สะพานไม้ไผ่ ที่วังเวียง
สะพานไม้ไผ่ ที่วังเวียง

ຈຸດໝາຍປາຍທາງ

ວັງວຽງ

ວັງວຽງ ເປັນເມືອງນ້ອຍໆທີ່ມີທຳມະຊາດສວຍງາມ, ຕັ້ງຢູ່ລະຫວ່າງ ເມືອງຫຼວງພະບາງ ແລະ ກຳແພງນະຄອນວຽງຈັນ. ເຊິ່ງມີພູມສັນຖານທີ່ເປັນຜາຫີນປູນ ແລະ ທົ່ງນາ ທີ່ປະສົມປະສານກັນຢ່າງສວຍງາມ,ມີແມ່ນ້ຳຊອງ ທີ່ໄຫຼຜ່ານເມືອງວັງວຽງ ເຫມາະສົມກັບກິດຈະກຳທາງນ້ຳເຊັ່ນ: ລ່ອງກົງເບັງ ແລະ ພາຍເຮືອກາຍັກ. ເຈົ້າຈະເຫັນນັກທອ່ງທ່ຽວໄວໜຸ່ມສ່ວນຫຼາຍ ນິຍົມກັນຂີ່່ກົງເບັງລ່ອງຕາມແມ່ນ້ຳຊອງ, ເມືອງວັງວຽງຕັ້ງຢູ່ໃກ້ກັບຖ້ຳປູຄຳ ເຊິ່ງມີນ້ຳອອກບໍ່ ( blue lagoon ) ເຮັດໃຫ້ນັກທ່ອງທ່ຽວສົນໃຈຢາກລົງຫຼີ້ນນ້ຳ. ນັກຜະຈົນໄພສາມາດສຳຫຼວດຖ້ຳທຳມະຊາດຫີນປູນຢູ່ບໍລິເວັນນັ້ນໄດ້, ລວມມີພະພຸດທະຮູບປາງນອນທີ່ປະຕິສັງຂອນຢູ່ໃນຖ້ຳທີອ້ອມດ້ວຍຫີນທີ່ສວຍງາມ. ໃນຊ່ວງສັດຕະວັດທີ 16-17 ຍັງໃຊ້ເປັນວັດວາອາຮາມ ແລະ ຍັງມີຫມູ່ບ້ານຊົນເຜົາມົ້ງຢູ່ໃກ້ໆ ສະຖານທີ່ດັ່ງກ່າວ; ປະຈຸບັນນີ້ ວັງວຽງເປັນສະຖານທີ່ນັກທ່ອງທ່ຽວສົນໃຈຫຼາຍທີ່ສຸດ ໃນຄວາມສວຍງາມທາງທໍ່ລະນີສາດຢູ່ຕາມຊົນນະບົດ.

ຄັ້ງຫນຶງ ເມືອງວັງວຽງ ເຄີຍເປັນສະຖານທີ່ຈອດເຄື່ອງບິນສູ້ຮົບຂອງ  CIA’s ແຕ່ປີ 1950 – 1970. ຫຼັງຈາກ ກອງທັບອາເມລິກາຖອນທັບອອກຈາກວັງວຽງ ໄດ້ປິດບັງເລື່ອງສົງຄາມນອງເລືອດທີ່ຜ່ານມາໂດຍ ການມີຊື່ສຽງທາງດ້ານການທ່ອງທ່ຽວສຳລັບນັກທ່ຽວທີ່ມີເງິນນ້ອຍ, ພວກເຂົາໄດ້ສ້າງສິ່ງຮ້າຍແຮງໂດຍການມຶນເມົາ ເຖິງແນວໃດກໍ່ຕາມ, ຫຼັງຈາກສິ່ງດັງກ່າວໄດ້ສ້າງຄວາມສົນໃຈຂອງສາກົນຕໍ່ພື້ນທີ່ດັ່ງກ່າວ. ລັດຖະບານໄດ້ຢຸດສະກັດກັ້ນດ້ວຍການບັງຄັບຫ້າມຂາຍສິ່ງຜິດກົດຫມາຍ.

