ຖ້ຳກອງລໍ - ການຜະຈົນໄພລອດຖ້ຳ!
ຖ້ຳກອງລໍ - ການຜະຈົນໄພລອດຖ້ຳ!

ໂພສ

ຖ້ຳກອງລໍ - ການຜະຈົນໄພລອດຖ້ຳ!

 

ຖ້ຳກອງລໍ ເປັນຖ້ຳທີ່ໜ້າປະທັບໃຈຢູ່ແຂວງ ຄຳມ່ວນ, ເຊິ່ງແກະສະຫຼັກໂດຍແມ່ນ້ຳຫີນບູນເປັນເວລາຫຼາຍລ້ານປີມາແລ້ວ. ນັກທ່ອງທ່ຽວສາມາດສຳຫຼວດຖ້ຳໄດ້ດ້ວຍການລ່ອງເຮືອຫາງຍາວ ໂດຍຈະມີຊາວບ້ານໃນພື້ນທີ່ພາເຂົ້າໄປໃນຖ້ຳ.

ຮູບພາບຈາກ: Adventure.com

ຖ້ຳກອງລໍ ໄດ້ຖືກຂະໜານນາມວ່າເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ໜ້າປະທັບໃຈທີ່ສຸດຂອງລາວ. ຖ້ຳມີຄວາມຍາວປະມານ 7 ກິໂລແມັດ ຢູ່ກ້ອງພູເຂົາ, ເຊິ່ງນັກທ່ອງທ່ຽວທີ່ເຂົ້າໄປຈະໄດ້ຢູ່ໃນຄວາມມືດ ໃນຂະນະທີ່ເຮືອຫາງຍາວລ່ອງໄປຕາມແມ່ນ້ຳ. ນັກທ່ອງທ່ຽວ ແລະ ຊາວບ້ານທີ່ເຂົ້າໄປຈະມີໄຟສາຍຄົນລະອັນເພື່ອໃຊ້ໃນການສ່ອງເບິ່ງຖ້ຳ ແລະ ເສັ້ນທາງໃນຂະນະທີ່ລ່ອງເຮືອ.

ຮູບພາບຈາກ: Remote Lands

ຫຼາຍສ່ວນຂອງຖ້ຳ ແມ່ນມີຂະໜາດໃຫຍ່ຫຼາຍ, ມີບາງບ່ອນສູງເຖິງ 100 ແມັດ. ແສງໄຟຈາກໂຄມໄຟທີ່ສ່ອງໃສ່ຫີນຍ້ອຍຕ່າງໆໃນບໍລິເວນໃກ້ຄຽງ ແລ້ວຄ່ອຍໆຫາຍໄປໃນຄວາມມືດ, ເຊິ່ງຄວາມສວຍງາມນັ່ນໄດ້ສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວທີ່ມາຢ້ຽມຊົມ.

ການເດີນເຮືອໂດຍເຮືອຈະພານັກທ່ອງທ່ຽວເຂົ້າໄປໃນຖ້ຳ ແລະ ຢຸດຢູ່ທີ່ຫ້ອງໂຖງຂະໜາດໃຫຍ່ພາຍໃນຖ້ຳ ທີ່ມີຮູບຊົງຫີນປູນທີ່ປະທັບໃຈ ເຊິ່ງມີແສງໄຟຫຼາກຫຼາຍສີທີ່ສ່ອງກະທົບໃສ່ຫີນຍ້ອຍຫີນປູນເຫຼົ່ານັ້ນ ເຮັດໃຫ້ນັກທ່ອງທ່ຽວທຸກຄົນທີ່ໄດ້ເຫັນຮູ້ສຶກປະທັບໃຈກັບຄວາມສວຍງາມນັ້ນ. ນັກທ່ອງທ່ຽວທີ່ໄດ້ຜ່ານຈຸດນີ້ ຈະຮູ້ສຶກປະທັບໃຈກັບຮູບຊົງຫີນປູນຂະໜາດໃຫຍ່ນີ້ສະເໝີ, ເພາະມັນໃຊ້ເວລາໃນການທັບຖົມກັນຢ່າງຊ້າໆ ຂອງຢົດນ້ຳເທື່ອລະຢົດມາເປັນເວລາຫຼາຍຮ້ອຍປີຫຼາຍພັນປີກວ່າຈະມາເປັນຮູບຊົງໜຶ້ງໄດ້.

