ເປີດຕົວ: ວັນເດີຟູນທົວ Wonderful Tours
ເປີດຕົວ: ວັນເດີຟູນທົວ Wonderful Tours

โพสต์

ເປີດຕົວ: ວັນເດີຟູນທົວ Wonderful Tours

 

ວັນເດີຟູນທົວ

 

ວັນເດີຟູທົວເປັນທຸລະກິດການທ່ອງທ່ຽວຂອງຄອບຄົວ ແລະ ຍັງເປັນເຈົ້າຂອງສະຖານທີ່ທ່ອງທ່ຽວທີ່ເຕັມໄປດ້ວຍກິດຈະກໍາແບບພະຈົນໄພຫຼາກຫຼາຍ. ສະຖານທີ່ນີ້ໄດ້ກາຍເປັນຈຸດໝາຍປາຍທາງໃນວັງວຽງທີ່ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ ແລະ ໄດ້ຮັບຄວາມນິຍົມເພີ່ມຂື້ນເລື້ອຍໆ. ນອກຈາກນີ້ຍັງໄດ້ກາຍເປັນບໍລິສັດທີ່ໜ້າເຊື່ອຖື ຊິ່ງໄດ້ຊ່ວຍໃຫ້ນັກທ່ອງທ່ຽວໄດ້ມ່ວນຊື່ນໄປກັບການຢ້ຽມຊົມເມືອງວັງວຽງ.

ພວກເຂົາມີຄວາມຊ່ຽວຊານໃນທົວແບບພະຈົນໄພເຊັ່ນວ່າ ການທ່ຽວຊົມຖ້ຳນາງຟ້າ, ຂີ່ກົງເບັງເຂົ້າທ່ຽວຊົມຖ້ຳນອນ ແລະ ພວກເຂົາຍັງໄດ້ເສີມຂະຫຍາຍກິດຈະກໍາ, ພ້ອມທັງເພີ່ມທົວໃໝ່ໆ. 

ວັນເດີຟູນທົວມີຫຍັງແດ່?

ພາຍເຮືອກາຍັກຜ່ານແມ່ນ້ຳຊອງເຄິ່ງມື້

ມັນເປັນໂອກາດທີ່ດີທີ່ຈະໄດ້ເພີດເພີນໄປກັບທິວທັດທຳມະຊາດຂອງແມ່ນ້ຳ ແລະ ພູເຂົາ. ເພີດເພີນໄປກັບທຳມະຊາດຮອບນ້ຳຊອງດ້ວຍທົວທີ່ສະຫງົບ ແລະ ຜ່ອນຄາຍ. ເຮົາຈະເຫັນດອນນ້ອຍໆຫລາຍໃນຊ່ວງລະດູແລ້ງ. ທ່ານຈະມີໂອກາດທີ່ດີໃນການຖ່າຍຮູບທຳມະຊາດຕາມແມ່ນ້ຳ. ຈອງເລີຍ!