ຈຸດໝາຍປາຍທາງ

ບ້ານນາດ້ວງ

ແມ່ນໄດ້ລົບໝີຈາກການຮຸກຮານຈາກຊາວຫໍ້, ຢູ່ຊຳເໜືອ, ພາກເໜືອຂອງລາ,ວ ເຊີ່ງເປັນຊົນເຜົ່າໄທມຽນ ແລະ ໄທພົວຍ້າຍມາມາຕັ້ງຖິ່ນຖານຢູ່ບ້ານເມືອງຊອງ ແລະ ບ້ານວຽງແກ້ວ ຊື່ທີ່ເອີ້ນວ່າວັງວຽງແມ່ນໄດ້ມາຈາກໄປຫາສັດຢູ່ຕາມສາຍນຳ້ລາວ. ເມືອງພູຜາໄຊ ເຊີ່ງເປັນສາຍເລືອດຂອງຜູ້ຄົນທີ່ມາຕັ້ງຮາກຖານຢູ່ເມືອງວັງວຽງ, ໄດ້ພົບເຫັນຮ່ອມພູນຳ້ລາວເປັນພື້ີນທີ່ມີຄວາມອຸດົມສົມບຸນໃນການລ້າສັດ. ຫຼັງຈາກນັ້ນພວກເຂົາຈິງຍ້າຍເຂົ້າມາຕັ້ງຮາກຖານໃນປີ 1873 ເພື່ອສ້າງຕັ້ງໝູ່ບ້ານຢູ່ທີ່ນີ້ຫຼາຍກ່ວາ 18 ຄອບຄົວ.

ຍ້ອນມີພະຍາດລະບາດຈິ່ງໄດ້ເຮັດໃຫ້ເຂົາເຈົ້າຕ້ອງຍ້າຍອອກຈາກສະຖານທີ່ດັ່ງກ່າວໃນປີ 1960, ປີ 1910 ໝູ່ບ້ານດັ່ງກ່າວໄດ້ແບ່ງອອກເປັນສາມໝູ່ບ້ານ. ຕໍ່ມາໃນປີ 1937 ໄດ້ເຕົ້າໂຮມເຂົ້າເປັນບ້ານດຽວເຊິ່່ງຕັ້ງຊື່ວ່າ ບ້ານ ນາຫຼວງ ‘ນາ’ ມີຄວາມໝາຍເຖິງທົ່ງນາ ‘ຫຼວງ’ ມີຄວາມໝາຍວ່າໃຫ່ຍເຊິ່ງສະແດງເຖິງໝູ່ບ້ານທີ່ລວມກັນ. ພ້ອມກັນນັ້ນບ້ານດັ່ງກ່າວຍັງສາມາດເຊື່ອມຕໍ່ກັບໝູ່ບ້ານຕ່າງໃນຮ່ອມພູອີກດ້ວຍ. ຈາກສິ່ງນີ້ ຈຶ່ງໄດ້ປ່ຽນຊື່ມາເປັນ ບ້ານນາດ້ວງເຊິ່ງຊາວບ້ານເຊື່ອວ່າດີ ແລະ ເໝາະສົມກັບຊື່ໃໝ່ຂອງບ້ານ .

ປະຈຸບັນບ້ານນາດ້ວງ ເປັນອີກບ້ານໜື່ງທີ່ມີປະຊາກອນປະມານ 750 ຄອບຄົວ. ປະກອບມີ 60% ເຊິ່ງຍ້າຍມາແຕ່ແຂວງຫຼວງພະບາງ ແລະ ມາແຕ່ປະເທດໄທ 40%. ເສດຖະກິດຂອງຊາວບ້ານແມ່ນໄດ້ມາຈາກການເຮັດໄຮ່, ເຮັດນາ ແລະ ບາງຄອບຄົວກໍ່ໄດ້ມີການຕຳ່ແຜ່ແພ. ຊາວບ້ານໄດ້ຮ່ວມມືກັນບູລະນະສ້ອມແປງນຳ້ຕົກຕາດແກ້ງຍຸຍໃຫ້ເປັນແຫຼ່ງລາຍຮັບເພີ່ມ, ໂດຍຜ່ານການທ່ອງທ່ຽວແບບຊຸມຊົນ ເພື່ອໃຫ້ເປັນແຮງຈູງໃຈໃນການອະນຸຮັກສິ່ງແວດລ້ອມ ພ້ອມທັງລະດົມທືນເພື່ອພັດທະນາຊົນລະປະທານ ແລະ ສິ່ງຕ່າງໆຂອງໝູ່ບ້ານ.

