ຄູ່ມືການທ່ຽວ ພູຜາມ່ານ
ຄູ່ມືການທ່ຽວ ພູຜາມ່ານ

ໂພສ

ຄູ່ມືການທ່ຽວ ພູຜາມ່ານ

 

ພູຜາມ່ານ (The Rock Viewpoint) ເປັນໜຶ່ງໃນກິດຈະກຳການຜະຈົນໄພທີ່ໄດ້ຮັບຄວາມນິຍົມທີ່ສຸດໃນລາວ. ເປີດໃຫ້ບໍລິການໃນປີ 2019 ໂດຍ Inthira Group, ພູຜາມ່ານ ໄດ້ຮັບຄວາມນິຍົມທີ່ສຸດຢູ່ຕະຫຼອດຕັ້ງແຕ່ມື້ເປີດບໍລິການ. ສະຖານທີ່ແຫ່ງນີ້ຕັ້ງຢູ່ທາງທິດເໜືອຂອງແຂວງ ຄຳມ່ວນ, ແລະ ຢູ່ທາງທິດເໜືອສຸດກໍຈະມີ “Thakek Loop” ທີ່ໄດ້ຮັບຄວາມນິຍົມຫຼາຍເຊັ່ນກັນ, ເຊິ່ງທັງ 2ສະຖານທີ່ທ່ອງທ່ຽວນີ້ ເປັນສະຖານທີ່ທີ່ຫ້າມພາດ ສຳລັບໃຜທີ່ມາທ່ຽວທີ່ແຂວງ ຄຳມ່ວນ.

ສະຖານທີ່ນີ້ເປັນທີ່ນິຍົມຫຼາຍ ບໍ່ວ່າຈະເປັນນັກທ່ອງທ່ຽວຈາກຕ່າງປະເທດ ຫຼື ໃນປະເທດ, ເພາະສະຖານທີ່ແຫ່ງນີ້ຈະສ້າງຄວາມປະທັບໃຈໃຫ້ຜູ້ຄົນທີ່ມາສະເໝີ! 

ຮ້ານອາຫານ Khop Chai Der ມີບໍລິການເຄື່ອງດື່ມຕ່າງໆ ແລະ ສິ່ງທີ່ນິຍົມກັນທີ່ສຸດກໍແມ່ນ ກາເຟ ເຊິ່ງເວົ້າກັນວ່າເປັນກາເຟທີ່ດີທີ່ສຸດໃນແຂວງຄຳມ່ວນ. ນອກຈາກນັ້ນຍັງມີບໍລິການອາຫານຕ່າງໆ ບໍ່ວ່າຈະເປັນອາຫານລາວ ແລະ ອາຫານແບບພາກຕາເວັນຕົກ ເຊິ່ງຈະເຮັດໃຫ້ທ່ານໄດ້ກິນອາຫານແຊບໆ ພ້ອມກັບຊົມທິວທັດທຳມະຊາດ ແລະ ພູຫີນປູນທີ່ຢູ່ດ້ານໜ້າແບບຊິວໆ!  

Photo by: Chillpainai
Photo by: Chillpainai

ສຳລັບນັກຜະຈົນໄພທັງຫຼາຍ, ພູຜາມ່ານ ກໍຈະມີກິດຈະກຳຫວາດສຽວໃຫ້ຫຼິ້ນເຊັ່ນກັນ, ບໍ່ວ່າຈະເປັນການຂີ່ສະລິງຜ່ານປ່າໄມ້ສີຂຽວຕຶບໜາ ແລະ ພູຫີນປູນທີ່ແຫຼມຄົມ ແລະ ສູງຊັນທີ່ຢູ່ດ້ານລຸ່ມ ເພື່ອຂ້າມໄປຫາອີກພູຫີນປູນໜຶ່ງ, ການປິນຜາຫີນປູນທີ່ມີຄວາມແຫຼມຄົມດ້ວຍເຟີຣິຕ່າ (Ferrata)  ແລະ ການຍ່າງເທິງຂົວເຊືອກທີ່ເອີ້ນກັນວ່າ “ຂົວໃຍແມງມຸມ” ເຊິ່ງເປັນຂົວເຊືອກທີ່ໃຫຍ່ທີ່ສຸດຂອງອາຊີ. ການທ່ຽວຊົມ ແລະ ສຳຫຼວດພູຜາມ່ານ ແມ່ນຈະໃຊ້ເວລາປະມານ 2ຊົ່ວໂມງ ລວມທັງການຂີ່ສະລິງ, ປິນຜາ, ໄຕ່ຂົວໃຍແມງມຸມ ແລະ ຖ່າຍຮູບຊົມວິວແບບ 360ອົງສາທີ່ຈຸດຊົມວິວເທິງປ່າສະຫງວນ.

