ATV
ATV
ນ້ຳປຽນຢໍລະປາ, ເປີດຕົວແຫຼ່ງທ່ອງທ່ຽວແຫ່ງໃໝ່ໃຫ້ກັບນັກທ່ອງທ່ຽວທີ່ມັກຄວາມທ້າທາຍ: ຈອງລ່ວງໜ້າແບບອອນໄລກັບ ດິສໂຄເວີລາວທູເດ

ໂພສ

ນ້ຳປຽນຢໍລະປາ, ເປີດຕົວແຫຼ່ງທ່ອງທ່ຽວແຫ່ງໃໝ່ໃຫ້ກັບນັກທ່ອງທ່ຽວທີ່ມັກຄວາມທ້າທາຍ: ຈອງລ່ວງໜ້າແບບອອນໄລກັບ ດິສໂຄເວີລາວທູເດ

 

ແຫຼ່ງທ່ອງທ່ຽວແຫ່ງໃໝ່ ມາແລ້ວ!

ສະຖານທີ່ທ່ອງທ່ຽວແຫ່ງໃຫ່ມທີ່ຈະເປີດຢູ່ແຂວງວຽງຈັນ ເຊິງສືບຕໍ່ຜັນຂະຫຍາຍຄວາມສຳເລັດຂອງ ນໍ້າກັດ ຢໍລະປາ  ທີ່ຕັ້ງຢູ່ແຂວງອຸດົມໄຊ, ແຫຼ່ງທ່ອງທ່ຽວແຫ່ງໃໝ່ ນໍ້າປຽນຢໍລະປາ ຄາດຫວັງວ່າຈະເປັນສະຖານທີ່ທ່ອງທ່ຽວທີ່ນິຍົມຫຼາຍອີກແຫ່ງສຳລັບຜູ້ສະແຫວງຫາການປະຈົນໄພໃນແຂວງວຽງຈັນ. ສະຖານທີ່ດັ່ງກ່າວແມ່ນໄດ້ເປີດທົດລອງໃຫ້ນັກທ່ອງທ່ຽວເຂົ້າຊົມແລ້ວ ໃນວັນທີ່ 16 ກໍລະກົດ 2020 ທີ່ຜ່ານມາ ໂດຍມີພະນັກງານຫ້ອງການທ່ອງທ່ຽວ ແລະແຂກສຳຄັນເຂົ້າຮ່ວມ. ການເປີດທົດລອງສະຖານທີ່ທ່ອງທ່ຽວຢູ່ທີ່ ນໍ້າປຽນ ຢໍລະປາ ຄົັ້ງນີ້ແມ່ນເຮັດໃຫ້ຫຼາຍຄົນທີ່ສົນໃຈໃນອຸດສາຫະກໍາການທ່ອງທ່ຽວເກີດຄວາມຕື່ນຕັນໃຈຫຼາຍ  ເພາະໄດ້ສົ່ງເສີມການທ່ອງທ່ຽວພາຍໃນ ແລະເສີມຂະຫຍາຍອຸດສາຫະກຳການທ່ອງທ່ຽວໃຫ້ກ້ວາງຂວາງຂື້ນ.

ອີງຕາມຄຳສຳພາດຂອງ ທ່ານ ສົມເພັດ ມາວປະເສີດ ໄດ້ກ່າວວ່າ ໃນໄລຍະທີ່ແລກ  ເດືອນກໍລະກົດ ຈະເປີດເປັນທາງການ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ ເຊິ່ງຈະມີ 8 ກິດຈະກຳ ທີແຕກຕ່າງກັນໄປ ພວກເຮົາຈະໃຫ້ບໍລິການ ຂີ່ລົດລຸກ ແຫ່ງທຳອິດຂອງລາວ, ການຂີ່ລົດ ATV, ການຍ່າງປ່າ, ການຂີ່ສາຍສະລິງ ແລະການປະຈົນໄພແບບອານຸລັກທຳມະຊາດ, ແລະ ຈະມີການເພີ້ມກິດຈະກຳອີກ ໃນວັນທີ່ 2 ສິງຫານີ້ 