ຈຸດໝາຍປາຍທາງ

ການເດີນທາງໄປວັງວຽງ

ວັງວຽງຕັ້ງຢູ່ທາງເລກທີ 13 ເຊິ່ງມີສະຖານີລົດເມຢູ່ຫ່າງຈາກຕົວເມືອງທາງທິດເໜືອປະມານ 2 ກິໂລແມັດ. ດ່ັງນັ້ນ ທ່ານຍັງສາມາດໄປສະຖານີລົດເມທີ່ຢູ່ໃກ້ຄຽງວັງວຽງເຊິ່ງຈາກຫຼວງພະບາງ, ມາຈາກວຽງຈັນ ແລະ ມາຈາກໂພນສະຫວັນໂດຍໃຊ້ລົດເມ ຫຼື ລົດຕູ້. ບາງຄັ້ງກໍ່ມີລົດຕຸກຕຸກທີ່ເດີນທາງເຂົ້າມາວັງວຽງ. ບາງຄັ້ງກໍ່ຈະມີລົດຕູ້ເຂົ້າໄປສົ່ງຜູ້ໂດຍສານທີ່ເດີນບີນເກົ່າ, ທີ່ຢູ່ໃກ້ໆຕົວເມືອງ ຫຼື ໄປສົ່ງຜູ້ໂດຍສານເຖິງທີ່ພັກຂອງທ່ານເລີຍ. ທ່ານຍັງສາມາດຊື້ປີ້ລົດໂດຍສານຕ່າງໆຢູ່ທີ່ພັກຂອງທ່ານໄດ້ທຸກບ່ອນ ແລະ ຍັງມີການບໍລິການຮັບສົ່ງຟຮີອີກດ້ວຍ.

ເດີນທາງຈາກຫຼວງພະບາງ

-ລົດຕູ້: ໃຊ້ເວລາ 7 ຊົ່ວໂມງ ແລະ ອອກເດີນທາງເວລາ 09:00 ໄປຮອດ 14:00

-ລົດເມທຳມະດາ: ໃຊ້ເວລາ 8 ຊົ່ວໂມງ ແລະ ອອກເດີນທາງເວລາ 10:00 ໄປຮອດ 15:00

-ລົດເມພິເສດ: ໃຊ້ເວລາ 8 ຊົ່ວໂມງ ແລະ ອອກເດີນທາງເວລາ 12:00 ໄປຮອດ 20:00 – 21:00

ເດີນທາງມາຈາກວຽງຈັນ

-ລົດຕູ້: ໃຊ້ເວລາ 3 ຊົ່ວໂມງ ອອກເດີນທາງເວລາ 09:00 ໄປຮອດ 12:30

-ລົດເມດ່ວນ: ໃຊ້ເວລາ 4 ຊົ່ວໂມງ ອອກດີນທາງເວລາ 10:30 ໄປຮອດ 13:30

-ລົດເມພິເສດ: ໃຊ້ເວລາ 4 ຊົ່ວໂມງ ອອກເດີນທາງເວລາ 10:00 ໄປຮອດ 13:30

-ລົດເມທຳມະດາ: ໃຊ້ເວລາ 5 ຊົ່ວໂມງ ອອກເດີນທາງເວລາ 05:00, 06:00, 06:30, 07:00, 12:30 ແລະ 14:30

-ລົດສອງແຖວ: ແມ່ນລົດໂດຍສານທີ່ປ່ຽນຈາກລົດກະບະແມ່ນເປັນລົດສອງແຖວ ອອກເດີນທຸກໆເວລາ.

ເດີນທາງຈາກໂພນສະຫັວນ

-ລົດຕູ້: ໃຊ້ເວລາ 7 ຊົ່ວໂມງ ອອກເດີນທາງເວລາ 09:30

ສຳລັບຜູ້ໂດຍສານຢາກເດີນທາງໄປວັງວຽງດ້ວຍຕົວເອງສາມາດເຊົ່າລົດໃຫຍ່ ຫຼື ລົດຈັກ. ທ່ານຕ້ອງກວດກ ລົດຂອງທ່ານກ່ອນວ່າເໝາະສົມໃນການເດີນທາງບໍ່, ເສັ້ນທາງທີ່ຈະໄປວຽງຈັນສ່ວນໃຫຍ່ແມ່ນມາແຕ່ນະຄອນຫຼວງວຽງຈັນ. ສ່ວນມາແຕ່ພາກເໜືອແມ່ນມາຈາກຫຼວງພະບາງ ແລະ ໂພນສະຫວັນ. ເຖິງແມ່ນວ່າຕາມເສັ້ນຈະມີທິວທັດທີ່ສວຍງາມກໍ່ຕາມ.

ຈຸດໝາຍປາຍທາງ

ການເດີນທາງໃນວັງວຽງ

ການເດີນທາງໄປຮອບໆ: ການຜະຈົນໄພແບບໄປທ່ຽວດ່ວຍຕົນເອງໄປຫາສະຖານທີ່ທ່ອງທ່ຽວຕ່າງໆຂອງວັງວຽງນັ້ນເປັນເລື່ອງງ່າຍດາຍດ້ວຍການຂົນສົ່ງທີ່ມີໃຫ້ຫຼາຍທາງເລືອກໃນຂະນະທີ່ຜູ້ນຳທ່ຽວຍັງໄດ້ສະເໜີວິທີການເດີນທາງຫຼາຍໆແບບ.

