ເມືອງແຫ່ງສີ້ນ
ເມືອງແຫ່ງສີ້ນ

ໂພສ

ເມືອງແຫ່ງສີ້ນ

 

ແຕ່ງກາຍແບບຊາວພື້ນເມືອງທີ່ຫຼວງພະບາງ.

ເຊົ່າສີ້ນ ແມ່ນບໍລິການເສີມໃໝ່ທີ່ກຳລັງເປັນທີ່ນິຍົມທີ່ ແຂວງຫຼວງພະບາງ, ນັ້ນກໍ່ເພື່ອກະຕຸກຊຸກຍູ້ດ້ານການທ່ອງທ່ຽວທາງດ້ານວັດທະນະທຳ ໃນທິດທາງໃໝ່ໃຫ້ມີມີຊີວິດຊີວາຫຼາຍຂື້ນ. ຖືໄດ້ວ່າເປັນການໃຫ້ນິຍາມຕົນເອງວ່າ ເປັນການບໍລິການເຄື່ອງແຕ່ງກາຍພື້ນເມືອງໃຫ້ເຊົ່າແລ້ວໃສ່ໄປ ເລາະເປັນແຫ່ງທຳອິດໃນຕົວເມືອງ. ເຊີ່ງໃນຮ້ານເພີ່ນກໍ່ຈະມີໃຫ້ເຊົ່າຫຼາກຫຼາຍແບບດ້ວຍກັນບໍ່ວ່າຈະເປັນສິ້ນ, ເສື້ອແມ່ຍິງ, ໂສ້ງ, ຜ້າບ່ຽງ, ເຄື່ອງປະດັບ ແລະ ອຸປະກອນເສີມໃນທຸກໆຂະໜາດໃຫ້ນັກທ່ອງທ່ຽວສາມາດເລືອກເຊົ່າໄດ້ທັ່ງ ເຄິ່ງມື້ ແລະ ໝົດມື້ ຕາມຄວາມຕ້ອງການ. 

ຫຼວງພະບາງ ແມ່ນໝາກຫົວໃຈຫຼັກທາງດ້ານວັດທະນະທຳອັນດີງາມ ແລະ ລວມໄປເຖິງເຄື່ອງແຕ່ງກາຍທີ່ບົ່ງບອກເຖີງຄົນລາວໄດ້ເປັນຢ່າງດີ. ມັນຈະເປັນເລື່ອງທີ່ໜ້າສົນໃຈອີ່ຫຼີ ຖ້າຫາກນັກທ່ອງທ່ຽວໄດ້ມາສຳຜັດກັບບັນຍາກາດ ໃນຕົວເມືອງປະຫວັດສາດດັ່ງກ່າວຜ່ານການນຸ່ງເຄື່ອງແບບພື້ນເມືອງ ແລະ ກໍ່ຍັງສາມາດຮູບຖ່າຍງາມໆໄດ້ອອກມາຫຼາກຫຼາຍແບບຕາມສະຖານທີ່ຕ່າງໆຢ່າງເຊັ່ນ: ບັນດາວັດວາອາຮາມ, ອາຄານເກົ່າ, ແລະ ແມ່ນໍ້າທ່ານ ທອງຄູນ ສຸດທິວິໄລ ຜູ້ຮ່ວມກໍ່ຕັ້ງທຸລະກິດດັ່ງກ່າວໃນເດືອນສິງຫາໄດ້ກ່າວໄວ້, ຫຼັງຈາກໄດ້ຮັບແຮງບັນດານໃຈຈາກທຸລະກິດທີ່ຄ້າຍຄືກັນທີ່ເມືອງ ກຽວໂຕ ແລະ ກຸງໂຊລ.

