ເລື່ອງເລົ່າຂອງເຫຼົ້າຣັມ
ເລື່ອງເລົ່າຂອງເຫຼົ້າຣັມ

ໂພສ

ເລື່ອງເລົ່າຂອງເຫຼົ້າຣັມ

 

ລາວດີ ເຫຼົ້າຣັມສັນຊາດລາວ ຄຸນນະພາບລະດັບສາກົນ.

ຫ່າງອອກຈາກຕົວເມືອງນະຄອນຫຼວງວຽງຈັນ ພຽງແຕ່ 1 ຊົ່ວໂມງເຄິ່ງ ເຮົາກໍ່ຈະໄດ້ພົບກັບ ໂຮງງານຜະລິດເຫຼົ້າທີ່ມີຊື່ວ່າລາວດີເຊິ່ງເປັນ ໂຮງງານຜະລິດເຫຼົ້າຣັມສັນຊາດລາວ. ອີກພຽງ 30 ນາທີ, ພວກເຮົາຈະຮອດທີ່ໝາຍແລ້ວ. ພວກເຮົາໄດ້ມາຮອດ ພໍດີກັນກັບທີ່ເຈົ້າພາບຂອງເຮົາ ນາງ ແອນນາ ສີຈັນທະວົງ ຍ່າງມາພ້ອມກັບຮອຍຍິ້ມແຫ່ງຄວາມປິຕິຍິນດີ ທີ່ຈະພາພວກເຮົາມາທ່ຽວຊົມໂຮງງານໃນຄັ້ງນີ້ເຊິ່ງພວກເຮົາຈະມາຊອກຫາເຄັດລັບທີ່ແສນພິເສດຂອງເຫຼົ້າຣັມຂອງລາວ.

ກ່ອນອື່ນໝົດ, ຫຼາຍຄົນອາດຈະສົງໄສວ່າ ເຫຼົ້າຣັມໂຕນີ້ມີຄວາມພິເສດຄືແນວໃດ? ໂດຍປົກກະຕິແລ້ວ, ເຫຼົ້າຣັມທົ່ວໆໄປແມ່ນຈະເຮັດມາຈາກກາກນໍ້າຕານໃນຂະນະທີ່ເຫຼົ້າຣັມຂອງ ລາວດີ ແມ່ນເຮັດມາຈາກນໍ້າອ້ອຍ, ຊຶ່ງຈະໃຫ້ລົດຊາດບໍ່ປຸກເທົ່າເຫຼົ້າຣັມແບບທົ່ວໄປ.

ໂຮງງານຜະລິດເຫຼົ້າແຫ່ງນີ້ ຖືວ່າມີຂະໜາດນ້ອຍ ເມື່ອທຽບໃສ່ປະລິມານ ແລະ ຄຸນນະພາບໃນການຜະລິດຂອງໂຮງງານແຫ່ງນີ້ ແລະ ພວກເຂົາກໍມີຄວາມພາກພູມໃຈຫຼາຍທີ່ຂະບວນການທັງໝົດໃນການຜະລິດແມ່ນດຳເນີນໄປໃນຮູບແບບທີ່ເປັນມິດຕໍ່ສິງແວດລ້ອມ ບໍ່ມີສ່ວນປະສົມຂອງສານເຄມີຂອງວັດຖຸດິບການກະເສດທີ່ໃຊ້ເຂົ້າໃນຂະບວນການຜະລິດ. ພ້ອມນັ້ນ, ກໍ່ຍັງໄດ້ໃຊ້ເຍື່ອ ແລະ ເປືອກອ້ອຍທີ່ຜ່ານການຕາກໃຫ້ແຮງມາເປັນເຊື້ອເພີງໃນການໃຫ້ພະລັງງານໃຫ້ແກ່ເຄື່ອງຈັກ, ເຊິ່ງວິທີແນວນີ້ ຊ່ວຍປະຢັດການຊົມໃຊ້ພະລັງງານຂອງນໍ້າມັນໄດ້. ການທີ່ມີແຫຼ່ງນໍ້າຈືດຈາກແມ່ນໍ້າຂອງທີ່ຢູ່ຕິດກັບໂຮງງານ ກໍ່ໄດ້ຊ່ວຍຮັກສາຄຸນນະພາບອ້ອຍທີ່ປູກເພື່ອເປັນ
ວັດຖຸດິບໃນການຜະລິດເຫຼົ້າໄດ້.

ລາວດີ ແມ່ນກໍ່ຕັ້ງໂດຍທ່ານ ອິໂກຊຸ ອິໂນອຸເອະ (Ikozu Inoue) ໃນປີ 2016 ພາຍຫຼັງທີ່ໄດ້ຮັບແຮງບັນດາໃຈຈາກ ເຫຼົ້າຂາວພື້ນເມືອງຂອງປະເທດລາວທີ່ມີຊື່ວ່າ ເຫຼົ້າລາວ ຫຼື ເຫຼົ້າຂາວ, ທ່ານ ອີໂກຊຸ ໄດ້ເຫັນເຖິງຄວາມເປັນໄປໄດ້ ທີ່ເຫຼົ້າພື້ນເມືອງດັ່ງກ່າວ ຈະພັດທະນາໃຫ້ກາຍເປັນຜະລິດຕະພັນທີ່ເປັນທີ່ນິຍົມ ແລະ ມີຊື່ສຽງໄດ້. ເພິ່ນຈຶ່ງໄດ້ເລີ່ມຜະລິດຕະພັນເຫຼົ້າຣັມຂາວສະບັບດັ່ງເດີມອອກມາກ່ອນ. ຕໍ່ມາກໍ່ໄດ້ປັບປຸງ, ແຕ່ງລົດຊາດ ແລະ ປະສົມປະສານບັນດາສ່ວນປະສົມຕ່າງໆໃຫ້ລົງຕົວ, ເຊິ່ງໃນປັດຈຸບັນ ເຫຼົ້າຣັມຍີ່ຫໍ້ ລາວດີ ສາມາດຜະລິດເຫຼົ້າທີ່ມີຫຼາຍລົດຊາດ ຕາມແບບສະບັບຂອງລົດຊາດທີ່ມີຄວາມເປັນອາຊີ ເປັນຕົ້ນ ແມ່ນລົດໝາກພ້າວ, ລົດໝາກໜອດ ແລະ ລົດກາເຟ. ຫຼັງຈາກມີການທົດລອງຫຼາຍຄັ້ງໃນປະສົມສູດຜະລິດເຫຼົ້າຕ່າງໆ, ທ່ານ ອິໂກຊຸກໍ່ຍັງບໍ່ລົດລະຄວາມພະຍາຍາມຂອງເພິ່ນທີ່ຈະພັດທະນາ, ຍັງຄົງສືບຕໍ່ແນວຄິດປະດິດສ້າງເພື່ອພັດທະນາລົດຊາດໃຫ້ດີຂຶ້ນເລື້ອຍໆ.

