ເປີດຕົວຜະລິດຕະພັນ:ການຮ່ວມມືກັນລະຫວ່າງ ດິສໂຄເວີລາວ, ໂຮງແຮມເມືອງທອງ ແລະ ການບີນລາວ  ໃນການເປີດໃຫ້ບໍລິການ ໂຮງແຮມ + ການບີນ + ແພກເກັດທົວ ສໍາລັບລາວທ່ຽວລາວ ຢູ່ເເພັດຟອມທີ່ມີການສອບຖາມຂໍ້ມູນກ່ອນຈອງແບບງ່າຍໆ
ເປີດຕົວຜະລິດຕະພັນ:ການຮ່ວມມືກັນລະຫວ່າງ ດິສໂຄເວີລາວ, ໂຮງແຮມເມືອງທອງ ແລະ ການບີນລາວ ໃນການເປີດໃຫ້ບໍລິການ ໂຮງແຮມ + ການບີນ + ແພກເກັດທົວ ສໍາລັບລາວທ່ຽວລາວ ຢູ່ເເພັດຟອມທີ່ມີການສອບຖາມຂໍ້ມູນກ່ອນຈອງແບບງ່າຍໆ

ໂພສ

ເປີດຕົວຜະລິດຕະພັນ:ການຮ່ວມມືກັນລະຫວ່າງ ດິສໂຄເວີລາວ, ໂຮງແຮມເມືອງທອງ ແລະ ການບີນລາວ ໃນການເປີດໃຫ້ບໍລິການ ໂຮງແຮມ + ການບີນ + ແພກເກັດທົວ ສໍາລັບລາວທ່ຽວລາວ ຢູ່ເເພັດຟອມທີ່ມີການສອບຖາມຂໍ້ມູນກ່ອນຈອງແບບງ່າຍໆ

 

ເປົ້າໝາຍ: ເພື່ອເຮັດໃຫ້ທຸລະກິດໃນປະເທດລາວໄດ້ຮັບຮູ້ເຖິງຄວາມສາມາດໃນການນໍາໃຊ້ເທັກໂນໂລຢີໃຫ້ເກີດປະໂຫຍດ, ຂັບເຄືອນໃຫ້ເກີດນະວະຕະກໍາໃໝ່ ແລະ ຫັນມາໃຊ້ດິຈິຕອນໃຫ້ເກີດປະໂຫຍດສູງສຸດໃນການດຳເນີນທຸລະກິດ.  

ວິໄສທັດ: ເທັກໂນໂລຢີທີ່ສາມາດເຊືອມຕໍ່ລະຫວ່າງທຸລະກິດ ແລະ ລູກຄ້າ. ແບ່ງປັນຄວາມຄິດ, ສ້າງບຸກຄະລາກອນ ແລະ ທ້າທາຍອຸດສາຫະກໍາລະດັບສາກົນ.

ພວກເຮົາຍິນດີທີ່ຈະປະກາດໃຫ້ທ່ານຮູ້ວ່າ ດິສໂຄເວີລາວໄດ້ຮ່ວມມືກັນກັບ ໂຮງແຮມເມືອງທອງ ແລະ ການບີນລາວ ໃນການສ້າງຊ່ອງທາງການສອບຖາມຂໍ້ມູນອອນໄລ (Enquiry) ໃຫ້ກັບໂຮງແຮມ + ການບີນ + ແພກເກັດທົວ ໂດຍມີຈຸດປະສົງໃຫ້ລູກຄ້າ ແລະ ຜູ້ດໍາເນີນນງານມີການສື່ສານທີ່ມີປະສິດທິພາບຫຼາຍຂື້ນ.

ທົວທີ່ມີຢູ່ໃນເເພັດຟອມຂອງດິສໂຄເວີລາວ

ໂຮງແຮມເມືອງທອງ

ໂປຮໂມຊັ່ນທ່ຽວຫຼວງພະບາງກັບໂຮງແຮມເມືອງທອງ

  • ປີ້ຍົນໄປກັບນະຄອນຫຼວງວຽງຈັນ - ຫຼວງພະບາງ ລວມທີ່ພັກ 2 ຄືນໃນໂຮງແຮມເມືອງທອງຫຼວງພະບາງ ພ້ອມອາຫານເຊົ້າ ແລະ ທ່ຽວຊົມເມືອງຫຼວງພະບາງ - ເມືອງທີ່ເປັນເອກະລັກ. ກົດ ທີ່ນີ້ ເພື່ອສອບຖາມຂໍ້ມູນເພີ່ມເຕີມ