ຜະຈົນໄພຜ່ານນ້ຳຊອງເຄິ່ງມື້, ພາຍເຮືອກາຍັກ ແລະ ຂີ່ຊິບໄລ

ການເດີນທາງເລີ່ມຕົ້ນຈາກຫ້ອງການບໍລິສັດທ່ອງທ່ຽວວັນເດີຟູເຊິ່ງເຮົາຈະນັ່ງລົດໄປປະມານ 8ກມ. ໄປທາງຖະໜົນ 13 ເໜືອຂອງວັງວຽງປະມານ 15 ນາທີ ຈະຮອດບ້ານວຽງສະໄໝ. ນີ້ຄືຈຸດເລີ່ມຕົ້ນຂອງການຜະຈົນໄພພາຍເຮືອກາຍັກຂອງພວກເຮົາ. ກ່ອນລົງເຮືອໄກ້ຂອງພວກເຮົາຈະແນະນຳການພາຍເຮືອເບື້ອງຕົ້ນ ແລະ ປະສົບການບາງຢ່າງໃຫ້ກັບທ່ານ. ຫຼັງຈາກນັ້ນທ່ານຈະໄດ້ເພີດເພີນໄປກັບການພາຍເຮືອກາຍັກຕາມແມ່ນ້ຳຊອງ. ທ່ານຈະໄດ້ເຫັນທິວທັດທຳມະຊາດປ່າໄມ້ຂຽວອຸ່ມຊຸ່ມທີ່ປົກຄຸມພູເຂົາຫີນປູນທີ່ສວຍງາມທີ່ຢູ່ດ້ານຂ້າງຂອງແມ່ນ້ຳຊອງໄປຕາມສາຍນ້ຳຈົນຮອດແຄມນ້ຳຈຸດທີ່ຂີ່ຊິບໄລ. ເຮົາຈະໄດ້ຍ່າງປ່າໄປໃນໄລຍະໃກ້ໆເພື່ອທີ່ຈະໄປຕູບທີ່ເທິງຜາຖ້ຳນອນ. ເປັນສະຖານທີ່ ທີ່ດີທີ່ສຸດສຳລັບການຖ່າຍຮູບທິວທັດພູເຂົາຫີນປູນ ແລະ ວິວນ້ຳຊອງ. ສະຖານທີ່ອັນງຽບສະຫງົບເໝາະສຳລັບການພັກຜ່ອນ!. ໄກ້ຂອງເຮົາຈະອະທິບາຍການຂີ່ຊິບໄລໃຫ້ທ່ານກ່ອນທີ່ທ່ານຈະໄດ້ຂີ່ຊິບໄລຜ່ານປ່າໄມ້ສີຂຽວ ແລະ ແມ່ນ້ຳ. ຊິບໄລຍາວປະມານ 1200 ແມັດ (ຊິບໄລ 6 ເສັ້ນ ແລະ 1 ຂົວສະລິງ). ຫຼັງຈາກຂີ່ຊິບໄລແລ້ວ, ເຮົາຈະໃຫ້ເວລາທ່ານໄດ້ຫຼິ້ນນ້ຳ ຫຼື ນັ່ງດື່ມຢູ່ບານ້ອຍໆໃນຮ້ານແຖວນັ້ນ. ຕອນສຸດທ້າຍເຮົາຈະມ່ວນກັບການພາຍເຮືອກາຍັກອີກເທື່ອໜຶ່ງເພື່ອກັບໄປສູ່ຕົວເມືອງວັງວຽງ. ຈອງເລີຍ!