ໃນຊ່ວງໄລຍະທີ່ 2 ໃນຕົ້ນປີ 2021 ຈະມີການການກໍ່ສ້າງຣີສອດເຊິ່ງຈະມີຫ້ອງພັກ 50 ຫ້ອງ ຄາດວ່າຈ​ະສຳເລັດ ເພື່ອຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທີ່ຈະມາທ່ຽວຊົມ ໃນໄຕມາດ ທຳອິດຂອງປີ 2022. ເພື່ອຈະໄດ້ກະກຽມຕ້ອນຮັບນັກທ່ອງທ່ອງທີ່ລັງໄຫຼເຂົ້າມາໃນເວລາເປີດເສັ້ນທາງລົດໄຟຄວາມໄວສຸງ ທີ່ຈະເຊື່ອມຕໍ່ລະຫ່ວາງ ຈີນ-ລາວ ແລະ ໄທ ພາຍໃນເດືອນທັນວາ ປີ 2021 ໃກ້ໆນີ້ 

ຂໍ້ມູນເພີ່ມເຕີມກ່ຽວກັບ ເສັ້ນທາງ ແລະ ສະຖານທີ່ຂອງນໍ້າພຽນຢໍລະປ່າ

ທ່ານສາມາດຈ່ອງລ່ວງໜ້າກັບ Discoverlaos today ສຳລັບການໄປທ່ຽຊົມ Nam pien yorala Pa

ນໍ້າປຽນ ຢໍລະປາ ແມ່ນໄດ້ເລືອກເອົາ Discover Laos Today ເປັນຄູ່ສັນຍາຮ່ວມງານຕົວແທນໂດຍສະເພາະໃນການຈ່ອງທາງອອນລາຍເພື່ອໃຫ້ມີຄວາມສະດວກກັບລູກຄ້າທີ່ຈະໄປພັກຜ່ອນຢູ່ ນໍ້າປຽນ ຢໍລະປາ. ນັກທ່ອງທ່ຽວຈະໄດ້ຜ່ານການຈ່ອງອອນລາຍໃນເວັບໄຊພວກເຮົາ ເພາະມີຈຳນວນລູກຄ້າຈຳກັດ ແລະ ເພື່ອປະຫຍັດເວລາຂອງທ່ານ. ນັກທ່ອງທ່ຽວທີ່ໄປທ່ຽວຊົມນໍ້າປຽນຢໍລະປາ ທີ່ບໍ່ໄດ້ຈ່ອງລ່ວງໝ້າ ອາດຈະບໍ່ໄດ້ເຂົ້າຮ່ວມກິດຈະກຳຕ່າງໆ ເນື່ອງຈາກວ່າ ພວກເຮົາມີນັກທ່ອງທ່ຽວຈຳນວນຫຼາຍ ເກີນຄວາມຮັບຜິດຊອບໃນການເຮັດກິດຈະກຳຕ່າງໆ. ແຕ່ຈະຍັງສາມາດເຂົ້າຊົມ ໄປຫຼີ້ນໃນສວນໄດ້ຕາມປົກກະຕິ.

ກົດ ທີ່ນີ້ ເພື່ອເບິ່ງວິທີຈອງຜ່ານ BCEL One

ຢ່າພາດ! ກິດຈະກຳທີ່ໜ້າຫຼົງໄຫຼ ຫຼາຍທີ່ສຸດ 

ສວນ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ (ໂປຣແກມ 1)

ເລີ່ມຈາກສູນຂໍ້ມູນກ່ອນເວລາ 16:00 ໂມງ ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 1,5 km ເພື່ອໄປຫຼີ້ນສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ (ຈະມີຮ້ານອາຫານບໍລິການ) ຈາກນັ້ນຂີ່ລົດນໍາທ່ຽວກັບສູນຂໍ້ມູນ. ກົດທີ່ນີ້ເພື່ອຈອງ! ກິດຈະກໍານີ້ຮັບພຽງແຕ່ 150 ຄົນ/ມື້

ໄຕ່ຂົວອູ່ ເທິງປາຍໄມ້ 22 ຊົ່ວ ຕວາມຍາວ 1,000 ແມັດ ໃຊ້ເວລາ 2 ຊົ່ວໂມງ (ໂປຣແກມ 2)

ເລີ່ມຈາກສູນຂໍ້ມູນກ່ອນເວລາ16:00 ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 4 km  ເຖິງບ່ອນຈອດລົດແລ້ວ ໄຕ່ຂົວອູ່ ຊົມປ່າ 1 km  ເພື່ອໄປຊົມນໍ້າຕົກຕາດ ແລ້ວຍ່າງກັບມາຂີ່ລົດນໍາທ່ຽວເພື່ອໄປສວນນໍ້າ, ຂົວອູ່ຈຸດຖ່າຍ ຮູບວິວຕ່າງໆ ແລ້ວກັບສູນຂໍ້ມູນ. ກົດທີ່ນີ້ເພື່ອຈອງ! ກິດຈະກໍານີ້ຮັບພຽງແຕ່ 150 ຄົນ/ມື້