Photo by: Chillpainai

ຜູ້ທີ່ຮັກທຳມະຊາດຈະຕ້ອງມັກສະຖານທີ່ນີ້ແນ່ນອນ ເພາະນອກຈາກທ່ານຈະສາມາດຊື່ນຊົມກັບທຳມະຊາດສີຂຽວທີ່ສວຍງາມແລ້ວ ຖ້າທ່ານໂຊກດີ ທ່ານອາດຈະໄດ້ເຫັນລິງ Laotian Langur ທີ່ໃກ້ຈະສູນພັນ ທີ່ອາໄສຢູ່ໃນພື້ນທີ່ອີກດ້ວຍ. ທີ່ປ່າສະຫງວນແຫ່ງນີ້ ມີລິງ Langurs ປະມານ 20ໂຕທີ່ອາໄສຢູ່ໃນພື້ນທີ່ ແລະ ມັກຈະອອກມາໃຫ້ເຫັນຕະຫຼອດ. ຖ້າທ່ານໂຊກດີ ທ່ານອາດຈະສາມາດເບິ່ງເຫັນລິງ Langurs ໄດ້ຈາກຮ້ານອາຫານ ຫຼື ໃນຂະນະທີ່ທ່ານຂີ່ສະລິງຢູ່.

ວິທີທີ່ດີທີ່ສຸດໃນການທ່ຽວພູຜາມ່ານຄື ຈອງທົວເບິ່ງຕາເວັນຕົກດິນ. ເພີດເພີນໄປກັບການຂີ່ສະລິງ, ໄຕ່ຂົວ, ແລະ ການປີນຜາຫີນປູນດ້ວຍເຟີຣິຕ່າ (Ferrata), ໃນຂະນະທີ່ທ່ານຫຼິ້ນກິດຈະກຳຕ່າງໆເພື່ອໄປໃຫ້ຮອດຈຸດຊົມວິວ ຈະມີແສງຕາເວັນທີ່ຄ່ອຍໆຕົກດິນ ສາດສ່ອງໃສ່ສະເໝີ. ເມື່ອມາຮອດຈຸດຊົມວິວທີ່ຢູ່ກາງພູຫີນປູນແລ້ວ ທ່ານຈະໄດ້ຊົມຄວາມງາມຂອງທຳມະຊາດ ແລະ ຕາເວັນຕົກດິນໄດ້ຢ່າງແທ້ຈິງ ພ້ອມກັບອາກາດທີ່ເຢັນສະບາຍເທິງໜ່ວຍພູ. ສຳຜັດປະສົບການເຫຼົ່ານີ້ດ້ວຍຕົວທ່ານເອງໄດ້ ທີ່ນີ້.

ພູຜາມ່ານ ເປັນສະຖານທີ່ທ່ອງທ່ຽວຍອດນິຍົມ ແລະ ມີນັກທ່ອງທ່ຽວຫຼາຍຕະຫຼອດ. ເຫຼົ່ານີ້ແມ່ນຄຳແນະນຳຈາກພວກເຮົາ ເພື່ອທີ່ທ່ານຈະໄດ້ບໍ່ເສຍເວລາ ແລະ ໄດ້ສຳຜັດກັບຄວາມສວຍງາມນີ້ໄດ້ຢ່າງເຕັມທີ່:

