ດິສໂຄເວີລາວ ທູເດ ໄດ້ລະດົມທຶນເພື່ອສະໜັບສະໜູນ ຫ້ອງອາຫານຮ່ວມໃຈ ແລະ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ
ດິສໂຄເວີລາວ ທູເດ ໄດ້ລະດົມທຶນເພື່ອສະໜັບສະໜູນ ຫ້ອງອາຫານຮ່ວມໃຈ ແລະ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ

ໂພສ

ດິສໂຄເວີລາວ ທູເດ ໄດ້ລະດົມທຶນເພື່ອສະໜັບສະໜູນ ຫ້ອງອາຫານຮ່ວມໃຈ ແລະ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ

 

ດິສໂຄເວີລາວ ທູເດ ໄດ້ລະດົມທຶນເພື່ອສະໜັບສະໜູນ ຫ້ອງອາຫານຮ່ວມໃຈ (Solidarity Canteen) ແລະ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ.

ເນື່ອງຈາກພະຍາດທີ່ລະບາດໜັກໃນທົ່ວໂລກຕອນນີ້, ປະເທດລາວ ກໍໄດ້ຮັບຜົນກະທົບຄ້າຍຄືກັນກັບຫຼາຍປະເທດ. ດິສໂຄເວີລາວ ທູເດ ທີ່ມີສຳນັກງານໃຫຍ່ຢູ່ນະຄອນຫຼວງພະບາງ ໄດ້ສັງເກດເຫັນເຖິງຄວາມລຳບາກຂອງປະຊາຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພະຍາດທີ່ກຳລັງລະບາດຢູ່ຕອນນີ້, ດັ່ງນັ້ນ ພວກເຮົາຈຶ່ງໄດ້ຊອກຫາທາງແກ້ໄຂບັນຫາດັ່ງກ່າວ ໂດຍການຍື່ນມືໃຫ້ຄວາມຊ່ວຍເຫຼືອແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ມີຄວາມລຳບາກໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ພວກເຮົາຈະເຮັດໄດ້. 

ຫ້ອງອາຫານຮ່ວມໃຈ (Solidarity Canteen) ເປັນກຸ່ມສ່ວນຕົວນ້ອຍໆທີ່ກໍ່ຕັ້ງຂຶ້ນໂດຍ Bob Preston ແລະ ອາສາສະໝັກໃນທ້ອງຖິ່ນ, ພວກເຂົາໄດ້ຈັດກຽມອາຫານໜຶ່ງຄາບຕໍ່ມື້ໃຫ້ແກ່ຜູ້ທີ່ອຶດຫິວໃນນະຄອນຫຼວງພະບາງ. ນີ້ແມ່ນປີທີ 2 ແລ້ວ, ພວກເຮົາດີໃຈຫຼາຍທີ່ຈະແຈ້ງໃຫ້ທຸກຄົນໄດ້ຮູ້ວ່າ ຕອນນີ້ພວກເຮົາລະໄດ້ດົມທຶນເປັນຈຳນວນເງິນທັງໝົດ 53.000.000 ກີບ ແລະ ມອບໃຫ້ກັບ ຫ້ອງອາຫານຮ່ວມໃຈ ເພື່ອເປັນການສະໜັບສະໜູນພວກເຂົາຕໍ່ໄປໃນການຊ່ວຍເຫຼືອ ແລະ ແບ່ງປັນອາຫານໃຫ້ແກ່ຄົນທຸກຍາກໃນພື້ນທີ່.

ຂໍຂອບໃຈມາຍັງຜູ້ບໍລິຈາກທີ່ລະດົມທຶນກັບພວກເຮົາດັ່ງຕໍ່ໄປນີ້:
ຫຸ້ນສ່ວນໂຮງແຮມ ບ້ານລາວ: Lee Lam Lee, Patrick Tan, Anthony Tan
ຜູ້ບໍລິຈາກ ຈາກປະເທດສິງກະໂປ: Lau Kay Hoe, Tony Tan, Chu Tzen Nan, Alex Tan, Chu Said Thong, Tan Kah Gek, Chirstine Wang, Tina Kuang, Mr & Mrs Goh Kim Yong, Launa Gan, Chris Chia, Vincence Chan, Lim Hwee Tong, Goh Sin Toon, Tan Teng Hong & Family, Ignatius Liow, Tan Ban Kwee, Mr & Mrs Khojama, Mr & Mrs Beh Soo Hee, Catherine Ong, Patricia Go, Kevin Koh, Loh Fan Yip, Chiu Yuen Han, Sharon & Joe, Han Tzer Yuan, Ong Shaun Ray. 

ທ່ານສາມາດຮ່ວມເປັນສ່ວນໜຶ່ງໃນການຊ່ວຍເຫຼືອໃນຄັ້ງນີ້ໄດ້ ໂດຍການຕິດຕໍ່ທ່ານ Bob Preston ເພື່ອບໍລິຈາກ ຜ່ານເບີວັອດແອັບນີ້ໄດ້ເລີຍ (+33673464672)

ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ເປັນສະຖານທີ່ທີ່ໃຫ້ບໍລິການປິ່ນປົວພະຍາດ ແລະ ດູແລເບິ່ງແຍງສຸຂະພາບຕ່າງໆຟຣີ ແບບບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ສຳລັບເດັກນ້ອຍທີ່ຢູ່ທາງພາກເໜືອຂອງປະເທດລາວ ໃນນະຄອນຫຼວງພະບາງ. ພວກເຮົາມີຄວາມດີໃຈຫຼາຍທີ່ຈະແຈ້ງຕື່ມວ່າ ດິສໂຄເວີລາວ ທູເດ ຈະສະໜັບສະໝູນການແຂ່ງຂັນຮາຟມາຣາທອນ (Half Marathon) ທີ່ຫຼວງພະບາງ 2021 ເປັນຈຳນວນເງິນ 500 ໂດລາສະຫະລັດ.

Lao Friends Hospital for Children

ຂໍເຊີນຊວນທຸກຄົນຮ່ວມສະໜັບສະໜູນ 'ໝູ່ແບບບໍ່ມີພົມແດນ' ໂດຍກົດທີ່ປຸ່ມ <ບໍລິຈາກທັນທີ> ດ້ານລຸ່ມເພື່ອເປັນການຊ່ວຍເຫຼືອເດັກນ້ອຍທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ລໍຖ້າຄວາມຊ່ວຍເຫຼືອຈາກທ່ານຢູ່. 

ບໍລິຈາກທັນທີ>>

 

 

 
POSTED BY

Aon SEELAPHONE

Having honed her skills in social work through the handicraft sector, Aon is now part of the social media and content creation team. She is skilled in researching and discovering unique strategies to reach out to larger audiences/followers on many platforms such as Facebook and Instagram.

Find more about me at DiscoverLaos.Today