຈ່ອງລ່ວງໝ້າ ອາດຈະບໍ່ໄດ້ເຂົ້າຮ່ວມກິດຈະກຳຕ່າງໆ ເນື່ອງຈາກວ່າ ພວກເຮົາມີນັກທ່ອງທ່ຽວຈຳນວນຫຼາຍ ເກີນຄວາມຮັບຜິດຊອບໃນການເຮັດກິດຈະກຳທີ່ສະໜຸກສະໜານມ່ວນຊື່ນຕ່າງໆ

ຂໍ້ມູນເພີ່ມເຕີມກ່ຽວກັບວິທີການຈ່ອງດ້ວຍວີທີຕ່າງໆ 

 

ຢ່າພາດ! ກິດຈະກຳທີ່ໜ້າຫຼົງໄຫຼ ຫຼາຍທີ່ສຸດ ທີ່ມີຢູ່ Nam Pien Yorla Pa 

ສວນ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ

ລີ່ມຈາກສູນຂໍ້ມູນກ່ອນເວລາ 16:00 ໂມງ ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 1,5 km ເພື່ອໄປຫຼີ້ນສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ (ຈະມີຮ້ານອາຫານບໍລິການ) ຈາກນັ້ນຂີ່ລົດນໍາທ່ຽວກັບສູນຂໍ້ມູນ

 

ໄຕ່ຂົວອູ່ ເທິງປາຍໄມ້ 22 ຊົ່ວ ຕວາມຍາວ 1,000 ແມັດ ໃຊ້ເວລາ 2 ຊົ່ວໂມງ 

ເລີ່ມຈາກສູນຂໍ້ມູນກ່ອນເວລາ16:00 ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 4 km  ເຖິງບ່ອນຈອດລົດແລ້ວ ໄຕ່ຂົວອູ່ ຊົມປ່າ 1 km  ເພື່ອໄປຊົມນໍ້າຕົກຕາດ ແລ້ວຍ່າງກັບມາຂີ່ລົດນໍາທ່ຽວເພື່ອໄປສວນນໍ້າ, ຂົວອູ່ຈຸດຖ່າຍ ຮູບວິວຕ່າງໆ ແລ້ວກັບສູນຂໍ້ມູນ.ລາຍການນີ້ແມ່ນຈະແຖມຟຣີ ລາຍການທີ 1 (ສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ)

 

ຂີ່ໂລເລີ້ 

ເລີ່ມຈາກສູນຂໍ້ມູນກ່ອນເວລາ 16:00 ໂມງ ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 4 km ແລ້ວເລີ່ມຕົ້ນຂີ່ໂລເລີ້ມີຄວາມຍາວ 800ແມັດ ຈາກນັ້ນຂີ່ລົດນໍາທ່ຽວໄປສວນນໍ້າ, ຂົວອູ່ຈຸດຖ່າຍຮູບ ວິວຕ່າງໆ ແລ້ວກັບສູນຂໍ້ມູນ. ລາຍການນີ້ແມ່ນຈະແຖມຟຣີ ລາຍການທີ 1 (ສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ)

 

ຂີ່ສະລິງ ໂດຍຜ່ານກາຮໄຕ່ຕາໜ່າງຂົວອູ່, ຊົມນໍ້າຕົກ, ຢືນແປ້ນ 

ເລີ່ມຈາກສູນຂໍ້ມູນກ່ອນເວລາ 15:00 ໂມງ ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 4 km ແລ້ວໄຕ່ຂົວຊົມປ່າ, ໄປຊົມນໍ້າຕົກ  ໄລຍະທາງ 1 km, ແລ້ວຂື້ນຫາຈຸດຖ່າຍຮູບ, ຈາກນັ້ນຂີ່ສະລິງ 10 ຟອມ, ກັບມາຈຸດສີ້ນສຸດສະລິງແລ້ວຂີ່ລົດນໍາທ່ຽວໄປສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ ແລ້ວກັບສູນຂໍ້ມູນ.

 

ໄປຢືນຖ່າຍຮູບໂດຍຜ່ານຕາໜ່າງຂົວອູ່, ນໍ້າຕົກ 

ເລີ່ມຈາກສູນຂໍ້ມູນກ່ອນເວລາ15:00 ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 4 km  ເຖິງບ່ອນຈອດລົດແລ້ວ ໄຕ່ຂົວອູ່ຊົມປ່າ ເພື່ອໄປຊົມນໍ້າຕົກຕາດ ແລ້ວໄຕ່ຂົວໂຕວີ(v) ຂື້ນຫາຈຸດຢືນຖ່າຍຮູບຢູ່ຕໍ່ໜ້ານໍ້າຕົກ ແລ້ວຍ່າງກັບມາຂີ່ລົດນໍາທ່ຽວໄປສວນນໍ້າ, ຂົວອູ່, ຈຸດຖ່າຍຮຸບ ວິວຕ່າງໆ ແລ້ວກັບສຸນຂໍ້ມູນ.  

 

ຂີ່ລຸກ

ເລີ່ມຕົ້ນຈາກສູນຂໍ້ມູນກ່ອນເວລາ16:00 ດ້ວຍການຂີ່ລົດນໍາທ່ຽວຫາຈຸດຂີ່ລຸກ ໄລຍະທາງ 2 km ຈາກນັ້ນຂີ່ລົດລຸກໄປຕາມເສັ້ນທາງທີ່ກໍານົດໄວ້ ໄລຍະທາງ 1km ແລ້ວໄປສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆແລ້ວ ກັບສູນຂໍ້ມູນ

 

ATV 

ເລີ່ມຕົ້ນກິດຈະກໍາກ່ອນເວລາ16:30 ດ້ວຍການຂີ່ລົດນໍາທ່ຽວໄປຫາ ເຂດສວນນໍ້າ ໄລຍະທາງ 1,5 km ແລ້ວຂີ່ລົດ ATV ຕາມເສັ້ນທາງທີ່ກໍານົດໄວ້ ມີຄວາມຍາວ 1,100 m ແລ້ວຂີ່ລົດນໍາທ່ຽວ ກັບສູນຂໍ້ມູນ 

 

 

 
POSTED BY

Sitpasert Lattanavong

A young, enthusiastic social media and content creator, Voy researches and promotes Lao companies' products and services through innovative and exciting contents to engage audiences on the website and multiple social media platforms.