Coffee Fix ເປີດສາຂາໃໝ່ໃນຫຼວງພະບາງ
Coffee Fix ເປີດສາຂາໃໝ່ໃນຫຼວງພະບາງ

ໂພສ

Coffee Fix ເປີດສາຂາໃໝ່ໃນຫຼວງພະບາງ

 

Coffee Fix Luang Prabang ໄດ້ຈັດງານເປີດຮ້ານຢ່າງເປັນທາງການໃນອາທິດທີ່ຜ່ານມາ. ພວກເຂົາມີຄວາມຊ່ຽວຊານໃນການໃຫ້ບໍລິການ ແລະ ການຝຶກອົບຮົມ, ພ້ອມທັງການຈຳໜ່າຍເຄື່ອງຈັກກາເຟແບຮນດັງລະດັບໂລກ.

ກໍ່ຕັ້ງໂດຍເຈົ້າຂອງຮ້ານກາເຟແຫ່ງທຳອິດໃນນະຄອນຫຼວງວຽງຈັນ, ຮ້ານ Le Trio Coffee,  ທ່ານ ນາງ ນິນີ່ ວິລິວົງ ແລະ ທີມງານຂອງເພິ່ນ ຕ້ອງເພິ່ງພາຊ່າງເຕັກນິກຈາກປະເທດເພື່ອນບ້ານ ເພື່ອໃຫ້ບໍລິການສ້ອມແປງທາງດ້ານເຄື່ອງຈັກຂອງພວກເພິ່ນ. ດ້ວຍຄວາມຕັ້ງໃຈທີ່ຈະພັດທະນາວັດທະນະທຳກາເຟໃນທ້ອງຖິ່ນ, Coffee Fix ໄດ້ເລີ່ມຕົ້ນທຸລະກິດໃນປີ 2017 ທີ່ນະຄອນຫຼວງວຽງຈັນ ເພື່ອຕອບສະໜອງໃນພື້ນທີ່ ສຳລັບນັກວິຊາການຜູ້ຊ່ຽວຊານໃນການສ້ອມແປງ ແລະ ການຮັກສາເຄື່ອງເຮັດກາເຟແບບ espresso. ນັບຕັ້ງແຕ່ມີການເຝຶກອົບຮົມ ບາລິສຕ້າ, ຫ້ອງຮຽນເຮັດກາເຟ, ຄຳແນະນຳ ກ່ຽວກັບການຂາຍຈາກຜູ້ຊ່ຽວຊານ ລວມເຖິງບໍລິການຫຼັງການຂາຍ, ການສ້ອມແປງ ແລະ ການບຳລຸງຮັກສາ.

Coffee Fix Luang Prabang  ບໍລິຫານໂດຍ ທ່ານ ອາເລັກ ຈິດດາລາ ຜູ້ທີ່ມີຄວາມມັກຮັກໃນການດືມກາເຟ ທ່ານ ອາເລັກ ເຮັດທຸລະກິດດ້ານການບໍລິການ ແລະ ການທ່ອງທ່ຽວ ເປັນເວລາ12ປິ ໃນນະຄອນຫຼວງພະບາງ ຕະຫຼອດເວລາທີ່ຜ່ານມາ ເພິ່ນໄດ້ສ້າງເຄືອຂ່າຍຕິດຕໍ່ຂະໜາດໃຫຍ່ໃນອຸດສະຫະກຳດ້ານການບໍລິການ, ເຊິ່ງທຸກຄົນຕື່ນເຕັ້ນທີ່ຈະມີກຸ່ມຜູ້ຊ່ຽວຊ່ານດ້ານເຕັກນິກໃນຫຼວງພະບາງທີ່ເຊື່ອຖືໄດ້.

ທ່ານ ອາເລັກ ນຳເອົາຄວາມຊ່ຽວຊານ ແລະ ປະສົບການທາງທຸລະກິດ ມາໃຊ້ໃນບົດບາດໃໝ່ນີ້, ພ້ອມທັງຄວາມຫຼົງໄຫຼໃນກາເຟ.

“ເປັນເວລາດົນນານທີ່ຂ້ອຍຢາກມີສ່ວນຮ່ວມໃນການສົ່ງເສີມວັດທະນະທຳ ກາເຟລາວ” 

ທ່ານ ອາເລັກ ກ່າວໃນພິທີເປີດຮ້ານ Coffee Fix Luang Prabang .