  • ຈອງລ່ວງໜ້າ, ໂດຍສະເພາະຊ່ວງທ້າຍອາທິດ ແລະ ຊ່ວງວັນເທດສະການຕ່າງໆ. ກິດຈະກຳຂີ່ສະລິງແມ່ນໄດ້ຮັບຄວາມນິຍົມຫຼາຍ ແລະ ມີຄົນຈອງຫຼາຍ, ເພື່ອຫລີກລ້ຽງຄວາມຜິດຫວັງທີ່ອາດຈະເກີດຂຶ້ນກັບທ່ານ ພວກເຮົາຂໍແນະນຳ ໃຫ້ທ່ານຈອງທົວລ່ວງໜ້າ ກ່ອນທີ່ທ່ານຈະເດີນທາງ. ສຳຜັດປະສົບການຜະຈົນໄພເຫຼົ່ານີ້ໄດ້ງ່າຍໆ ພຽງກົດທີ່ນີ້!
  • ແນະນຳໃຫ້ເອົາຂວດນ້ຳທີ່ສາມາດເຕີມໄດ້ໄປນຳ, ເພາະອາກາດຮ້ານຫຼາຍ ແລະ ທ່ານອາດຈະຢາກດື່ມນ້ຳເຢັນໆຂະນະທີ່ຊົມວິວ.
  • ແນະນຳໃຫ້ເອົາຄີມກັນແດດ ແລະ ເສື້ອແຂນຍາວໄປນຳ, ເພາະທ່ານຈະໄດ້ອອກໄປຫຼິ້ນກິດຈະກຳປະມານ 2ຊົ່ວໂມງ ແລະ ມັນກໍມີບ່ອນຮົ່ມພຽງໜ້ອຍດຽວ. ເພື່ອໃຫ້ແນ່ໃຈວ່າທ່ານຈະບໍ່ຖືກແດດໄໝ້.
  • ແນະນຳໃຫ້ໃສ່ເກີບຜ້າ, ເພາະທ່ານຈະໄດ້ປີນຜາ ເຊິ່ງມີຫີນທີ່ແຫຼມຄົມ ແລະ ຈະໄດ້ຂີ່ສະລິງອີກດ້ວຍ. ດັ່ງນັ້ນທ່ານຈຶ່ງຕ້ອງໃສ່ເກີບຜ້າ ຫຼື ເກີບທີ່ຈະບໍ່ເຮັດໃຫ້ທ່ານເຈັບເວລາປີນຜາຊັນ ແລະ ເກີບທີ່ຈະບໍ່ຫຼຸດອອກເວລາທີ່ທ່ານຂີ່ສະລິງ
  • ແນະນຳໃຫ້ເອົາໂທລະສັບ/ກ້ອງຖ່າຍຮູບຂອງທ່ານໄວ້ໃນກະເປົາ, ເພາະເມື່ອໄປຮອດຈຸດຊົມວິວທ່ານຈະຕ້ອງຢາກຖ່າຍຮູບເກັບໄວ້ເປັນຄວາມຊົງຈຳແນ່ນອນ ແຕ່ທ່ານຄົງຈະບໍ່ຢາກມີປະສົບການທີ່ບໍ່ດີໂດຍການຖີ້ມໂທລະສັບຂອງທ່ານເຂົ້າໄປໃນຮ່ອມພູທີ່ຢູ່ທາງລຸ່ມ. ແນະນຳໃຫ້ກວດເບິ່ງໃຫ້ແນ່ໃຈວ່າໂທລະສັບ ຫຼື ກ້ອງຖ່າຍຮູບຂອງທ່ານຢູ່ໃນກະເປົາຢ່າງປອດໄພແລ້ວ.

 

ພູຜາມ່ານ ເປັນສະຖານທີ່ທ່ອງທ່ຽວທີ່ນິຍົມທີ່ສຸດແຫ່ງໜຶ່ງຂອງລາວ. ສະນັ້ນ ທ່ານບໍ່ຄວນພາດທີ່ຈະໄປສຳຜັດກັບປະສົບການດີໆເຫຼົ່ານີ້ກັບພວກເຮົາ Discover Laos Today!

 
POSTED BY

David Ormsby

David is a writer, explorer, adventurer, outdoor educator, and guide. He was worked across the Asia Pacific in a number of different roles within the eco-tourism and outdoor industry. Since 2016 David has lived and worked in Laos, and brings a depth of experience to his writing in Laos.