ໂປຮໂມຊັ່ນທ່ຽວຫຼວງພະບາງ + ກິດຈະກຳຊ້າງ ກັບໂຮງແຮມເມືອງທອງ

  • ປີ້ຍົນໄປກັບນະຄອນຫຼວງວຽງຈັນ - ຫຼວງພະບາງ ລວມທີ່ພັກ 2 ຄືນໃນໂຮງແຮມເມືອງທອງຫຼວງພະບາງ ພ້ອມອາຫານເຊົ້າ & ທ່ຽວຊົມເມືອງຫຼວງພະບາງ, ເມືອງທີ່ເປັນເອກະລັກ & ທ່ຽວຊົມ ແລະ ພັກທີ່ແຄ້ມຊ້າງມະນີຟ້າ 1 ຄືນ. ກົດ ທີ່ນີ້ ເພື່ອສອບຖາມຂໍ້ມູນເພີ່ມເຕີມ

ມາຫຼິ້ນກິລາກ໊ອຟໃນເມືອງມໍລະດົກໂລກກັບໂຮງແຮມເມືອງທອງ

  • ປີ້ຍົນໄປກັບນະຄອນຫຼວງວຽງຈັນ - ຫຼວງພະບາງ ລວມທີ່ພັກ 2 ຄືນໃນໂຮງແຮມເມືອງທອງຫຼວງພະບາງ ພ້ອມອາຫານເຊົ້າ & ທ່ຽວຊົມເມືອງຫຼວງພະບາງ - ເມືອງທີ່ເປັນເອກະລັກ & ຕີກ໋ອຟ 18 ຂຸມ ຢູ່ສະໜາມກ໊ອຟທີ່ຫຼວງພະບາງ. ກົດ ທີ່ນີ້ ເພື່ອສອບຖາມຂໍ້ມູນເພີ່ມເຕີມ

ຂັ້ນຕອນຕ່າງໆເພື່ອເຮັດການສອບຖາມ ຫຼື Enquiry ຂອງທ່ານໃຫ້ສົມບູນ

 

1. ເລືອກແພກເກັດຂອງໂຮງແຮມ ແລະ ປີ້ຍົນທີ່ທ່ານຕ້ອງການ

2. ເລືອກວັນທີທີ່ທ່ານຕ້ອງການຈະອອກທົວ ເຊິີງໄດ້ສະແດງໃນຕາຕະລາງປະຕິທິນຂອງພວກເຮົາ ວັນທີທີ່ມີທົວຈະສະແດງເປັນຕົວເລກສີດໍາເຂັ້ມ. ກວດເບິ່ງຈໍານວນປີ້ຕາມເງື່ອນໄຂຂອງທ່ານ 

3. ກອກຂໍ້ມູນຂອງທ່ານໃສ່ແຕ່ລະຊ່ອງ ເຊິ່ງລວມມີ ຂໍ້ມູນໃນການຕິດຕໍ່, ລາຍລະອຽດຂອງການຈອງ, ປະເພດຫ້ອງ, ຈໍານວນເດັກນ້ອຍ ແລະ ອັບໂລດຮູບພາສປອດ/ບັດປະຈໍາຕົວ ສໍາລັບການຈອງປີ້ຍົນກັບລາວແອລາຍ

4. ເມື່ອການສອບຖາມຂໍ້ມູນສໍາເລັດ ທາງຜູ້ດໍາເນີນການຈະໄດ້ຮັບທັນທີ ແລະ ຈະຕິດຕໍ່ກັບຫາທ່ານໃນເວລາບໍ່ດົນ ເພື່ອແຈ້ງເຖິງມື້ຫວ້າງ ແລະ ລາຍລະອຽດການຊໍາລະເງີນ.

 

ດິສໂຄເວີລາວທູເດ, ແຫຼ່ງຂໍ້ມູນການທ່ອງທ່ຽວແບບອອນໄລແຫ່ງດຽວ ທີ່ຈະເຊື່ອມຕໍ່ທ່ານກັບການທ່ອງທ່ຽວລາວ

 
POSTED BY

Benny Kong

A firm believer that Laos has much to offer in terms of Tourism to the world. Benny is the Programme Director and runs business development and strategic planning for Discover Laos Today. Find out more about us at https://www.discoverlaos.today/page/about-us