ສຳຫຼວດວັງວຽງ 1 ວັນກັບ 4 ຖ້ຳ, 2 ໝູ່ບ້ານ ແລະ ພາຍເຮືອກາຍັກ

ທົວນີ້ເປັນກິດຈະກຳທີ່ໜ້າຕື່ນເຕັ້ນເປັນພິເສດສຳລັບຄົນທີ່ຕ້ອງການອອກກຳລັງກາຍ ແລະ ຜ່ອນຄາຍໃນເວລາດຽວກັນຕອນເຮົາທີ່ຫຼີກລ່ຽງກຸ່ມຄົນທີ່ແອອັດໃນແມ່ນ້ຳຊອງ. ໃນລະຫວ່າງທົວທ່ານຈະໄດ້ໄປສຳຫຼວດຖ້ຳ 4 ແຫ່ງ ແລະ ໝູ່ບ້ານຕ່າງໆ 2 ແຫ່ງ. ຕອນເຊົ້າທ່ານຈະໄດ້ຂີ່ລົດບັນທຸກຂຶ້ນເໜືອຈາກວັງວຽງໄປປະມານ 15 ກມ. ແລະ ນັ່ງເຮືອຂ້າມແມ່ນ້ຳຊອງ (ໃນຊ່ວງລະດູຝົນ) ຫຼື ຂ້າມຂົວ (ໃນຊ່ວງລະດູແລ້ງ). ໄກ້ຈະພາທ່ານໄປຖ້ຳຊ້າງເປັນຖ້ຳທຳອິດ ເຊິ່ງຢູ່ໃນໝູ່ບ້ານຖ້ຳຊ້າງ. ພາຍໃນຖ້ຳແຫ່ງນີ້ທ່ານໄດ້ຈະໄດ້ເຫັນຮູບປັ້ນພະພຸດທະຮູບບູຮານ ແລະ ຫີນປູນທີ່ເປັນຮູບຊ້າງທີ່ເກີດຂຶ້ນໂດຍທຳມະຊາດ. ເມື່ອທ່ານຍ່າງຜ່ານຖ້ຳໄກ້ຈະອະທິບາຍປະຫວັດ ແລະ ເລື່ອງເລົ່າທີ່ໜ້າສົນໃຈຂອງຖ້ຳນີ້ສູ່ຟັງ. ຫຼັງຈາກນັ້ນທ່ານຈະໄດ້ໄປທ່ຽວຊົມໝູ່ບ້ານຊາວລາວດັ່ງເດີມທີ່ຢູ່ໃນແຖບນັ້ນ - ໄກ້ຈະແນະນຳໝູ່ບ້ານທ້ອງຖິ່ນ ແລະ ອະທິບາຍປະຫວັດຂອງໝູ່ບ້ານ.ຈາກນັ້ນເຮົາຈະອອກເດີນທາງຈາກໝູ່ບ້ານຜ່ານທົ່ງນາສີຂຽວ ແລະ ພູເຂົາສວຍງາມກ່ອນທີ່ຈະໄປເຖິງອີກສອງຖ້ຳຄື: ຖ້ຳຫອຍ ແລະ ຖ້ຳລຸບ. ພາຍໃນຖ້ຳເຫຼົ່ານີ້ມີພະພຸດທະຮູບ ແລະ ຫີນປູນຫີນຍ້ອຍທີ່ສວຍງາມ. ນອກຈາກນີ້ຍັງເປັນບ່ອນທີ່ຊາວບ້ານຫຼາຍກວ່າ 100 ຄອບຄົວໃນສະໄໝກ່ອນໃຊ້ລີ້ໄພຕອນສົງຄາມ. ຕໍ່ຈາກນີ້ ເຮົາຈະຍ່າງໄປຖ້ຳນ້ຳ ເປັນຖ້ຳທີ່ທ່ານສາມາດລ່ອງກົງເບັງລອດຖ້ຳ ແລະ ຫຼິ້ນນ້ຳເຢັນໆຢູ່ຫັ້ນກ່ອນທີ່ຈະຮັບປະທານອາຫານທ່ຽງແບບບາບີຄິວເສີບເທິງໃບຕອງ. ສຸດທ້າຍເຮົາຈະເດີນທາງຈາກຖ້ຳນ້ຳໄປທີ່ໝູ່ບ້ານມົ້ງ. ພວກເຂົາເປັນຄົນກຸ່ມນ້ອຍທີ່ອາໄສຢູ່ພູເຂົາແຖບນີ້ມາຫຼາຍຮ້ອຍປີ. ທ່ານຈະໄດ້ພົບກັບຊາວບ້ານ ແລະ ໄດ້ຫຼິ້ນກັບເດັກນ້ອຍ. ເປັນໂອກາດທີ່ດີທີ່ຈະໄດ້ຖ່າຍຮູບ ແລະ ວິດີໂອ. ທ່ານຈະໄດ້ຍ່າງຫຼິ້ນອ້ອມແອ້ມແຖວໝູ່ບ້ານພ້ອມກັບໄກ້. ຫຼັງຈາກນັ້ນຈະໄດ້ຂຶ້ນລົດບັນທຸກໄປຟາມອໍແກນິກ. ສຸດທ້າຍພວກເຮົາຈະໄດ້ພາຍເຮືອກາຍັກລ່ອງໄປຕາມແມ່ນ້ຳຊອງປະມານ 4 ກມ. ເພື່ອກັບສູ່ຕົວເມືອງວັງວຽງກ່ອນພະອາທິດຕົກດິນ. ຈອງເລີຍ!

ທ່ານສາມາດຈອງຜ່ານ BCEL One ໄດ້ແລ້ວ! ກົດ ທີ່ນີ້ ເພື່ອເບິ່ງວິທີການຈອງ.

ດິສໂຄເວີລາວທູເດ, ແຫຼ່ງຂໍ້ມູນການທ່ອງທ່ຽວແບບອອນໄລແຫ່ງດຽວ ທີ່ຈະເຊື່ອມຕໍ່ທ່ານກັບການທ່ອງທ່ຽວລາວ

 
POSTED BY

Sitpasert Lattanavong

A young, enthusiastic social media and content creator, Voy researches and promotes Lao companies' products and services through innovative and exciting contents to engage audiences on the website and multiple social media platforms.