“ກາເຟເປັນຫຼາຍກວ່າວຽກສຳລັບຂ້ອຍ, ກາເຟຄືຄວາມຫຼົງໄຫຼ”

 ທ່ານອາເລັກ ຫຼື ຜູ້ນໍາຂອງ Coffee Fix ສາຂາຫຼວງພະບາງກໍາລັງໃຫ້ຄໍາປາໄສໃນງານເປີດພິທີ

ຄວາມມຸງໝັ້ນນີ້ເອງທີ່ຈະເຮັດໃຫ້ Coffee Fix ປະສົບຜົນສຳເລັດ.

ວັດທະນະທຳ ຮ້ານກາເຟໃນແຂວງຫລວງພະບາງໄດ້ຮັບການຕອບຮັບຢ່າງດີ, ໂດຍມີຮ້ານກາເຟຫຼາກຫຼາຍທີ່ໃຫ້ບໍລິການທີ່ດີເລີດ. ແຕ່ຈົນເຖິງປະຈຸບັນການບຳລຸງຮັກສາເຄືອງຈັກແມ່ນຕ້ອງອາໄສນັກວິຊາການທີ່ມາຈາກນະຄອນຫຼວງວຽງຈັນ ຫຼື ປະເທດເພື່ອນບ້ານ. ປັດຈຸບັນ Coffee Fix ສາມາດໃຫ້ບໍລິການໃນພື້ນທີ່ໄດ້ ຮັບປະກັນໄດ້ວ່າສາມາດສະໜອງກາເຟທີ່ດີເລີດໃນການໃຫ້ບໍລິການ.

ບາລິສຕ້າກໍາລັງຊົງກາເຟ

ແຕ່ Coffee Fix ບໍ່ແມ່ນພຽງແຕ່ສຳລັບມືອາຊີບເທົ່ານັ້ນ! ລໍາລັບທຸລະກິດໃໝ່ ທາງຮ້ານສາມາດສະເໜີເຄື່ອງຈັກກາເຟ ແລະ ເຄື່ອງໃຊ້ຕ່າງໆ, ຕັ້ງແຕ່ເຄື່ອງໃຊ້ໃນເປີດຮ້ານ ລວມເຖິງເຄື່ອງໃຊ້ໃນຄົວເຮືອນ. ເຄື່ອງຈັກກຸ່ມທີ່ມີຫົວໃຫຍ່, ຫຼາຍຫົວ, ເຄື່ອງບົດຍ່ອຍແບບຈອກດຽວ, Coffee Fix ມີບາງຢ່າງສຳລັບທຸກຄົນ. ຖ້າທ່ານບໍ່ແນ່ໃຈວ່າລະບົບໃດທີ່ເໝາະກັບທ່ານ, ສາມາດເຂົ້າມາໂອ້ລົມກັບພະນັກງານທີ່ມີຄວາມຮູ້ ແລະ ຂໍ້ມູນພຽບພ້ອມ ເພື່ອສຶກສາເພີ່ມເຕີມກ່ຽວກັບຄວາມສາມາດ ການເຮັດວຽກຂອງແຕ່ລະລະບົບ. ຖ້າທ່ານພໍໃຈກັບການຈັດແຈງຮ້ານ ຫຼື ພື້ນທີຊົມກາເຟຂອງທ່ານໃນປະຈຸບັນ, ເປັນຫຍັງບໍ່ເຂົ້າມາເພີ່ມທັກສະ ເພື່ອຍົກລະດັບການຊົງກາເຟຂອງທ່ານ, ດ້ວຍຫ້ອງຮຽນ barista ຂອງ Coffee Fix ອາດຈະເປັນປິໃນການຮຽນ latte art ຂອງທ່ານຢ່າງບໍ່ໜ້າເຊື່ອ.

ສິລະປະການຕົບແຕ່ງລາເຕ້ ຫຼື latte art

ທີມຊ່ຽວຊານ, ໂດຍການນຳທີມຂອງຜູ້ທີ່ມີໃຈຮັກໃນກາເຟ, Coffee Fix ມີບາງຢ່າງ ສຳລັບທຸກຄົນ. ຖືເປັນການຍິນດີຕ້ອນຮັບສູ່ບັນຍາກາດການດື່ມກາເຟທີ່ແຂວງຫລວງພະບາງ ແລະ ແນ່ນອນບໍ່ຄວນພາດ!

 
POSTED BY

David Ormsby

David is a writer, explorer, adventurer, outdoor educator, and guide. He was worked across the Asia Pacific in a number of different roles within the eco-tourism and outdoor industry. Since 2016 David has lived and worked in Laos, and brings a depth of experience to his writing in Laos.