ອາຫານລາວ – ອາຫານເພື່ອສຸຂະພາບ
ອາຫານລາວ – ອາຫານເພື່ອສຸຂະພາບ

ໂພສ

ອາຫານລາວ – ອາຫານເພື່ອສຸຂະພາບ

 

ວິຖີການກິນຂອງບ້ານເຮົາຍັງຕິດພັນກັບທຳມະຊາດ, ອາຫານທົ່ວທຸກພາກແມ່ນນຳໃຊ້ຜັກຫຼາກຫຼາຍຊະນິດຕາມລະດູການ, ລວມທັງສະໝຸນໄພພື້ນບ້ານ ເອົາມາລວກຈຳ້ແຈ່ວ, ຊຸບຜັກ ຫຼື ກິນສົດກັບລາບໂດຍບໍ່ຜ່ານຄວາມຮ້ອນໃຫ້ເສຍວິຕາມິນ. 

ລົດຊາດອາຫານແບບລາວດັ້ງເດີມຈະບໍ່ມີລົດຈັດ, ບໍ່ເຜັດບໍ່ເຄັມຈົນເກີນໄປ ແລະ ສ່ວນຫຼາຍແລ້ວຈະບໍ່ໃສ່ນຳ້ຕານໃນອາຫານຄາວ. ສ່ວນຂອງຫວານ ເຂົ້າຕົ້ມເຂົ້າໜົມ ຈະກິນໃນໂອກາດງານບຸນຕ່າງໆເທົ່ານັ້ນ.

ອາຫານຫຼາຍເຍື່ອງທີ່ເຮົາຄຸ້ນເຄີຍ ນອກຈາກລົດຊາດທີ່ດີແລ້ວ ຍັງມີສານອາຫານສູງ, ໄຂມັນຕຳ່ ເໝາະສຳລັບຄົນຮັກສຸຂະພາບເຊັ່ນ: ອາຫານປະເພດແກງ, ແກງປາທຳມະຊາດໃສ່ໄຂ່ມົດສົ້ມ, ໃບສົ້ມປ່ອຍ ຫຼື ໃບໝາກຂາມໃຫ້ລົດສົ້ມທີ່ພໍດີ, ເພີ່ມພູມຕ້ານທານບໍ່ໃຫ້ເປັນຫວັດ. ແກງໜໍ່ໄມ້ໃສ່ເຫັດ ແລະ ຜັກຫຼາຍຊະນິດທີ່ມີວິຕາມິນສູງ. ແກງໝາກປີໃສ່ກະດູກອ່ອນ, ພູມປັນຍາບູຮານສຳລັບເພີ່ມນຳ້ນົມໃຫ້ແມ່ລູກອ່ອນ.

ອາຫານປະເພດເອາະເຊັ່ນ ເອາະຫຼາມ, ເອາະຊີ້ນໃສ່ຜັກຊີ, ເອາະປາແດກປາ ທີ່ເປັນການປຸງແຕ່ງໃຫ້ເຮົາກິນຜັກໄດ້ຫຼາຍຂຶ້ນ.

ອາຫານປະເພດໝົກເຊັ່ນ ໝົກປາ, ໝົກໄກ່, ໝົກເປັດໃສ່ໝາກປີ ກໍ່ເປັນການປຸງແຕ່ງທີ່ບໍ່ໃຊ້ນຳ້ມັນ. ຜັກຫອມຕ່າງໆທີ່ໝົກລວມກັນໃນໃບຕອງກໍ່ຊ່ວຍດັບກິນຄາວໄດ້ດີ.

ສະພາບເຫດການປັດຈຸບັນຍິ່ງສະແດງໃຫ້ເຫັນເຖິງຄວາມສຳຄັນໃນການຮັກສາສຸຂະພາບ ເຊິ່ງເລີ່ມມາຈາກການໃສ່ໃຈເລືອກສັນອາຫານໃນແຕ່ລະມື້, ເລືອກຊີ້ນປາທີ່ສົດໃໝ່ບໍ່ມີສານກັນບູດ, ຜັກທຳມະຊາດປອດສານເຄມີ ແລະ ວິທີການປຸງແຕ່ງຫຼີກເວັ້ນໄຂມັນ. ອາຫານລາວເຮົາກໍ່ເປັນທາງເລືອກໜຶ່ງທີ່ດີ ສຳລັບຜູ້ທີ່ໃສ່ໃຈສຸຂະພາບ.

 

ຮຽບຮຽງໂດຍ ດາລາພອນ ພົນເສນາ

ຮູບໂດຍ ພູນຊັບ ເທວົງສາ

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.