ຮູບພາບຈາກ: Adventure.com

ເມື່ອໄປຮອດບໍລິເວນປາຍຖ້ຳ, ທ່ານຈະໄດ້ເຫັນແສງແດດທີ່ຄ່ອຍໆສາດສ່ອງເຂົ້າມາໃນຖ້ຳ, ນັກທ່ອງທ່ຽວຈະໄດ້ໄປຢ້ຽມຢາມໝູ່ບ້ານນ້ອຍໆຊື່ວ່າ: ບ້ານ ນາຕານ, ເຊິ່ງຈະມີຮ້ານຄ້າທີ່ທ່ານສາມາດຊື້ອາຫານຫວ່າງ ແລະ ເຄື່ອງຫັດຖະກຳຕ່າງໆໄດ້. ນອກຈາກນັ້ນ ຍັງມີລົດຖີບໃຫ້ທ່ານໄດ້ເຊົ່າ ແລະ ຂີ່ສຳຫຼວດ ຖ້າທ່ານຕ້ອງການຈະສຳຫຼວດພູເຂົາ. ນັກທ່ອງທ່ຽວສ່ວນໃຫຍ່ຈະກັບເຂົ້າໄປໃນຖ້ຳ, ແຕ່ກໍສາມາດຍ່າງຂຶ້ນໄປເທິງພູເຂົາໄດ້ ໂດຍຈະມີໄກ້ນຳທ່ຽວທ້ອງຖິ່ນພາໄປ.

ເມື່ອນັກທ່ອງທ່ຽວກັບມາຮອດຈຸດເລີ່ມຕົ້ນ ຈະມີຮ້ານຂາຍເຄື່ອງດື່ມເຢັນໆຢູ່ສອງ-ສາມຮ້ານ, ຫຼື ທ່ານສາມາດຜ່ອນຄາຍໃນນ້ຳເຢັນໆທີ່ໄຫລອອກມາຈາກຖ້ຳກໍໄດ້.

ຖ້ຳກອງລໍ ຕັ້ງຢູ່ໃນປ່າສະຫງວນແຫ່ງຊາດພູຫີນບູນ ທາງທິດເໜືອຂອງແຂວງ ຄຳມ່ວນ, ເຊິ່ງເປັນຈຸດແວະພັກຍອດນິຍົມຂອງທ່າແຂກ ເຊິ່ງຈະຢູ່ໃກ້ກັບພູຜາມ່ານ (The Rock Viewpoint). ໃກ້ກັບທາງເຂົ້າຖ້ຳ ຈະມີເຮືອນພັກຫຼາຍແຫ່ງ, ລວມທັງຣີສອດ Spring River Resort. ສະຖານທີ່ທີ່ໃກ້ທີ່ສຸດທີ່ມີຕູ້ເອທີເອັມ ແມ່ນບ້ານນາຫີນເຊິ່ງໃນບໍລິເວນໃກ້ຄຽງກໍມີເຮືອນພັກຫຼາຍແຫ່ງເຊັ່ນກັນ.

ຮູບພາບຈາກ: Claire's Footsteps

ຖ້າທ່ານຈະໄປຢ້ຽມຊົມຖ້ຳກອງລໍ ແນະນຳໃຫ້ເອົາເກີບຊຸບ ຫຼື ເກີບແຕະໄປນຳ ເພາະທ່ານຈະຕ້ອງໄດ້ຂຶ້ນເຮືອ-ລົງເຮືອ ເຊິ່ງຈະເຮັດໃຫ້ເກີບທ່ານປຽກໄດ້. ປີ້ສຳລັບລ່ອງເຮືອຜ່ານຖ້ຳ ຈະລວມມີໂຄມໄຟໃສ່ຫົວ ແລະ ເສື້ອຊູຊີບ, ພວກເຮົາແນະນຳໃຫ້ທ່ານເອົາທັງສອງຢ່າງ.

ຮູບພາບຈາກ: Backpackers Wanderlust

ການໄປຢ້ຽມຊົມຖ້ຳກອງລໍ ຈະສ້າງປະສົບການທີ່ໜ້າປະທັບໃຈໃຫ້ກັບທ່ານ ແລະ ເປັນສະຖານທີ່ທີ່ທ່ານບໍ່ຄວນພາດຖ້າທ່ານໄປທ່ຽວແຂວງ ຄຳມ່ວນ. ຖ້າທ່ານພ້ອມແລ້ວ ມາຮ່ວມສຳຫຼວດປະເທດລາວໄປກັບພວກເຮົາ ແລະ Discover Laos Today!

 
POSTED BY

David Ormsby

David is a writer, explorer, adventurer, outdoor educator, and guide. He was worked across the Asia Pacific in a number of different roles within the eco-tourism and outdoor industry. Since 2016 David has lived and worked in Laos, and brings a depth of experience to his writing in Laos.