ແມ່ນ້ຳຊອງແມ່ນໄດ້ໄຫຼຜ່ານຈຸດໃຈກາງຂອງເມືອງວັງວຽງ, ຍັງເປັນອຸທະຍານທາງນ້ຳໃຫ້ແກ່ເມືອງວັງວຽງ

ການລ່ອງກົງເບັງ: ເມືອງວັງວຽງເປັນເມືອງທີ່ໜ້າສົນໃຈຫຼາຍ, ການລ່ອງກົງເບັງກໍ່ເປັນສິ່ງໜຶ່ງທີ່ມີຄວາມສົນໃຈຫຼາຍເມື່ອທ່ານມາທ່ຽວເມືອງວັງວຽງ, ນັກທ່ອງທ່ຽວສາມາດໃຊ້ເວລາເຄິ່ງມື້ໃນການລ່ອງກົງເບັງ, ເຊັ່ນວ່າພວກທ່ານໄດ້ເພີດເພີນກັບຄວາມງາມ ແລະ ຄວາມງຽບສະຫງົບຂອງນ້ຳຊອງ. ບໍ່ວ່າທ່ານກຳລັງລ່ອງກົງເບັງເພື່ອຊອກຫາປະສົບການຄັ້ງທຳອິດຂອງທ່ານໃນການຊົມທິວທັດທຳມະຊາດທີ່ສວຍງາມ ຫຼື ທ່ານສາມາດມ່ວນຊື່ນນຳໝູ່ເພື່ອນຂອງທ່ານໃນການລ່ອງກົງເບັງ. ເຊິ່ງມັນມີຄວາມມ່ວນຊື່ນເພີດເພີນໄປນຳ. ນີ້ແມ່ນເວັບໄຊທີ່ດີທີສຸດ:  https://theculturetrip.com/asia/laos/articles/the-ultimate-guide-to-tubing-in-vang-vieng-laos/ 

ການລ່ອງເຮືອກາຍັກ: ການລ່ອງເຮືອຄາຍັກໄປຕາມແກ້ງຫາດຂອງເມືອງວັງວຽງ ທ່ານສາມາດເລືອກເອົາການລ່ອງເຮືອແບບເຄິ່ງມື້ ແລະ ຫຼາຍມື້ທີ່ນອນຄ້າງຄືນ. ມີຫຼາຍບໍລິສັດທີ່ເປີດການບໍລິການລ່ອງເຮືອກາຍັກ ແລະ ທິດສະດີໃນການລ່ອງເຮືອ. ເມືອງວັງວຽງມີທິວທັດທີ່ສວຍງາມ.

ການລອຍນ້ຳ: ທ່ານກຳລັງຊອກຫາບ່ອນລອຍນ້ຳບໍ? ເມືອງວັງວຽງມີອ່າງລອຍນ້ຳທຳມະຊາດຫຼາຍບ່ອນ. ຢູ່ທາງທິດຕາເວັນອອກຂອງເມືອງລວມມີ ນ້ຳຕົກຕາດແກ່ນລ້ອນ, ຢູ່ແກ້ງຍຸຍທີ່ມີຈຸດອາບນ້ຳ. ໄປຕາມເສັ້ນທາງເລກທີ 13, ທ່ານສາມາດໄປລອຍນ້ຳຢູ່ທີ່ນ້ຳໂພ ຂົວຫຼັກ 161, ທ່ານສາມາດຫຼິ້ນນ້ຳຢູ່ທີ່ນ້ຳຊອງໃກ້ໆຖ້ຳລົມ ຫຼື ທ່ານສາມາດໄປໂອນເຊືອກຢູ່ສວນນ້ຳທີ່ບ້ານພູດິນແດງ, ຢູ່ທິດຕາເວັນຕົກຂອງເມືອງວັງວຽງທ່ານສາມາດໄປທີ່ຖຳ້ປູຄຳແລ້ວໄປຕໍ່ທີ່ແມ່ນ້ຳຄ່າ ແລະ ສືບຕໍ່ໄປທີ່ຜາເຜິ້ງທີ່ມີຈຸດອາບນ້ຳທຳມະຊາດ. ຖ້າທ່ານໃດຕ້ອງການຢາກສຳພັດນ້ຳເຢັນໆ. ທ່ານສາມາດໄປທີ່ນ້ຳອອກບໍ່ຢູ່ຖ້ຳຈັງທາງທິດໃຕ້ຂອງເມືອງວັງວຽງ.