ຂີ່ໂລເລີ້ (ໂປຣແກມ 3)

ເລີ່ມຈາກສູນຂໍ້ມູນກ່ອນເວລາ 16:00 ໂມງ ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 4 km ແລ້ວເລີ່ມຕົ້ນຂີ່ໂລເລີ້ມີຄວາມຍາວ 800ແມັດ ຈາກນັ້ນຂີ່ລົດນໍາທ່ຽວໄປສວນນໍ້າ, ຂົວອູ່ຈຸດຖ່າຍຮູບ ວິວຕ່າງໆ ແລ້ວກັບສູນຂໍ້ມູນ. ກົດທີ່ນີ້ເພື່ອຈອງ! ກິດຈະກໍານີ້ຮັບພຽງແຕ່ 60 ຄົນ/ມື້

ຂີ່ສະລິງ ໂດຍຜ່ານກາຮໄຕ່ຕາໜ່າງຂົວອູ່, ຊົມນໍ້າຕົກ, ຢືນແປ້ນ (ໂປຣແກມ 4)

ເລີ່ມຈາກສູນຂໍ້ມູນກ່ອນເວລາ 15:00 ໂມງ ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 4 km ແລ້ວໄຕ່ຂົວຊົມປ່າ, ໄປຊົມນໍ້າຕົກ  ໄລຍະທາງ 1 km, ແລ້ວຂື້ນຫາຈຸດຖ່າຍຮູບ, ຈາກນັ້ນຂີ່ສະລິງ 10 ຟອມ, ກັບມາຈຸດສີ້ນສຸດສະລິງແລ້ວຂີ່ລົດນໍາທ່ຽວໄປສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ ແລ້ວກັບສູນຂໍ້ມູນ. ກົດທີ່ນີ້ເພື່ອຈອງ! ກິດຈະກໍານີ້ຮັບພຽງແຕ່ 60 ຄົນ/ມື້

ໄປຢືນຖ່າຍຮູບໂດຍຜ່ານຕາໜ່າງຂົວອູ່, ນໍ້າຕົກ (ໂປຣແກມ 5)

ເລີ່ມຈາກສູນຂໍ້ມູນກ່ອນເວລາ15:00 ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 4 km  ເຖິງບ່ອນຈອດລົດແລ້ວ ໄຕ່ຂົວອູ່ຊົມປ່າ ເພື່ອໄປຊົມນໍ້າຕົກຕາດ ແລ້ວໄຕ່ຂົວໂຕວີ(v) ຂື້ນຫາຈຸດຢືນຖ່າຍຮູບຢູ່ຕໍ່ໜ້ານໍ້າຕົກ ແລ້ວຍ່າງກັບມາຂີ່ລົດນໍາທ່ຽວໄປສວນນໍ້າ, ຂົວອູ່, ຈຸດຖ່າຍຮຸບ ວິວຕ່າງໆ ແລ້ວກັບສຸນຂໍ້ມູນ. ກົດທີ່ນີ້ເພື່ອຈອງ! ກິດຈະກໍານີ້ຮັບພຽງແຕ່ 40 ຄົນ/ມື້

ໄຕ່ຕາໜ່າງແມງມຸມ (ໂປຣແກມ 6)

ເລີ່ມຕົ້ນກິດຈະກໍາກ່ອນເວລາ16:00 ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 1,5 km ໄປສວນນໍ້າ, ໄປຂົວອູ່ ແລ້ວຂີ່ສະລິງເຂົ້າເພື່ອຂີ່ຕານ່າງແມງມຸມ ຖ່າຍຮູບແລ້ວຂີ່ລົດນໍາທ່ຽວກັບສູນຂໍ້ມູນ (ສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ). ກົດທີ່ນີ້ເພື່ອຈອງ! ກິດຈະກໍານີ້ຮັບພຽງແຕ່ 50 ຄົນ/ມື້

 

ຂີ່ລຸກ (ໂປຣແກມ 7)

ເລີ່ມຕົ້ນຈາກສູນຂໍ້ມູນກ່ອນເວລາ16:00 ດ້ວຍການຂີ່ລົດນໍາທ່ຽວຫາຈຸດຂີ່ລຸກ ໄລຍະທາງ 2 km ຈາກນັ້ນຂີ່ລົດລຸກໄປຕາມເສັ້ນທາງທີ່ກໍານົດໄວ້ ໄລຍະທາງ 1km ແລ້ວໄປສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆແລ້ວ ກັບສູນຂໍ້ມູນ. ກົດທີ່ນີ້ເພື່ອຈອງ! ກິດຈະກໍານີ້ຮັບພຽງແຕ່ 200 ຄົນ/ມື້

