ເປົ້າໝາຍ: ເພື່ອເຮັດໃຫ້ທຸລະກິດໃນປະເທດລາວໄດ້ຮັບຮູ້ເຖິງຄວາມສາມາດໃນການນໍາໃຊ້ເທັກໂນໂລຢີໃຫ້ເກີດປະໂຫຍດ, ຂັບເຄືອນໃຫ້ເກີດນະວະຕະກໍາໃໝ່ ແລະ ຫັນມາໃຊ້ດິຈິຕອນໃຫ້ເກີດປະໂຫຍດສູງສຸດໃນການດຳເນີນທຸລະກິດ.
ວິໄສທັດ: ເທັກໂນໂລຢີທີ່ສາມາດເຊືອມຕໍ່ລະຫວ່າງທຸລະກິດ ແລະ ລູກຄ້າ. ແບ່ງປັນຄວາມຄິດ, ສ້າງບຸກຄະລາກອນ ແລະ ທ້າທາຍອຸດສາຫະກໍາລະດັບສາກົນ.
ພວກເຮົາຍິນດີທີ່ຈະປະກາດໃຫ້ທ່ານຮູ້ວ່າ ດິສໂຄເວີລາວໄດ້ຮ່ວມມືກັນກັບ ໂຮງແຮມເມືອງທອງ ແລະ ການບີນລາວ ໃນການສ້າງຊ່ອງທາງການສອບຖາມຂໍ້ມູນອອນໄລ (Enquiry) ໃຫ້ກັບໂຮງແຮມ + ການບີນ + ແພກເກັດທົວ ໂດຍມີຈຸດປະສົງໃຫ້ລູກຄ້າ ແລະ ຜູ້ດໍາເດີນງານມີການສື່ສານທີ່ມີປະສິທິພາບຫຼາຍຂື້ນ.
ທົວທີ່ມີຢູ່ໃນເເພັດຟອມຂອງດິສໂຄເວີລາວ
ໂຮງແຮມເມືອງທອງ
ໂປຮໂມຊັ່ນທ່ຽວຫຼວງພະບາງກັບໂຮງແຮມເມືອງທອງ
- ປີ້ຍົນໄປກັບນະຄອນຫຼວງວຽງຈັນ - ຫຼວງພະບາງ ລວມທີ່ພັກ 2 ຄືນໃນໂຮງແຮມເມືອງທອງຫຼວງພະບາງ ພ້ອມອາຫານເຊົ້າ ແລະ ທ່ຽວຊົມເມືອງຫຼວງພະບາງ - ເມືອງທີ່ເປັນເອກະລັກ. ກົດ ທີ່ນີ້ ເພື່ອສອບຖາມຂໍ້ມູນເພີ່ມເຕີມ

ໂປຮໂມຊັ່ນທ່ຽວຫຼວງພະບາງ +ກິດຈະກຳຊ້າງ ກັບໂຮງແຮມເມືອງທອງ
- ປີ້ຍົນໄປກັບນະຄອນຫຼວງວຽງຈັນ - ຫຼວງພະບາງ ລວມທີ່ພັກ 2 ຄືນໃນໂຮງແຮມເມືອງທອງຫຼວງພະບາງ ພ້ອມອາຫານເຊົ້າ & ທ່ຽວຊົມເມືອງຫຼວງພະບາງ, ເມືອງທີ່ເປັນເອກະລັກ & ທ່ຽວຊົມ ແລະ ພັກທີ່ແຄ້ມຊ້າງມະນີຟ້າ 1 ຄືນ. ກົດ ທີ່ນີ້ ເພື່ອສອບຖາມຂໍ້ມູນເພີ່ມເຕີມ

ມາຫຼິ້ນກິລາກ໊ອຟໃນເມືອງມໍລະດົກໂລກກັບໂຮງແຮມເມືອງທອງ
- ປີ້ຍົນໄປກັບນະຄອນຫຼວງວຽງຈັນ - ຫຼວງພະບາງ ລວມທີ່ພັກ 2 ຄືນໃນໂຮງແຮມເມືອງທອງຫຼວງພະບາງ ພ້ອມອາຫານເຊົ້າ & ທ່ຽວຊົມເມືອງຫຼວງພະບາງ - ເມືອງທີ່ເປັນເອກະລັກ & ຕີກ໋ອຟ 18 ຂຸມ ຢູ່ສະໜາມກ໊ອຟທີ່ຫຼວງພະບາງ. ກົດ ທີ່ນີ້ ເພື່ອສອບຖາມຂໍ້ມູນເພີ່ມເຕີມ

ຂັ້ນຕອນຕ່າງໆເພື່ອເຮັດການສອບຖາມ ຫຼື Enquiry ຂອງທ່ານໃຫ້ສົມບູນ
1. ເລືອກແພກເກັດຂອງໂຮງແຮມ ແລະ ປີ້ຍົນທີ່ທ່ານຕ້ອງການ

2. ເລືອກວັນທີ່ທ່ານຕ້ອງການຈະອອກທົວ ເຊິີງໄດ້ສະແດງໃນຕາຕະລາງປະຕິທິນຂອງພວກເຮົາ ວັນທີ່ມີທົວຈະສະແດງເປັນຕົວເລກສີດໍາເຂັ້ມ. ກວດເບິ່ງຈໍານວນປີ້ຕາມເງື່ອນໄຂຂອງທ່ານ

3. ກອກຂໍ້ມູນຂອງທ່ານໃສ່ແຕ່ລະຊ່ອງ ເຊິ່ງລວມມີ ຂໍ້ມູນໃນການຕິດຕໍ່, ລາຍລະອຽດຂອງການຈອງ, ປະເພດຫ້ອງ, ຈໍານວນເດັກນ້ອຍ ແລະ ອັບໂລດຮູບພາສປອດ/ບັດປະຈໍາຕົວ ສໍາລັບການຈອງປີ້ຍົນກັບລາວແອລາຍ


4. ເມື່ອການສອບຖາມຂໍ້ມູນສໍາເລັດ ທາງຜູ້ດໍາເນີນການຈະໄດ້ຮັບທັນທີ ແລະ ຈະຕິດຕໍ່ກັບຫາທ່ານໃນເວລາບໍ່ດົນ ເພື່ອແຈ້ງເຖິງມື້ຫວ້າງ ແລະ ລາຍລະອຽດການຊໍາລະເງີນ.
ດິສໂຄເວີລາວທູເດ, ແຫຼ່ງຂໍ້ມູນການທ່ອງທ່ຽວແບບອອນໄລແຫ່ງດຽວ ທີ່ຈະເຊື່ອມຕໍ່ທ່ານກັບການທ່ອງທ່ຽວລາວ