ເນື່ອງຈາກເຫຼົ້າຣັມຊະນິດນີ້ມີສ່ວນປະສົມຂອງນໍ້າອ້ອຍເປັນຫຼັກ, ເຮັດໃຫ້ຂ້ອຍຄິດວ່າເຫຼົ້າມັນຄືຊິຫວານເກີນໄປສຳລັບລົດຊາດທີ່ຂ້ອຍມັກກິນ. ແຕ່ເມື່ອໄດ້ລອງຊີມເບິ່ງແລ້ວ, ຂ້ອຍເວົ້າໄດ້ວ່າ ສ່ວນປະສົມໃນເຫຼົ້າມັນເຂົ້າກັນແບບພໍດີ. ແລ້ວຊື່ຂອງມັນກໍ່ຈັ່ງແມ່ນເໝາະສົມກັບລົດຊາດ ເຊິ່ງຊື່ທີ່ເອີ້ນວ່າ ລາວດີ ນີ້ມັນດີອີ່ຫຼີ!

ນອກຈາກນີ້, ຜູ້ກໍ່ຕັ້ງເຫຼົ້າ ລາວດີ ຍັງສືບຕໍ່ອາຊີບຂອງການເປັນອາຈານສອນເຄິ່ງເວລາຂອງຕົນຢູ່ທີ່ມະຫາວິທະຍາໄລຟູກຸຢາມາ ຢູ່ປະເທດ ຍີ່ປຸ່ນ.ໃນຂະນະດຽວກັນ,ເພິ່ນກໍ່ໄດ້ສ້າງສູນຝຶກອົບຮົມການຜະລິດເຫຼົ້າຢູ່ ສປປ ລາວ, ເຊິ່ງບັນດາພະນັກງານຂອງເພິ່ນກໍ່ໄດ້ຊ່ວຍປະກອບສ່ວນໃນຂະບວນການຜະລິດ, ໃນການຄົ້ນຄິດສ່ວນປະສົມ, ການບໍລິຫານຈັດການໂຮງງານ ແລະ ການຄວມຄຸມລະບົບຕ່າງໆ.

ການມາທ່ຽວຊົມໂຮງງານໃນຄັ້ງນີ້ ຈະຈົບລົງຢ່າງສົມບູນບໍ່ໄດ້ ຖ້າບໍ່ໄດ້ຊີມເຫຼົ້າຂອງໂຮງງານຈັກໜ້ອຍໜຶ່ງກ່ອນກັບບ້ານ. ນາງ ແອນນາ ໄດ້ຊວນໃຫ້ພວກເຮົາທົດລອງຊີມຕົວຢ່າງເຫຼົ້າຣັມຂອງໂຮງງານຫຼາຍແບບ. ແຊບອີ່ຫຼີ່! ກ່ອນກັບບ້ານ, ຂ້ອຍກໍ່ໄດ້ຊື້ເຫຼົ້າຣັມຂອງລາວດີ ກັບບ້ານມານັ່ງຈິບເບົາໆອີກ3 ແກ້ວ.

ວິທີການເດີນທາງ 

ໂຮງງານຜະລິດເຫຼົ້າຣັມ ລາວດີຕັ້ງຢູ່ຫ່າງຈາກຕົວເມືອງຂອງນະຄອນຫຼວງວຽງຈັນ ເປັນເວລາປະມານ 1.5 ຊົ່ວໂມງ.ການເຂົ້າທ່ຽວຊົມໂຮງງານຈະໃຊ້ເວລາປະມານໜຶ່ງຊົ່ວໂມງ ແລະ ການເຂົ້າຊົມຍັງບໍ່ມີຄ່າໃຊ້ຈ່າຍເທື່ອໃນໄລຍະນີ້.

ທ່ານສາມາດຈອງທົວໄດ້ທີ່ facebook.com/rhumlaodi

ຫຼື ສາມາດໄປລອງດື່ມເຫຼົ້າດັ່ງກ່າວກ່ອນທີ່ຮ້ານເຫຼົ້າຂອງໂຮງງານໃນຕົວເມືອງ, ຕັ້ງຢູ່ແຖວ
ແຄມແມ່ນໍ້າຂອງໃກ້ກັບອົງການແມ່ນໍ້າຂອງ: facebook.com/rumlaodi

 

ແປ ແລະ ຮຽບຮຽງໂດຍ ສົມໝາຍ ເຮືອນແກ້ວມະນີ

ຮູບໂດຍ ພູນຊັບ ເທວົງສາ 

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.