ATV (ໂປຣແກມ 8)

ເລີ່ມຕົ້ນກິດຈະກໍາກ່ອນເວລາ16:30 ດ້ວຍການຂີ່ລົດນໍາທ່ຽວໄປຫາ ເຂດສວນນໍ້າ ໄລຍະທາງ 1,5 km ແລ້ວຂີ່ລົດ ATV ຕາມເສັ້ນທາງທີ່ກໍານົດໄວ້ ມີຄວາມຍາວ 1,100 m ແລ້ວຂີ່ລົດນໍາທ່ຽວ ກັບສູນຂໍ້ມູນ. ກົດທີ່ນີ້ເພື່ອຈອງ! ກິດຈະກໍານີ້ຮັບພຽງແຕ່ 150 ຄົນ/ມື້

ແພກແກດທົວສຸດຄຸ້ມ!

ໂປຣແກມ A: ໂປຣແກມ 01+02+03+04+05 (ສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ, ໄຕ່ຂົວອູ່ຊົມຕາດ, ຈຸດຢືນຖ່າຍຮູບ, ຂີ່ສະລິງ, ໂລເລີ້) 

ເລີ່ມຈາກສູນຂໍ້ມູນກ່ອນເວລາ 13:00 ໂມງ ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 4 km ແລ້ວໄຕ່ຂົວອູ່ຊົມປ່າ, ໄປຊົມນໍ້າຕົກຕາດໄລຍະທາງ 1 km ໄຕ່ຂົວໂຕວີ(v) ຂື້ນຫາຈຸດຖ່າຍຮູບ, ຂີ່ສະລິງ 10 ຟອມ ຈົນຮອດຈຸດສີ້ນສຸດ ແລ້ວຂີ່ໂລເລີ້ທີ່ມີຄວາມຍາວ 800 ແມັດ ຈາກນັ້ນຂີ່ລົດນໍາທ່ຽວໄປສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ ແລ້ວກັບສູນຂໍ້ມູນ. ກົດທີ່ນີ້ເພື່ອຈອງ! ກິດຈະກໍານີ້ຮັບພຽງແຕ່ 15 ຄົນ/ມື້

ໂປຣແກມ B: ໂປຣແກມ 01+02+03+05 (ສວນນໍ້າ, ຂົວອູ່, ຈຸດຖ່າຍຮູບວິວຕ່າງໆ, ໄຕ່ຂົວອູ່ຊົມຕາດ, ຈຸດຢືນຖ່າຍຮູບ, ໂລເລີ້) 

ເລີ່ມຈາກສູນຂໍ້ມູນກ່ອນເວລາ 14:00 ດ້ວຍການຂີ່ລົດນໍາທ່ຽວ ໄລຍະທາງ 4 km ແລ້ວໄຕ່ຂົວຊົມປ່າ, ໄປຊົມນໍ້າຕົກ  ໄລຍະທາງ 1 km, ໄຕ່ຂົວໂຕວີ(v) ຂື້ນຫາຈຸດຢືນຖ່າຍຮູບ ຈາກນັ້ນຍ່າງກັບຄືນຫາຈຸດຈອດລົດ ແລ້ວຂື້ນຂີ່ໂລເລີ່ທີ່ມີຄວາມຍາວ 800 m  ຈາກນັ້ນຂີ່ລົດນໍາທ່ຽວກັບໄປສວນນໍ້າ, ຂົວອູ່, ຈຸດຖ່າຍຮູບ ວິວຕ່າງໆ ແລ້ວຂີ່ລົດກັບສູນຂໍ້ມູນ. ກົດທີ່ນີ້ເພື່ອຈອງ! ກິດຈະກໍານີ້ຮັບພຽງແຕ່ 30 ຄົນ/ມື້

ດິສໂຄເວີລາວທູເດ, ແຫຼ່ງຂໍ້ມູນການທ່ອງທ່ຽວແບບອອນໄລແຫ່ງດຽວ ທີ່ຈະເຊື່ອມຕໍ່ທ່ານກັບການທ່ອງທ່ຽວລາວ

 
POSTED BY

Sitpasert Lattanavong

A young, enthusiastic social media and content creator, Voy researches and promotes Lao companies' products and services through innovative and exciting contents to engage audiences on the website and multiple social media platforms.