ວັງວຽງມີຖ້ຳຈຳນວນຫຼວງຫຼາຍທີ່ລໍຖ້າເຈົ້າມາສຳພັດແລະຜະຈົນໄພ. ໜື່ງໃນນັ້ນ ແມ່ນຖ້ຳທີ່ຫາກໍ່ຖືກຄົ້ນພົບໃນບໍລິເວນຂອງພວກເຮົາ, ມີຊື່ວ່າ ຖ້ຳນາງຟ້າ ເຊິ່ງຕັ້ງຢູ່ແຄມນ້ຳຊອງ, ໄກຈາກຕົວເມືອງປະມານ 3 ກິໂລແມັດ. ຕັ້ງຢູ່ ບ້ານວັນສະເຫງົ້າ, ເມືອງວັງວຽງ.

ຖ້ຳນີ້ເປັນຖ້ຳທີ່ໃຫ່ຍ ແລະ ມີແສງສະຫວ່າງສະດວກສະບາຍ, ຄວາມສວຍງາມທີ່ເກີດຈາກຫີນປູນຍ້ອຍລົງໃນຖ້ຳ ເຊິ່ງເຮັດໃຫ້ມີນົມຜາທີ່ໜ້າປະທັບໃຈ ແລະ ເປັນເອກະລັກຂອງຖ້ຳ, ຢູ່ໃນຖ້ຳມີຮູບຄ້າຍຄື ພະເຈົ້າ, ໂຕໄກ່ ແລະ ສັດອື່ນໆ, ທ່ານສາມາດໃຫ້ໄກ້ພາເຂົ້າ ຫຼື ທ່ຽວຊົມຄົນດຽວກໍ່ໄດ້, ຍ່າງໄປຕາມທາງ, ຂ້າງໃນມັນຈະມີຊອຍນ້ອຍ ແລະ ມີຄວາມສວຍງາມຈາກນົມຜາ ທີດຶງດູດ ແລະ ກະແຈກກະຈາຍຢູ່ໃນຖ້ຳ.

ອີກສິ່ງໜຶ່່ງ, ພາຍຫຼັງຖ້ຳນາງຟ້າໄດ້ຄົ້ນພົບ ແລະ ເປີດຢ່າງເປັນທາງການແລ້ວ ຈິ່ງມີການສືບຕໍ່ຄົົ້ນພົບຖ້ຳຢູ່ໃກ້ໆ ເຊິ່ງມີຊື່ວ່າ ‘ຖ້ຳນອນ’ ໃນຖ້ຳຈະມີນ້ຳ ທ່ານສາມາດເຂົ້າອອກໄດ້ສະດວກ ໂດຍການຂີ່ເຮືອກາຍັກ ຫຼື ລ່ອງກົງເບັງ. ນອກຈາກນັ້ນ ທ່ານຍັງສາມາດຂີ່ສາຍສະລິງຈາກໜ້າຜາຂ້າມແມ່ນ້ຳຊອງ.

ເສັ້ນທາງໄປຫາສະຖານທີ່ດັ່ງກ່າວ: ແມ່ນມີຄວາມສະດວກສະບາຍຫຼາຍໃນການໄປທີ່ສະຖານທີ່ນັ້ນທ່ານສາມາດຂີ່ ຕຸກຕຸກ ຫຼື ເຊົ່າລົດຈັກ, ລົດບັກກີ້.