ສີ້ນ ແມ່ນກະໂປ່ງແບບພື້ນເມືອງທີ່ມີລັກສະນະຊົງກົມຍາວຄືກັບທໍ່ ຖືກນຸ່ງໂດຍແມ່ຍິງລາວໃນສະໄໝແຕ່ກີ້ ແລະ ມີຕົ້ນກໍາເນີດມາຈາກກຸ່ມຊົນເຜົ່າໄຕ (ເຊັ່ນ ໄຕລາວ, ໄຕດໍາ, ໄຕລື້). ນອກຈາກນີ້, ສີ້ນ ກໍ່ຍັງມີຫຼາກຫຼາຍສີສັນ, ຫຼາຍຮູບແບບ ແລະ ລວດລາຍທີ່ງົດງາມນັບບໍ່ຖ້ວນ, ເຊິ່ງສ່ວນໃຫຍ່ ກໍ່ຈະມີເອກະລັກແຕກຕ່າງກັນອອກໄປຕາມແຕ່ລະພາກພື້ນ ຫຼື ຊຸມຊົນບ່ອນທີ່ສີ້ນເຫຼົ່ານັ້ນໄດ້ຖືກຕໍ່າອອກມາ. ສີ້ນ ແບບຜ້າຝ້າຍທຳມະດາ ຫຼື ຜ້າສັງເຄາະ ແມ່ນສີ້ນທີ່ສາມາດນຸ່ງໄດ້ທຸກໆມື້ ພາຍໃນເຮືອນ ແລະ ເວລາອອກໄປຂ້າງນອກ. ສ່ວນ ສີ້ນໄໝ ແມ່ນຈະຖືກສະຫງວນຮັກສາໄວ້ນຸ່ງສໍາລັບບັນດາງານລ້ຽງ, ງານແຕ່ງດອງ ແລະ ງານທີ່ເປັນທາງການ. ນອກຈາກນັ້ນ ສີ້ນ ຍັງໄດ້ຖືກສວມໃສ່ ເພື່ອເປັນສ່ວນໜຶ່ງຂອງຊຸດເຄື່ອງແບບຂອງນັກຮຽນຍິງ ແລະ ຖືກໃສ່ໂດຍບັນດາແມ່ເຖົ້າ, ແມ່ຕູ້ທີ່ນັ່ງຕັ່ງອີ້ກວາຍອູ່ ລ້ຽງດູລູກຫຼານຂອງພວກເຂົາຢູ່ທີ່ບ້ານນໍາ. ຊ່າງຕໍ່າຫູກທີ່ມີຄວາມຊຳນິຊໍານານ ກໍ່ອາດ
ຈະໃຊ້ເວລາຫຼາຍອາທິດໃນການຕໍ່າ ສີ້ນໄໝ ເພາະຕ້ອງໄດ້ອາໄສຄວາມປານີດ ບວກທັງເຕັກນິກການຕໍ່າແບບພິເສດ, ເຊິ່ງ ສີ້ນໄໝ ຈະຖືກໃຊ້ເປັນຂອງຂວັນໃຫ້ລູກໃພ້ທີ່ແຕ່ງດອງໃໝ່. ສ່ວນ ສີ້ນ ແບບງ່າຍໆທີ່ໃຊ້ນຸ່ງໃນຊີວິດປະຈໍາວັນ ແມ່ນໃຊ້ເວລາຕໍ່າພຽງແຕ່ສອງສາມມື້ເທົ່ານັ້ນ. ເວົ້າເລື່ອງຂອງ ສີ້ນ ແລ້ວກໍ່ຈະຄືກັບຄົນເຮົາ, ມີ “ຫົວ”, “ໂຕ” ແລະ “ຕີນແລະ ບໍ່ສາມາດສວມໃສ່ແບບປີ້ນຫົວປີ້ນຫາງໄດ້.