ດ້ວຍການຍ່າງ: ການຍ່າງຫຼິ້ນອ້ອມເມືອງວັງວຽງ ແລະ ທ່ຽວຊົມວັດຕ່າງໆ, ເພີດເພີນໄປກັບການຮັບປະທານອາຫານ ຫຼື ຂ້າມຂົວໄປນອນເປທີ່ແສນຜ່ອນຄາຍໃນແມ່ນ້ຳຊອງ. ສະຖານທີ່ທ່ອງທ່ຽວຫຼາຍໆແຫ່ງທີ່ຢູ່ຫ່າງໄກນັ້ນຕ້ອງໄດ້ຍ່າງປ່າໃນໄລຍະສັ້ນໆ ຫຼື ຕ້ອງໄດ້ປີນຂຶ້ນໄປຫຼັງລົດກະບະ, ເຖິງແມ່ນວ່າການຍ່າງປ່າໃນໄລຍະຍາວຈະມີໃຫ້ບໍລິການຈາກບໍລິສັດທົວທ້ອງຖິ່ນ.

ດ້ວຍລົດຖີບ: ບໍ່ວ່າທ່ານກຳລັງຊອກຫາການຂີ່ລົດຖີບແບບຊິວໆອ້ອມຮອບເມືອງ ຫຼື ປັ່ນລົດຖີບເສືອພູເຂົາແບບຜະຈົນໄພຜ່ານຂຸມເພື່ອໄປຖ້ຳໃນທາງທິດຕາເວັນຕົກຂອງວັງວຽງ, ຮ້ານຄ້າ ແລະ ບ້ານພັກມີລົດຖີບໃຫ້ເຊົ່າທຸກປະເພດ. ຢ່າລືມອ່ານຄຳອະທິບາຍກ່ຽວກັບສະຖານທີ່ທ່ອງທ່ຽວທີ່ທ່ານວາງແຜນຈະທ່ຽວຊົມເພື່ອຕັດສິນໃຈວ່າຄວນໃຊ້ລົດຖີບປະເພດໃດໃຫ້ເໝາະສົມທີ່ສຸດສຳລັບທ່ານ ແລະ ຕ້ອງກວດສອບໃຫ້ແນ່ໃຈວ່າລົດຖີບນັ້ນຢູ່ໃນສະພາບດີ.

ໂດຍລົດຈັກ: ຫາກທ່ານກຳລັງຊອກຫາວິທີທີ່ໄວໃນການເບິ່ງວັງວຽງໃນມຸມທີ່ໜ້າຕື່ນເຕັ້ນ? ຮ້ານຄ້າຫຼາຍໆແຫ່ງອ້ອມຮອບເມືອງມີລົດທຸກປະເພດໃຫ້ເຊົ່າຕັ້ງແຕ່ລົດຈັກໂອໂຕ້ຈົນຮອດລົດຈັກມີເກຍ. ລາຄາຂຶ້ນຢູ່ກັບຄວາມຕ້ອງການຂອງທ່ານ ແລະ ມີບໍລິສັດທີ່ເປີດໃໝ່ໃຫ້ບໍລິການທົວນອກເສັ້ນທາງ.ປະເພດ. ຢ່າລືມອ່ານຄຳອະທິບາຍກ່ຽວກັບສະຖານທີ່ທ່ອງທ່ຽວທີ່ທ່ານວາງແຜນຈະທ່ຽວຊົມເພື່ອຕັດສິນໃຈວ່າຄວນໃຊ້ລົດຈັກປະເພດໃດໃຫ້ເໝາະສົມທີ່ສຸດສຳລັບທ່ານ ແລະ ຄວນຈື່ໄວ້ສະເໝີວ່າທ່ານຄວນໃສ່ໝວກກັນກະທົບທຸກຄັ້ງ ແລະ ຫ້າມເມົາແລ້ວຂັບ.

ໂດຍລົດຕຸກຕຸກ: ທ່ານສາມາດຊອກຫາລົດຕຸກຕຸກໄດ້ຮອບໆເມືອງເພື່ອພາທ່ານໄປສະຖານທີ່ຕ່າງໆໄດ້, ແຕ່ຖ້າທ່ານເດີນທາງໄປພື້ນທີ່ ທີ່ຫ່າງໄກສອກຫຼີກຄວນຈະເໝົາລົດເພື່ອໃຫ້ຄົນຂັບຖ້າຮັບທ່ານ. ທ່ານສາມາດວາງແຜນລາຍລະອຽດການເດີນທາງຂອງທ່ານເອງ ແລະ ຕໍ່ລອງລາຄາກັບຄົນຂັບລົດຕຸກຕຸກເພື່ອໃຫ້ເຂົາພາທ່ານໄປສະຖານທີ່ຕ່າງໆ ແລະ ມີບໍລິສັດທົວຫຼາຍທີ່ໃຊ້ລົດຕຸກຕຸກໃນການເດີນທາງຂອງພວກເຂົາ.