ການປີນຜາ ‘ຕ້ອງເຮັດ’ ຢູ່ເອເຊຍຕາເວັນອອກສຽງໃຕ້, ວັງວຽງເປັນສະຖານທີ່ຕື່ນເຕັ້ນສຳລັບນັກປີນຜາ ຢູ່ໃນເອເຊຍຕາເວັນອອກທ່ຽງໃຕ້. ບໍລິສັດ ອາດຳໂຮງຮຽນສອນປີນຜາ ເປັນບໍລິສັດທຳອິດທີ່ເປີດໃຫ້ບໍລິການປີນຜາຢູ່ວັງວຽງ, ເຊິ່ງຕັ້ງຢູ່ ບ້ານວັນສະເຫງົ້າ, ແຄມນ້ຳຊອງທີ່ມີທິວທັດສວຍງາມ.

ອາດຳໂຮງຮຽນສອນປີນຜາເລີ່ມຕົ້ນກະກຽມອຸປະກອນທັງໜົດທີ່ສຳຄັນທີ່ປະກອບມີ: ໝວກກັນກະທົບ, ເຊືອກມັດແອວ, ແປ້ງທາມື, ຊຸດປີນຜາ, ເກີບປີນຜາ ແລະ ນ້ຳດື່ມຈຳນວນໜື່ງ. ຫຼັງຈາກນັ້ນກໍ່ດຳເນີນການປີນໜ້າຜາ. ເຊິ່ງຫ່າງຈາກຕົວເມືອງປະມານ 3,5 ກມ. ກຳແພງຜາຫີນປູນຢູ່ຖ້ຳນອນເປັນຜາທີ່ສວຍງາມ ແລະ ເໝາະສົມໃນການປີນຜາ! ການປີນຜາແມ່ນປີນຕາມຫວ່າງຫີນປູນທີ່ມີຕົນໄມ້ ແລະ ການຫ້ອຍຜາມີຄວາມສູງປະມານ 12-18 ແມັດ ຫາ 12- 25 ແມັດ.

ນີ້ແມ່ນໜຶ່ງໃນຫຼາຍໆກິດຈະກຳຢູ່ວັງວຽງທີ່ທ່ານຄວນຈະໄປລອງຜະຈົນໄພທີ່ໜ້າຕື່ນເຕັ້ນ ແລະ ມີປະສົບການ, ແຖມຍັງມີຜູ້ແນະນຳຕະຫຼອດເວລາ.

ຢູ່ໃກ້ໆຍັງມີຖ້ຳນາງຟ້າ, ຖ້ຳນອນ ແລະ ຖ້ຳລົມ, ທ່ານສາມາດໄປຫາກັນຢ່າງງ່າຍດາຍພຽງແຕ່ຂ້າມນ້ຳຊອງກໍ່ສາມາດໄປເຖິງຈຸດໜາຍແລ້ວ.

ຖ້າທ່ານຢາກທົດສອບລະດັບການປີນຜາ, ທ່ານຕ້ອງມາຜະຈົນໄພກັບ Adam’s Rock-Climbing School!