ຖ້ຳນ້ຳ ເປັນໜຶ່ງໃນຖ້ຳທີ່ເດັ່ນ ແລະ ໜ້າອັດສະຈັນທີ່ສຸດຂອງທຳມະຊາດເມືອງວັງວຽງ. ທາງເຂົ້າ-ອອກຖ້ຳເປັນກະແສນ້ຳໄຫຼໝຸນວຽນໃນຖ້ຳ, ເຊິ່ງຖ້ຳນ້ຳຫ່າງຈາກຕົວເມືອງວັງວຽງປະມານ 15 ກມ. ຖ້ຳນ້ຳແຫ່ງນີ້ແມ່ນຖືກສຳປະທານໂດຍ AK Home ແລະ ເປັນໜຶ່ງໃນບັນດາຜູ້ປະກອບການທີ່ມີການບໍລິການດີທີ່ສຸດໃນເມືອງວັງວຽງ.

ໃນການເຂົ້າໄປຖ້ຳນ້ຳທ່ານຈະຕ້ອງໄດ້ໃຊ້ກົງເບັງເຊິ່ງລວມນຳຄ່າເຂົ້າຖ້ຳແລ້ວ ຫຼື ລວມຢູ່ໃນທົວແລ້ວ. ລ່ອງກົງເບັງລອດຖ້ຳດ້ວຍການດຶງເຊືອກທີ່ຕິດຕັ້ງໄວ້ຢູ່ໃນຖ້ຳ. ລະດັບນ້ຳພາຍໃນຖ້ຳແມ່ນພຽງຫົວເຂົ່າຮອດແອວດັ່ງນັ້ນຈຶ່ງມີຄວາມປອດໄພຖ້າຫາກທ່ານລົ້ມ ແລະ ລ່ອຍນ້ຳບໍ່ເກັ່ງ.

ເມື່ອທ່ານໄປຮອດຈຸດສິ້ນສຸດຂອງເຊືອກແລ້ວ, ມັນຈະເປັນພື້ນທີ່ທີ່ມີນ້ຳເລິກທ່ານຈະຕ້ອງໄດ້ລອຍຕໍ່ໄປ. ໄຟສາຍຈະຖືກກຽມໄວ້ໃຫ້ທຸກຄົນ ແລະ ມັນເປັນປະສົບການຄັ້ງໜຶ່ງທີ່ຄອບຄົວ ແລະ ກຸ່ມໝູ່ເພື່ອນຈະໄດ້ໃຊ້ເວລາທີ່ເພີດເພີນມ່ວນຊື່ນໄປກັນການສຳຫຼວດຖ້ຳ.

ນອກຈາກຖ້ຳນ້ຳແລ້ວ, AK Home ຍັງໄດ້ສ້າງຈຸດຂີ່ຊິບໄລພ້ອມກັບຂົວສະລິງ, ຈຸດຊົມວິວ, ບ້ານຕົ້ນໄມ້ ທີ່ທ່ານບໍ່ຄວນພາດເມື່ອທີ່ຈະທ່ຽວຊົມ. ໄກ້ມີຄວາມເປັນມືອາຊີບຫຼາຍ ແລະ ຈະເບິ່ງແຍງລູກຄ້າເປັນຢ່າງດີ. ອາຫານທ່ຽງມັກຈະລວມຢູ່ໃນທົວຂອງເຮົາເຊິ່ງຈະມີ ເຂົ້າຜັດ, ເຝີ,​ ໝາກໄມ້ ແລະ ນ້ຳດື່ມ. ກວດເບິ່ງແພັກເກັດທົວ ຫຼື ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ໜ້າລາຍການທົວຂອງເຮົາ ຫຼື www.akhometours.com