ເຊົ່າສີ້ນ ຍັງໄດ້ເລັງໃສ່ການມອບປະສົບປະການໃນແບບໃໝ່ ທີ່ມ່ວນຊື່ນແກ່ນັກທ່ອງທ່ຽວ ພ້ອມທັງຍັງຊ່ວຍໃຫ້ນັກທ່ອງທ່ຽວເຂົ້າໃຈເຖິງຄວາມສຳຄັນ ແລະ ຄວາມເປັນມາທີ່ຢູ່ເບື້ອງຫຼັງຂອງເຄື່ອງນຸ່ງພື້ນເມືອງເຫຼົ່ານີ້. ພາຍໃນຮ້ານຂອງເພີ່ນເອງ ກໍ່ຍັງໄດ້ຕົບແຕ່ງຝາ ດ້ວຍການຫ້ອຍສະແດງໃຫ້ເຫັນກ່ຽວກັບເຄື່ອງນຸ່ງທີ່ເໝາະສົມສຳລັບການໄປຢ້ຽມຊົມວັດວາອາຮາມ, ຄຳອະທິບາຍກ່ຽວກັບເລື່ອງລາວຂອງລວດລາຍ, ວິທີການນຸ່ງ ສີ້ນ ແລະ ຮູບພາບບັນທຶກຕ່າງໆຂອງເຄື່ອງແຕ່ງກາຍລາວ. ນອກຈາກນີ້, ເຊົ່າສີ້ນ ຍັງມີພະນັກງານປະຈໍາຮ້ານທີ່ມີສະເໜ່ ແລະ ຍັງສາມາດເວົ້າພາສາອັງກິດ, ພາສາຈີນກາງ, ແລະ ພາສາໄທໄດ້ອີກນຳ. ນັກທ່ອງທ່ຽວຍັງສາມາດເລືອກຊຸດຈາກຕົວເລືອກ ທີ່ມາເປັນແພກເກັດ ສຳລັບບຸກຄະລິກຂອງທັງແມ່ຍິງ, ຜູ້ຊາຍ, ແລະ ເດັກນ້ອຍ ພ້ອມກັບອຸປະກອນເສີມອື່ນໆອີກເຊັ່ນ: ປິ່ນປັກຜົມ ແລະ ຄັນຮົ່ມ. ບັນດາພະນັກງານຂອງ ເຊົ່າ
ສີ້ນ ແມ່ນເປັນຄົນທີ່ມີຄວາມກະຕືລືລົ້ນ ແລະ ພະຍາຍາມຢູ່ຕະຫຼອດໃນການສ້າງຄວາມສະດວກສະບາຍ ແລະ ພຶງພໍໃຈ ໃຫ້ຄວາມອົບອຸ່ນເປັນກັນເອງແກ່ບັນດາລູກຄ້າທີ່ໜ້າຮັກ. ເພື່ອໃຫ້ລູກຄ້າມີຄວາມໝັ້ນໃຈໃນການເລືອກເບິ່ງຜ້າໄໝໄດ້ຢ່າງເຕັມທີ່ ພ້ອມກັບສີສັນສວຍງາມ ແລະ ມີຊີວິດຊີວາ ເໝາະສົມກັບຜູ້ສ່ວມໃສ່ທຸກຄົນ.

ທ່ານ ສຸດທິວິໄລ ກ່າວວ່າ, “ພວກເຮົາຫວັງຢ່າງຍີ່ງວ່ານັກທ່ອງທ່ຽວຈະຮູ້ສຶກມ່ວນຊື່ນເພີດເພີນໄປກັບຄວາມຮູ້ສຶກທີ່ແຕກຕ່າງ ພ້ອມກັບຄວາມສະຫງ່າງາມຂອງການໄດ້ນຸ່ງເຄື່ອງພື້ນເມືອງລາວ ແລະ ສິ່ງເຫຼົ່ານີ້ ຈະຊ່ວຍນຳເອົາມູນມໍລະດົກອັນເກົ່າແກ່ກັບຄືນມາສູ່ຫຼວງພະບາງ.”

ຂໍ້ມູນເພີ່ມເຕີມ

ເຊົ່າສີ້ນ, ບ້ານ ວັດແສນ, ແຂວງ ຫຼວງພະບາງ (ຂ້າມທາງມາຈາກ ໂຮງແຮມ ວິນລ້າ ສັນຕິ)

9 ໂມງເຊົ້າໂມງແລງ, ວັນສຸກວັນອາທິດ

030 56 61 854

saosinh.com

hello@saosinh.com 

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.