ປະສົບການການຜະຈົນໄພທີ່ບລູລາກູນ 2, ບລູລາກູນ 2 ຕັ້ງຢູ່ຫ່າງຈາກຕົວເມືອງປະມານ 40 ນາທີ. ສະຖານທີ່ນີ້ເປັນບ່ອນທີ່ມີແດດແຮງ ແລະ ສະຫງົບ, ເຊິ່ງເປັນບ່ອນພັກຜ່ອນທີ່ດີທີ່ປະສົມປະສານກັບທຳມະຊາດຢ່າງສວຍງາມ.

ບລູລາກູນ 2 ເປັນສະລອຍນ້ຳທຳມະຊາດມີນ້ຳໄຫຼອອກມາຂ້າງພູທີ່ປົກຄຸມໄປດ້ວຍປ່າໄມ້ທີ່ສວຍງາມ ແລະ ນ້ຳສະອາດ. ນອກຈາກນັ້ນຍັງມີສະນ້ຳ ແລະ ຕົ້ນໄມ້ທີ່ເຈົ້າສາມາໂດດ ຫຼື ຫຼິີ້ນນ້ຳມີສາຍສະລິງນ້ອຍ ແລະ ຕັ່ງນັ່ງພັກຜ່ອນຢູ່ບໍລິເວນດັງກ່າວອີກດ້ວຍ.

ສະຖານທີ່ນີ້ແມ່ນເໜາະສົມກັບການພັກຜ່ອນເພາະມີຄວາມສະຫງົບ ແລະ ມີທຳມະຊາດທີ່ສົດຊື່ນສະດວກສະບາຍ. ເໝາະສຳລັບຄອບຄົວ ແລະ ໜູ່ເພື່ອນເຈົ້າຈະໄດ້ສຳຜັດກັບທຳມະຊາດທີ່ປະທັບໃຈຢູ່ສະຖານທີ່ແຫ່ງນີ້  

ເສັ້ນທາງໄປບລູລາກູນ 2 ເຈົ້າສາມາດເຊົ່າ: ລົດຕຸກຕຸກ, ລົດບັກກີ, ລົດຈັກ.

ຄ່າເຂົ້າຊົມ : 10.000 ກີບ

ເປີດຕັ້ງແຕ່ 09:00 ໂມງ ຫາ 17:30 ໂມງ.